| ເສີມສ້າງຄວາມຮັກແພງພາສາຫວຽດນາມ ພາຍໃນດວງໃຈຂອງຄົນຮຸ່ນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ ພາສາຫວຽດນາມ - ຂົວຕໍ່ນຳພາຄົນຮຸ່ນໜຸ່ມຊາວຫວຽດນາມຕ່າງດ້າວ ກັບກົກເຄົ້າເຫງົ້າກໍ |
ເຫດການດັ່ງກ່າວຈັດຂຶ້ນໃນຮູບແບບພົບປະໂດຍກົງຄຽງຄູ່ກັບອອນລາຍ, ໂດຍມີຜູ້ແທນປະມານ 80 ຄົນ ຢູ່ຈຸດເຊື່ອມຕໍ່ຮ່າໂນ້ຍ ແລະ ຫຼາຍກວ່າ 100 ຈຸດເຊື່ອມຕໍ່ຈາກບັນດາທ້ອງຖິ່ນ, ສຳນັກງານຕາງໜ້າຫວຽດນາມຢູ່ຕ່າງປະເທດ, ສະມາຄົມ, ອົງການ, ສະຖານທີ່ສອນພາສາຫວຽດນາມ, ຄູອາຈານ ແລະ ພີ່ນ້ອງຊາວຫວຽດນາມຢູ່ຕ່າງປະເທດທົ່ວໂລກ.
ພິທີສະຫຼຸບດຳເນີນຂຶ້ນທັນທີພາຍຫຼັງກົມການເມືອງປະກາດໃຊ້ມະຕິເລກທີ 23-NQ/TW ລົງວັນທີ 02/8/2026 ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ. ມະຕິເລກທີ 23-NQ/TW ໄດ້ວາງເປົ້າໝາຍສົ່ງເສີມບົດບາດຂອງຊາວຫວຽດນາມຢູ່ຕ່າງປະເທດ ໃນການຮັກສາພາສາຫວຽດນາມ, ເອກະລັກວັດທະນະທຳຂອງຊາດ ແລະ ເພີ່ມທະວີຄວາມຜູກພັນກັບບ້ານເກີດເມືອງນອນ, ປະເທດຊາດ. ຊາວຫວຽດນາມແຕ່ລະຄົນຢູ່ຕ່າງປະເທດ ຕ້ອງສົ່ງເສີມບົດບາດເປັນ “ທູດວັດທະນະທຳ”, “ທູດມິດຕະພາບ” ໃນການແນະນຳ ແລະ ໂຄສະນາປະເທດ, ປະຊາຊົນຫວຽດນາມ. ການຮັກສາ ແລະ ເຜີຍແຜ່ພາສາຫວຽດນາມ, ວັດທະນະທຳຫວຽດນາມໃນປະຊາຄົມ ບໍ່ພຽງແຕ່ປະກອບສ່ວນເສີມສ້າງເອກະລັກເທົ່ານັ້ນ, ແຕ່ຍັງເພີ່ມທະວີຄວາມຮັກແພງ, ຄວາມພາກພູມໃຈ ແລະ ຄວາມຜູກພັນຂອງຊາວຫວຽດນາມລຸ້ນຕ່າງໆຢູ່ຕ່າງປະເທດກັບບ້ານເກີດເມືອງນອນ. ນີ້ແມ່ນພື້ນຖານສຳຄັນເພື່ອສືບຕໍ່ຊຸກຍູ້ກິດຈະກຳການສອນ ແລະ ຮຽນພາສາຫວຽດນາມ, ການແລກປ່ຽນວັດທະນະທຳ ແລະ ຫັນໃຈສູ່ ກົກເຄົ້າເຫງົ້າກໍ.
![]() |
| ພິທີສະຫຼຸບວັນເຊີດຊູພາສາຫວຽດນາມໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ປີ 2026. (ພາບ: ເຢືອງຕຽວ). |
ກ່າວຄຳປາໄສເປີດພິທີ, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢືນຢັນວ່າ ພາສາຫວຽດນາມທັງເປັນພາຫະນະໃນການຮັກສາ ແລະ ສືບທອດບັນດາຄຸນຄ່າວັດທະນະທຳ, ທັງເປັນສາຍໃຍເຊື່ອມໂຍງຊາວຫວຽດນາມລຸ້ນຕ່າງໆຢູ່ຕ່າງປະເທດກັບບ້ານເກີດເມືອງນອນ ແລະ ປະເທດຊາດ. ທ່ານນາງຮອງລັດຖະມົນຕີ ເນັ້ນໜັກວ່າ ມະຕິເລກທີ 23-NQ/TW ໄດ້ວາງອອກຄວາມຮຽກຮ້ອງໃຫ້ປ່ຽນແປງໃໝ່ຮູບແບບ ແລະ ເພີ່ມທະວີການຮ່ວມມືສາກົນໃນການຄົ້ນຄວ້າ, ສິດສອນ ແລະ ເຊີດຊູພາສາຫວຽດນາມ; ຂົນຂວາຍບັນດາປະເທດທີ່ມີຊາວຫວຽດນາມອາໄສຢູ່ເປັນຈຳນວນຫຼາຍ ໃຫ້ນຳພາສາຫວຽດນາມເຂົ້າໃນຫຼັກສູດການສຶກສາ; ສະໜັບສະໜູນການຝຶກອົບຮົມຄູອາຈານ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຊີດິຈິຕອນ.
ຕາມທ່ານນາງຮອງລັດຖະມົນຕີ, ພາຍຫຼັງເກືອບ 4 ປີແຫ່ງການຜັນຂະຫຍາຍ, ໂຄງການວັນເຊີດຊູພາສາຫວຽດນາມ ໄລຍະ 2023-2030 ພວມເດີນໄປຖືກທິດ. ເຖິງຢ່າງໃດກໍຕາມ, ການຮັກສາພາສາຫວຽດນາມ ກ່ອນອື່ນໝົດຕ້ອງກາຍເປັນຄວາມຕ້ອງການຈາກພາຍໃນ ແລະ ຄວາມພາກພູມໃຈຂອງແຕ່ລະຄອບຄົວ, ແຕ່ລະປະຊາຄົມ. ລັດຖືບົດບາດກຳນົດທິດ, ສ້າງເງື່ອນໄຂ ແລະ ຮ່ວມເດີນທາງ, ສ່ວນຄອບຄົວຍັງຄົງເປັນບ່ອນທີ່ພາສາຫວຽດນາມໄດ້ຮັບການສືບທອດຢ່າງເປັນທຳມະຊາດ ແລະ ຍືນຍົງທີ່ສຸດ.
ລາຍງານສະພາບການປະຕິບັດໂຄງການ, ທ່ານນາງ ຫງວຽນກວິ່ງມາຍ, ຮອງຫົວໜ້າຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ໃຫ້ຮູ້ວ່າ ໃນປີ 2026, ຄະນະກຳມະການໄດ້ຈັດພິທີເປີດໂຄງການດ້ວຍ 150 ຈຸດເຊື່ອມຕໍ່ທັງພາຍໃນ ແລະ ນອກປະເທດ, ປ່ຽນແປງໃໝ່ໂຄງການຄົ້ນຫາທູດພາສາຫວຽດນາມ ໂດຍນຳໃຊ້ຮູບແບບຄັດເລືອກຜ່ານເອກະສານສະໝັກ ຈຳນວນ 57 ຊຸດ ຈາກ 22 ປະເທດ ແລະ ເຂດແຄວ້ນ, ສ້າງຕູ້ປຶ້ມພາສາຫວຽດນາມ 4 ຕູ້ ຢູ່ໄທ, ສິງກະໂປ, ບຣູໄນ ແລະ ສະໜັບສະໜູນປຶ້ມ, ເອກະສານເກືອບ 5.000 ຫົວໃຫ້ແກ່ປະຊາຄົມ.
ທ່ານນາງ ຫງວຽນກວິ່ງມາຍ ຍົກໃຫ້ເຫັນ 3 ຜົນງານພົ້ນເດັ່ນຄື: ວຽກງານໃຫ້ຄຳປຶກສາ, ແນະນຳ ແລະ ປະສານງານໃນການຜັນຂະຫຍາຍ ນັບມື້ນັບມີຄວາມສອດຄ່ອງ; ຂະບວນການຮັກສາ ແລະ ເຜີຍແຜ່ພາສາຫວຽດນາມ ໄດ້ຮັບການຜັນຂະຫຍາຍຢ່າງພ້ອມພຽງ ຈາກອາຊີ, ເອີຣົບ ໄປຮອດອາເມລິກາເໜືອ, ຕາເວັນອອກກາງ ແລະ ອາຟຣິກາ ດ້ວຍຫຼາຍຂໍ້ລິເລີ່ມທີ່ເກີດຈາກຄວາມຕ້ອງການຂອງປະຊາຄົມເອງ; ຄວາມຮັບຮູ້ ແລະ ການກະທຳຂອງບັນດາຄອບຄົວ, ສະມາຄົມ, ອົງການ ແລະ ຄົນຮຸ່ນໜຸ່ມ ມີການປ່ຽນແປງໃນທາງບວກ. ຄຽງຄູ່ກັນນັ້ນ ຍັງມີຄວາມຫຍຸ້ງຍາກດ້ານແຫຼ່ງກຳລັງ, ການພັດທະນາທີ່ຍັງບໍ່ສະເໝີພາບລະຫວ່າງບັນດາເຂດ ແລະ ສິ່ງທ້າທາຍໃນການດຶງດູດຄົນຮຸ່ນໜຸ່ມ. 5 ໜ້າທີ່ຈຸດສຸມໃນໄລຍະຕໍ່ໜ້າ ລວມມີ: ຍົກສູງຄຸນນະພາບການສະໜັບສະໜູນການສອນ ແລະ ຮຽນພາສາຫວຽດນາມ, ສົ່ງເສີມບົດບາດເຈົ້າການຂອງປະຊາຄົມ, ລະດົມແຫຼ່ງກຳລັງຈາກສັງຄົມ, ເອົາໃຈໃສ່ຄົນຮຸ່ນໜຸ່ມຫຼາຍຂຶ້ນ ແລະ ຊຸກຍູ້ວຽກງານສື່ສານ.
ບັນດາບົດປະກອບຄຳເຫັນໃນພິທີສະຫຼຸບ ໄດ້ສຸມໃສ່ການສ້າງມາດຕະຖານດ້ານວິຊາການ, ການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ສົ່ງເສີມບົດບາດເຈົ້າການຂອງປະຊາຄົມ. ຜູ້ຕາງໜ້າກະຊວງສຶກສາ ແລະ ຝຶກອົບຮົມ ເຫັນວ່າ ຈຳເປັນຕ້ອງຫັນຈາກບັນດາກິດຈະກຳສະໜັບສະໜູນແບບແຍກສ່ວນ ໄປສູ່ການສ້າງລະບົບນິເວດການສອນ ແລະ ການຮຽນທີ່ຄົບຊຸດ, ໂດຍມີ 2 ໜ້າທີ່ສຳຄັນຄື ສ້າງມາດຕະຖານຫຼັກສູດຕາມທິດມີມາດຕະຖານລວມອັນດຽວ ແຕ່ຜັນຂະຫຍາຍຢ່າງຄ່ອງຕົວ, ແລະ ຫັນສື່ການຮຽນການສອນເປັນດິຈິຕອນ, ສ້າງຄັງສື່ການຮຽນການສອນດິຈິຕອນທີ່ໃຊ້ຮ່ວມກັນ.
ທ່ານນາງ ຫງວຽນເຟືອງຮ່າ, ຮອງຫົວໜ້າຄະນະໂທລະພາບຕ່າງປະເທດ, ສະຖານີໂທລະພາບຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ປີ 2018 ມາເຖິງປັດຈຸບັນ, ຄະນະໄດ້ຜະລິດລາຍການສອນພາສາຫວຽດນາມຫຼາຍກວ່າ 400 ລາຍການ, ເຊື່ອມພາສາເຂົ້າກັບວັດທະນະທຳ, ການທ່ອງທ່ຽວ ແລະ ປະສົບການຊີວິດ, ເຜີຍແຜ່ຜ່ານບັນດາແພລດຟອມດິຈິຕອນ. ພ້ອມກັນນັ້ນ, ທ່ານນາງໄດ້ສະເໜີໃຫ້ປະສານງານກັບຄະນະກຳມະການ ແລະ ບັນດາສະມາຄົມ, ອົງການ ເພື່ອສ້າງພື້ນທີ່ເຊື່ອມໂຍງອອນລາຍ ໃຫ້ຄູສອນພາສາຫວຽດນາມທົ່ວໂລກໄດ້ແບ່ງປັນແຜນການສອນ, ບົດສອນ ແລະ ປະສົບການສິດສອນ.
ທ່ານ ດຣ. ຫວູຮວ່າຍນາມ, ຜູ້ຕາງໜ້າສະຖາບັນເຕັກໂນໂລຊີໄປສະນີ ແລະ ໂທລະຄົມ ໄດ້ແນະນຳແພລດຟອມ ພາສາຫວຽດ TV ຮຸ່ນ 2.0, ເຊິ່ງນຳໃຊ້ປັນຍາປະດິດ ແລະ ເຕັກໂນໂລຊີປະມວນຜົນພາສາທຳມະຊາດ ເພື່ອປະເມີນລະດັບຄວາມສາມາດດ້ານພາສາ, ປັບເສັ້ນທາງການຮຽນໃຫ້ເໝາະກັບແຕ່ລະບຸກຄົນ ແລະ ນຳຮູບແບບເກມມາປະຍຸກໃຊ້ ເພື່ອຮັກສານິໄສການຮຽນຢ່າງສະໝ່ຳສະເໝີ.
![]() |
| ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີ ກ່າວຄຳປາໄສໃນພິທີ. (ພາບ: ເຢືອງຕຽວ). |
ໃນເນື້ອໃນກ່ຽວກັບບັນດາຂໍ້ລິເລີ່ມດີເດັ່ນຂອງປະຊາຄົມ, ທ່ານ ຫງວຽນເຟືອງຈຸງ, ທູດພາສາຫວຽດນາມ ປີ 2026 ຢູ່ສະຫະລັດອາເມລິກາ ແລະ ທ່ານນາງ ຖຸຍເລເຊເຣລໂລ, ທູດພາສາຫວຽດນາມ ປີ 2024 ຢູ່ເຢຍລະມັນ ໄດ້ແບ່ງປັນປະສົບການໃນການຈັດຫ້ອງຮຽນ, ກິດຈະກຳປະຊາຄົມ ແລະ ວິທີສ້າງຄວາມສົນໃຈໃນການຮຽນພາສາຫວຽດນາມໃຫ້ແກ່ເດັກນ້ອຍຊາວຫວຽດນາມໃນທ້ອງຖິ່ນ. ໃນນາມຕາງໜ້າເວທີປາໄສອະນຸລັກພາສາຫວຽດນາມ ແລະ ວັດທະນະທຳຫວຽດນາມຢູ່ຕ່າງປະເທດ ແລະ ເຄືອຂ່າຍການສິດສອນພາສາຫວຽດນາມ ແລະ ວັດທະນະທຳຫວຽດນາມຢູ່ຕ່າງປະເທດ, ທ່ານ ຫງວຽນຢຸຍແອັງ ໄດ້ລາຍງານຜົນການເຊື່ອມໂຍງຖັນແຖວຄູອາຈານ, ການແບ່ງປັນແຜນການສອນ ແລະ ສື່ການຮຽນການສອນລະຫວ່າງບັນດາທ້ອງຖິ່ນ. ແບ່ງປັນກ່ຽວກັບເສັ້ນທາງ 5 ປີແຫ່ງການເຄື່ອນໄຫວຂອງເວທີປາໄສອະນຸລັກພາສາຫວຽດນາມ ແລະ ວັດທະນະທຳຫວຽດນາມຢູ່ຕ່າງປະເທດ, ທ່ານ ເລຊວນເລິມ ຢືນຢັນວ່າ: “ພາສາຫວຽດນາມຕ້ອງມີຊີວິດຢູ່ໃນຄອບຄົວ, ໃນໂຮງຮຽນ ແລະ ໃນປະຊາຄົມ; ຕ້ອງປາກົດຢູ່ໃນເລື່ອງເລົ່າຂອງປູ່ຍ່າຕາຍາຍ, ສຽງເພງກ່ອມຂອງແມ່, ບົດເພງຕ່າງໆ, ບັນດາວັນບຸນເຕັດ, ບຸນໄຫວ້ພະຈັນ ແລະ ໃນຄວາມຮັກຕໍ່ບ້ານເກີດເມືອງນອນ ແລະ ປະເທດຊາດ”.
ທ່ານນາງ ຫງວຽນທິແທງເຕິມ, ປະທານສະໂມສອນມໍລະດົກວັດທະນະທຳພາສາຫວຽດນາມ ໄດ້ສະເໜີບັນດາວິທີແກ້ໄຂຕາມທິດສັງຄົມມີສ່ວນຮ່ວມ: ຖືເອົາຄອບຄົວເປັນພື້ນຖານ, ສ້າງບັນດາປະຊາຄົມອະນຸລັກພາສາຫວຽດນາມ, ສ້າງເຄືອຂ່າຍທູດພາສາຫວຽດນາມທົ່ວໂລກ ແລະ ເຄືອຂ່າຍຄູອາສາສະໝັກທົ່ວໂລກ, ພັດທະນາຄັງສື່ການຮຽນການສອນດິຈິຕອນທີ່ແບ່ງປັນໄດ້ໃນຫຼາຍແພລດຟອມ, ຊຸກຍູ້ການນຳພາສາຫວຽດນາມເຂົ້າໃນໂຮງຮຽນທ້ອງຖິ່ນ ແລະ ຈັດບັນດາການແຂ່ງຂັນສ້າງສັນເນື້ອໃນເປັນພາສາຫວຽດນາມ. ໃນນາມຕາງໜ້ານັກຮຽນຂອງຫຼັກສູດຝຶກອົບຮົມ, ທ່ານນາງ ເລບິກຮົ່ງ, ຊ່ຽວຊານການສຶກສາຢູ່ສະຖາບັນຄົ້ນຄວ້າການສຶກສາເພື່ອພັດທະນາທ່າແຮງມະນຸດ IPD, ຜູ້ອຳນວຍການສູນສອນພາສາຫວຽດນາມຢູ່ສ.ເກົາຫຼີ ໄດ້ແບ່ງປັນປະສົບການຮັກສາພາສາຫວຽດນາມໃນຄອບຄົວ, ແກ້ໄຂສະພາບທີ່ເດັກນ້ອຍຫຼາຍຄົນສາມາດຟັງ ແລະ ເຂົ້າໃຈພາສາຫວຽດນາມ ແຕ່ຕອບກັບດ້ວຍພາສາຂອງປະເທດທີ່ຕົນອາໄສຢູ່.
ກ່າວສະຫຼຸບພິທີ, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີ ເນັ້ນໜັກເຖິງຄວາມຈຳເປັນໃນການສ້າງໂຄງການ ແລະ ຫຼັກສູດໃຫ້ເໝາະສົມກັບລັກສະນະສະເພາະຂອງແຕ່ລະທ້ອງຖິ່ນ, ເນື່ອງຈາກແຕ່ລະເຂດມີຄວາມຕ້ອງການ ແລະ ເງື່ອນໄຂໃນການສອນ ແລະ ຮຽນພາສາຫວຽດນາມທີ່ແຕກຕ່າງກັນ. ທ່ານນາງຮອງລັດຖະມົນຕີ ສະເໜີໃຫ້ບັນດາຄູອາຈານຊາວຫວຽດນາມຢູ່ຕ່າງປະເທດ ສົ່ງແຜນການສອນທີ່ຮຽບຮຽງຂຶ້ນເອງກັບຄືນມາພາຍໃນປະເທດ; ຄະນະກຳມະການຈະເປັນສູນກາງປະສານງານກັບກະຊວງສຶກສາ ແລະ ຝຶກອົບຮົມ ພ້ອມດ້ວຍບັນດາມະຫາວິທະຍາໄລ ເພື່ອສ້າງເປັນຊຸດຫຼັກສູດມາດຕະຖານສຳລັບແຕ່ລະທ້ອງຖິ່ນ. ທ່ານນາງຮອງລັດຖະມົນຕີ ຍັງຕີລາຄາສູງການຫຼາກຫຼາຍວິທີເຂົ້າເຖິງຜູ້ຮຽນຜ່ານບັນດາລາຍການສື່ສານ, ໂດຍສະເພາະບັນດາລາຍການສອນພາສາຫວຽດນາມທາງ VTV4, ພ້ອມທັງການນຳໃຊ້ເຕັກໂນໂລຊີທັນສະໄໝ, ໃນນັ້ນມີປັນຍາປະດິດ, ເພື່ອຊ່ວຍໜູນການສິດສອນໃນສະພາບແວດລ້ອມອອນລາຍ.
ໃນໂອກາດນີ້, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີ ໄດ້ມອບຫຼຽນກາລະນຶກໃຫ້ແກ່ 3 ທ່ານ ທີ່ມີຜົນງານດີເດັ່ນໃນວຽກງານອະນຸລັກ ແລະ ເຜີຍແຜ່ພາສາຫວຽດນາມໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ.
ຍສໝ - ອີງຕາມນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ຝຣັ່ງ, ຄູອາຈານ, ນັກຄົ້ນຄວ້າ, ຜູ້ຕາງໜ້າສະມາຄົມ ແລະ ບັນດາຜູ້ທີ່ມີຄວາມຈິງໃຈ ຕໍກັບວຽກງານການສອນພາສາຫວຽດ ຫຼາຍຮ້ອຍຄົນ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື “ການປົກປັກຮັກສາພາສາຫວຽດ ແລະ ວັດທະນະທຳຫວຽດ ຢູ່ຕ່າງປະເທດ”, ຊຶ່ງໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ ຢູ່ທີ່ສູນວັດທະນະທຳຫວຽດນາມ ປະຈຳ ຝຣັ່ງ. |
ຍສໝ - ຢູ່ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຣູມານີ ໄດ້ຈັດພິທີເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢ່າງເປັນທາງການ, ເຊິ່ງເປັນການເປີດສາກລະດູຮ້ອນອັນມີຄວາມໝາຍ ສາກົນ ສຳລັບຮຸ່ນເຍົາວະຊົນ ຂອງປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ ຣູມານີ. |
ມິງດຶກ

