| ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ: ດຽນບຽນ ຈັດຊຸດບຳລຸງວິຊາສະເພາະ ໃຫ້ແກ່ ພະນັກງານ 14 ທ່ານ ຈາກ ອຸດົມໄຊ ແລະ ຜົ້ງສາລີ ກະຈາຍພາສາຫວຽດ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢູ່ ອັດຕະປື |
ການຢ້ຽມຢາມຄັ້ງນີ້ ດຳເນີນຕາມຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານລາວ.
ທີ່ບັນດາການຕ້ອນຮັບ, ການນຳຂັ້ນສູງລາວ ໄດ້ຕ້ອນຮັບ ແລະ ຕີລາຄາສູງການຢ້ຽມຢາມຂອງທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ, ເຫັນວ່າ ກິດຈະກຳນີ້ປະກອບສ່ວນປັບປຸງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ລະຫວ່າງສອງປະເທດ ເລິກເຊິ່ງຍິ່ງຂຶ້ນ.
![]() |
| ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ເຂົ້າຢ້ຽມຄຳນັບສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ. |
ການນຳລາວ ໄດ້ອວຍພອນຕໍ່ບັນດາຜົນສຳເລັດຮອບດ້ານທີ່ຫວຽດນາມບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະສືບຕໍ່ຍາດໄດ້ຫຼາຍໄຊຊະນະສຳຄັນໃນຍຸກພັດທະນາໃໝ່, ປະຕິບັດສຳເລັດບັນດາເປົ້າໝາຍຍຸດທະສາດຮອດປີ 2030 ແລະ 2045.
ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ອົບອຸ່ນດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງ ຂອງການນຳ ແລະ ປະຊາຊົນລາວ; ພ້ອມທັງສົ່ງຄຳຢ້ຽມຢາມຖາມຂ່າວຢ່າງສຸພາບຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ; ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທງເໝີນ, ປະທານສະພາແຫ່ງຊາດ ແລະ ທ່ານ ເຈິ່ນເກິ໋ມຕູ໊, ຄະນະນຳປະຈຳຄະນະເລຂາທິການ ເຖິງບັນດາສະຫາຍການນຳຂັ້ນສູງລາວ.
ທ່ານ ຟ້າມຢາຕູກ ໄດ້ອວຍພອນຕໍ່ບັນດາຜົນສຳເລັດທີ່ລາວບັນລຸໄດ້ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ລາວຈະປະຕິບັດສຳເລັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ X ຢ່າງມີໄຊ.
ທ່ານ ຟ້າມຢາຕູກ ຍັງໄດ້ແຈ້ງບາງຈຸດສຳຄັນກ່ຽວກັບສະພາບເສດຖະກິດ - ສັງຄົມຂອງຫວຽດນາມ, ຜົນການສັບຊ້ອນບັນດາຫົວໜ່ວຍບໍລິຫານ ແລະ ການຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ.
ທ່ານ ຟ້າມຢາຕູກ ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນ ແລະ ກຳນົດການຮັກສາ, ປັບປຸງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ເປັນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ.
ທ່ານ ໄດ້ສະແດງຄວາມຍິນດີຕໍ່ການທີ່ສາຍພົວພັນສອງປະເທດໃນໄລຍະຜ່ານມາ ສືບຕໍ່ພັດທະນາຢ່າງດີງາມ, ນັບມື້ນັບເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ມີປະສິດທິຜົນ; ບັນດາການຢ້ຽມຢາມ, ການພົບປະຕິດຕໍ່ຂັ້ນສູງ ແລະ ບັນດາກົນໄກຮ່ວມມືສຳຄັນ ໄດ້ຮັບການຮັກສາເປັນປະຈຳ, ຄຽງຄູ່ກັບການປະສານງານຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດ.
ສອງຝ່າຍເຫັນດີສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ; ເຮັດໃຫ້ການຮ່ວມມືປ້ອງກັນຊາດ - ຄວາມໝັ້ນຄົງເລິກເຊິ່ງຍິ່ງຂຶ້ນ; ຊຸກຍູ້ການເຊື່ອມໂຍງສອງເສດຖະກິດ, ໂດຍສະເພາະ ໃນບັນດາຂົງເຂດພະລັງງານ, ຄົມມະນາຄົມ - ຂົນສົ່ງ ແລະ ໂຄງລ່າງຊາຍແດນ.
ສອງປະເທດຍັງເຫັນດີເພີ່ມທະວີການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ, ພັດທະນາຊັບພະຍາກອນມະນຸດ; ພ້ອມທັງກະກຽມຢ່າງຮອບຄອບບັນດາກິດຈະກຳລະນຶກ 65 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໃນປີ 2027.
ຍສໝ - ໃນແຕ່ລະປີ, ຊາວໜຸ່ມກະຊວງການເງິນຫວຽດນາມ ແລະ ລາວ ຄາດວ່າຈະສືບຕໍ່ຈັດຄະນະປະຕິບັດງານສອງຝ່າຍ, ເພີ່ມທະວີການແລກປ່ຽນວຽກງານວິຊາສະເພາະ ແລະ ເສີມສ້າງຄວາມຜູກພັນລະຫວ່າງພະນັກງານໜຸ່ມຂອງສອງປະເທດ. |
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ, ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຄາດຫວັງວ່າ ບັນດາພະນັກງານທີ່ພວມຮຽນພາສາລາວຢູ່ມະຫາວິທະຍາໄລແຫ່ງຊາດລາວ ຈະບໍ່ພຽງແຕ່ຍົກສູງຄວາມສາມາດດ້ານພາສາເທົ່ານັ້ນ, ຫາກຍັງກາຍເປັນ “ທູດວັດທະນະທຳ”, ປະກອບສ່ວນທະນຸຖະໜອມສາຍພົວພັນພິເສດລະຫວ່າງສອງປະເທດ. |
ດວງດີ
