ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

16:12 | 18/09/2026

ຍສໝ - ໂດຍຕອບຮັບຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ສປປ ລາວ, ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 21/9.

ກິດຈະກຳການຕ່າງປະເທດຂັ້ນສູງ ຫັນແນວທາງເອກະລາດ, ເປັນເຈົ້າການ ໃຫ້ເປັນຮູບປະທຳ ຫວຽດນາມນັບມື້ນັບປະກອບສ່ວນຢ່າງເປັນຮູບປະທຳຕໍ່ບັນດາວິທີແກ້ໄຂລະດັບໂລກ
ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງເລິກເຊິ່ງ, ເປັນຮູບປະທຳ ແລະ ມີປະສິດທິຜົນ ໃນທຸກຂົງເຂດ. ສາຍພົວພັນການເມືອງລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການປັບປຸງ ດ້ວຍລະດັບຄວາມໄວ້ວາງໃຈສູງ. ສອງຝ່າຍຮັກສາເປັນປະຈຳບັນດາກິດຈະກຳແລກປ່ຽນຂັ້ນສູງ ແລະ ບັນດາຂັ້ນ; ການຮ່ວມມືປ້ອງກັນຊາດ - ຄວາມໝັ້ນຄົງ ສືບຕໍ່ຮັກສາບົດບາດເປັນເສົາຄ້ຳໃນສາຍພົວພັນສອງຝ່າຍ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກໍຍັງຮັກສາທ່າພັດທະນາທີ່ຕັ້ງໜ້າ. ຫວຽດນາມ ແລະ ລາວ ພວມຊຸກຍູ້ຢ່າງແຮງການເຊື່ອມຕໍ່ໂຄງລ່າງຄົມມະນາຄົມ, ພະລັງງານ ແລະ ໂທລະຄົມ ແນໃສ່ເພີ່ມທະວີການຜູກໂຍງສອງເສດຖະກິດ. ຄຽງຄູ່ກັບນັ້ນ, ການຮ່ວມມືດ້ານການສຶກສາ, ວິທະຍາສາດ - ເຕັກໂນໂລຊີ, ການແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະ ຢູ່ບັນດາເຂດຊາຍແດນ ຍັງສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງ.

ວຽກງານຕ່າງປະເທດຫວຽດນາມ ຫັນຈາກການກຳນົດທິດ ໄປສູ່ການກະທຳທີ່ເປັນຮູບປະທຳ ວຽກງານຕ່າງປະເທດຫວຽດນາມ ຫັນຈາກການກຳນົດທິດ ໄປສູ່ການກະທຳທີ່ເປັນຮູບປະທຳ
ຍສໝ - ທີ່ກອງປະຊຸມຂ່າວປະຈຳງວດ ໃນຕອນບ່າຍວັນທີ 17/9, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ເຫັນວ່າ ບັນດາກິດຈະກຳການຕ່າງປະເທດຂັ້ນສູງໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການປ່ຽນໃໝ່ທັງດ້ານແນວຄິດ, ວິທີເຂົ້າຫາ ແລະ ຮູບແບບການຜັນຂະຫຍາຍ, ໃນນັ້ນ ບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງ ນັບມື້ນັບຖືກຮຽກຮ້ອງໃຫ້ຫັນເປັນບັນດາໂຄງການ, ແຜນການ ແລະ ໂຄງການສະເພາະ ເພື່ອຮັບໃຊ້ການພັດທະນາປະເທດ.
BRICS 2026: ປັບປຸງຄວາມເຫັນພ້ອມ, ເປີດກວ້າງໂອກາດຮ່ວມມື BRICS 2026: ປັບປຸງຄວາມເຫັນພ້ອມ, ເປີດກວ້າງໂອກາດຮ່ວມມື
ຍສໝ - ກອງປະຊຸມສຸດຍອດ BRICS ຄັ້ງທີ 18 ໄດ້ປິດລົງດ້ວຍການຮັບຮອງຖະແຫຼງການ New Delhi 2026, ຢືນຢັນຄືນຄຳໝັ້ນສັນຍາແກ້ໄຂຂໍ້ຂັດແຍ່ງສາກົນດ້ວຍສັນຕິວິທີ, ຊຸກຍູ້ລັດທິຫຼາຍຝ່າຍ ແລະ ເປີດກວ້າງພື້ນທີ່ຮ່ວມມືເພີ່ມຕື່ມ ໃນສະພາບການທີ່ BRICS ຄົບຮອບ 20 ປີແຫ່ງການກໍ່ຕັ້ງ ແລະ ພັດທະນາ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ