| ຫວຽດນາມເພີ່ມທະວີຖານະບົດບາດໃນສາຍພົວພັນກັບນູແວນເຊລັງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ພົບປະກັບພະນັກງານການທູດຫວຽດນາມຢູ່ນູແວນເຊລັງ |
![]() |
| ທ່ານ ເລຮວ່າຍຈຸງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ທ່ານ Winston Peters, ລັດຖະມົນຕີການຕ່າງປະເທດນູແວນເຊລັງ. |
ວັນທີ 13 ສິງຫາ, ຢູ່ນະຄອນ Wellington, ໃນຂອບເຂດການຢ້ຽມຢາມຂັ້ນລັດນູແວນເຊລັງຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ, ທ່ານ ເລ ຮວ່າຍ ຈຸງ, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ Winston Peters, ລັດຖະມົນຕີວ່າການກະຊວງການຕ່າງປະເທດນູແວນເຊລັງ, ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຫວຽດນາມ - ນູແວນເຊລັງ ຄັ້ງທີ 4 (FMM-4).
ທີ່ກອງປະຊຸມ, ລັດຖະມົນຕີທັງສອງທ່ານໄດ້ທົບທວນສະພາບການພັດທະນາສາຍພົວພັນທະວິພາຄີ ແລະ ຢືນຢັນວ່າ ຄູ່ຮ່ວມຍຸດທະສາດຮອບດ້ານຫວຽດນາມ - ນູແວນເຊລັງ ມີພື້ນຖານຄວາມໄວ້ວາງໃຈອັນໜັກແໜ້ນ, ເຊິ່ງໄດ້ຮັບການທະນຸບຳລຸງ ແລະ ພັດທະນາມາຕະຫຼອດກວ່າ 50 ປີ ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນການທູດ.
ສອງຝ່າຍເຫັນດີວ່າ ຈຳເປັນຕ້ອງສືບຕໍ່ປະສານງານຢ່າງໃກ້ຊິດ ເພື່ອຜັນຂະຫຍາຍບັນດາຜົນສຳເລັດ ແລະ ຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຂອງທ່ານ ໂຕ ເລິມ ໃຫ້ເກີດຜົນເປັນຮູບປະທຳ. ຈຸດສຸມແມ່ນການນຳສາຍພົວພັນສອງປະເທດພັດທະນາໃນລວງເລິກ, ຢ່າງແທ້ຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ, ໂດຍສະເພາະໃນບັນດາຂົງເຂດທີ່ການນຳສອງປະເທດໃຫ້ຄວາມສຳຄັນ ເຊັ່ນ ການຄ້າ, ການລົງທຶນ, ກະສິກຳເຕັກໂນໂລຊີສູງ, ສາທາລະນະສຸກ ແລະ ການສຶກສາ.
ໃນດ້ານເສດຖະກິດ, ລັດຖະມົນຕີທັງສອງທ່ານໄດ້ເນັ້ນຄວາມສຳຄັນຂອງການສົ່ງເສີມການຄ້າເສລີ, ການເປີດຕະຫຼາດ ແລະ ການເຊື່ອມໂຍງເສດຖະກິດ. ສອງຝ່າຍເຫັນດີຮ່ວມກັນນຳໃຊ້ບັນດາສັນຍາການຄ້າເສລີທີ່ທັງສອງປະເທດເປັນສະມາຊິກໃຫ້ມີປະສິດທິຜົນ, ໂດຍສະເພາະສັນຍາ CPTPP ແລະ RCEP, ເພື່ອມຸ່ງສູ່ເປົ້າໝາຍຍົກມູນຄ່າການຄ້າສອງສົ້ນໃຫ້ບັນລຸ 3 ຕື້ໂດລາສະຫະລັດ.
ກ່ຽວກັບການສຶກສາ, ທ່ານ ເລ ຮວ່າຍ ຈຸງ ໄດ້ສະແດງຄວາມຍິນດີທີ່ນູແວນເຊລັງສືບຕໍ່ອຳນວຍໂອກາດໃຫ້ນັກສຶກສາຫວຽດນາມໄປຮ່ຳຮຽນຢູ່ນູແວນເຊລັງ, ພ້ອມທັງຮັກສາ ແລະ ຂະຫຍາຍບັນດາໂຄງການທຶນການສຶກສາ, ການຝຶກອົບຮົມ ແລະ ການພັດທະນາທັກສະ.
ສຳລັບການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ, ລັດຖະມົນຕີທັງສອງທ່ານໄດ້ຕີລາຄາສູງປະສິດທິຜົນຂອງບັນດາກົນໄກພົບປະ ແລະ ແລກປ່ຽນທີ່ມີຢູ່. ພ້ອມກັນນັ້ນ, ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນດ້ານນະໂຍບາຍ, ການແບ່ງປັນປະສົບການ, ການຝຶກອົບຮົມ ແລະ ຍົກສູງຄວາມສາມາດໃຫ້ພະນັກງານການທູດ, ລວມເຖິງການເຊື່ອມໂຍງລະຫວ່າງບັນດາຫົວໜ່ວຍວິຊາສະເພາະ.
ນອກຈາກບັນດາບັນຫາທະວິພາຄີແລ້ວ, ລັດຖະມົນຕີທັງສອງທ່ານຍັງໄດ້ແລກປ່ຽນຄວາມເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບສະພາບການໂລກ ແລະ ພາກພື້ນ, ໂດຍສະເພາະບັນດາສະຖານະການທີ່ສັບສົນ, ຈຸດຮ້ອນ, ການຂັດແຍ່ງ ແລະ ບັນຫາຍຸດທະສາດທີ່ພວມສົ່ງຜົນກະທົບຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນອາຊີ - ປາຊີຟິກ.
ຍສໝ - ທ່ານນາງ Caroline Beresford ເອກອັກຄະລັດຖະທູດ ນູແວນເຊລັງ ປະຈຳ ຫວຽດນາມ ຢືນຢັນວ່າ ດ້ວຍການໜູນຊ່ວຍ ແລະ ສົມທົບກັນຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ, ການພົວພັນຄູ່ຮ່ວມມື ອາຊຽນ - ນູແວນເຊລັງ ຈະສືບຕໍ່ໄດ້ຮັບການປັບປຸງ, ຍົກສູງຂຶ້ນສູ່ລະດັບສູງໃໝ່ ແລະ ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ 2 ຝ່າຍ. |
ຍສໝ - ວັນທີ 23/7, ຕາໜ່າງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ (VietKnowledge NZ - VKNZ) ໄດ້ເປີດໂຕຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງຕົວແທນ ບັນດາກຸ່ມຊຸມຊົນຄົນ ຫວຽດນາມ ພ້ອມດ້ວຍປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດ, ຜູ້ອອກແຮງງານ, ຊ່ຽວຊານ, ນັກວິຊາການ, ນັກທຸລະກິດ, ນັກສຶກສາປະລິນຍາໂທ-ເອກ ແລະ ນັກສຶກສາ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ປະຕິບັດງານ ຢູ່ທົ່ວ ນິວຊີແລນ ເປັນຈຳນວນຫຼາຍ. |
ມິງດຶກ
