ຫວຽດນາມ - ໄທ ສືບຕໍ່ຮັດແໜ້ນສາຍພົວພັນໃນໂອກາດຄົບຮອບ 50 ປີ

16:09 | 08/08/2026

ຍສໝ - ເນື່ອງໃນວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ລາຊະອານາຈັກໄທ (6 ສິງຫາ 1976 - 6 ສິງຫາ 2026), ວັນທີ 6 ສິງຫາ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ, ໄດ້ສົ່ງສານອວຍພອນເຖິງທ່ານ Anutin Charnvirakul, ນາຍົກລັດຖະມົນຕີໄທ.

50 ປີ ຫວຽດນາມ - ໄທ ຮ່ວມເດີນໜ້າພັດທະນາ ສີສັນເຄື່ອງນຸ່ງໃນ 50 ປີ ຫວຽດນາມ - ໄທ
ຫວຽດນາມ - ໄທ ສືບຕໍ່ຮັດແໜ້ນສາຍພົວພັນໃນໂອກາດຄົບຮອບ 50 ປີ
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ແລະ ທ່ານ Anutin Charnvirakul ນາຍົກລັດຖະມົນຕີ.

ໃນສານອວຍພອນ, ທ່ານ ເລ ມິງ ຮຶງ ໄດ້ຫວນຄືນເຖິງໄລຍະ 50 ປີແຫ່ງການພັດທະນາສາຍພົວພັນຫວຽດນາມ - ໄທ, ພ້ອມທັງຕີລາຄາສູງຜົນສຳເລັດສຳຄັນທີ່ສອງປະເທດຮ່ວມກັນບັນລຸໄດ້ໃນຫຼາຍຂົງເຂດ. ບັນດາການຢ້ຽມຢາມລະດັບສູງ ແລະ ການຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2025 ໄດ້ສະທ້ອນໃຫ້ເຫັນເຖິງບາດກ້າວສຳຄັນຂອງການຮ່ວມມືລະຫວ່າງສອງປະເທດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ບົນພື້ນຖານຄວາມໄວ້ວາງໃຈທາງການເມືອງທີ່ເພີ່ມພູນຂຶ້ນຢ່າງຕໍ່ເນື່ອງ ແລະ ຄວາມມຸ່ງໝັ້ນຂອງການນຳທັງສອງຝ່າຍ, ມິດຕະພາບຫວຽດນາມ - ໄທ ຈະມີບາດກ້າວພັດທະນາໃໝ່ທີ່ທັງເລິກເຊິ່ງ, ກວ້າງຂວາງ ແລະ ເກີດຜົນເປັນຮູບປະທຳ, ນຳມາຊຶ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນຂອງສອງປະເທດ.

ໃນໂອກາດດຽວກັນ, ທ່ານ Anutin Charnvirakul, ນາຍົກລັດຖະມົນຕີໄທ, ກໍໄດ້ສົ່ງສານອວຍພອນເຖິງທ່ານ ເລ ມິງ ຮຶງ ໃນວັນທີ 6 ສິງຫາ ເຊັ່ນດຽວກັນ.

ການພົບປະແລກປ່ຽນລະຫວ່າງປະຊາຊົນ - ພື້ນຖານແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ໄທ ການພົບປະແລກປ່ຽນລະຫວ່າງປະຊາຊົນ - ພື້ນຖານແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ໄທ
ຍສໝ - ວັນທີ 17 ກໍລະກົດ, ຢູ່ທີ່ນະຄອນຫຼວງ ບາງກອກ (ປະເທດໄທ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໄດ້ປະສານສົມທົບກັບ ຄະນະອັກສອນສາດ, ມະຫາວິທະຍາໄລ ຈຸລາລົງກອນ ຈັດກອງປະຊຸມສຳມະນາທາງດ້ານວິຊາການ ພາຍໃຕ້ຫົວຂໍ້ “ມຸ່ງໄປສູ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໄທ ຄົບຮອບ 50 ປີ: ການເຊື່ອມຕໍ່ປະຊາຊົນ ແລະ ການແລກປ່ຽນວັດທະນະທຳ”. ກອງປະຊຸມສຳມະນາໄດ້ເນັ້ນໜັກເຖິງບົດບາດຂອງການພົບປະແລກປ່ຽນລະຫວ່າງປະຊາຊົນ, ວັດທະນະທຳ ແລະ ການຮ່ວມມືທາງດ້ານການສຶກສາ ພາຍໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ.
ການແລກປ່ຽນປະຊາຊົນ ເສີມສ້າງສາຍພົວພັນ ຫວຽດນາມ - ໄທ ການແລກປ່ຽນປະຊາຊົນ ເສີມສ້າງສາຍພົວພັນ ຫວຽດນາມ - ໄທ
ຍສໝ - ວັນທີ 4 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ, ສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ເກີນເທີ ຮ່ວມກັບ ສະຖານກົງສຸນໃຫຍ່ ລາຊະອານາຈັກ ໄທ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດພິທີພົບປະເພື່ອສະຫຼອງຄົບຮອບ 50 ປີ ການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ (1976-2026). ໃນໂອກາດນີ້, ໂດຍເນັ້ນຢ້ຳບົດບາດຂອງການແລກປ່ຽນປະຊາຊົນ, ກົງສຸນໃຫຍ່ ໄທ ກ່າວວ່າ ກິດຈະກຳແລກປ່ຽນດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ອາຫານ, ສິລະປະ ແລະ ການແລກປ່ຽນຊາວໜຸ່ມ ໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນ ໄທ - ຫວຽດນາມ ນັບມື້ນັບແໜ້ນແຟ້ນ ແລະ ໃກ້ຊິດຍິ່ງຂຶ້ນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ