| ຂະຫຍາຍຂອບຂະໜາດການແລກປ່ຽນ ຫວຽດນາມ - ຍີ່ປຸ່ນ: ອາຊາຮິກາວະ ເປັນເຈົ້າພາບຈັດງານບຸນ ຫວຽດນາມ – ຮອກໄກໂດ 2026 ເປັນຄັ້ງທຳອິດ ໄວ້ອາໄລ ທ່ານ ໂອນາກາ ຊິນອິຈິ: ຕະຫຼອດຊີວິດ ແນ່ໃສ່ການສະໝານບາດແຜສົງຄາມ ຫວຽດນາມ - ຍີ່ປຸ່ນ |
ຕອນບ່າຍວັນທີ 18/9 ຢູ່ຮ່າໂນ້ຍ, ທ່ານ Ito Naoki, ເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ ໄດ້ພົບປະກັບສື່ມວນຊົນ, ແບ່ງປັນກ່ຽວກັບບັນດາບາດກ້າວພັດທະນາໃນສາຍພົວພັນສອງຝ່າຍ ແລະ ບັນດາຂົງເຂດຮ່ວມມືທີ່ຫວຽດນາມ ແລະ ຍີ່ປຸ່ນພວມຊຸກຍູ້.
ທ່ານ Ito Naoki ໄດ້ສະແດງຄວາມຍິນດີ ຕໍ່ການພັດທະນາອັນແຮງກ້າ, ເລິກເຊິ່ງ ແລະ ກວ້າງຂວາງ ຂອງສາຍພົວພັນສອງປະເທດ ໃນຂອບຄູ່ຮ່ວມຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມຮຸ່ງເຮືອງໃນອາຊີ ແລະ ໃນໂລກ.
ເມື່ອຫວນຄືນເບິ່ງເສັ້ນທາງຮ່ວມເດີນລະຫວ່າງສອງຊາດ, ທ່ານເອກອັກຄະລັດຖະທູດ ເຫັນວ່າ ຄວາມໄວ້ວາງໃຈລະຫວ່າງປະຊາຊົນ ແລະ ລັດຖະບານຫວຽດນາມ, ຍີ່ປຸ່ນ ໄດ້ບັນລຸລະດັບສູງຫຼາຍ. ນີ້ແມ່ນຊັບສິນທາງຈິດໃຈອັນລ້ຳຄ່າ ແລະ ເປັນພື້ນຖານໃຫ້ຄົນຮຸ່ນໜຸ່ມຂອງສອງປະເທດ ສືບຕໍ່ຮ່ວມກັນສ້າງອະນາຄົດ.
![]() |
| ທ່ານ Ito Naoki, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຍີ່ປຸ່ນປະຈຳຫວຽດນາມ ໄດ້ແບ່ງປັນກ່ຽວກັບສາຍພົວພັນສອງຝ່າຍ ແລະ ບັນດາຜົນສຳເລັດຮ່ວມມືທີ່ໂດດເດັ່ນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນໄລຍະຜ່ານມາ. |
ເປີດກວ້າງການແລກປ່ຽນ, ເຊື່ອມໂຍງຊັບພະຍາກອນມະນຸດ
ກ່າວເຖິງບັນດາກິດຈະກຳແລກປ່ຽນວັດທະນະທຳ, ການສຶກສາ, ທ່ານ Ito Naoki ໃຫ້ຮູ້ວ່າ ລະຄອນດົນຕີ “ເຈົ້າຍິງ Anio”, ທີ່ຖ່າຍທອດຄືນເລື່ອງລາວການເຊື່ອມຕໍ່ທາງປະຫວັດສາດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ, ໄດ້ເລີ່ມຈັດສະແດງຢູ່ແຂວງ Kanagawa ແລະ ຄາດວ່າຈະສະແດງຢູ່ໂຮງລະຄອນ ໂຟ໊ຮ໊ຽນ ໃນເດືອນ 3/2027.
ພື້ນທີ່ແລກປ່ຽນ ຫວຽດນາມ - ຍີ່ປຸ່ນ ກໍໄດ້ເປີດນຳໃຊ້ຢູ່ມະຫາວິທະຍາໄລໂພລີເຕັກນິກຮ່າໂນ້ຍ ດ້ວຍການສະໜັບສະໜູນຂອງບັນດາວິສາຫະກິດຍີ່ປຸ່ນ, ມຸ່ງໄປສູ່ການຊຸກຍູ້ການຄົ້ນຄວ້າ, ແລກປ່ຽນທາງວິຊາການ ແລະ ຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ.
ໃນຂົງເຂດເສດຖະກິດ ແລະ ເຕັກໂນໂລຊີປາຍແຫຼມ, ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຍີ່ປຸ່ນໃຫ້ຄວາມສຳຄັນ ແລະ ສະໜັບສະໜູນບັນດາທິດທາງປະຕິຮູບຂອງຫວຽດນາມ, ພ້ອມທັງພ້ອມຊຸກຍູ້ການປະສານງານລະຫວ່າງພາກລັດ ແລະ ພາກເອກະຊົນ ເພື່ອສະໜັບສະໜູນຫວຽດນາມປະຕິບັດຮູບແບບການເຕີບໂຕໃໝ່.
ສອງປະເທດພວມຊຸກຍູ້ຢ່າງແຮງການຮ່ວມມືໃນບັນດາຂົງເຂດ ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ພະລັງງານ, ແຮ່ທາດຈຳເປັນ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ. ສະເພາະໃນອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ການຮ່ວມມືຄົ້ນຄວ້າສາກົນລະຫວ່າງບັນດາມະຫາວິທະຍາໄລຂອງສອງປະເທດ ສືບຕໍ່ໄດ້ຮັບການເປີດກວ້າງ.
ພາຍຫຼັງ 5 ກຸ່ມເຊື່ອມໂຍງຮ່ວມມືຄົ້ນຄວ້າສາກົນ ໄດ້ຮັບການຜັນຂະຫຍາຍໃນປີຜ່ານມາ, ຫວຽດນາມ ແລະ ຍີ່ປຸ່ນ ຄາດວ່າຈະປະກາດເພີ່ມອີກ 10 ຫົວຂໍ້ຮ່ວມມືໃໝ່ ໃນລະດູໃບໄມ້ຫຼົ່ນປີນີ້, ມຸ່ງໄປສູ່ເປົ້າໝາຍໃຫ້ຍີ່ປຸ່ນຮັບນັກສຶກສາປະລິນຍາເອກຫວຽດນາມປະມານ 250 ຄົນ.
ຢູ່ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ, ຫຼັກສູດເຕັກໂນໂລຊີຊິບເຄິ່ງຊັກນຳໄຟຟ້າ ປັດຈຸບັນມີນັກສຶກສາ 106 ຄົນພວມສຶກສາ. ແນໃສ່ເພີ່ມທະວີການເຊື່ອມໂຍງລະຫວ່າງວົງການວິຊາການ ແລະ ວິສາຫະກິດ, ກອງສຳມະນາສະເພາະດ້ານເຄິ່ງຊັກນຳໄຟຟ້າ ຫວຽດນາມ - ຍີ່ປຸ່ນ ຄາດວ່າຈະຈັດຂຶ້ນແຕ່ວັນທີ 20-23/9 ໂດຍມີຜູ້ແທນປະມານ 150 ຄົນເຂົ້າຮ່ວມ.
ໃນຂົງເຂດການຫັນປ່ຽນພະລັງງານ, ສອງປະເທດຄາດວ່າຈະຜັນຂະຫຍາຍ 15 ໂຄງການທົດລອງ ໃນຂອບປະຊາຄົມອາຊີປ່ອຍອາຍພິດສຸດທິເທົ່າກັບ 0 (AZEC), ສຸມໃສ່ບັນດາໂຮງໄຟຟ້າຄວາມຮ້ອນທີ່ນຳໃຊ້ອາຍແກັສທຳມະຊາດພາຍໃນປະເທດ ແລະ ອາຍແກັສທຳມະຊາດແຫຼວ (LNG).
ທ່ານ Ito Naoki ຕີລາຄາສູງຄຳໝັ້ນສັນຍາຂອງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ທີ່ການສົນທະນາກັບປະຊາຄົມວິສາຫະກິດຍີ່ປຸ່ນ ວັນທີ 6/9 ຢູ່ເຫວ້ ກ່ຽວກັບການສຳເລັດກົນໄກ, ຮັບປະກັນຄວາມສາມາດປະຕິບັດໄດ້ສຳລັບບັນດາການລົງທຶນໄລຍະຍາວ.
ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່
ໃນຂົງເຂດຄວາມໝັ້ນຄົງ, ປ້ອງກັນຊາດ, ຫວຽດນາມ ແລະ ຍີ່ປຸ່ນ ພວມຜັນຂະຫຍາຍກົນໄກການຊ່ວຍເຫຼືອຄວາມໝັ້ນຄົງທາງການ (OSA) ຢ່າງຕັ້ງໜ້າ, ປະກອບສ່ວນຍົກສູງຄວາມສາມາດບັງຄັບໃຊ້ກົດໝາຍຢູ່ທະເລ.
ການຢ້ຽມຢາມຍີ່ປຸ່ນໃນເດືອນ 7/2026 ຂອງພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນຊາດ - ເຊິ່ງແມ່ນການຢ້ຽມຢາມຍີ່ປຸ່ນຄັ້ງທຳອິດຂອງລັດຖະມົນຕີປ້ອງກັນຊາດຫວຽດນາມ ຫຼັງຈາກ 5 ປີ - ໄດ້ບັນລຸຄວາມເຫັນພ້ອມລະດັບສູງ ກ່ຽວກັບການຮ່ວມມືຄົ້ນຄວ້າ, ພັດທະນາ ແລະ ຮ່ວມຜະລິດອຸປະກອນປ້ອງກັນຊາດ.
ຜູ້ແທນກະຊວງປ້ອງກັນຊາດ ແລະ ບັນດາວິສາຫະກິດຍີ່ປຸ່ນ ຄາດວ່າຈະເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ໃນເດືອນ 12 ທີ່ຈະມາເຖິງ.
ການແລກປ່ຽນປະຊາຊົນລະຫວ່າງສອງປະເທດ ສືບຕໍ່ບັນທຶກບັນດາຜົນສຳເລັດທີ່ຕັ້ງໜ້າ. ໃນ 8 ເດືອນຂອງປີ 2026, ມີນັກທ່ອງທ່ຽວຫວຽດນາມ 505.000 ເທື່ອຄົນໄປຍີ່ປຸ່ນ, ເພີ່ມຂຶ້ນ 5,4%; ໃນຂະນະທີ່ ຈຳນວນນັກທ່ອງທ່ຽວຍີ່ປຸ່ນມາຫວຽດນາມ ບັນລຸ 589.000 ເທື່ອຄົນ, ເພີ່ມຂຶ້ນ 9,2%.
ບັນດາຜົນສຳເລັດເຫຼົ່ານີ້ ສ້າງພື້ນຖານໃຫ້ສອງປະເທດມຸ່ງໄປສູ່ເປົ້າໝາຍບັນລຸ 2 ລ້ານເທື່ອຄົນໄປມາຫາສູ່ກັນ ກ່ອນປີ 2030.
ການຮ່ວມມືປົກປ້ອງລິຂະສິດ ແລະ ພັດທະນາອຸດສາຫະກຳວັດທະນະທຳ ກໍໄດ້ຮັບການເພີ່ມທະວີ ຜ່ານບັນດາກອງສຳມະນາສະເພາະດ້ານ ທີ່ກົມໃຫຍ່ວັດທະນະທຳຍີ່ປຸ່ນ ປະສານກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈັດຂຶ້ນ.
ທ່ານ Ito Naoki ຄາດຫວັງວ່າ ບັນດາການຢ້ຽມຢາມຂັ້ນສູງລະຫວ່າງສອງປະເທດໃນໄລຍະຕໍ່ໄປ ຈະສືບຕໍ່ປັບປຸງ ແລະ ຍົກລະດັບສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ.
ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຍີ່ປຸ່ນຕີລາຄາສູງທ່າແຮງຂອງຫວຽດນາມ, ຖືຫວຽດນາມເປັນໜຶ່ງໃນບັນດາແຮງຂັບເຄື່ອນການເຕີບໂຕຢ່າງວ່ອງໄວ ແລະ ເປັນສູນກາງພັດທະນາຂອງພາກພື້ນ; ພ້ອມທັງໃຫ້ຄຳໝັ້ນສັນຍາສະໜັບສະໜູນຫວຽດນາມໃຫ້ສຳເລັດບົດບາດປະທານ CPTPP ໃນປີນີ້ຢ່າງດີ ແລະ ຈັດກອງປະຊຸມ APEC 2027 ໃຫ້ປະສົບຜົນສຳເລັດ.
ຍສໝ - ພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ ຢູ່ Fukuoka ແມ່ນໂອກາດເພື່ອປັບປຸງການຜູກພັນກັບອຳນາດການປົກຄອງ ແລະ ເພື່ອນມິດຍີ່ປຸ່ນ, ພ້ອມທັງຢືນຢັນບົດບາດຂົວເຊື່ອມຂອງປະຊາຄົມຊາວຫວຽດນາມຢູ່ Kyushu-Okinawa ໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ. |
ຍສໝ - ວັນທີ 3/9, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບທ່ານ Saito Hiroaki, ສະມາຊິກສະພາຕ່ຳ, ປະທານຄະນະກຳມະການສຶກສາ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີ ຂອງສະພາຕ່ຳຍີ່ປຸ່ນ, ພ້ອມດ້ວຍບັນດາສະມາຊິກສະພາຜູ້ແທນພັກເສລີປະຊາທິປະໄຕ ແລະ ພັກພັນທະມິດປະຕິຮູບສາຍກາງຍີ່ປຸ່ນ. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ພັດທະນາຊັບພະຍາກອນມະນຸດ. |
ດວງດີ
