ເຄິ່ງສະຕະວັດແຫ່ງການສ້າງສາສາຍພົວພັນ ຫວຽດນາມ - ໄທ

14:49 | 20/08/2026

ຍສໝ - ຜູ້ແທນ ແລະ ແຂກຖືກເຊີນປະມານ 1.000 ຄົນ ໄດ້ເຂົ້າຮ່ວມງານລ້ຽງຮັບຮອງລະນຶກຄົບຮອບ 81 ປີ ແຫ່ງການປະຕິວັດເດືອນສິງຫາ, ວັນຊາດ 2/9 ແລະ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ ທີ່ຈັດໂດຍສະຖານທູດຫວຽດນາມປະຈຳໄທ ໃນຕອນຄ່ຳວັນທີ 18/8 ຢູ່ໂຮງແຮມ The Ritz-Carlton Bangkok.

50 ປີ ຫວຽດນາມ - ໄທ ຂະຫຍາຍບັນດາຂົວເຊື່ອມຕໍ່ ສິລະປະຈິດຕະກຳເຊື່ອມສາຍສຳພັນມິດຕະພາບ ຫວຽດນາມ - ໄທ

ເຂົ້າຮ່ວມເຫດການມີບັນດາເຈົ້າໜ້າທີ່ລັດຖະສະພາ, ລັດຖະບານໄທ, ສະມາຊິກຄະນະທູຕານຸທູດ, ຜູ້ແທນບັນດາອົງການສາກົນ, ເພື່ອນມິດ, ຄູ່ຮ່ວມມື ແລະ ຊຸມຊົນຊາວຫວຽດນາມຢູ່ໄທ. ພິທີດັ່ງກ່າວແມ່ນໂອກາດທົບທວນຄືນເສັ້ນທາງເຄິ່ງສະຕະວັດແຫ່ງສາຍພົວພັນການທູດ, ພ້ອມທັງຢືນຢັນພື້ນຖານມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນລະຫວ່າງສອງປະເທດ.

ກ່າວປາໄສທີ່ພິທີ, ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດຫວຽດນາມປະຈຳໄທ ໃຫ້ຮູ້ວ່າ ພິທີລະນຶກວັນຊາດໃນປີນີ້ດຳເນີນຂຶ້ນໃນຊ່ວງເວລາທີ່ມີຄວາມໝາຍສຳຄັນຕໍ່ຫວຽດນາມ, ເມື່ອປະເທດໄດ້ຈັດຕັ້ງສຳເລັດຜົນກອງປະຊຸມໃຫຍ່ພັກຄັ້ງທີ XIV, ປັບປຸງຄະນະນຳຊຸດໃໝ່ໃຫ້ສົມບູນ ແລະ ກຳນົດບັນດາທິດທາງພັດທະນາສຳລັບບັນດາທົດສະວັດຕໍ່ໜ້າ.

ຕາມທ່ານເອກອັກຄະລັດຖະທູດ, ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ວາງເປົ້າໝາຍພັດທະນາສາຍພົວພັນຕ່າງປະເທດໃຫ້ສອດຄ່ອງກັບຂະໜາດ ແລະ ຖານະບົດບາດທາງປະຫວັດສາດ, ວັດທະນະທຳຂອງຫວຽດນາມໃນສັງກາດໃໝ່, ມຸ່ງໄປສູ່ການຮ່ວມກັບປະຊາຄົມສາກົນປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ກ່າວເຖິງສາຍພົວພັນ ຫວຽດນາມ - ໄທ, ທ່ານ ຟ້າມຫວຽດຮຸ່ງ ຕີລາຄາວ່າ 50 ປີຜ່ານມາແມ່ນເສັ້ນທາງທີ່ເຫັນໄດ້ເຖິງການພັດທະນາຢ່າງຄຶກຄັກຂອງສາຍພົວພັນສອງຝ່າຍ, ນຳສາຍພົວພັນສອງປະເທດເຂົ້າສູ່ໄລຍະພັດທະນາທີ່ສູງ ແລະ ຈະເລີນຮຸ່ງເຮືອງທີ່ສຸດໃນປະຫວັດສາດ. ປັດຈຸບັນ, ສອງຝ່າຍມີລະດັບຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດສູງ, ເຊິ່ງສະແດງອອກຢ່າງຈະແຈ້ງຜ່ານການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນຳຂັ້ນສູງສອງປະເທດໃນເດືອນ 5 ແລະ ເດືອນ 6/2026.

ໂດຍຍົກຄຳສຸພາສິດໄທ “ນ້ຳພຶ່ງເຮືອ ເສືອພຶ່ງປ່າ”, ທ່ານ ຟ້າມຫວຽດຮຸ່ງ ເນັ້ນໜັກວ່າ ໃນສະພາບການສາກົນ ແລະ ພາກພື້ນທີ່ນັບມື້ນັບສັບສົນ, ບັນດາປະເທດຍິ່ງຕ້ອງການເພື່ອນມິດ, ເພື່ອນບ້ານ ແລະ ຄູ່ຮ່ວມມືທີ່ໜ້າເຊື່ອຖື. ທ່ານເອກອັກຄະລັດຖະທູດສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ແລະ ໄທ ຈະສືບຕໍ່ເປັນເພື່ອນມິດ, ເພື່ອນບ້ານທີ່ດີ ແລະ ຄູ່ຮ່ວມມືທີ່ໜ້າເຊື່ອຖືຂອງກັນ ແລະ ກັນ.

ເຄິ່ງສະຕະວັດແຫ່ງການສ້າງສາສາຍພົວພັນ ຫວຽດນາມ - ໄທ
ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດຫວຽດນາມປະຈຳໄທ ແບ່ງປັນກ່ຽວກັບເສັ້ນທາງ 50 ປີ ແຫ່ງສາຍພົວພັນສອງປະເທດ ທີ່ພິທີລະນຶກ.

ນຳສາຍພົວພັນສອງຝ່າຍເຂົ້າສູ່ຊີວິດຂອງປະຊາຊົນ

ຕາງໜ້າລັດຖະບານແຫ່ງຣາຊະອານາຈັກໄທ, ທ່ານ Vijavat Isarabhakdi, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເນັ້ນໜັກເຖິງບັນດາບາດກ້າວພັດທະນາຂອງສາຍພົວພັນ ຫວຽດນາມ - ໄທ ໃນໄລຍະ 50 ປີຜ່ານມາ, ໂດຍສະເພາະສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ແງ່ຫວັງການຮ່ວມມືລະຫວ່າງສອງປະເທດໃນໄລຍະຕໍ່ໜ້າ.

ຕາມທ່ານ Vijavat, ປັດຈຸບັນສາຍພົວພັນສອງຝ່າຍບໍ່ພຽງແຕ່ສະແດງອອກຜ່ານກິດຈະກຳຂອງລັດຖະບານສອງປະເທດເທົ່ານັ້ນ ຫາກຍັງນັບມື້ນັບປາກົດຢ່າງຈະແຈ້ງໃນຊີວິດຂອງປະຊາຊົນ, ນັບແຕ່ທຸລະກິດ, ການທ່ອງທ່ຽວ ໄປຈົນເຖິງມິດຕະພາບ ແລະ ສາຍສຳພັນທີ່ກໍ່ຕົວຂຶ້ນລະຫວ່າງປະຊາຊົນສອງປະເທດ.

ທ່ານຕີລາຄາສູງຕໍ່ການເຂົ້າຮ່ວມທີ່ນັບມື້ນັບຫຼາຍຂຶ້ນຂອງພາກເອກະຊົນຫວຽດນາມ ແລະ ໄທ ໃນບັນດາເວທີປາໄສທຸລະກິດທີ່ຈັດຂຶ້ນໃນບັນດາການຢ້ຽມຢາມຂັ້ນສູງໃນໄລຍະຜ່ານມາ. ສິ່ງນີ້ສະແດງໃຫ້ເຫັນວ່າ ວິສາຫະກິດສອງປະເທດພວມໃຫ້ຄວາມສົນໃຈຊອກຫາໂອກາດໃໝ່, ເປີດກວ້າງການຄ້າ, ການລົງທຶນ ແລະ ສ້າງສາຍພົວພັນຄູ່ຮ່ວມມືສຳລັບອະນາຄົດ.

ມຸ່ງໄປສູ່ 50 ປີຕໍ່ໜ້າ, ທ່ານ Vijavat ເຫັນວ່າ ສອງປະເທດຄວນສືບຕໍ່ສົ່ງເສີມບັນດາຜົນສຳເລັດທີ່ບັນລຸໄດ້, ນຳປະຊາຊົນ ແລະ ພື້ນຖານເສດຖະກິດຂອງສອງຝ່າຍເຂົ້າໃກ້ ແລະ ເຊື່ອມໂຍງກັນຫຼາຍຂຶ້ນ, ພ້ອມທັງເປີດກວ້າງໂອກາດຮ່ວມມືໃຫ້ແກ່ວິສາຫະກິດ ແລະ ຊຸມຊົນ.

ຈາກມຸມມອງຂອງຊຸມຊົນຊາວຫວຽດນາມຢູ່ໄທ, ທ່ານນາງ ຟ້າມທິອ໊າຍຮວາ, ເຈົ້າຂອງຮ້ານອາຫານເຄືອ Hanoi Corner, ສະແດງຄວາມດີໃຈທີ່ໄດ້ເຂົ້າຮ່ວມເຫດການ ແລະ ແນະນຳເຝີ - ອາຫານທີ່ເປັນເອກະລັກຂອງວັດທະນະທຳອາຫານຫວຽດນາມ - ໃຫ້ແກ່ເພື່ອນມິດສາກົນ.

ພາຍຫຼັງດຳລົງຊີວິດ ແລະ ປະກອບທຸລະກິດຢູ່ໄທມາກວ່າ 20 ປີ, ທ່ານນາງ ຮວາ ເຫັນວ່າ ສາຍພົວພັນ ຫວຽດນາມ - ໄທ ພວມຢູ່ໃນໄລຍະທີ່ດີງາມ ແລະ ຈະເລີນຮຸ່ງເຮືອງ, ພ້ອມທັງໃຫ້ຮູ້ວ່າ ການພັດທະນາສາຍພົວພັນສອງປະເທດໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ກິດຈະກຳຂອງວິສາຫະກິດຫວຽດນາມຢູ່ໄທ.

ທ່ານ Sakchai Tanaboonchai, ທີ່ປຶກສາຄະນະກຳມະການການຄ້າໄທ, ໃຫ້ຮູ້ວ່າ ທ່ານໄດ້ຜູກພັນກັບຫວຽດນາມມາກວ່າ 35 ປີ ແລະ ປະທັບໃຈເປັນພິເສດຕໍ່ຄວາມດຸໝັ່ນ, ອົດທົນ ແລະ ມັກຮ່ຳຮຽນຂອງຄົນຫວຽດນາມ.

ໃນຖານະເປັນໜຶ່ງໃນບັນດານັກລົງທຶນລຸ້ນທຳອິດຢູ່ຫວຽດນາມ ດ້ວຍການລົງທຶນໃນໂຮງແຮມ Melia ຮ່າໂນ້ຍ, ທ່ານ Sakchai ຕີລາຄາວ່າ ສາຍພົວພັນ ຫວຽດນາມ - ໄທ ໄດ້ຮັບການສ້າງສາບົນພື້ນຖານແຫ່ງຄວາມໃກ້ຊິດ, ບໍ່ພຽງແຕ່ໃນລະດັບການຕ່າງປະເທດປະຊາຊົນ ຫາກຍັງລວມເຖິງຂົງເຂດການລົງທຶນ. ທ່ານຄາດຫວັງວ່າ ສາຍພົວພັນສອງປະເທດຈະສືບຕໍ່ພັດທະນາຢ່າງແຂງແຮງໃນໄລຍະຕໍ່ໜ້າ.

ວັດທະນະທຳເຮັດໃຫ້ສາຍສຳພັນເລິກເຊິ່ງຍິ່ງຂຶ້ນ

ຄຽງຄູ່ກັບບັນດາກິດຈະກຳລະນຶກ, ພິທີໄດ້ສ້າງພື້ນທີ່ແລກປ່ຽນວັດທະນະທຳ ຫວຽດນາມ - ໄທ ດ້ວຍ 4 ຈຸດເດັ່ນ ປະກອບມີ ລາຍການສິລະປະ “ທຳນອງແຫ່ງການຮ່ວມເດີນທາງ”, ການສະແດງອາຫານລາຊະສຳນັກເຫວ້, ງານວາງສະແດງພາບ “ເສັ້ນທາງແຫ່ງຄູ່ຮ່ວມມື” ແລະ ງານວາງສະແດງຮູບແຕ້ມ “ສີສັນແຫ່ງມິດຕະພາບ”.

ລາຍການ “ທຳນອງແຫ່ງການຮ່ວມເດີນທາງ” ສະແດງໂດຍບັນດາສິລະປິນຈາກສະຖາບັນດົນຕີນະຄອນໂຮ່ຈີມິນ, ແນະນຳດົນຕີພື້ນເມືອງຫວຽດນາມຫຼາຍປະເພດ ເຊັ່ນ ດົນຕີລາຊະສຳນັກເຫວ້, ເພງພື້ນເມືອງກວານເຫາະບັກນິງ ແລະ ດົນຕີພື້ນບ້ານພາກໃຕ້. ບັນດາສິລະປິນຍັງໄດ້ສະແດງລາຍການດົນຕີໄທ ເຊັ່ນ “ພິທີຫ້າທາດ” ແລະ “Sabai Sabai”, ສ້າງບັນຍາກາດແລກປ່ຽນສິລະປະລະຫວ່າງສອງວັດທະນະທຳ.

ອາຫານລາຊະສຳນັກເຫວ້ໄດ້ຮັບການແນະນຳໃຫ້ແກ່ແຂກຖືກເຊີນຜ່ານບັນດາຜົນງານ ມັງກອນຄາຍແກ້ວ, ແໜມນົກຍູງ ແລະ ເຂົ້າໜົມໂກໂດະ. ລາຍການບໍ່ພຽງແຕ່ແນະນຳຄວາມປະນີດຂອງມໍລະດົກອາຫານເຫວ້ ຫາກຍັງສົ່ງສານເຖິງຄວາມຈະເລີນຮຸ່ງເຮືອງ ແລະ ມິດຕະພາບອັນຍືນຍົງລະຫວ່າງຫວຽດນາມ ແລະ ໄທ.

ໃນຂອບເຂດເຫດການ, ງານວາງສະແດງພາບ “ເສັ້ນທາງແຫ່ງຄູ່ຮ່ວມມື” ແນະນຳ 40 ຜົນງານທີ່ບັນທຶກໂດຍບັນດານັກຂ່າວພາບຂອງສຳນັກຂ່າວສານຫວຽດນາມ ໃນຕະຫຼອດ 5 ທົດສະວັດແຫ່ງສາຍພົວພັນການທູດ ຫວຽດນາມ - ໄທ, ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນໃນເດືອນ 8/1976 ຈົນເຖິງບັນດາຂີດໝາຍ ແລະ ກິດຈະກຳແລກປ່ຽນທີ່ສຳຄັນ.

ງານວາງສະແດງຮູບແຕ້ມ “ສີສັນແຫ່ງມິດຕະພາບ” ແນະນຳບັນດາຜົນງານຂອງຈິດຕະກອນຫວຽດນາມ ຫງວຽນຮົ່ງຕ໊ວນ, ສຸມໃສ່ການສະທ້ອນທິວທັດ, ຜູ້ຄົນ ແລະ ຊີວິດປະຈຳວັນຂອງສອງປະເທດ, ພ້ອມທັງສະແດງບັນດາຄຸນຄ່າຮ່ວມກ່ຽວກັບຄວາມງາມ, ຄວາມສະຫງົບສຸກ ແລະ ການເຊື່ອມໂຍງ.

ຜ່ານສິລະປະ, ອາຫານ ແລະ ບັນດາງານວາງສະແດງ, ແຂກຖືກເຊີນມີໂອກາດສຳຜັດໄດ້ຢ່າງຈະແຈ້ງຍິ່ງຂຶ້ນເຖິງຄວາມອຸດົມສົມບູນຂອງວັດທະນະທຳຫວຽດນາມ, ກໍຄືບັນດາຈຸດຄ້າຍຄື ແລະ ຄວາມຜູກພັນລະຫວ່າງປະຊາຊົນຫວຽດນາມ ແລະ ໄທ.

ຫວຽດນາມ - ໄທ ແລກປ່ຽນສານອວຍພອນເນື່ອງໃນໂອກາດ 50 ປີແຫ່ງການພົວພັນການທູດ ຫວຽດນາມ - ໄທ ແລກປ່ຽນສານອວຍພອນເນື່ອງໃນໂອກາດ 50 ປີແຫ່ງການພົວພັນການທູດ
ຍສໝ - ເນື່ອງໃນໂອກາດຄົບຮອບ 50 ປີແຫ່ງວັນສ້າງຕັ້ງການພົວພັນການທູດລະຫວ່າງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ລາຊະອານາຈັກໄທ (06/8/1976 - 06/8/2026), ວັນທີ 06/8, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ໄດ້ສົ່ງສານອວຍພອນເຖິງທ່ານ Anutin Charnvirakul ນາຍົກລັດຖະມົນຕີໄທ.
50 ປີ ແຫ່ງການທະນຸຖະໜອມສາຍພົວພັນມິດຕະພາບ ຫວຽດນາມ - ໄທ 50 ປີ ແຫ່ງການທະນຸຖະໜອມສາຍພົວພັນມິດຕະພາບ ຫວຽດນາມ - ໄທ
ຍສໝ - ພວກເຮົາໄດ້ໄປຢ້ຽມຢາມ ຮອງສາດສະດາຈານ, ປະລິນຍາເອກ Anatchai Rattakul ໃນຊຸມວັນເດືອນສິງຫາ ລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ, ໃນຂະນະທີ່ທັງໄທ ແລະ ຫວຽດນາມ ພວມມີຫຼາຍກິດຈະກຳສະເຫຼີມສະຫຼອງ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ເພື່ອຟັງທ່ານເລົ່າຄືນເລື່ອງລາວເມື່ອເຄິ່ງສະຕະວັດກ່ອນ, ເມື່ອບິດາຂອງທ່ານ, ລັດຖະມົນຕີການຕ່າງປະເທດ Bhichai Rattakul, ໄດ້ຮັບມອບໝາຍໜ້າທີ່ປັບປຸງສາຍພົວພັນຂອງໄທກັບບັນດາປະເທດເພື່ອນບ້ານ, ໃນນັ້ນມີຫວຽດນາມ. ດ້ວຍຫົວໃຈທີ່ຈິງໃຈ ແລະ ເຈດຕະນາດີ, ທ່ານ Bhichai Rattakul ໄດ້ປະກອບສ່ວນນຳພາສາຍພົວພັນ ໄທ - ຫວຽດນາມ ກ້າວເຂົ້າສູ່ໜ້າໃໝ່.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ