| ເມັກຊິໂກກາຍເປັນປະເທດທໍາອິດທີ່ສະຫນອງຢາຟຣີໃຫ້ແກ່ປະຊາຊົນ ຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ເມັກຊິໂກ |
![]() |
| ຂອງທີ່ລະນຶກທີ່ທ່ານ ເຈິ່ນແທງເໝີນ, ຮອງປະທານປະຈຳສະພາແຫ່ງຊາດ ມອບໃຫ້ທ່ານ Alberto Anaya Gutiérrez, ເລຂາທິການໃຫຍ່ພັກແຮງງານເມັກຊິໂກ. |
ທີ່ການຕ້ອນຮັບ, ທ່ານ ເຈິ່ນແທງເໝີນ, ປະທານສະພາແຫ່ງຊາດ ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນຕໍ່ບົດບາດ ແລະ ຖານະຂອງເມັກຊິໂກຢູ່ອາເມລິກາລາຕິນ; ປາດຖະໜາຢາກພັດທະນາສາຍພົວພັນມິດຕະພາບມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບເມັກຊິໂກໃຫ້ເຂັ້ມແຂງ ແລະ ແທດຈິງຍິ່ງຂຶ້ນ.
ປະທານສະພາແຫ່ງຊາດ ຊົມເຊີຍການເປີດຕົວ ແລະ ບັນດາກິດຈະກຳຂອງກຸ່ມສະມາຊິກສະພາມິດຕະພາບ ເມັກຊິໂກ - ຫວຽດນາມ, ໃນນັ້ນ ບັນດາສະມາຊິກສະພາຂອງພັກ PT ເປັນແກນຫຼັກ.
ຕາມທ່ານ ເຈິ່ນແທງເໝີນ, ປະທານສະພາແຫ່ງຊາດ, ການເພີ່ມທະວີສາຍພົວພັນລະຫວ່າງສອງກຸ່ມສະມາຊິກສະພາມິດຕະພາບ ກໍຄືລະຫວ່າງບັນດາຄະນະກຳມາທິການຂອງສະພາແຫ່ງຊາດສອງປະເທດ ຈະປະກອບສ່ວນເພີ່ມທະວີຄວາມຜູກພັນລະຫວ່າງສອງອົງການນິຕິບັນຍັດ, ຊຸກຍູ້ສາຍພົວພັນສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບໃໝ່.
ທ່ານ Alberto Anaya Gutierrez, ເລຂາທິການໃຫຍ່ພັກ PT ຢືນຢັນວ່າ ພັກແຮງງານເມັກຊິໂກ ແລະ ສ່ວນຕົວທ່ານເອງ ຍາມໃດກໍໃຫ້ຄວາມສຳຄັນຕໍ່ການເສີມຂະຫຍາຍ ແລະ ເປີດກວ້າງຍິ່ງຂຶ້ນສາຍພົວພັນມິດຕະພາບ, ການຮ່ວມມືມູນເຊື້ອລະຫວ່າງສອງພັກ, ສອງສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ - ເມັກຊິໂກ.
ແລກປ່ຽນກ່ຽວກັບສາຍພົວພັນລະຫວ່າງອົງການນິຕິບັນຍັດສອງປະເທດ, ທ່ານ ເຈິ່ນແທງເໝີນ, ປະທານສະພາແຫ່ງຊາດ ແລະ ທ່ານ Alberto Anaya Gutierrez, ເລຂາທິການໃຫຍ່ພັກ PT ເຫັນດີເພີ່ມທະວີການຮ່ວມມື, ຊຸກຍູ້ການແລກປ່ຽນຄະນະລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາສູງ ແລະ ສະພາຕ່ຳເມັກຊິໂກ; ແລກປ່ຽນບົດຮຽນປະສົບການດ້ານນິຕິບັນຍັດ ແລະ ການເຄື່ອນໄຫວລະຫວ່າງບັນດາອົງການ, ຄະນະກຳມາທິການນິຕິບັນຍັດຂອງສອງປະເທດ; ພ້ອມທັງສົ່ງເສີມບົດບາດຂອງກຸ່ມສະມາຊິກສະພາມິດຕະພາບສອງປະເທດ.
ຍສໝ-ວັນທີ 4 ກໍລະກົດ, ຄະນະວິສາຫະກິດ ຫວຽດນາມ ລວມມີນັກທຸລະກິດ 23 ທ່ານ, ໂດຍທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດ໊ທັ໋ງຫາຍ ນຳໜ້າ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ເມັກຊິໂກ ຢູ່ນະຄອນຫຼວງ Mexico City, ເພື່ອແນໃສ່ຊອກຫາກາລະໂອກາດຮ່ວມມືດ້ານການຄ້າ, ເສດຖະກິດ ແລະ ການລົງທຶນກັບບັນດາຄູ່ຮ່ວມມືຢູ່ປະເທດປະຈໍາຖິ່ນ. |
ຍສໝ - ຫວ່າງມໍ່ໆມານີ້, ຂໍ້ມູນຂອງສະມາຄົມສົ່ງອອກ ແລະ ປຸງແຕ່ງອາຫານທະເລຫວຽດນາມ (VASEP) ໃຫ້ຮູ້ວ່າ: ໃນ 7 ເດືອນຕົ້ນປີນີ້, ເມັກຊິໂກ ໄດ້ນຳເຂົ້າປາປຶ່ງຫວຽດນາມ ກ່ວາ 73 ລ້ານ USD, ເຮັດໃຫ້ເມັກຊິໂກ ກາຍເປັນປະເທດນຳເຂົ້າໃຫຍ່ອັນດັບ 3 ໃນລາຍການນີ້. |
ມິງດຶກ
