ການຢ້ຽມຢາມການາດາ ເປີດເພີ່ມແຮງຂັບເຄື່ອນໃຫ້ສາຍພົວພັນສອງຝ່າຍ

14:22 | 21/09/2026

ຍສໝ - ເນື່ອງໃນໂອກາດການຢ້ຽມຢາມການາດາລະດັບລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ, ທ່ານ ຟ້າມຫວິງກວາງ, ເອກອັກຄະລັດຖະທູດຫວຽດນາມປະຈຳການາດາ ເຫັນວ່າ ສາຍພົວພັນ ຫວຽດນາມ - ການາດາ ພວມມີພື້ນຖານອັນເອື້ອອຳນວຍ ເພື່ອສືບຕໍ່ພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ - ການຄ້າ ແມ່ນໜຶ່ງໃນຈຸດເດັ່ນທີ່ໂດດເດັ່ນ.

ການາດາ ແລະ Petrovietnam ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ ເອກະລາດ, ເອກະລາດຕັດສິນຕົນເອງຂອງຫວຽດນາມ ຜ່ານມຸມມອງຂອງເພື່ອນມິດການາດາ
ການຢ້ຽມຢາມການາດາ ເປີດເພີ່ມແຮງຂັບເຄື່ອນໃຫ້ສາຍພົວພັນສອງຝ່າຍ
ທ່ານ ຟ້າມຫວິງກວາງ, ເອກອັກຄະລັດຖະທູດຫວຽດນາມປະຈຳການາດາ ໄດ້ແບ່ງປັນທັດສະນະກ່ຽວກັບການຢ້ຽມຢາມການາດາລະດັບລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ.

ຕາມທ່ານ ຟ້າມຫວິງກວາງ, ນັບແຕ່ສອງປະເທດສ້າງຕັ້ງຂອບຄູ່ຮ່ວມຮອບດ້ານ ໃນປີ 2017, ສາຍພົວພັນ ຫວຽດນາມ - ການາດາ ໄດ້ພັດທະນາຢ່າງໜັກແໜ້ນໃນຫຼາຍຂົງເຂດ.

ການຮ່ວມມືດ້ານເສດຖະກິດ - ການຄ້າ ສືບຕໍ່ບັນທຶກບັນດາຜົນສຳເລັດທີ່ຕັ້ງໜ້າ, ໂດຍຍອດມູນຄ່າການຄ້າສອງຝ່າຍ ເພີ່ມຂຶ້ນຢ່າງແຮງໃນບັນດາປີຜ່ານມາ. ຜົນສຳເລັດນີ້ ສະທ້ອນເຖິງປະສິດທິຜົນຂອງບັນດາຂອບການຮ່ວມມື, ໃນນັ້ນ ມີຂອບຄູ່ຮ່ວມຮອບດ້ານ ແລະ ສັນຍາຄູ່ຮ່ວມຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ກໍຄື ລັກສະນະສົ່ງເສີມເກື້ອໜູນກັນລະຫວ່າງສອງເສດຖະກິດ.

ຜ່ານນັ້ນ, ຫວຽດນາມໄດ້ກາຍເປັນຄູ່ຮ່ວມການຄ້າໃຫຍ່ທີ່ສຸດຂອງການາດາໃນ ASEAN.

ຄຽງຄູ່ກັບການຮ່ວມມືສອງຝ່າຍ, ຫວຽດນາມ ແລະ ການາດາ ຍັງຮັກສາການປະສານງານຢ່າງໃກ້ຊິດຢູ່ຫຼາຍກົນໄກ ແລະ ເວທີຫຼາຍຝ່າຍ ເຊັ່ນ ສະຫະປະຊາຊາດ, ເວທີຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC), ASEAN ແລະ ປະຊາຄົມຝຣັ່ງໂກໂຟນ.

ທ່ານ ຟ້າມຫວິງກວາງ ເນັ້ນໜັກວ່າ ການຢ້ຽມຢາມການາດາລະດັບລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຈະປະກອບສ່ວນນຳການຮ່ວມມືກັບບັນດາຄູ່ຮ່ວມສຳຄັນ ເຂົ້າສູ່ລວງເລິກ, ເປັນຮູບປະທຳ, ມີປະສິດທິຜົນ ແລະ ຍືນຍົງ.

ຕາມທ່ານເອກອັກຄະລັດຖະທູດ, ການຢ້ຽມຢາມຍັງຈະສ້າງແຮງຂັບເຄື່ອນເພີ່ມຕື່ມ ເພື່ອນຳສາຍພົວພັນ ຫວຽດນາມ - ການາດາ ຂຶ້ນສູ່ລະດັບພັດທະນາໃໝ່, ຕອບສະໜອງຜົນປະໂຫຍດໄລຍະຍາວຂອງປະຊາຊົນສອງປະເທດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ຫວຽດນາມ - ການາດາ ໄຂຊຸດອົບຮົມນາຍທະຫານເສນາທິການ ສປຊ ທີ່ບັນລຸມາດຕະຖານສາກົນ ຫວຽດນາມ - ການາດາ ໄຂຊຸດອົບຮົມນາຍທະຫານເສນາທິການ ສປຊ ທີ່ບັນລຸມາດຕະຖານສາກົນ
ຍສໝ - ວັນທີ 22 ມິຖຸນາ, ຢູ່ທີ່ສໍານັກງານກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ), ຊຸດອົບຮົມນາຍທະຫານເສນາທິການ ສປຊ (UNSOC) ໂດຍແມ່ນ ຫວຽດນາມ ແລະ ການາດາ ຮ່ວມກັນຈັດຕັ້ງ ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນຊຸດອົບຮົມທຳອິດ ທີ່ໄດ້ຮັບການຜັນຂະຫຍາຍ ພາຍຫຼັງທີ່ແຜນງານ UNSOC ຂອງຫວຽດນາມ ໄດ້ຮັບການຮັບຮອງຈາກ ສປຊ ວ່າບັນລຸມາດຕະຖານ ໃນເດືອນມີນາ 2026, ອັນເປັນການໝາຍບາດກ້າວຂະຫຍາຍຕົວໃໝ່ ພາຍໃດວຽກງານການກໍ່ສ້າງບຳລຸງສ້າງກຳລັງ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ.
ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ
ຍສໝ - ຕອນບ່າຍວັນທີ 29 ມິຖຸນາ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕ້ອນຮັບທ່ານ Jim Nickel ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ