BRICS 2026: ປັບປຸງຄວາມເຫັນພ້ອມ, ເປີດກວ້າງໂອກາດຮ່ວມມື

14:04 | 18/09/2026

ຍສໝ - ກອງປະຊຸມສຸດຍອດ BRICS ຄັ້ງທີ 18 ໄດ້ປິດລົງດ້ວຍການຮັບຮອງຖະແຫຼງການ New Delhi 2026, ຢືນຢັນຄືນຄຳໝັ້ນສັນຍາແກ້ໄຂຂໍ້ຂັດແຍ່ງສາກົນດ້ວຍສັນຕິວິທີ, ຊຸກຍູ້ລັດທິຫຼາຍຝ່າຍ ແລະ ເປີດກວ້າງພື້ນທີ່ຮ່ວມມືເພີ່ມຕື່ມ ໃນສະພາບການທີ່ BRICS ຄົບຮອບ 20 ປີແຫ່ງການກໍ່ຕັ້ງ ແລະ ພັດທະນາ.

ທຸງຊາດຫວຽດນາມຈະຖືກຊັກຂຶ້ນໃນພິທີຕ້ອນຮັບບັນດາຄະນະເຂົ້າຮ່ວມ ASIAD 20 ວຽກງານຕ່າງປະເທດຫວຽດນາມ ຫັນຈາກການກຳນົດທິດ ໄປສູ່ການກະທຳທີ່ເປັນຮູບປະທຳ

ທ່ານ Narendra Modi, ນາຍົກລັດຖະມົນຕີອິນເດຍ, ປະທານ BRICS ປີ 2026 ຢືນຢັນວ່າ ຖະແຫຼງການ New Delhi 2026 ໄດ້ຮັບການເຫັນດີເປັນເອກະສັນຈາກບັນດາສະມາຊິກ. ເອກະສານໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເຂົ້າຮ່ວມບັນດາຄວາມພະຍາຍາມປ້ອງກັນຂໍ້ຂັດແຍ່ງ, ໃນນັ້ນມີການແກ້ໄຂເຖິງຮາກເຫງົ້າຂອງສາເຫດ, ພ້ອມທັງຢືນຢັນຄືນຄຳໝັ້ນສັນຍາແກ້ໄຂຂໍ້ຂັດແຍ່ງສາກົນດ້ວຍສັນຕິວິທີ ຜ່ານການສົນທະນາ, ການປຶກສາຫາລື ແລະ ການທູດ.

ຖະແຫຼງການຍັງສະໜັບສະໜູນວິທີເຂົ້າຫາແບບຫຼາຍຝ່າຍ, ເຄົາລົບຄວາມແຕກຕ່າງດ້ານທັດສະນະ ແລະ ຈຸດຢືນຂອງບັນດາປະເທດ ຕໍ່ບັນດາບັນຫາສຳຄັນຂອງໂລກ. ພ້ອມກັນນັ້ນ, BRICS ໄດ້ສະແດງຄວາມກັງວົນຕໍ່ການເພີ່ມຂຶ້ນຂອງບັນດາມາດຕະການພາສີແບບຝ່າຍດຽວ ແລະ ມາດຕະການທີ່ບໍ່ແມ່ນພາສີ ທີ່ອາດເຮັດໃຫ້ການຄ້າບິດເບືອນ, ຂັດກັບບັນດາກົດລະບຽບຂອງອົງການການຄ້າໂລກ (WTO).

ເພື່ອບັນລຸຄວາມເຫັນພ້ອມຕໍ່ຖະແຫຼງການຮ່ວມ New Delhi 2026, ອິນເດຍ ໃນຖານະປະເທດເຈົ້າພາບ ໄດ້ດຳເນີນການປຶກສາຫາລືຫຼາຍຮອບ ເພື່ອຫຼຸດແຄບຄວາມແຕກຕ່າງລະຫວ່າງບັນດາສະມາຊິກ ແລະ ຄົ້ນຫາຈຸດຮ່ວມ ໃນສະພາບການທີ່ຍັງຄົງມີບັນດາທັດສະນະທີ່ແຕກຕ່າງກັນ ຕໍ່ບາງບັນຫາພາກພື້ນ ແລະ ພູມສາດການເມືອງ.

BRICS 2026: ປັບປຸງຄວາມເຫັນພ້ອມ, ເປີດກວ້າງໂອກາດຮ່ວມມື
ການເດີນທາງໄປປະຕິບັດງານຂອງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຄັ້ງທີ 18 ແລະ ດຳເນີນບັນດາກິດຈະກຳສອງຝ່າຍຢູ່ອິນເດຍ ໄດ້ຮັບການຕີລາຄາວ່າ “ປະສົບຜົນສຳເລັດຢ່າງດີງາມ”.

ຄຽງຄູ່ກັບຄວາມພະຍາຍາມຂອງປະເທດເຈົ້າພາບ, ຜົນປະໂຫຍດຈາກການຮ່ວມມືຕົວຈິງ ກໍຖືກຖືວ່າເປັນໜຶ່ງໃນບັນດາແຮງຂັບເຄື່ອນສຳຄັນ ທີ່ຊ່ວຍໃຫ້ບັນດາສະມາຊິກບັນລຸຄວາມເຫັນພ້ອມ.

ຕາມບົດລາຍງານແນວໂນ້ມເສດຖະກິດໂລກ ທີ່ເຜີຍແຜ່ໃນເດືອນ 4/2026 ຂອງກອງທຶນເງິນຕາສາກົນ (IMF), 6 ສະມາຊິກທາງການຂອງ BRICS ປະກອບມີ ຈີນ, ອິນເດຍ, ຣັດເຊຍ, ບຣາຊິນ, Saudi Arabia ແລະ ອາຟຣິກາໃຕ້ ກວມປະມານ 35,4% ຂອງ GDP ໂລກ ຄິດໄລ່ຕາມກຳລັງຊື້ທຽບເທົ່າ (PPP) ໃນປີ 2025, ສູງກວ່າລະດັບ 28,3% ຂອງກຸ່ມ 7 ປະເທດອຸດສາຫະກຳພັດທະນາຊັ້ນນຳຂອງໂລກ (G7).

IMF ຍັງຄາດຄະເນວ່າ ບັນດາເສດຖະກິດເກີດໃໝ່ ແລະ ພວມພັດທະນາ ຈະເຕີບໂຕ 3,9% ໃນປີ 2026, ສູງກວ່າລະດັບຄາດຄະເນ 1,8% ຂອງກຸ່ມບັນດາເສດຖະກິດພັດທະນາ ແລະ ລະດັບເຕີບໂຕສະເລ່ຍຂອງໂລກ 3,1%.

ໂດຍຕີລາຄາການເດີນທາງໄປປະຕິບັດງານຂອງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຄັ້ງທີ 18 ແລະ ດຳເນີນບັນດາກິດຈະກຳສອງຝ່າຍຢູ່ອິນເດຍ ວ່າ “ປະສົບຜົນສຳເລັດຢ່າງດີງາມ”, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ໃຫ້ຮູ້ວ່າ ການເຂົ້າຮ່ວມຂອງຫວຽດນາມທີ່ກອງປະຊຸມ, ໂດຍສະເພາະ ບົດກ່າວຄຳປາໄສຂອງທ່ານ ນາຍົກລັດຖະມົນຕີ ໄດ້ຮັບການຕີລາຄາສູງຈາກປະເທດເຈົ້າພາບ ແລະ ບັນດາສະມາຊິກ.

ຕາມທ່ານ ເລຮວ່າຍຈຸງ, ການທີ່ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຄັ້ງທີ 18, ດຳເນີນກິດຈະກຳສອງຝ່າຍກັບທ່ານ Narendra Modi, ນາຍົກລັດຖະມົນຕີອິນເດຍ, ພົບປະກັບບັນດາປະເທດສະມາຊິກ, ຄູ່ຮ່ວມ BRICS, ບັນດາອົງການສາກົນ ແລະ ວິສາຫະກິດໃຫຍ່ຂອງອິນເດຍ ແມ່ນບັນດາກິດຈະກຳສະເພາະ ແນໃສ່ຜັນຂະຫຍາຍຢ່າງຕັ້ງໜ້າ, ມີປະສິດທິຜົນ ແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ໃນນັ້ນມີການຍົກລະດັບການເຂົ້າຮ່ວມຂອງຫວຽດນາມໃນບັນດາສະຖາບັນຫຼາຍຝ່າຍ.

ໃນໄລຍະຕໍ່ໄປ, ຫວຽດນາມຈະສືບຕໍ່ປະສານງານກັບບັນດາປະເທດສະມາຊິກ ແລະ ຄູ່ຮ່ວມ BRICS, ເຂົ້າຮ່ວມ ແລະ ປະກອບສ່ວນໃນບັນດາເສົາຄ້ຳຮ່ວມມື ທີ່ສອດຄ່ອງກັບຄວາມສາມາດ, ຄວາມສົນໃຈ ແລະ ຜົນປະໂຫຍດຂອງຫວຽດນາມ ກໍຄື ບັນດາປະເທດພວມພັດທະນາ.

ໃນນັ້ນ, ຫວຽດນາມຈະເອົາໃຈໃສ່ບັນດາເນື້ອໃນທີ່ຕິດພັນໂດຍກົງກັບຜົນປະໂຫຍດດ້ານການພັດທະນາ, ເຊັ່ນ ຍົກສູງຄວາມສາມາດຕ້ານທານ ແລະ ຄວາມສາມາດກຸ້ມຕົນເອງຂອງເສດຖະກິດ, ຮ່ວມກັບ BRICS ສ້າງຄວາມໃໝ່ໃຫ້ແກ່ບັນດາແຮງຂັບເຄື່ອນການເຕີບໂຕແບບດັ້ງເດີມ ແລະ ສົ່ງເສີມບັນດາແຮງຂັບເຄື່ອນການເຕີບໂຕໃໝ່.

ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ: ດຽນບຽນ ຈັດຊຸດບຳລຸງວິຊາສະເພາະ ໃຫ້ແກ່ ພະນັກງານ 14 ທ່ານ ຈາກ ອຸດົມໄຊ ແລະ ຜົ້ງສາລີ ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ: ດຽນບຽນ ຈັດຊຸດບຳລຸງວິຊາສະເພາະ ໃຫ້ແກ່ ພະນັກງານ 14 ທ່ານ ຈາກ ອຸດົມໄຊ ແລະ ຜົ້ງສາລີ
ຍສໝ - ໃນຕອນເຊົ້າວັນທີ 14 ກັນຍາ, ຊຸດບຳລຸງ, ຝຶກອົບຮົມ ແລະ ຄົ້ນຄວ້າຕົວຈິງ ເປັນເວລາ 1 ເດືອນ ສຳລັບ ພະນັກງານ 14 ທ່ານ ທີ່ມາຈາກ 2 ແຂວງ ທາງພາກເໜືອຂອງລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ທີ່ ດຽນບຽນ. ໂຄງການນີ້ ສືບຕໍ່ຢືນຢັນບົດບາດສຳຄັນ ຂອງວຽກງານການຝຶກອົບຮົມ ໃນການຮັດແຫນ້ນ ສາຍພົວພັນການຮ່ວມມືຮອບດ້ານ ລະຫວ່າງ ບັນດາທ້ອງຖິ່ນຂອງສອງປະເທດ.
ການເດີນທາງໄປປະຕິບັດງານຢູ່ອິນເດຍຂອງນາຍົກລັດຖະມົນຕີ ເລມິງຮຶງ: ເປີດກວ້າງພື້ນທີ່ຫຼາຍຝ່າຍ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ ການເດີນທາງໄປປະຕິບັດງານຢູ່ອິນເດຍຂອງນາຍົກລັດຖະມົນຕີ ເລມິງຮຶງ: ເປີດກວ້າງພື້ນທີ່ຫຼາຍຝ່າຍ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ
ຍສໝ - ຕາມທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ, ການທີ່ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຄັ້ງທີ 18 ແລະ ດຳເນີນບັນດາກິດຈະກຳສອງຝ່າຍຢູ່ອິນເດຍ ໄດ້ປະກອບສ່ວນຍົກລະດັບການເຂົ້າຮ່ວມຂອງຫວຽດນາມໃນບັນດາສະຖາບັນຫຼາຍຝ່າຍ, ພ້ອມກັນນັ້ນ ສ້າງແຮງຂັບເຄື່ອນເພີ່ມຕື່ມ ເພື່ອຫັນບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງຮ່ວມມື ໃຫ້ກາຍເປັນໂຄງການ, ໂຄງການຮ່ວມມື ແລະ ຜົນສຳເລັດທີ່ເປັນຮູບປະທຳ.

ຄຳສີ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ