ຫວຽດນາມ - ຕວກກີ ມຸ່ງໄປສູ່ການຍົກລະດັບສາຍພົວພັນເປັນຄູ່ຮ່ວມຍຸດທະສາດ

16:10 | 22/09/2026

ຍສໝ - ວັນທີ 21/9 (ຕາມເວລາທ້ອງຖິ່ນ), ຢູ່ນອກຂອບເຂດສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 81 ທີ່ New York (ສະຫະລັດອາເມລິກາ), ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານ Recep Tayyip Erdogan, ປະທານາທິບໍດີຕວກກີ ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ສາຍພົວພັນສອງຝ່າຍ, ໃນນັ້ນ ມີການຄົ້ນຄວ້າຍົກລະດັບສາຍພົວພັນເປັນຄູ່ຮ່ວມຍຸດທະສາດ ແລະ ມຸ່ງໄປສູ່ເປົ້າໝາຍການຄ້າ 4 ຕື້ USD.

ບັນດາທ້ອງຖິ່ນເລັ່ງລັດການກວດສຸຂະພາບຟຣີໃຫ້ປະຊາຊົນ ງານບຸນຫວຽດນາມ ຖືກຈັດຂຶ້ນຢູ່ Ibaraki ເປັນຄັ້ງທຳອິດ
ຫວຽດນາມ - ຕວກກີ ມຸ່ງໄປສູ່ການຍົກລະດັບສາຍພົວພັນເປັນຄູ່ຮ່ວມຍຸດທະສາດ
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ພົບປະກັບທ່ານ Recep Tayyip Erdogan, ປະທານາທິບໍດີຕວກກີ ຢູ່ນອກຂອບເຂດສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 81.

ທີ່ການພົບປະ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຂອງສາຍພົວພັນ ຫວຽດນາມ - ຕວກກີ ໃນໄລຍະຜ່ານມາ. ດ້ວຍບັນດາຈຸດຄ້າຍຄືກັນ ແລະ ລັກສະນະສົ່ງເສີມກັນຂອງສອງເສດຖະກິດ, ທ່ານ ໂຕເລິມ ເຫັນວ່າ ສອງຝ່າຍຕ້ອງສືບຕໍ່ເພີ່ມທະວີການຮ່ວມມື, ສົ່ງເສີມບົດບາດໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ຍືນຍົງ.

ບົນພື້ນຖານນັ້ນ, ທ່ານ ໂຕເລິມ ສະເໜີໃຫ້ສອງປະເທດຮ່ວມກັນຄົ້ນຄວ້າ, ເຫັນດີຕໍ່ຖະແຫຼງການຮ່ວມ ກ່ຽວກັບການຍົກລະດັບສາຍພົວພັນ ຫວຽດນາມ - ຕວກກີ ຂຶ້ນເປັນຄູ່ຮ່ວມຍຸດທະສາດ; ຊຸກຍູ້ການຮ່ວມມືສອງຝ່າຍ ແລະ ເພີ່ມທະວີການພົບປະ, ແລກປ່ຽນຄະນະ, ໂດຍສະເພາະ ລະດັບສູງ.

ສອງຝ່າຍຍັງມຸ່ງໄປສູ່ເປົ້າໝາຍຍົກການຄ້າສອງຝ່າຍໃຫ້ບັນລຸ 4 ຕື້ USD ຜ່ານການທີ່ຕວກກີຮັບຮອງກົນໄກເສດຖະກິດຕະຫຼາດຂອງຫວຽດນາມ, ເພີ່ມທະວີການເປີດຕະຫຼາດໃຫ້ກັນ ແລະ ຈຳກັດບັນດາອຸປະສັກການຄ້າ.

ຄຽງຄູ່ກັບນັ້ນ, ສອງປະເທດເຫັນດີເປີດກວ້າງການຮ່ວມມືໃນບັນດາຂົງເຂດຍຸດທະສາດ ແລະ ມີທ່າແຮງ ເຊັ່ນ: ອຸດສາຫະກຳປ້ອງກັນຊາດ, ຄວາມໝັ້ນຄົງ, ອາຫານ Halal, ວິທະຍາສາດ, ເຕັກໂນໂລຊີ, logistics ແລະ ການຮ່ວມມືທ້ອງຖິ່ນ.

ທ່ານ Recep Tayyip Erdogan ສະເໜີໃຫ້ຫວຽດນາມ ແລະ ຕວກກີ ເພີ່ມທະວີການປະສານງານ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ບັນດາຄວາມພະຍາຍາມເພື່ອສັນຕິພາບ ແລະ ແກ້ໄຂຄວາມຂັດແຍ່ງຢູ່ພາກພື້ນຕາເວັນອອກກາງ.

ຜູ້ນຳສອງທ່ານ ເຫັນດີຊຸກຍູ້ການປຶກສາຫາລື, ປະສານງານ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີຫຼາຍຝ່າຍ, ໃນນັ້ນ ມີສະຫະປະຊາຊາດ; ສົ່ງເສີມບົດບາດຂົວເຊື່ອມ ເພື່ອຊຸກຍູ້ການຮ່ວມມື, ລັດທິຫຼາຍຝ່າຍ, ເຊີດຊູກົດໝາຍສາກົນ, ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ.

ຕາມນັ້ນ, ຫວຽດນາມຈະສົ່ງເສີມບົດບາດເຊື່ອມໂຍງກັບກຸ່ມບັນດາເສດຖະກິດພັດທະນາ ແລະ ເກີດໃໝ່ຊັ້ນນຳຂອງໂລກ (G20), ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ໃນຂະນະທີ່ ຕວກກີ ຈະເພີ່ມທະວີການເຊື່ອມໂຍງກັບ ASEAN ແລະ ເວທີຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC).

ຫວຽດນາມ - ລາວ ເຮັດໃຫ້ຄວາມຜູກພັນທາງຍຸດທະສາດເລິກເຊິ່ງຍິ່ງຂຶ້ນ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ ຫວຽດນາມ - ລາວ ເຮັດໃຫ້ຄວາມຜູກພັນທາງຍຸດທະສາດເລິກເຊິ່ງຍິ່ງຂຶ້ນ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ
ຍສໝ - ວັນທີ 21/9, ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ໄດ້ດຳເນີນການເຈລະຈາກັບທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີຜູ້ປະຈຳລາວ, ເຫັນດີສືບຕໍ່ເຮັດໃຫ້ເນື້ອໃນ “ຄວາມຜູກພັນທາງຍຸດທະສາດ” ເລິກເຊິ່ງຍິ່ງຂຶ້ນ, ສ້າງການບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາໂຄງການ, ວິສາຫະກິດຂອງສອງປະເທດ.
ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຢ້ຽມຢາມບັນດາໂຄງການຮ່ວມມື ຫວຽດນາມ - ລາວ ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຢ້ຽມຢາມບັນດາໂຄງການຮ່ວມມື ຫວຽດນາມ - ລາວ
ຍສໝ - ຕອນເຊົ້າວັນທີ 21/9, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ສຳຫຼວດ, ຢ້ຽມຢາມບາງສິ່ງກໍ່ສ້າງ ແລະ ໂຄງການຮ່ວມມືມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນຫຼວງວຽງຈັນ, ຄອບຄຸມຕັ້ງແຕ່ການຄຸ້ມຄອງປະຊາກອນ, ຄວາມໝັ້ນຄົງ ໄປຈົນເຖິງວັດທະນະທຳ ແລະ ການສຶກສາ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ