ກິດຈະກຳການຕ່າງປະເທດຂັ້ນສູງ ຫັນແນວທາງເອກະລາດ, ເປັນເຈົ້າການ ໃຫ້ເປັນຮູບປະທຳ

15:44 | 18/09/2026

ຍສໝ - ໃນການຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ໃນໄລຍະຜ່ານມາ ການນຳພັກ, ລັດຫວຽດນາມ ໄດ້ຊຸກຍູ້ຫຼາຍກິດຈະກຳການຕ່າງປະເທດຂັ້ນສູງ, ພ້ອມທັງຕ້ອນຮັບຫຼາຍຄະນະຜູ້ນຳຂອງບັນດາປະເທດ, ຜ່ານນັ້ນ ຫັນທິດນຳເອກະລາດ, ເປັນເຈົ້າການ, ຫຼາກຫຼາຍສາຍພົວພັນ, ຫຼາຍຝ່າຍ ໃຫ້ເປັນຮູບປະທຳ ແລະ ຍົກສູງປະສິດທິຜົນການເຊື່ອມໂຍງສາກົນ.

ວຽກງານຕ່າງປະເທດຫວຽດນາມ ຫັນຈາກການກຳນົດທິດ ໄປສູ່ການກະທຳທີ່ເປັນຮູບປະທຳ BRICS 2026: ປັບປຸງຄວາມເຫັນພ້ອມ, ເປີດກວ້າງໂອກາດຮ່ວມມື

ຕາມຂໍ້ມູນຈາກກະຊວງການຕ່າງປະເທດ, ໃນໄລຍະຕໍ່ໄປ ການນຳພັກ, ລັດ ແລະ ບັນດາຄະນະຜູ້ແທນຂັ້ນສູງຫວຽດນາມ ຈະສືບຕໍ່ມີການເດີນທາງໄປປະຕິບັດງານຢູ່ຕ່າງປະເທດ ແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

ບັນດາກິດຈະກຳເຫຼົ່ານີ້ ຖືກຖືວ່າເປັນບາດກ້າວໜຶ່ງໃນການຫັນແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໃຫ້ເປັນຮູບປະທຳ, ປະກອບສ່ວນສົ່ງເສີມກຳລັງສັງລວມຂອງປະເທດ, ສ້າງພື້ນຖານໃຫ້ຫວຽດນາມພັດທະນາຢ່າງໄວ, ຍືນຍົງ ແລະ ເປັນເຈົ້າການໃນການເຊື່ອມໂຍງສາກົນ.

ກິດຈະກຳການຕ່າງປະເທດຂັ້ນສູງ ຫັນແນວທາງເອກະລາດ, ເປັນເຈົ້າການ ໃຫ້ເປັນຮູບປະທຳ
ວັນທີ 15/9/2026, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ພະມະຫາກະສັດໄທ Maha Vajiralongkorn Phra Vajiraklaochaoyuhua ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງສອງປະເທດ ດຳເນີນການເຈລະຈາ.

ຊຸກຍູ້ສາຍພົວພັນການເມືອງກັບບັນດາຄູ່ຮ່ວມ

ທີ່ກອງປະຊຸມຂ່າວປະຈຳງວດ ວັນທີ 17/9, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ໂດຍຕອບຮັບຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ສປປ ລາວ, ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 21/9.

ຕາມທ່ານນາງ ໂຄສົກກະຊວງການຕ່າງປະເທດ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງເລິກເຊິ່ງ, ເປັນຮູບປະທຳ ແລະ ມີປະສິດທິຜົນ ໃນທຸກຂົງເຂດ.

ສາຍພົວພັນການເມືອງ ສືບຕໍ່ໄດ້ຮັບການປັບປຸງ ດ້ວຍລະດັບຄວາມໄວ້ວາງໃຈສູງ. ສອງຝ່າຍຮັກສາປະເພນີແລກປ່ຽນຄະນະຂັ້ນສູງ ແລະ ບັນດາຂັ້ນ; ການຮ່ວມມືປ້ອງກັນຊາດ - ຄວາມໝັ້ນຄົງ ສືບຕໍ່ເປັນເສົາຄ້ຳໃນສາຍພົວພັນສອງປະເທດ.

ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ກໍຍັງຮັກສາທ່າພັດທະນາທີ່ຕັ້ງໜ້າ. ສອງຝ່າຍພວມຊຸກຍູ້ການເຊື່ອມຕໍ່ໂຄງລ່າງຄົມມະນາຄົມ, ພະລັງງານ ແລະ ໂທລະຄົມ ແນໃສ່ເພີ່ມທະວີການຜູກໂຍງສອງເສດຖະກິດ; ພ້ອມທັງສືບຕໍ່ເປີດກວ້າງການຮ່ວມມືດ້ານການສຶກສາ, ວິທະຍາສາດ - ເຕັກໂນໂລຊີ, ການແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະ ບັນດາເຂດຊາຍແດນ.

ໃນໂອກາດການຢ້ຽມຢາມ, ຮອງນາຍົກລັດຖະມົນຕີຜູ້ປະຈຳສອງທ່ານ ຈະດຳເນີນການເຈລະຈາ. ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຍັງຈະເຂົ້າພົບປະກັບບັນດາຜູ້ນຳຂັ້ນສູງຂອງລາວ.

ໃນໄລຍະເວລາດຽວກັນ, ແຕ່ວັນທີ 21-30/9, ທ່ານ ຫງວຽນຢວ໊ານແອັງ, ຮອງປະທານສະພາແຫ່ງຊາດ ຈະນຳພາຄະນະຜູ້ແທນໄປຢ້ຽມຢາມ 3 ປະເທດຢູ່ເອີຣົບເໜືອ ແລະ ເອີຣົບຕາເວັນອອກ ປະກອບມີ ແຟງລັງ, ນໍເວ ແລະ ລິທົວເນຍ.

ຢູ່ແຟງລັງ, ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດ ທີ່ໄດ້ຮັບການຍົກລະດັບໃນໂອກາດການຢ້ຽມຢາມແຟງລັງຢ່າງເປັນທາງການຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ ໃນເດືອນ 10 ປີກາຍນີ້.

ການຮ່ວມມືລັດຖະສະພາ ຫວຽດນາມ - ແຟງລັງ ສືບຕໍ່ໄດ້ຮັບການເພີ່ມທະວີ ຜ່ານການແລກປ່ຽນຄະນະ, ແບ່ງປັນປະສົບການດ້ານນິຕິບັນຍັດ, ໂດຍສະເພາະ ໃນບັນດາຂົງເຂດການສຶກສາ, ນະວັດຕະກຳ, ພະລັງງານທົດແທນ ແລະ ເຕັກໂນໂລຊີສີຂຽວ; ພ້ອມທັງເພີ່ມທະວີວຽກງານກວດກາ ແລະ ປະສານງານຢູ່ບັນດາເວທີລັດຖະສະພາຫຼາຍຝ່າຍ.

ປັດຈຸບັນ ມີນັກສຶກສາຫວຽດນາມປະມານ 2.500 ຄົນ ພວມສຶກສາຢູ່ແຟງລັງ, ພ້ອມກັບການເຄື່ອນໄຫວຢ່າງຕັ້ງໜ້າຂອງໂຮງຮຽນສາກົນ ຫວຽດນາມ - ແຟງລັງ.

ສຳລັບນໍເວ, ແນໃສ່ມຸ່ງໄປສູ່ການສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ, ສອງປະເທດໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບຄູ່ຮ່ວມຍຸດທະສາດສີຂຽວ ໃນເດືອນ 4/2026, ເປີດເພີ່ມແງ່ຫວັງຮ່ວມມືໃນການຫັນປ່ຽນສີຂຽວ, ເສດຖະກິດທະເລ ແລະ ການພັດທະນາທີ່ຍືນຍົງ. ປັດຈຸບັນ ຫວຽດນາມແມ່ນຄູ່ຮ່ວມການຄ້າໃຫຍ່ອັນດັບ 2 ຂອງນໍເວໃນ ASEAN.

ໃນເດືອນ 7/2026, ຫວຽດນາມ ແລະ ກຸ່ມ EFTA, ໃນນັ້ນ ນໍເວແມ່ນສະມາຊິກ, ໄດ້ສຳເລັດການເຈລະຈາສັນຍາການຄ້າເສລີ (FTA), ຜ່ານນັ້ນ ສ້າງແຮງຂັບເຄື່ອນເພີ່ມຕື່ມ ໃຫ້ແກ່ການເປີດກວ້າງການຮ່ວມມືການລົງທຶນ ແລະ ການຄ້າສອງຝ່າຍ.

ຢູ່ລິທົວເນຍ, ການຮ່ວມມືລັດຖະສະພາລະຫວ່າງສອງປະເທດ ຮັກສາສະຖຽນລະພາບ, ພ້ອມທັງປະສານງານຢູ່ບັນດາເວທີຫຼາຍຝ່າຍ ເຊັ່ນ ASEAN - EU ແລະ ສະຫະປະຊາຊາດ. ສອງຝ່າຍໄດ້ລົງນາມຫຼາຍຂໍ້ຕົກລົງໃນບັນດາຂົງເຂດພະລັງງານ, ກະສິກຳ, ການຫັນປ່ຽນດິຈິຕອນ, ເສດຖະກິດດິຈິຕອນ ແລະ ຈົດໝາຍເຈດຈຳນົງກ່ຽວກັບການເຈລະຈາສັນຍາຫຼີກລ້ຽງການເກັບພາສີຊ້ຳຊ້ອນ.

ຄາດວ່າ ຢູ່ທັງ 3 ປະເທດ, ທ່ານ ຫງວຽນຢວ໊ານແອັງ, ຮອງປະທານສະພາແຫ່ງຊາດ ຈະດຳເນີນການເຈລະຈາກັບຮອງປະທານສະພາແຫ່ງຊາດຂອງປະເທດເຈົ້າພາບ ແລະ ເຂົ້າພົບປະກັບບັນດາຜູ້ນຳຂັ້ນສູງ.

ກິດຈະກຳການຕ່າງປະເທດຂັ້ນສູງ ຫັນແນວທາງເອກະລາດ, ເປັນເຈົ້າການ ໃຫ້ເປັນຮູບປະທຳ
ຄ່ຳຄືນສິລະປະ “ມິດຕະພາບ ຫວຽດນາມ - ລາວ: ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຍືນຍົງຕະຫຼອດການ” ຈັດຂຶ້ນໃນວັນທີ 9/1/2026 ຢູ່ນະຄອນຫຼວງວຽງຈັນ.

ປ່ຽນໃໝ່ແນວຄິດໃນການຜັນຂະຫຍາຍວຽກງານຕ່າງປະເທດ

ໃນໄລຍະຜ່ານມາ, ໃນການຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ການນຳພັກ, ລັດຫວຽດນາມ ໄດ້ດຳເນີນຫຼາຍກິດຈະກຳການຕ່າງປະເທດຂັ້ນສູງ. ໃນທາງກັບກັນ, ຫວຽດນາມກໍໄດ້ຕ້ອນຮັບຫຼາຍຄະນະຜູ້ນຳຂັ້ນສູງຂອງບັນດາປະເທດມາຢ້ຽມຢາມ.

ໃນໄລຍະບໍ່ດົນມານີ້, ການຢ້ຽມຢາມຂອງພະມະຫາກະສັດໄທ Maha Vajiralongkorn Phra Vajiraklaochaoyuhua ແລະ ພະລາຊິນີ ມີຄວາມໝາຍພິເສດສຳຄັນ, ມີລັກສະນະປະຫວັດສາດ ຕໍ່ສາຍພົວພັນ ຫວຽດນາມ - ໄທ.

ນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງພະມະຫາກະສັດໄທ ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນການທູດໃນປີ 1976, ດຳເນີນຂຶ້ນໃນໂອກາດຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ໃນສະພາບການທີ່ສອງປະເທດຫາກໍຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນເດືອນ 5/2025.

ດ້ວຍບົດບາດພິເສດຂອງພະມະຫາກະສັດ ແລະ ລາຊະວົງ ໃນຊີວິດຈິດໃຈ, ປະຫວັດສາດ ແລະ ວັດທະນະທຳໄທ, ການຢ້ຽມຢາມບໍ່ພຽງແຕ່ມີຄວາມໝາຍທາງການທູດລະດັບລັດ ເທົ່ານັ້ນ, ແຕ່ຍັງປະກອບສ່ວນຊຸກຍູ້ການແລກປ່ຽນ, ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ, ພ້ອມທັງສະແດງເຖິງການໃຫ້ຄວາມສຳຄັນຂອງລາຊະວົງ, ລັດ ແລະ ປະຊາຊົນໄທ ຕໍ່ຫວຽດນາມ.

ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ບັນດາກິດຈະກຳການຕ່າງປະເທດຂັ້ນສູງໃນໄລຍະຜ່ານມາ ມີຄວາມໝາຍສຳຄັນທັງໃນດ້ານສອງຝ່າຍ ແລະ ຫຼາຍຝ່າຍ.

ຕາມທ່ານນາງ ຟ້າມທູຮັ່ງ, ການຜັນຂະຫຍາຍບັນດາກິດຈະກຳການຕ່າງປະເທດຢ່າງສຳເລັດຜົນ ໄດ້ປະກອບສ່ວນຫັນແນວທາງການຕ່າງປະເທດທີ່ເປີດກວ້າງ, ເອກະລາດ, ເປັນເຈົ້າການ, ກຸ້ມຕົນເອງ, ສັນຕິພາບ, ມິດຕະພາບ, ຫຼາກຫຼາຍສາຍພົວພັນ, ຫຼາຍຝ່າຍ; ເປັນມິດ, ຄູ່ຮ່ວມທີ່ໄວ້ວາງໃຈໄດ້ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ ໃຫ້ເປັນຮູບປະທຳ.

ບັນດາກິດຈະກຳເຫຼົ່ານີ້ ຍັງສະທ້ອນເຖິງການປ່ຽນໃໝ່ໃນແນວຄິດການຕ່າງປະເທດ. ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ກຳນົດ ແລະ ຍົກລະດັບບົດບາດນຳໜ້າ, ໜ້າທີ່ສຳຄັນຍິ່ງ, ເປັນປະຈຳ ຂອງວຽກງານຕ່າງປະເທດ, ຜ່ານນັ້ນ ຮັບໃຊ້ຢ່າງມີປະສິດທິຜົນ ແລະ ເປັນຮູບປະທຳ ຕໍ່ບັນດາເປົ້າໝາຍພັດທະນາ, ປົກປ້ອງປິຕຸພູມ.

ຕາມທ່ານນາງ ໂຄສົກກະຊວງການຕ່າງປະເທດ, ວຽກງານຕ່າງປະເທດ ແລະ ການຮ່ວມມືສາກົນ ຈຳເປັນຕ້ອງສ້າງແຫຼ່ງກຳລັງ, ແຮງຂັບເຄື່ອນ ໃຫ້ແກ່ການພັດທະນາປະເທດ ແລະ ປະກອບສ່ວນສ້າງສັນກຳລັງແຫ່ງຊາດ. ພ້ອມກັນນັ້ນ, ເນື້ອໃນຄວາມເປັນເອກະລາດດ້ານຍຸດທະສາດ ຕ້ອງຖືກສະແດງອອກໃນແຕ່ລະການຢ້ຽມຢາມ, ແຕ່ລະຂໍ້ຕົກລົງ; ບັນດາຄຳໝັ້ນສັນຍາທີ່ບັນລຸໄດ້ ຈຳເປັນຕ້ອງຖືກຫັນເປັນບັນດາຜົນງານທີ່ເປັນຮູບປະທຳ, ມີປະສິດທິຜົນ ສຳລັບຫວຽດນາມ ແລະ ບັນດາຄູ່ຮ່ວມ.

ທ່ານນາງ ຟ້າມທູຮັ່ງ ເຫັນວ່າ ເມື່ອເບິ່ງໂດຍລວມບັນດາກິດຈະກຳການຕ່າງປະເທດໃນໄລຍະຜ່ານມາ ສາມາດເຫັນໄດ້ວ່າ ການປ່ຽນໃໝ່ ບໍ່ພຽງແຕ່ສະແດງອອກໃນແນວທາງ ເທົ່ານັ້ນ, ແຕ່ຍັງສະແດງອອກໃນການຜັນຂະຫຍາຍ ແລະ ການກະທຳຕົວຈິງ.

ພາຍຫຼັງແຕ່ລະກິດຈະກຳການຕ່າງປະເທດຂັ້ນສູງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຫວຽດນາມ ຈຳເປັນຕ້ອງສືບຕໍ່ຫັນບັນດາຂໍ້ຕົກລົງຂັ້ນສູງ ໃຫ້ເປັນບັນດາໂຄງການ, ແຜນການ ແລະ ໂຄງການສະເພາະ ທີ່ສອດຄ່ອງກັບຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນຂອງຕົນ.

ການເດີນທາງໄປປະຕິບັດງານຢູ່ອິນເດຍຂອງນາຍົກລັດຖະມົນຕີ ເລມິງຮຶງ: ເປີດກວ້າງພື້ນທີ່ຫຼາຍຝ່າຍ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ ການເດີນທາງໄປປະຕິບັດງານຢູ່ອິນເດຍຂອງນາຍົກລັດຖະມົນຕີ ເລມິງຮຶງ: ເປີດກວ້າງພື້ນທີ່ຫຼາຍຝ່າຍ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ
ຍສໝ - ຕາມທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ, ການທີ່ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຄັ້ງທີ 18 ແລະ ດຳເນີນບັນດາກິດຈະກຳສອງຝ່າຍຢູ່ອິນເດຍ ໄດ້ປະກອບສ່ວນຍົກລະດັບການເຂົ້າຮ່ວມຂອງຫວຽດນາມໃນບັນດາສະຖາບັນຫຼາຍຝ່າຍ, ພ້ອມກັນນັ້ນ ສ້າງແຮງຂັບເຄື່ອນເພີ່ມຕື່ມ ເພື່ອຫັນບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງຮ່ວມມື ໃຫ້ກາຍເປັນໂຄງການ, ໂຄງການຮ່ວມມື ແລະ ຜົນສຳເລັດທີ່ເປັນຮູບປະທຳ.
ທຸງຊາດຫວຽດນາມຈະຖືກຊັກຂຶ້ນໃນພິທີຕ້ອນຮັບບັນດາຄະນະເຂົ້າຮ່ວມ ASIAD 20 ທຸງຊາດຫວຽດນາມຈະຖືກຊັກຂຶ້ນໃນພິທີຕ້ອນຮັບບັນດາຄະນະເຂົ້າຮ່ວມ ASIAD 20
ຍສໝ - ຕອນເຊົ້າວັນທີ 18/9, ຢູ່ Fuji Plaza ຂຶ້ນກັບ Garden Pier, ທ່າເຮືອ Nagoya (ຍີ່ປຸ່ນ), ທຸງຊາດຫວຽດນາມຈະຖືກຊັກຂຶ້ນໃນພິທີຕ້ອນຮັບບັນດາຄະນະເຂົ້າຮ່ວມ ASIAD 20. ຄະນະນັກກິລາຫວຽດນາມ ຄາດວ່າຈະມີສະມາຊິກປະມານ 12-14 ຄົນເຂົ້າຮ່ວມພິທີ, ໃນນັ້ນມີນັກກິລາ 4 ຄົນ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ