ສະເຫຼີມສະຫຼອງວັນຊາດ ຢູ່ ໂຕກຽວ: ຫວຽດນາມ ແລະ ຍີ່ປຸ່ນ ຮັດແໜ້ນສາຍພົວພັນ, ພ້ອມກັນສ້າງສາອະນາຄົດ

09:28 | 22/09/2026

ຍສໝ - ການສະເລີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 81 ປີ ໂດຍ ສະຖານທູດ ປະຈຳ ຍີ່ປຸ່ນ ຈັດຂຶ້ນໃນວັນທີ 18 ກັນຍາ ບໍ່ພຽງແຕ່ແມ່ນໂອກາດ ທົບທວນຄືນມຸດໝາຍປະວັດສາດ ເທົ່ານັ້ນ ແຕ່ຍັງໄດ້ສົ່ງຂ່າວສານຢ່າງແຂງແຮງ ກ່ຽວກັບສາຍພົວພັນສອງຝ່າຍ. ໃນເຫດການ, ສອງປະເທດ ໄດ້ຢືນຢັນຄືນໃໝ່ ຄວາມຕັດສິນໃຈເຄື່ອນໄຫວຄຽງຄູ່, ເພີ່ມທະວີການຮ່ວມມື ແລະ ເປີດກວ້າງຍຸກສະໄໝການຂະຫຍາຍຕົວໃໝ່.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ນ້ຳໃຈອັນອົບອຸ່ນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນຈຸດສູນກາງແຜ່ນດິນໄຫວ

ສະເຫຼີມສະຫຼອງວັນຊາດ ຢູ່ ໂຕກຽວ: ຫວຽດນາມ ແລະ ຍີ່ປຸ່ນ ຮັດແໜ້ນສາຍພົວພັນ, ພ້ອມກັນສ້າງສາອະນາຄົດ
ພິທີສະເລີມສະຫຼອງວັນຊາດ ຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ດຳເນີນໄປ ໂດຍມີການເຂົ້າຮ່ວມຂອງ ຜູ້ຕາງໜ້າ 750 ທ່ານ. ຕາງໜ້າຝ່າຍ ຍີ່ປຸ່ນ ລວມມີ ທ່ານ ໂມເຕກິ ໂທຊິມິດຊຸ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຄາທາຍາມະ ຊາຊູກິ ລັດຖະມົນຕີກະຊວງການເງິນ ແລະ ທ່ານນາງ ໂອບຸຈິ ຢູໂກະ ປະທານພັນທະມິດສະມາຊິກສະພາຮັກສາສາຍພົວພັນມິດຕະພາບ ຕ່າງກໍ່ໄດ້ສະແດງຄວາມມຸ່ງຫວັງ ເປີດກວ້າງການຮ່ວມມືຮອບດ້ານ ກ່ຽວກັບການຕ່າງປະເທດ, ການເງິນ, ເຄິ່ງຕົວນຳ, AI ແລະ ນິຕິບັນຍັດ ແນ່ໃສ່ສ້າງກຳລັງຂັບເຄື່ອນການເຕີບໂຕຮ່ວມກັນ.ກ່ຽວກັບຝ່າຍ ຫວຽດນາມ, ທ່ານ ເອກອັກຄະລັດຖະທູດ ຟ້າມກວ້າງຫ້ຽວ ຢືນຢັນວ່າ ສາຍພົວພັນສອງຝ່າຍ ກຳລັງຢູ່ໃນໄລຍະທີ່ດີງາມທີ່ສຸດ, ໂດຍສະເພາະແມ່ນໄດ້ຮັບການເພີ່ມກຳລັງຂັບເຄື່ອນ ພາຍຫຼັງການຢ້ຽມຢາມຂອງ ທ່ານນາງ ທາໄຄຈິ ຊານາເອະ ນາຍົກລັດຖະມົນຕີ ໃນເດືອນ 5/2026. ທ່ານ ເອກອັກຄະລັດຖະທູດ ຕີລາຄາສູງ ການປະກອບສ່ວນຂອງສັງຄົມຄົນ ຫວຽດນາມ, ພ້ອມກັນນັ້ນ ກໍ່ຄຳໝັ້ນສັນຍາ ຈະສືບຕໍ່ເຮັດບົດບາດເປັນຂົວຕໍ່ ນຳເອົາມິດຕະພາບຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ຂະຫຍາຍຕົວຢ່າງມີປະສິດທິພາບຕົວຈິງ ແລະ ຍືນຍົງ ເທື່ອລະກ້າວ

ເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ
ຍສໝ - ໃນຕອນບ່າຍຂອງວັນທີ 22 ກໍລະກົດ 2019, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ມີການຕ້ອນຮັບ ທ່ານ Tsutomu Takebe, ຜູ້ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ.
ຫວຽດນາມ ແລະ ຍີ່ປຸ່ນຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19 ຫວຽດນາມ ແລະ ຍີ່ປຸ່ນຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19
ຍສໝ - ຫວຽດນາມ ແລະ ຍີ່ປຸ່ນ ຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19 ນີ້ແມ່ນຂໍ້ສັງເກດ ຂອງທ່ານນາງ Santo Akiko ປະທານສະພາສູງ ຍີ່ປຸ່ນເນື່ອງໃນໂອກາດໃຫ້ການຕ້ອນ ຮັບທ່ານ ຫວູຮົ່ງນາມ ເອກອັກຄະລັດ ຖະທູດຫວຽດນາມປະຈຳຍີ່ປຸນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ