ຍສໝ - ນັບແຕ່ Fansipan, ຮະລອງ, ເຊິມເຊີນ ຈົນເຖິງ ດານັງ, ຝູກວັກ, ຫຼາຍສະຖານທີ່ທ່ອງທ່ຽວໃນທົ່ວປະເທດພວມກະກຽມບັນດາກິດຈະກຳວັດທະນະທຳ, ບັນເທີງ ແລະ ປະສົບການໃໝ່ໆ, ນຳມາເຊິ່ງທາງເລືອກທີ່ຫຼາກຫຼາຍຂຶ້ນໃຫ້ແກ່ນັກທ່ອງທ່ຽວໃນຊ່ວງພັກວັນຊາດ 2/9.
ຍສໝ - ມະຕິເລກທີ 19-NQ/TW ລົງວັນທີ 28/7/2026 ກ່ຽວກັບການປ່ຽນແປງໃໝ່ຮູບແບບການພັດທະນາຫວຽດນາມ, ເຊິ່ງໄດ້ຮັບຮອງຈາກກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV, ໄດ້ສ້າງຂີດໝາຍການຫັນປ່ຽນທາງຍຸດທະສາດ ຈາກເປົ້າໝາຍການເຕີບໂຕ ໄປສູ່ການປ່ຽນແປງໃໝ່ຮູບແບບການພັດທະນາແຫ່ງຊາດ, ສ້າງພື້ນຖານເພື່ອຫັນຄວາມປາຖະໜາໃຫ້ເປັນຈິງ ຄື ຮອດປີ 2045 ຫວຽດນາມກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ກ້າວເດີນຢ່າງໝັ້ນຄົງຂຶ້ນສູ່ລັດທິສັງຄົມນິຍົມ.
ຍສໝ - ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມໄດ້ບັນລຸບັນດາບາດກ້າວສຳຄັນດ້ານການເຕີບໂຕ, ລາຍຮັບ ແລະ ຄວາມກ້າວໜ້າທາງສັງຄົມ. ໃນການແລກປ່ຽນຢູ່ນອກຂອບກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ປ່ຽນແປງໃໝ່ຮູບແບບການພັດທະນາຂອງຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ”, ສາດສະດາຈານ, ປອ. ໂງຖັງເລີ້ຍ, ອາຈານອາວຸໂສ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ເຫັນວ່າ ໃນໄລຍະຕໍ່ໄປ ຈຳເປັນຕ້ອງຊຸກຍູ້ບັນດາແຮງຂັບເຄື່ອນການເຕີບໂຕແບບໃໝ່ ໂດຍອີງໃສ່ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ, ພ້ອມທັງຍົກສູງຜະລິດຕະພາບ ແລະ ຄຸນນະພາບຂອງກະແສທຶນ FDI.
ຍສໝ - ແຕ່ວັນທີ 17-19/8, ຢູ່ສູນວັດທະນະທຳຫວຽດນາມປະຈຳລາວ ທີ່ນະຄອນຫຼວງວຽງຈັນ, ລາຍການວາງສະແດງ ແລະ ສາທິດສະເພາະຫົວຂໍ້ “ການປະຕິບັດຄວາມເຊື່ອເທັນຂອງກຸ່ມພາສາໄຕ - ໄທ” ໄດ້ແນະນຳໃຫ້ສາທາລະນະຊົນລາວຮູ້ຈັກບັນດາຄຸນຄ່າວັດທະນະທຳອັນເປັນເອກະລັກຂອງບັນດາເຜົ່າຢູ່ຫວຽດນາມ, ພ້ອມທັງຍົກໃຫ້ເຫັນຫຼາຍຈຸດຄ້າຍຄືກັນໃນຊີວິດທາງຈິດໃຈຂອງສອງປະເທດ.
ຍສໝ - ເນື່ອງໃນໂອກາດລະນຶກຄົບຮອບ 81 ປີ ແຫ່ງໄຊຊະນະຂອງການປະຕິວັດເດືອນສິງຫາ (19/8/1945 - 19/8/2026) ແລະ ວັນຊາດ 2/9 (02/9/1945 - 02/9/2026), ສະຖານທູດຫວຽດນາມປະຈຳເວເນຊູເອລາ ໄດ້ຈັດກິດຈະກຳຕໍ່ເນື່ອງຊຸດໜຶ່ງ ເພື່ອແນະນຳໃຫ້ປະຊາຊົນທ້ອງຖິ່ນໄດ້ຮູ້ຈັກພາບພົດຂອງຫວຽດນາມທີ່ເຂັ້ມແຂງອົດທົນໃນອະດີດ, ຄຶກຄັກໃນການພັດທະນາ ແລະ ເຊື່ອມໂຍງສາກົນໃນປັດຈຸບັນ.
ຍສໝ - ຜູ້ແທນ ແລະ ແຂກຖືກເຊີນປະມານ 1.000 ຄົນ ໄດ້ເຂົ້າຮ່ວມງານລ້ຽງຮັບຮອງລະນຶກຄົບຮອບ 81 ປີ ແຫ່ງການປະຕິວັດເດືອນສິງຫາ, ວັນຊາດ 2/9 ແລະ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ ທີ່ຈັດໂດຍສະຖານທູດຫວຽດນາມປະຈຳໄທ ໃນຕອນຄ່ຳວັນທີ 18/8 ຢູ່ໂຮງແຮມ The Ritz-Carlton Bangkok.
ຍສໝ - ຜົນງານຈິດຕະກຳ 100 ຜົນງານຂອງບັນດາຈິດຕະກອນຫວຽດນາມ ແລະ ໄທ ໄດ້ຮັບການນຳສະເໜີທີ່ງານວາງສະແດງຈິດຕະກຳ ຫວຽດນາມ - ໄທ ເຊິ່ງຈັດຂຶ້ນແຕ່ວັນທີ 18-30/8 ຢູ່ຫໍພິພິທະພັນສິລະປະ, ມະຫາວິທະຍາໄລຂອນແກ່ນ, ພາກຕາເວັນອອກສຽງເໜືອຂອງໄທ, ປະກອບສ່ວນສ້າງຂົວເຊື່ອມການແລກປ່ຽນວັດທະນະທຳອີກແຫ່ງໜຶ່ງລະຫວ່າງປະຊາຊົນສອງປະເທດ.
ຍສໝ - ທີ່ງານພົບປະເນື່ອງໃນໂອກາດລະນຶກຄົບຮອບ 61 ປີ ວັນຊາດສາທາລະນະລັດສິງກະໂປ ໃນຕອນເຊົ້າວັນທີ 19/8 ຢູ່ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ສະເໜີສ້າງ “ພື້ນທີ່ວັດທະນະທຳ ແລະ ມິດຕະພາບ ຫວຽດນາມ - ສິງກະໂປ”, ແນໃສ່ສ້າງສະຖານທີ່ເຊື່ອມຕໍ່ເປັນປະຈຳລະຫວ່າງປະຊາຄົມຂອງສອງປະເທດ.
ຍສໝ - ໃນຂອບເຂດການຮ່ວມມືແກ້ໄຂຜົນຮ້າຍຍ້ອນສົງຄາມ, ບັນດາອົງການຈັດຕັ້ງທີ່ມີພາລະບົດບາດຂອງ ສະຫະລັດ ອາເມລິກາ ຢືນຢັນວ່າ ຈະສືບຕໍ່ຊ່ວຍເຫຼືອ ຫວຽດນາມ ໃນການຄົ້ນຫາ, ເຕົ້າໂຮມ ແລະ ຢັ້ງຢືນຕົວຕົນອັດຖິທະຫານລົບຫຼວງລາດ, ໂດຍສະເພາະແມ່ນໃນຂົງເຂດທີ່ ສະຫະລັດ ອາເມລິກາ ມິຈຸດແຂງດ້ານເຕັກໂນໂລຊີ ແລະ ການຊັນນະສູດ.
ຍສໝ - ຊ່ຽວຊານຫຼາຍທ່ານເຫັນວ່າ ມະຕິເລກທີ 06-NQ/TW ໄດ້ຮັບການປະກາດໃຊ້ຢ່າງທັນການ, ສະແດງຢ່າງຈະແຈ້ງເຖິງຄວາມເປັນເຈົ້າການຂອງຫວຽດນາມໃນວຽກງານການຕ່າງປະເທດ ຕໍ່ໜ້າບັນດາການຜັນແປຂອງສະພາບການໂລກທີ່ຍາກຈະຄາດຄະເນ, ພ້ອມກັນນັ້ນກໍເປີດກວ້າງພື້ນທີ່ການພັດທະນາໃໝ່ ແລະ ຄວາມສາມາດດຶງດູດບັນດາແຫຼ່ງກຳລັງເພື່ອຮັບໃຊ້ການພັດທະນາປະເທດ.
ຍສໝ - ພື້ນທີ່ໄຊເບີ, ຂໍ້ມູນ ແລະ ເຕັກໂນໂລຊີ ນັບມື້ນັບຜູກພັນຢ່າງແໜ້ນແຟ້ນກັບຄວາມໝັ້ນຄົງແຫ່ງຊາດ, ໃນຂະນະທີ່ຄວາມສ່ຽງຈາກການໂຈມຕີທາງໄຊເບີ, ການສອດແນມທາງໄຊເບີ, ສົງຄາມຂໍ້ມູນ ແລະ ການເພິ່ງພາເຕັກໂນໂລຊີ ນັບມື້ນັບມີຄວາມສະຫຼັບຊັບຊ້ອນຍິ່ງຂຶ້ນ. ຕໍ່ໜ້າບັນດາສິ່ງທ້າທາຍເຫຼົ່ານີ້, ຫວຽດນາມພວມປ່ຽນແນວຄິດຈາກ “ການປ້ອງກັນແບບຕັ້ງຮັບ” ໄປສູ່ “ການປ້ອງກັນແບບເປັນເຈົ້າການ”, “ການປ້ອງກັນແບບຫ້າວຫັນ”, ເພີ່ມທະວີຄວາມສາມາດເພິ່ງຕົນເອງດ້ານເຕັກໂນໂລຊີ ແລະ ກວດພົບ, ແກ້ໄຂຄວາມສ່ຽງແຕ່ເບື້ອງຕົ້ນ, ຈາກໄລຍະໄກ.
ຍສໝ - ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມບັນລຸຜົນສຳເລັດສຳຄັນຫຼາຍປະການ, ແຕ່ຮູບແບບການພັດທະນາຄ່ອຍໆເຜີຍໃຫ້ເຫັນຂໍ້ຈຳກັດ ເມື່ອການເຕີບໂຕຍັງເພິ່ງພາທຶນ, ຊັບພະຍາກອນ ແລະ ແຮງງານລາຄາຖືກຫຼາຍ; ຊັບພະຍາກອນມະນຸດ, ເຕັກໂນໂລຊີ ແລະ ນະວັດຕະກຳຢູ່ວິສາຫະກິດຈຳນວນໜຶ່ງຍັງບໍ່ທັນຕອບສະໜອງຄວາມຕ້ອງການ. ເມື່ອແຮງງານລາຄາຖືກບໍ່ແມ່ນຄວາມໄດ້ປຽບອີກຕໍ່ໄປ, ວິສາຫະກິດຫວຽດນາມຕ້ອງຫັນມາແຂ່ງຂັນດ້ວຍຜະລິດຕະພາບ, ຄຸນນະພາບ ແລະ ຄວາມສາມາດກ້າວຂຶ້ນເປັນເຈົ້າຂອງຕ່ອງໂສ້ມູນຄ່າ.
ຍສໝ - ຫວຽດນາມພ້ອມສ້າງເງື່ອນໄຂອັນສະດວກໃຫ້ບັນດາວິສາຫະກິດເຢຍລະມັນຂະຫຍາຍການລົງທຶນ ແລະ ດຳເນີນທຸລະກິດ, ໂດຍສະເພາະໃນບັນດາຂົງເຂດຄື: ໂຄງລ່າງພື້ນຖານ, ທ່າກຳປັ່ນອັດສະລິຍະ, ພະລັງງານທົດແທນ, ທາງລົດໄຟຄວາມໄວສູງ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ.
ຍສໝ - ພາຍຫຼັງ 4 ເດືອນແຫ່ງການປະຕິບັດບັ້ນຮົບ 500 ວັນຄືນ ເພື່ອຍູ້ແຮງການຊອກຫາ, ເກັບໂຮມ ແລະ ກຳນົດຕົວຕົນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ເຄືອຂ່າຍຮັບຂໍ້ມູນຫຼາຍແພລດຟອມໄດ້ຖືກສ້າງຂຶ້ນ, ເຊື່ອມຕໍ່ຍາດພີ່ນ້ອງຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ນັກຮົບເກົ່າ ແລະ ປະຊາຊົນ ກັບບັນດາອົງການທີ່ມີໜ້າທີ່. ຂໍ້ມູນທີ່ໄດ້ຮັບຖືກຈັດປະເພດ, ປ່ຽນເປັນດິຈິຕອນ, ສັງລວມ, ສ້າງໃຫ້ເປັນມາດຕະຖານ ແລະ ສົ່ງໄປຍັງບັນດາຫົວໜ່ວຍເພື່ອກວດກາ, ສົມທຽບ ແລະ ຢັ້ງຢືນ, ຮັບໃຊ້ວຽກງານຊອກຫາ ແລະ ເກັບໂຮມ.ພາຍຫຼັງ 4 ເດືອນແຫ່ງການປະຕິບັດບັ້ນຮົບ 500 ວັນຄືນ ເພື່ອຍູ້ແຮງການຊອກຫາ, ເກັບໂຮມ ແລະ ກຳນົດຕົວຕົນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ເຄືອຂ່າຍຮັບຂໍ້ມູນຫຼາຍແພລດຟອມໄດ້ຖືກສ້າງຂຶ້ນ, ເຊື່ອມຕໍ່ຍາດພີ່ນ້ອງຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ນັກຮົບເກົ່າ ແລະ ປະຊາຊົນ ກັບບັນດາອົງການທີ່ມີໜ້າທີ່. ຂໍ້ມູນທີ່ໄດ້ຮັບຖືກຈັດປະເພດ, ປ່ຽນເປັນດິຈິຕອນ, ສັງລວມ, ສ້າງໃຫ້ເປັນມາດຕະຖານ ແລະ ສົ່ງໄປຍັງບັນດາຫົວໜ່ວຍເພື່ອກວດກາ, ສົມທຽບ ແລະ ຢັ້ງຢືນ, ຮັບໃຊ້ວຽກງານຊອກຫາ ແລະ ເກັບໂຮມ.
ຍສໝ - ການແຂ່ງຂັນດ້ານປັນຍາປະດິດ (AI) ບໍ່ພຽງແຕ່ດຳເນີນລະຫວ່າງບັນດາຮູບແບບເຕັກໂນໂລຊີເທົ່ານັ້ນ ແຕ່ຍັງກວມເອົາທັງລະບົບນິເວດ ນັບແຕ່ຊິບ, ຄວາມສາມາດໃນການຄຳນວນ, ສູນຂໍ້ມູນ, ພະລັງງານໄຟຟ້າ ໄປຈົນເຖິງຂໍ້ມູນ, ຊັບພະຍາກອນມະນຸດ, ທຶນ ແລະ ຕະຫຼາດ. ໃນສະພາບການດັ່ງກ່າວ, ຫວຽດນາມບໍ່ຈຳເປັນຕ້ອງແຂ່ງຂັນດ້ວຍຂະໜາດ ແຕ່ຕ້ອງກຳນົດບັນດາຂົງເຂດທີ່ຕົນມີທ່າແຮງ, ສ້າງຜະລິດຕະພັນທີ່ສາມາດເຂົ້າເຖິງຕະຫຼາດສາກົນ.
ຍສໝ - ວັນທີ 18/8 ຢູ່ຮ່າໂນ້ຍ, ສະຫາຍ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງເລຂາປະຈຳຄະນະພັກກະຊວງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ເຈລະຈາກັບສະຫາຍ Roman Roun, ປະທານພັກກອມມູນິດ ສ.ເຊັກໂກ Morava ທີ່ພວມຢ້ຽມຢາມຫວຽດນາມ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນ ແລະ ປະສົບການ, ສົ່ງເສີມບົດບາດຂອງສາຍພົວພັນລະຫວ່າງສອງພັກໃນການຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ - ສ.ເຊັກໂກ.
ຍສໝ - ວັນທີ 18/8 ຢູ່ຮ່າໂນ້ຍ, ການນຳກະຊວງການຕ່າງປະເທດຫວຽດນາມ ໄດ້ມີການຕ້ອນຮັບ ແລະ ເຈລະຈາກັບທ່ານ Roman Roun, ປະທານພັກກອມມູນິດສ.ເຊັກໂກ - Morava. ສອງຝ່າຍເຫັນດີເລັ່ງຊຸກຍູ້ສາຍພົວພັນລະຫວ່າງສອງພັກ, ປະກອບສ່ວນເສີມສ້າງພື້ນຖານທາງການເມືອງ ແລະ ຊຸກຍູ້ການຮ່ວມມືຫວຽດນາມ - ສ.ເຊັກໂກ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ ໃນຂອບສາຍພົວພັນຄູ່ຮ່ວມຍຸດທະສາດ.
ຍສໝ - ວັນທີ 18/8 ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Rolf Mutzenich, ສະມາຊິກສະພາ, ກຳມະການຄະນະກຳມາທິການການຕ່າງປະເທດ ສະພາແຫ່ງຊາດສະຫະພັນເຢຍລະມັນ. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ - ເຢຍລະມັນ ນັບມື້ນັບເລິກເຊິ່ງ, ໂດຍສຸມໃສ່ການລົງທຶນ, ການສຶກສາ - ຝຶກອົບຮົມ, ວິທະຍາສາດ - ເຕັກໂນໂລຊີ, ການປ່ຽນແປງໃໝ່ສ້າງສັນ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ຍສໝ - ຕອນເຊົ້າວັນທີ 16/8, ກຳລັງເຈົ້າໜ້າທີ່ໄດ້ພົບເຫັນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດຫຼາຍກວ່າ 30 ຊຸດ ໃນຂະນະທີ່ຂະຫຍາຍຂອບເຂດການຄົ້ນຫາຢູ່ບໍລິເວນແຜ່ນຈາລຶກລະນຶກເຖິງວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ເລທິຣຽງ, ສວນສາທາລະນະ ເລທິຣຽງ (ນະຄອນໂຮ່ຈີມິນ). ມາຮອດປັດຈຸບັນ, ອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດຫຼາຍກວ່າ 1.700 ຊຸດ ໄດ້ຮັບການຄົ້ນຫາ ແລະ ເຕົ້າໂຮມໂດຍບັນດາກຳລັງໃນຂອບເຂດທົ່ວປະເທດ.
ຍສໝ - ປັນຍາປະດິດ (AI) ພວມປ່ຽນແປງຂະແໜງການສຶກສາຢ່າງຮອບດ້ານ. ດ້ວຍປະຊາກອນໜຸ່ມ ພ້ອມກັບຄວາມສາມາດໃນການປັບຕົວຢ່າງວ່ອງໄວ, ຫວຽດນາມມີທ່າໄດ້ປຽບເພື່ອກ້າວນຳໜ້າໃນຂະບວນການນີ້. ແຕ່ການບຳລຸງສ້າງແນວຄິດວິພາກວິຈານ, ສ້າງຄວາມຮູ້ພື້ນຖານໃຫ້ໝັ້ນຄົງ ແລະ ຝຶກອົບຮົມຄືນໃໝ່ໃຫ້ແກ່ຄູອາຈານ ແມ່ນບັນດາສິ່ງທ້າທາຍທີ່ຕ້ອງໄດ້ແກ້ໄຂ ເພື່ອສາມາດກຳເຕັກໂນໂລຊີໄດ້.