ຍສໝ - ໃນຕອນບ່າຍວັນທີ 23 ມິຖຸນາ, ຢູ່ທີ່ຮານ້ອຍ, ທ່ານ ຫງວຽນແທງງີ້, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ ໄດ້ມີກອງປະຊຸມເຮັດວຽກຮ່ວມກັບ ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ກ່ຽວກັບວຽກງານການວິໄຈວິທະຍາສາດ ເຕັກໂນໂລຊີ ແລະ ບາງໜ້າທີ່ຈຸດສຸມພາຍໃດໄລຍະຕໍ່ໜ້າ. ເຂົ້າຮ່ວມນຳມີ ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ, ຄະນະອຳນວຍການບັນດາສະຖາບັນວິໄຈ, ຊ່ຽວຊານ ແລະ ນັກວິທະຍາສາດ.
ຍສໝ - ນັບແຕ່ວັນທີ 9 ຫາ ວັນທີ 20 ມິຖຸນາ, ໂຮງຮຽນລະດູຮ້ອນຍົກສູງກ່ຽວກັບທິດສະດີ ກວນເຕີມ ແລະ ກຳລັງແຮງດຶງດູດ ກວນເຕີມ 2025 ໄດ້ໄຂຂຶ້ນຢູ່ສູນວິທະຍາສາດສາກົນ ແລະ ການສຶກສາລະຫວ່າງຂະແໜງການ (ICISE), ນະຄອນ ກຸຍເຍີນ (ແຂວງ ບິງດິ້ງ). ດ້ວຍການເຂົ້າຮ່ວມຂອງນັກວິທະຍາສາດ ກວ່າ 60 ທ່ານທີ່ມາຈາກ 22 ປະເທດ ແລະ ເຂດແຄ້ວນ, ເຫດການດັ່ງກ່າວໄດ້ຕີລາຄາວ່າແມ່ນບາດກ້າວສຳຄັນເພື່ອຍົກສູງທີ່ຕັ້ງວິທະຍາສາດພື້ນຖານຂອງຫວຽດນາມໃນເວທີສາກົນ.
ຍສໝ - ສັນຍາວ່າດ້ວຍການຮ່ວມມືດ້ານວິທະຍາສາດ ລະຫວ່າງບັນດາສະຖາບັນ ແລະ ວິທະຍາໄລ ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ຍສໝ - ກອງປະຊຸມໄດ້ດຶງດູດນັກຊ່ຽວຊານ, ທ່ານໝໍ ແລະ ນັກສຶກສາການແພດພື້ນເມືອງກວ່າ 60 ຄົນ. ເປົ້າໝາຍຂອງກອງປະຊຸມສໍາມະນາ ແມ່ນເພື່ອປະກອບ ສ່ວນຊຸກຍູ້ບັນດາຂໍ້ລິເລີ່ມໃໝ່ທີ່ໜ້າສົນໃຈ ແລະ ທີ່ດີ ເພື່ອຢຸດຕິການນຳໃຊ້ ແລະ ບົ່ງຢາສັດປ່າທີ່ໃກ້ຈະສູນພັນ ແລະ ຫາຍາກທີ່ຕ້ອງໄດ້ຮັບການປົກປ້ອງ.
ຍສໝ-ລາງວັນວິທະຍາສາດເຕັກໂນໂລຊີ ລູກໂລກທອງຄໍາ ປີ 2022 ຜັນຂະຫຍາຍການຄັດເລືອກໄວໜຸ່ມທີ່ມີຄວາມເກັ່ງກ້າສາມາດດີເດັ່ນດ້ານວິທະຍາສາດເຕັກໂນໂລຢີ ຈໍານວນ 10 ຄົນ ໃນ 5 ຂົງເຂດ: ເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນ ແລະ ຫັນເປັນອັດຕະໂນມັດ; ເຕັກໂນໂລຢີການແພດການຢາ; ເຕັກໂນໂລຢີຊີວະສາດ; ເຕັກໂນໂລຢີສິ່ງແວດລ້ອມ; ເຕັກໂນໂລຢີວັດສະດຸໃໝ່.
ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາວ່າ ການເຄື່ອນໄຫວເຊີດຊູປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີດີເດັ່ນ ແມ່ນຮູບການມີຄວາມໝາຍວັດທະນະທຳມະນຸດໃຫຍ່
ການປະຕິວັດອຸດສາຫະກໍາ ຄັ້ງທີ 4 ພວມດໍາເນີນໄປຢ່າງແຮງ, ໃນສະພາບການວິທະຍາສາດ ແລະເຕັກໂນໂລຢີພວມກາຍເປັນປັດໄຈຕົ້ນຕໍຍົກສູງສະມັດຕະພາບ, ຄຸນນະພາບ, ກໍາລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະລາວ ໄດ້ຮັບການຍູ້ແຮງ, ປະຕິບັດຢ່າງມີປະສິດທິຜົນ ແລະແທດຈິງ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ສອງປະເທດ.
ຜ່ານການເຂົ້າຮ່ວມແຂ່ງຂັນບັນດາກິດຈະກຳຄັ້ງນີ້ ນັກຮຽນຈາກໂຮງຮຽນ ມສ ວຽງຈັນ ສາມາດຍາດໄດ້ຫຼຽນເງິນ 1 ຫຼຽນ ຈາກການນຳສະເໜີໂພສເຕີ ແລະ ໂຮງຮຽນກຽດຕິສັກ ຍາດໄດ້ຫຼຽນທອງ 1 ຫຼຽນ ຈາກການເຮັດທົດລອງໃນຫ້ອງປະຕິບັດການ ຕາງໜ້າຈາກໂຮງຮຽນ ມສ ວຽງຈັນ ແລະ ໂຮງຮຽນກຽດຕິສັກ ໄດ້ຮັບຫຼຽນທອງຄົນລະ 1 ຫຼຽນ ຈາກການເຮັດວຽກເປັນກຸ່ມຮ່ວມກັບປະເທດອື່ນໆ ແລະ ຕາງໜ້າຈາກໂຮງຮຽນກຽດຕິສັກໄດ້ຮັບລາງວັນກຽດຕິຍົດ 1 ລາງວັນ.
ຍສໝ - ວັນທີ 10 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບການມາເຂົ້າຢ້ຽມຢາມ ຂອງຄະນະຜູ້ແທນທີ່ມາຈາກວິທະນາຄານວິທະຍາສາດການທະຫານ, ກອງທັບປົດປ່ອຍປະຊາຊົນຈີນ.
ຍສໝ - ກອງປະຊຸມສາກົນພາຍໃຕ້ຫົວຂໍ້: “ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດສ້າງ - ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ” ໄດ້ຈັດຂຶ້ນໃນເມື່ອວັນທີ 15 ພຶດສະພາ ທີ່ ທີ່ຮ່າໂນ້ຍ.
ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມ ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ: ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ກອງປະຊຸມໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ສົມທົບກັບ ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ ແລະ ສະຫະພັນປ່ຽນແປງໃໝ່ປະດິດຄິດສ້າງພັດທະນາສາກົນ (IDIA) ຈັດຕັ້ງຂຶ້ນ.
ຍສໝ-ລັດຖະບານໄດ້ອອກດໍາລັດເລກທີ 13/2019 / ND-CP ກ່ຽວກັບວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຢີ, ໃນນັ້ນມີນະໂຍບາຍບູລິມະສິດຕ່າງໆສໍາລັບວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຢີເປັນຕົ້ນ: ຍົກເວັ້ນ ແລະ ຫຼຸດຜ່ອນອາກອນລາຍໄດ້ຂອງວິສາຫະກິດ; ຍົກເວັ້ນ ແລະ ຫຼຸດຜ່ອນຄ່າເຊົ່າທີ່ດິນ ແລະ ນ້ໍາ; ນະໂຍບາຍບູລິມະສິດໃນການການປ່ອຍສິນເຊື່ອ;...