ຍສໝ - ນັ້ນແມ່ນຂໍ້ມູນຂອງທ່ານເອກອັກຄະລັດຖະທູດ ເມັກຊິໂກ ປະຈຳ ຫວຽດນາມ Alejandro Negrín Munoz ໃນການພົບປະກັບທ່ານ ເຈີນສີແທັງ ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃນວັນທີ 8 ເມສາ ຢູ່ ຮ່າໂນ້ຍ. ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ເພື່ອແນໃສ່ມຸ່ງໄປເຖິງຂີດໝາຍ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສະຖານທູດ ເມັກຊິໂກ ປະຈຳ ຫວຽດນາມ ຈະຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳທີ່ດີເດັ່ນໃນປີ 2025.
ຍສໝ - ວັນທີ 29 ທັນວານີ້, ລັດຖະບານເມັກຊິໂກ ໄດ້ເປີດສະຫຼອງສູນການແຈກຢາຍຢາແຫ່ງຊາດໃຫຍ່ທີ່ສຸດຂອງໂລກ ເພື່ອນຳເອົາຜະລິດຕະພັນການແພດໂດຍບໍ່ເສຍຄ່າໄປໃຫ້ເຖິງມືຄົນເຈັບພາຍໃນເວລາ 48 ຊົ່ວໂມງໃນທົ່ວປະເທດນີ້.
ຍສໝ - ຫວ່າງມໍ່ໆມານີ້, ຂໍ້ມູນຂອງສະມາຄົມສົ່ງອອກ ແລະ ປຸງແຕ່ງອາຫານທະເລຫວຽດນາມ (VASEP) ໃຫ້ຮູ້ວ່າ: ໃນ 7 ເດືອນຕົ້ນປີນີ້, ເມັກຊິໂກ ໄດ້ນຳເຂົ້າປາປຶ່ງຫວຽດນາມ ກ່ວາ 73 ລ້ານ USD, ເຮັດໃຫ້ເມັກຊິໂກ ກາຍເປັນປະເທດນຳເຂົ້າໃຫຍ່ອັນດັບ 3 ໃນລາຍການນີ້.
ຍສໝ-ວັນທີ 4 ກໍລະກົດ, ຄະນະວິສາຫະກິດ ຫວຽດນາມ ລວມມີນັກທຸລະກິດ 23 ທ່ານ, ໂດຍທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດ໊ທັ໋ງຫາຍ ນຳໜ້າ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ເມັກຊິໂກ ຢູ່ນະຄອນຫຼວງ Mexico City, ເພື່ອແນໃສ່ຊອກຫາກາລະໂອກາດຮ່ວມມືດ້ານການຄ້າ, ເສດຖະກິດ ແລະ ການລົງທຶນກັບບັນດາຄູ່ຮ່ວມມືຢູ່ປະເທດປະຈໍາຖິ່ນ.
ຍສໝ-ໂດຍເມັກຊິໂກເປັນປະເທດໜຶ່ງທີ່ມີພື້ນຖານອຸດສາຫະກໍາພັດທະນາຢູ່ແຖວໜ້າໃນພາກພື້ນອາເມລິກາ. ຫວຽດນາມ ແລະ ເມັກຊິໂກ ອາດພິຈາລະນາຄວາມສາມາດໃນການຮ່ວມມືພັດທະນາບັນດາຂະແໜງອຸດສາຫະກໍາທີ່ມີຄຸນລັກສະນະພື້ນຖານ, ເປັນຕົ້ນແມ່ນວັດສະດຸ, ໂລຫະ, ກົນຈັກ, ການປຸງແຕ່ງ, ການຜະລິດ, ເອເລັກໂຕຣນິກ, ສານເຄມີ, ການຢາ ...
ຍສໝ - ກຸ່ມສະມາຊິກລັດຖະສະພາມິດຕະພາບ ເມັກຊີໂກ - ຫວຽດນາມ ຊຸດທີ 65 ມີໜ້າທີ່ຊຸກຍູ້ການພົວພັນຕ່າງປະເທດລັດຖະສະພາ ແລະ ສ້າງພື້ນທີ່ການໂອ້ລົມສົນທະນາ, ປະກອບສ່ວນເພີ່ມທະວີການພົວພັນໃນຫຼາຍດ້ານລະຫວ່າງສອງປະເທດ.
ຍສໝ - ທ່ານເລຂາທິການໃຫຍ່ Alberto Anaya ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມຈະປະຕິບັດສຳເລັດເປົ້າໝາຍຄວບຄູ່, ຍູ້ໂລກລະບາດ ໂຄວິດ - 19 ໃຫ້ຖອຍໄປ ແລະພັດທະນາເສດຖະກິດ - ສັງຄົມ, ພັກກອມມູນິດຫວຽດນາມຈະຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 13 ຢ່າງ ສຳ ເລັດຜົນ.
ຍສໝ - ຕອນເຊົ້າວັນທີ 17 ກໍລະກົດ, ທ່ານຮອງລັດຖະມົນຕີປະຈໍາກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ມີການໂອ້ລົມທາງອອນລາຍ ກັບ ທ່ານຮອງລັດຖະມົນຕີການຕ່າງປະເທດ ເມັກຊິໂກ Julio Ventura ເພື່ອປຶກສາຫາລືກ່ຽວກັບມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນສະພາບການສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເມັກຊິໂກ (1975 -2020).
ຍສໝ - ເມື່ອບໍ່ດົນມານີ້, ທ່ານ Héctor Astudillo - ວ່າການລັດ Guerrero ຂອງເມັກຊິໂກ, ໄດ້ໃຫ້ການຕ້ອນຮັບ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຖານທູດຫວຽດນາມ ປະຈຳແມັກຊີໂກ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດ ໃຫ້ແກ່ພໍ່ແມ່ປະຊາຊົນຂອງລັດ Guerrero ເພື່ອປ້ອງກັນພະຍາດ COVID-19.
ຍສໝ - ບໍ່ພຽງແຕ່ມີການພັດທະນາຢ່າງແຮງໃນທຸກດ້ານ, ບໍ່ດົນມານີ້, ລັດຖະບານຫວຽດນາມ - ເມັກຊິໂກ ຕັດສິນໃຈຊຸກຍູ້ມາດຕະການຕ່າງໆເພື່ອກ້າວໄປສູ່ການເປັນຄູ່ຮ່ວມມືຮອບດ້ານເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ສັນຕິພາບ.