| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບບັນດາການນຳ ຈີນ ສື່ມວນຊົນສາກົນລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ |
![]() |
| ການນຳສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ມອບທຸງໃຫ້ແກ່ຜູ້ແທນຊາວໜຸ່ມສອງປະເທດ ໃນໂຄງການ “ງານມະໂຫລານປະຊາຊົນຊາຍແດນ ຫວຽດນາມ - ຈີນ ແລະ ການເດີນທາງສີແດງຄົ້ນຄວ້າ, ຮ່ຳຮຽນຂອງຊາວໜຸ່ມ ປີ 2026” ຢູ່ກວາງຊີ (ຈີນ), ເດືອນ 4/2026. |
ຕາມແຜນການ, ກອງປະຊຸມໃຫຍ່ຈະຈັດຂຶ້ນໃນວັນທີ 14/9/2026 ຢູ່ຮ່າໂນ້ຍ, ເພື່ອສະຫຼຸບ, ຕີລາຄາຢ່າງຮອບດ້ານຜົນການປະຕິບັດມະຕິກອງປະຊຸມໃຫຍ່ ອາຍຸການ 2019-2026; ກຳນົດທິດທາງ, ໜ້າທີ່ວຽກງານສຳລັບອາຍຸການ 2026-2031 ແລະ ບູລະນະດ້ານບຸກຄະລາກອນ, ໂຄງຮ່າງການຈັດຕັ້ງໃຫ້ສົມບູນ.
ຈົດໝາຍຊົມເຊີຍຂອງສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ລະບຸວ່າ, ພາຍໃຕ້ການກຳນົດທິດທາງຍຸດທະສາດຂອງການນຳສູງສຸດສອງພັກ, ສອງປະເທດ, ສາຍພົວພັນ ຫວຽດນາມ - ຈີນ ສືບຕໍ່ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າ. ເດືອນ 4/2026, ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ພົບປະກັບທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ເນື່ອງໃນໂອກາດຜູ້ນຳຫວຽດນາມຢ້ຽມຢາມຈີນ. ຕາມຈົດໝາຍ, ການພົບປະຄັ້ງນີ້ ໄດ້ວາງແຜນຍຸດທະສາດສຳລັບການສ້າງ ປະຊາຄົມຮ່ວມອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດໃນລະດັບສູງກວ່າ.
![]() |
| ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ ໃນການພົບປະຊາວໜຸ່ມສອງປະເທດທີ່ເຂົ້າຮ່ວມໂຄງການ “ການເດີນທາງສີແດງຄົ້ນຄວ້າ, ຮ່ຳຮຽນ” ຢູ່ປັກກິ່ງ, ວັນທີ 15/4/2026. |
ໂດຍເນັ້ນໜັກວ່າ “ສາຍພົວພັນລະຫວ່າງປະເທດ ສຳຄັນຢູ່ທີ່ຄວາມໃກ້ຊິດລະຫວ່າງປະຊາຊົນ”, ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ໄດ້ຕີລາຄາສູງວ່າ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ພະຍາຍາມມາເປັນເວລາຍາວນານ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ; ຕັ້ງໜ້າຊຸກຍູ້ການແລກປ່ຽນ, ການຮ່ວມມືໃນບັນດາຂົງເຂດການເມືອງ, ເສດຖະກິດ - ການຄ້າ, ມະນຸດສາດ, ຊາວໜຸ່ມ ແລະ ທ້ອງຖິ່ນ; ໄດ້ປະກອບສ່ວນອັນລ້ຳຄ່າໃນການຊຸກຍູ້ພາລະກິດມິດຕະພາບປະຊາຊົນ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງແຂງແຮງ.
ຕາມສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ, ປີ 2026 ແມ່ນປີເລີ່ມຕົ້ນຂອງແຜນການ 5 ປີ ຄັ້ງທີ 15 ຂອງຈີນ ແລະ ຍຸກແຫ່ງການພັດທະນາໃໝ່ຂອງຊາດຫວຽດນາມ; ພາລະກິດປະຕິຮູບ ແລະ ພັດທະນາຂອງແຕ່ລະປະເທດ ລ້ວນແຕ່ກ້າວເຂົ້າສູ່ໄລຍະທີ່ມີຄວາມສຳຄັນຕັດສິນ.
“ມຸ່ງສູ່ອະນາຄົດ, ສະມາຄົມຂອງພວກເຮົາປາດຖະໜາຢາກຮ່ວມກັບສະຫະພັນຂອງທ່ານ ນຳເອົາບັນດາທິດທາງຍຸດທະສາດທີ່ການນຳສູງສຸດຂອງສອງພັກ, ສອງປະເທດໄດ້ກຳນົດ ໄປສູ່ຄວາມຮັບຮູ້ຮ່ວມ ແລະ ການກະທຳຢ່າງເປັນຮູບປະທຳ; ສົ່ງເສີມຢ່າງເຕັມສ່ວນບົດບາດອັນສະເພາະ ແລະ ສຳຄັນຂອງມິດຕະພາບປະຊາຊົນ; ຮ່ວມກັນຈັດບັນດາໂຄງການໃຫ້ດີ ເຊັ່ນ: ການເດີນທາງສີແດງຄົ້ນຄວ້າ, ຮ່ຳຮຽນຂອງຊາວໜຸ່ມຫວຽດນາມຢູ່ຈີນ, ເວທີປາໄສປະຊາຊົນ ຫວຽດນາມ - ຈີນ, ງານມະໂຫລານປະຊາຊົນຊາຍແດນ ຫວຽດນາມ - ຈີນ; ສ້າງຂົວເຊື່ອມເພີ່ມຕື່ມໃຫ້ແກ່ການແລກປ່ຽນປະຊາຊົນ, ການຮ່ວມມືຢ່າງແທດຈິງ, ການແລກປ່ຽນມະນຸດສາດ ແລະ ມິດຕະພາບລະຫວ່າງຊາວໜຸ່ມ, ເຍົາວະຊົນສອງປະເທດ”, ຈົດໝາຍຂຽນ.
![]() |
| ບັນດາຜູ້ແທນຢ້ຽມຊົມສູນຮ່ວມມືປະຍຸກໃຊ້ປັນຍາປະດິດ ຈີນ - ASEAN ໃນຂອບເຂດໂຄງການແລກປ່ຽນປະຊາຊົນ ຫວຽດນາມ - ຈີນ ຢູ່ກວາງຊີ, ເດືອນ 4/2026. |
ພ້ອມກັນນັ້ນ, ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ຍັງປາດຖະໜາໃຫ້ການສ້າງ ປະຊາຄົມຮ່ວມອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດໃນລະດັບສູງກວ່າ ບັນລຸໝາກຜົນໃໝ່ຢ່າງບໍ່ຢຸດຢັ້ງ, ນຳມາເຊິ່ງຜົນປະໂຫຍດຫຼາຍຂຶ້ນໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງປະເທດ; ສອງຝ່າຍຮ່ວມກັນສ້າງບັນດາການປະກອບສ່ວນໃໝ່ໃຫ້ແກ່ສະຖຽນລະພາບ, ການພັດທະນາຂອງພາກພື້ນ ກໍຄືພາລະກິດສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດ.
ຕອນເຊົ້າວັນທີ 15 ເມສາ, ພາຍຫຼັງພິທີຕ້ອນຮັບ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ມີການພົບປະສອງຝ່າຍກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ. |
ບັນດາເອກະສານຮ່ວມມື ລວມມີ: ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງນະຄອນ ຮ່າໂນ້ຍ ແລະ ນະຄອນ ປັກກິ່ງ ໄລຍະ 2026 – 2030 |
ມິງດຶກ


