ຊ່ຽວຊານອິນເດຍ: BRICS ເປີດພື້ນທີ່ຍຸດທະສາດເພີ່ມຕື່ມໃຫ້ຫວຽດນາມ

14:53 | 16/09/2026

ຍສໝ - ຕາມທ່ານ S.D. Pradhan, ອະດີດຮອງທີ່ປຶກສາຄວາມໝັ້ນຄົງແຫ່ງຊາດອິນເດຍ, ຖານະປະເທດຄູ່ຮ່ວມ BRICS ສ້າງເງື່ອນໄຂເພີ່ມຕື່ມໃຫ້ຫວຽດນາມຫຼາກຫຼາຍສາຍພົວພັນ, ຂະຫຍາຍຕະຫຼາດ, ດຶງດູດເຕັກໂນໂລຊີ, ການລົງທຶນ ແລະ ເພີ່ມທະວີຄວາມເປັນເອກະລາດດ້ານຍຸດທະສາດ, ໃນຂະນະທີ່ຍັງຄົງຮັກສາ ASEAN ໄວ້ໃນຖານະພື້ນຖານ ແລະ ປັບປຸງສາຍພົວພັນກັບບັນດາຄູ່ຮ່ວມອື່ນ.

ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ເຮັດວຽກກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ ຫວຽດນາມ - ໄທ ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຈາກພື້ນຖານຄວາມຜູກພັນລະຫວ່າງປະຊາຊົນ

ການທີ່ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາເສດຖະກິດເກີດໃໝ່ (BRICS) ຄັ້ງທີ 18 ຢູ່ New Delhi (ອິນເດຍ) ໃນທ້າຍອາທິດຜ່ານມາ ໃນຖານະປະເທດຄູ່ຮ່ວມ ໄດ້ເປີດພື້ນທີ່ເພີ່ມຕື່ມໃຫ້ຫວຽດນາມຫຼາກຫຼາຍສາຍພົວພັນ, ເພີ່ມທະວີຄວາມເປັນເອກະລາດດ້ານຍຸດທະສາດ ແລະ ເຊື່ອມໂຍງເລິກເຊິ່ງຍິ່ງຂຶ້ນກັບບັນດາແຮງຂັບເຄື່ອນການພັດທະນາໃໝ່.

ນີ້ແມ່ນຄຳເຫັນຂອງທ່ານ S.D. Pradhan, ອະດີດຮອງທີ່ປຶກສາຄວາມໝັ້ນຄົງແຫ່ງຊາດອິນເດຍ, ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມປະຈຳ New Delhi ກ່ຽວກັບຄວາມໝາຍຂອງການເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຂອງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ.

ຕາມທ່ານ S.D. Pradhan, ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ບັນດາການປະກອບສ່ວນທີ່ເປັນຮູບປະທຳຂອງບັນດາປະເທດຄູ່ຮ່ວມ, ໃນນັ້ນມີຫວຽດນາມ, ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດ BRICS ຄັ້ງທີ 18. ສຳລັບຫວຽດນາມ, ຖານະປະເທດຄູ່ຮ່ວມ ຍັງສ້າງເງື່ອນໄຂເພີ່ມຕື່ມໃຫ້ແກ່ການຂະຫຍາຍສາຍພົວພັນ, ປັບປຸງຄວາມເປັນເອກະລາດດ້ານຍຸດທະສາດ ແລະ ເຊື່ອມໂຍງກັບບັນດາແຮງຂັບເຄື່ອນການພັດທະນາໃໝ່.

ທ່ານເຫັນວ່າ ຫວຽດນາມສາມາດຖື BRICS ເປັນ “ເຄື່ອງມືຫຼາກຫຼາຍຍຸດທະສາດ”, ຜ່ານນັ້ນ ຂຸດຄົ້ນພື້ນທີ່ຮ່ວມມືຂອງກຸ່ມ 11 ປະເທດ ເພື່ອຂະຫຍາຍຕະຫຼາດ, ດຶງດູດເຕັກໂນໂລຊີ ແລະ ການລົງທຶນ, ເພີ່ມຄວາມສາມາດກຸ້ມຕົນເອງຂອງຕ່ອງໂສ້ສະໜອງ ແລະ ຍົກສູງສຽງໃນການບໍລິຫານໂລກ.

ຄຽງຄູ່ກັບນັ້ນ, ຕາມທ່ານ S.D. Pradhan, ຫວຽດນາມຈຳເປັນຕ້ອງສືບຕໍ່ວາງ ASEAN ໄວ້ໃນຖານະພື້ນຖານ ແລະ ຮັກສາສາຍພົວພັນຄູ່ຮ່ວມອັນແໜ້ນແຟ້ນກັບສະຫະລັດອາເມລິກາ, ຍີ່ປຸ່ນ, ເອີຣົບ ພ້ອມດ້ວຍບັນດາຄູ່ຮ່ວມອື່ນ.

ໂດຍອ້າງເຖິງວິທີເຂົ້າຫາຂອງອິນເດຍ ທີ່ກອງປະຊຸມສຸດຍອດ BRICS ຢູ່ New Delhi, ທ່ານ S.D. Pradhan ເຫັນວ່າ ນີ້ແມ່ນປະສົບການທີ່ສາມາດນຳມາອ້າງອີງໃນການນຳໃຊ້ BRICS ເພື່ອຂະຫຍາຍ, ແທນທີ່ຈະຫຼຸດແຄບພື້ນທີ່ຍຸດທະສາດ. ຕາມທ່ານ, ອິນເດຍໄດ້ຊີ້ນຳໃຫ້ BRICS ສຸມໃສ່ລະບົບຫຼາຍຂົ້ວ, ການພັດທະນາ ແລະ ການຮ່ວມມືທີ່ເປັນຮູບປະທຳ.

ຊ່ຽວຊານອິນເດຍ: BRICS ເປີດພື້ນທີ່ຍຸດທະສາດເພີ່ມຕື່ມໃຫ້ຫວຽດນາມ
ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຫົວໜ້າຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຄັ້ງທີ 18 ຢູ່ອິນເດຍ.

ໃນດ້ານເສດຖະກິດ, ຊ່ຽວຊານອິນເດຍ ເຫັນວ່າ ຫວຽດນາມສາມາດນຳໃຊ້ BRICS ເພື່ອຫຼາກຫຼາຍຄູ່ຮ່ວມ, ຊຸກຍູ້ການດຶງດູດການລົງທຶນ ແລະ ການຖ່າຍທອດເຕັກໂນໂລຊີ, ໃຫ້ບູລິມະສິດແຮ່ທາດຈຳເປັນ, ຄວາມສາມາດຟື້ນຕົວຂອງຕ່ອງໂສ້ສະໜອງ, ພ້ອມທັງເປັນເຈົ້າການເຂົ້າຮ່ວມບັນດາຂໍ້ລິເລີ່ມກ່ຽວກັບການຫັນປ່ຽນດິຈິຕອນ ແລະ ປັນຍາປະດິດ (AI).

ທ່ານຍັງເຫັນວ່າ ຫວຽດນາມສາມາດນຳໃຊ້ຖານະປະເທດຄູ່ຮ່ວມ BRICS ເປັນ “ແຂນທີ່ຍືດຍາວຂອງ ASEAN”.

ໃນຂະບວນການນີ້, ຕາມທ່ານ S.D. Pradhan, ສາຍພົວພັນ ຫວຽດນາມ - ອິນເດຍ ສາມາດສົ່ງເສີມບົດບາດພິເສດ. ສອງປະເທດສາມາດນຳໃຊ້ BRICS ເພື່ອເຮັດໃຫ້ການຮ່ວມມືສອງຝ່າຍເລິກເຊິ່ງຍິ່ງຂຶ້ນ, ພ້ອມທັງປະສານງານເພື່ອຍົກສູງສຽງ ແລະ ອິດທິພົນໃນຊີກໂລກໃຕ້.

ຊ່ຽວຊານທ່ານນີ້ ຍັງສະເໜີໃຫ້ຫວຽດນາມນຳໃຊ້ BRICS ເປັນ “ຄັນງັດ” ເພື່ອຫຼາກຫຼາຍການທູດ, ສືບຕໍ່ຮັກສານະໂຍບາຍບໍ່ເຂົ້າພັນທະມິດ ແລະ ສົ່ງບັນດາຄະນະຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດ BRICS, ຜ່ານນັ້ນ ປັບປຸງສາຍພົວພັນກັບປະເທດເຈົ້າພາບ.

ຕາມທ່ານ S.D. Pradhan, ການເຈລະຈາລະຫວ່າງທ່ານ Narendra Modi, ນາຍົກລັດຖະມົນຕີອິນເດຍ ແລະ ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ສະແດງໃຫ້ເຫັນວ່າ ສາຍພົວພັນສອງປະເທດ ພວມມີການຫັນປ່ຽນຈາກ “ຄວາມໄວ້ວາງໃຈທາງຍຸດທະສາດ” ໄປສູ່ “ການປະຕິບັດທາງຍຸດທະສາດ”. ການຮ່ວມມືດ້ານປ້ອງກັນຊາດ - ຄວາມໝັ້ນຄົງ, ແຮ່ຫາຍາກ, ພະລັງງານ, ອາວະກາດ ພ້ອມດ້ວຍຂໍ້ສະເໜີສ້າງຕັ້ງກົນໄກສົນທະນາ 2+2 ສະແດງວ່າ ການຮ່ວມມືສອງຝ່າຍນັບມື້ນັບມຸ່ງໄປສູ່ບັນດາຂົງເຂດທີ່ມີຄວາມໝາຍທາງຍຸດທະສາດໄລຍະຍາວ.

ເບິ່ງໂດຍລວມ, ທ່ານ S.D. Pradhan ເຫັນວ່າ ການທີ່ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຄັ້ງທີ 18 ໃນຖານະປະເທດຄູ່ຮ່ວມ ໄດ້ສ້າງແຮງຂັບເຄື່ອນຫຼາຍຝ່າຍໃໝ່ເພີ່ມຕື່ມ. ຫວຽດນາມ ແລະ ອິນເດຍ ສາມາດກາຍເປັນ “ຂົວເຊື່ອມສຳຄັນ” ລະຫວ່າງອາຊີໃຕ້, ASEAN ແລະ ປະຊາຄົມຊີກໂລກໃຕ້ທີ່ກວ້າງຂວາງກວ່າ, ໃນຂະນະທີ່ຍັງຄົງຮັກສາຄວາມເປັນເອກະລາດດ້ານຍຸດທະສາດ.

ຕາມວິທີເຂົ້າຫານີ້, ຫວຽດນາມສາມາດເພີ່ມທະວີການພົວພັນກັບບັນດາຝ່າຍ ໂດຍບໍ່ຕົກຢູ່ໃນສະພາບຕ້ອງເພິ່ງພາ ຫຼື ຖືກຜູກມັດ.

ບຸນໄຫວ້ພະຈັນ ເຊື່ອມສາຍສຳພັນຊຸມຊົນຊາວຫວຽດນາມຢູ່ເຢຍລະມັນ ບຸນໄຫວ້ພະຈັນ ເຊື່ອມສາຍສຳພັນຊຸມຊົນຊາວຫວຽດນາມຢູ່ເຢຍລະມັນ
ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Frankfurt ໄດ້ປະສານກັບຊຸມຊົນຊາວຫວຽດນາມຢູ່ເຢຍລະມັນ ຈັດບຸນໄຫວ້ພະຈັນ 2026, ດຶງດູດຊາວຫວຽດນາມ ແລະ ເດັກນ້ອຍຫຼາຍກວ່າ 500 ຄົນເຂົ້າຮ່ວມ, ປະກອບສ່ວນເຊື່ອມສາຍສຳພັນພາຍໃນຊຸມຊົນ ແລະ ເຜີຍແຜ່ບັນດາຄຸນຄ່າວັດທະນະທຳດັ້ງເດີມຂອງຫວຽດນາມ.
ຫວຽດນາມ - ອິນເດຍ ເປີດພື້ນທີ່ຮ່ວມມືໃໝ່ ພາຍຫຼັງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ເປີດພື້ນທີ່ຮ່ວມມືໃໝ່ ພາຍຫຼັງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ
ຍສໝ - ວັນທີ 15/9, ຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ກອງສຳມະນາວິທະຍາສາດ “10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ: ຜົນສຳເລັດ ແລະ ແງ່ຫວັງ” ໄດ້ຈັດຂຶ້ນ ແນໃສ່ທົບທວນຄືນເສັ້ນທາງການຮ່ວມມືລະຫວ່າງສອງປະເທດ, ພ້ອມທັງແລກປ່ຽນກ່ຽວກັບບັນດາແຮງຂັບເຄື່ອນ, ພື້ນທີ່ ແລະ ຮູບແບບຮ່ວມມືໃໝ່ ໃນໄລຍະສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເພີ່ມທະວີ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ