ຂົວເຊື່ອມແຫ່ງຄວາມໄວ້ວາງໃຈ ເຊື່ອມຕໍ່ຫວຽດນາມກັບເພື່ອນມິດທົ່ວໂລກ

21:37 | 09/09/2026

ຍສໝ - ຫວນຄືນ 10 ປີແຫ່ງການຮ່ວມມືກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານນາງ Margot Carlson Delogne, ຜູ້ກໍ່ຕັ້ງອົງການ 2 Sides Project (ສະຫະລັດອາເມລິກາ), ໃຫ້ຮູ້ວ່າ ສາຍພົວພັນລະຫວ່າງສອງຝ່າຍ ໄດ້ຮັບການສ້າງຂຶ້ນບົນພື້ນຖານມິດຕະພາບ, ຄວາມໄວ້ວາງໃຈ, ການເຄົາລົບເຊິ່ງກັນ ແລະ ກັນ ແລະ ຄຳໝັ້ນສັນຍາຮ່ວມຕໍ່ສັນຕິພາບ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນບັນດາປະເທດ. ໃນຈົດໝາຍຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031, ທ່ານນາງສະແດງຄວາມປາດຖະໜາໃຫ້ສອງຝ່າຍສືບຕໍ່ຮ່ວມມືເພື່ອສັນຕິພາບ, ມິດຕະພາບ ແລະ ຈິດໃຈມະນຸດສະທຳຮ່ວມກັນ.

ສ້າງຂົວເຊື່ອມມິດຕະພາບ ຫວຽດນາມ - ຈີນ ເພີ່ມຕື່ມ ຄວາມ​ຕັ້ງຫວັງ ແລະ ຂໍ້ສະເໜີ - ບົດທີ 1
ຂົວເຊື່ອມແຫ່ງຄວາມໄວ້ວາງໃຈ ເຊື່ອມຕໍ່ຫວຽດນາມກັບເພື່ອນມິດທົ່ວໂລກ
ທ່ານນາງ Margot Carlson Delogne, ຜູ້ກໍ່ຕັ້ງ 2 Sides Project, ໃນໂຄງການ “ພົບປະສອງຝ່າຍ” ຢູ່ຮ່າໂນ້ຍ, ເດືອນ 12/2025. (ພາບ: ດິງຮວ່າ)

ວາລະສານ ຍຸກສະໄໝ ຂໍແນະນຳເນື້ອໃນຈົດໝາຍຂອງທ່ານນາງ Margot Carlson Delogne ດັ່ງນີ້:

ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນທີ່ສຸດ ເຖິງທ່ານ ຟານແອັງເຊີນ, ປະທານສະຫະພັນ ແລະ ບັນດາທ່ານການນຳຂອງສະຫະພັນ.

ໃນໄລຍະ 10 ປີຜ່ານມາ, ສາຍພົວພັນຮ່ວມມືລະຫວ່າງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ 2 Sides Project ແມ່ນເສັ້ນທາງທີ່ມີຄວາມໝາຍ, ຊຶ່ງໄດ້ຮັບການສ້າງຂຶ້ນບົນພື້ນຖານມິດຕະພາບ, ຄວາມໄວ້ວາງໃຈ, ການເຄົາລົບເຊິ່ງກັນ ແລະ ກັນ ແລະ ຄຳໝັ້ນສັນຍາຮ່ວມຕໍ່ສັນຕິພາບ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນບັນດາປະເທດ.

ຂົວເຊື່ອມແຫ່ງຄວາມໄວ້ວາງໃຈ ເຊື່ອມຕໍ່ຫວຽດນາມກັບເພື່ອນມິດທົ່ວໂລກ
ທ່ານນາງ Margot Carlson Delogne, ຜູ້ກໍ່ຕັ້ງ 2 Sides Project, ໃນໂຄງການ “ພົບປະສອງຝ່າຍ” ຢູ່ຮ່າໂນ້ຍ, ເດືອນ 12/2025. (ພາບ: ດິງຮວ່າ)

ຂ້າພະເຈົ້າຮູ້ສຶກຊາບຊຶ້ງ ແລະ ເຫັນຄຸນຄ່າຢ່າງຍິ່ງຕໍ່ການຮັບຮູ້ທີ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບໃຫ້ແກ່ຂ້າພະເຈົ້າ ແລະ 2 Sides Project ໃນການຢ້ຽມຢາມຫວຽດນາມຄັ້ງຫຼ້າສຸດ, ເນື່ອງໃນໂອກາດສອງຝ່າຍສະເຫຼີມສະຫຼອງ 10 ປີແຫ່ງສາຍພົວພັນຮ່ວມມື. ການຮັບຮູ້ນີ້ ສະແດງເຖິງມິດຕະພາບອັນແໜ້ນແຟ້ນລະຫວ່າງສອງອົງການ ແລະ ບັນດາສາຍພົວພັນອັນມີຄວາມໝາຍທີ່ສ້າງຂຶ້ນຈາກຄວາມພະຍາຍາມຮ່ວມກັນຂອງພວກເຮົາ.

ນັບແຕ່ສ້າງຕັ້ງມາ, ພາລະກິດຂອງ 2 Sides Project ແມ່ນຊຸກຍູ້ການປິ່ນປົວບາດແຜ, ການປອງດອງ ແລະ ການເຊື່ອມໂຍງປະຊາຊົນ ຜ່ານການແບ່ງປັນເລື່ອງລາວ, ເພີ່ມທະວີຄວາມເຂົ້າໃຈ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາວັດທະນະທຳ. ສາຍພົວພັນຮ່ວມມືກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນໃນການປະຕິບັດພາລະກິດນີ້, ພ້ອມທັງຊ່ວຍໃຫ້ພວກເຮົາ, ເຖິງວ່າຈະພຽງແຕ່ຢູ່ໃນຂອບເຂດອັນຈຳກັດຂອງຕົນ, ສາມາດປະກອບສ່ວນເຂົ້າໃນມິດຕະພາບລະຫວ່າງປະຊາຊົນຫວຽດນາມກັບປະຊາຊົນບັນດາປະເທດໃນທົ່ວໂລກ.

ຂົວເຊື່ອມແຫ່ງຄວາມໄວ້ວາງໃຈ ເຊື່ອມຕໍ່ຫວຽດນາມກັບເພື່ອນມິດທົ່ວໂລກ
ຜູ້ຕາງໜ້າສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ມອບສົ່ງອາຄານທີ່ຢູ່ອາໄສ ໂດຍ 2 Sides Project ແລະ ໂຮງຮຽນສິລະປະ Cab Calloway ໃຫ້ການສະໜັບສະໜູນ ໃຫ້ແກ່ທ່ານນາງ ຫງວຽນທິເລີ້ຍ ແລະ ນ້ອງສາວ ຢູ່ນະຄອນໂຮ່ຈິມິນ, ເດືອນ 1/2025.

ຂ້າພະເຈົ້າເຫັນຄຸນຄ່າຢ່າງສູງຕໍ່ການສະໜັບສະໜູນ, ການຮ່ວມມື ແລະ ມິດຕະພາບທີ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບໃຫ້ພວກເຮົາຕະຫຼອດເສັ້ນທາງແຫ່ງການຮ່ວມມືຂອງສອງຝ່າຍ. ຄວາມທຸ່ມເທຂອງສະຫະພັນໃນການເພີ່ມທະວີມິດຕະພາບ ແລະ ຄວາມສາມັກຄີສາກົນ ແມ່ນຕົວຢ່າງທີ່ສ້າງແຮງບັນດານໃຈຢ່າງຍິ່ງ ກ່ຽວກັບພະລັງຂອງການຕ່າງປະເທດປະຊາຊົນ ແລະ ຄວາມສຳຄັນຂອງການສ້າງບັນດາຂົວເຊື່ອມແຫ່ງຄວາມເຂົ້າໃຈ.

ເມື່ອສະຫະພັນບັນດາອົງການມິດຕະພາບຫວຽດນາມ ກ້າວເຂົ້າສູ່ບົດໃໝ່ພາຍຫຼັງກອງປະຊຸມໃຫຍ່ ອາຍຸການ 2026-2031, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນຈິງໃຈທີ່ສຸດ, ຂໍອວຍພອນໃຫ້ສະຫະພັນສືບຕໍ່ປະສົບຜົນສຳເລັດ, ນັບມື້ນັບເຂັ້ມແຂງ ແລະ ບັນລຸຫຼາຍຜົນສຳເລັດໃນການປະຕິບັດພາລະກິດອັນສຳຄັນຂອງຕົນ. ຂໍໃຫ້ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສືບຕໍ່ພັດທະນາຢ່າງເຂັ້ມແຂງ, ເປັນຂົວເຊື່ອມແຫ່ງຄວາມໄວ້ວາງໃຈ ເຊື່ອມຕໍ່ຫວຽດນາມກັບເພື່ອນມິດ ແລະ ບັນດາຄູ່ຮ່ວມຢູ່ທົ່ວໂລກ.

ເຖິງວ່າບໍ່ສາມາດເຂົ້າຮ່ວມກອງປະຊຸມໃຫຍ່ໂດຍກົງ, ແຕ່ຂໍໃຫ້ບັນດາທ່ານຮັບຮູ້ວ່າ ຂ້າພະເຈົ້າຍາມໃດກໍມຸ່ງໃຈໄປຫາສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ຂໍສົ່ງການສະໜັບສະໜູນຢ່າງຈິງໃຈໃນໂອກາດອັນມີຄວາມໝາຍນີ້. ຂ້າພະເຈົ້າປາດຖະໜາສືບຕໍ່ຮັກສາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຝ່າຍໃນຊຸມປີຕໍ່ໜ້າ, ພ້ອມທັງສ້າງໂອກາດໃໝ່ເພີ່ມຕື່ມ ເພື່ອຮ່ວມກັນເຮັດວຽກເພື່ອສັນຕິພາບ, ມິດຕະພາບ ແລະ ຈິດໃຈມະນຸດສະທຳທີ່ພວກເຮົາມີຮ່ວມກັນ.

Margot Carlson Delogne

ຜູ້ກໍ່ຕັ້ງ 2 Sides Project

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031 ຈະຈັດຂຶ້ນໃນວັນທີ 14/9/2026 ຢູ່ຮ່າໂນ້ຍ, ເພື່ອສະຫຼຸບ, ຕີລາຄາຢ່າງຮອບດ້ານຜົນການປະຕິບັດມະຕິກອງປະຊຸມໃຫຍ່ ອາຍຸການ 2019-2026; ກຳນົດທິດທາງ, ໜ້າທີ່ວຽກງານສຳລັບອາຍຸການ 2026-2031 ແລະ ບູລະນະດ້ານບຸກຄະລາກອນ, ໂຄງຮ່າງການຈັດຕັ້ງໃຫ້ສົມບູນ.
ຍິ່ງເຂົ້າໃຈ ຍິ່ງເຊື່ອໝັ້ນ ຍິ່ງເລິກເຊິ່ງ ຍິ່ງເຂົ້າໃຈ ຍິ່ງເຊື່ອໝັ້ນ ຍິ່ງເລິກເຊິ່ງ
ຍສໝ - ນັ້ນແມ່ນຄຳເຫັນຂອງທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດກູບາປະຈຳຫວຽດນາມ ກ່ຽວກັບສາຍພົວພັນປະຊາຊົນ ຫວຽດນາມ - ກູບາ.
ສະມາຄົມມິດຕະພາບ ລາວ - ຫວຽດນາມ ຊົມເຊີຍກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຊົມເຊີຍກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ
ຍສໝ - ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031, ສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ. ໂທລະເລກໄດ້ຕີລາຄາສູງບັນດາການປະກອບສ່ວນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນພາລະກິດປົກປ້ອງ, ສ້າງສາ ແລະ ພັດທະນາປະເທດ, ເພື່ອສັນຕິພາບ, ມິດຕະພາບ, ເອກະລາດຂອງຊາດ ແລະ ຄວາມສາມັກຄີສາກົນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ