| ການຮ່ວມມືລະຫວ່າງທ້ອງຖິ່ນ - ແຮງຂັບເຄື່ອນໃໝ່ຂອງສາຍພົວພັນ ຫວຽດນາມ - ລາວ ຫວຽດນາມ - ລາວ ຂະຫຍາຍການຮ່ວມມືຝຶກອົບຮົມພະນັກງານ, ຊອກຫາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ |
![]() |
| ທ່ານ ເຈີ່ນເເທງເໝີນ ປະທານສະພາແຫ່ງຊາດ ນຳພາຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ເຂົ້າໄວ້ອາໄລສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດລາວ |
ເມື່ອໄດ້ຮັບຂ່າວວ່າ ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຖິງແກ່ກຳໃນວັນທີ 08/8/2026, ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ຄະນະປະຈຳສູນກາງແນວໂຮມປິຕຸພູມຫວຽດນາມ ໄດ້ສົ່ງໂທລະເລກສະແດງຄວາມເສຍໃຈເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ ແຫ່ງ ສປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແຫ່ງ ສປປ ລາວ ແລະ ຄະນະປະຈຳສູນກາງແນວລາວສ້າງຊາດ.
ເນື້ອໃນໂທລະເລກສະແດງຄວາມເສຍໃຈມີດັ່ງນີ້:
ເມື່ອໄດ້ຮັບຂ່າວວ່າ ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຖິງແກ່ກຳ, ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ຄະນະປະຈຳສູນກາງແນວໂຮມປິຕຸພູມຫວຽດນາມ ຂໍສົ່ງຄຳແບ່ງເບົາທຸກຢ່າງສຸດຊຶ້ງເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ ແຫ່ງ ສປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແຫ່ງ ສປປ ລາວ, ຄະນະປະຈຳສູນກາງແນວລາວສ້າງຊາດ ແລະ ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ.
ສະຫາຍ ໄຊສົມພອນ ພົມວິຫານ ແມ່ນຜູ້ນຳດີເດັ່ນຂອງພັກ, ລັດ ແລະ ປະຊາຊົນລາວ, ເປັນນັກຄອມມູນິດຜູ້ໜັກແໜ້ນ ທີ່ໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ພາລະກິດປະຕິວັດຂອງພັກປະຊາຊົນປະຕິວັດລາວ, ໃຫ້ແກ່ພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດລາວໃຫ້ມີສັນຕິພາບ, ເອກະລາດ, ເອກະພາບ ແລະ ຈະເລີນຮຸ່ງເຮືອງ. ໃນຖານະປະທານສະພາແຫ່ງຊາດ ພ້ອມທັງຮັບຜິດຊອບຫຼາຍໜ້າທີ່ສຳຄັນຂອງພັກ ແລະ ລັດລາວ, ສະຫາຍໄດ້ປະກອບສ່ວນສຳຄັນຫຼາຍດ້ານໃນການສ້າງລັດແຫ່ງກົດໝາຍໃຫ້ສົມບູນ, ຍົກສູງປະສິດທິຜົນ ແລະ ປະສິດທິພາບການເຄື່ອນໄຫວຂອງສະພາແຫ່ງຊາດລາວ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ ແລະ ຍົກສູງບົດບາດຖານະຂອງລາວໃນເວທີສາກົນ.
ສະຫາຍ ໄຊສົມພອນ ພົມວິຫານ ຍັງເປັນສະຫາຍ ແລະ ເພື່ອນໃຫຍ່ທີ່ສະໜິດສະໜົມຢ່າງຍິ່ງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ຜູ້ທີ່ສະເໝີມາໄດ້ມອບຄວາມຮັກແພງອັນເລິກເຊິ່ງ ແລະ ຄວາມເອົາໃຈໃສ່ເປັນພິເສດຕໍ່ການຮັກສາ, ທະນຸຖະໜອມ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມໂຍງທາງຍຸດທະສາດ ຫວຽດນາມ-ລາວ.
ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ແມ່ນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ, ພ້ອມກັນນັ້ນ ພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍໄດ້ສູນເສຍເພື່ອນໃຫຍ່, ສະຫາຍຜູ້ຊື່ສັດ ແລະ ຜູກພັນຢ່າງແໜ້ນແຟ້ນ.
ພວກເຮົາເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວອ້າຍນ້ອງ ແລະ ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ ຈະຜ່ານຜ່າຄວາມເຈັບປວດຈາກການສູນເສຍອັນໃຫຍ່ຫຼວງນີ້ໂດຍໄວ, ສືບຕໍ່ພາລະກິດສ້າງສາປະເທດລາວໃຫ້ນັບມື້ນັບພັດທະນາ ແລະ ຈະເລີນຮຸ່ງເຮືອງ.
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ສົ່ງໂທລະເລກສະແດງຄວາມເສຍໃຈເຖິງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ; ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ໄດ້ສົ່ງໂທລະເລກສະແດງຄວາມເສຍໃຈເຖິງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ; ສະຫາຍ ເຈິ່ນເກີມຕູ໋, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ສົ່ງໂທລະເລກສະແດງຄວາມເສຍໃຈເຖິງ ສະຫາຍ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ.
ບັນດາໂທລະເລກສະແດງຄວາມເສຍໃຈໄດ້ສະແດງຄວາມເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ຈະຜ່ານຜ່າການສູນເສຍອັນໃຫຍ່ຫຼວງນີ້ໂດຍໄວ, ສືບຕໍ່ສົ່ງເສີມມູນເຊື້ອ ແລະ ມໍລະດົກອັນດີງາມທີ່ ປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ປະໄວ້, ສືບຕໍ່ພາລະກິດສ້າງສາປະເທດລາວໃຫ້ນັບມື້ນັບພັດທະນາ, ພ້ອມທັງບໍ່ຢຸດຢັ້ງເສີມຂະຫຍາຍ, ທະນຸຖະໜອມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມໂຍງທາງຍຸດທະສາດ ຫວຽດນາມ-ລາວ.
ໃນວັນດຽວກັນ, ສະຫາຍ ເລຮວ່າຍຈຸງ, ກຳມະການກົມການເມືອງ, ເລຂາຄະນະພັກກະຊວງການຕ່າງປະເທດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກສະແດງຄວາມເສຍໃຈເຖິງ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ.
ຍສໝ - ຄະນະຜູ້ແທນສະຫະພັນແຮງງານຫວຽດນາມ ໄດ້ຖະຫວາຍທູບທຽນ ເພື່ອລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ. |
ຍສໝ - ເມື່ອບໍ່ດົນມານີ້, ທີ່ແຂວງ ຫຼວງພະບາງ ທາງພາກເໜືອຂອງ ລາວ, ໄດ້ມີການຈັດກອງປະຊຸມຫາລືລະຫວ່າງຄະນະຜູ້ແທນແຂວງ ລາວກາຍ ຂອງ ຫວຽດນາມ ແລະ ແຂວງ ບໍ່ແກ້ວ ຂອງ ລາວ. |
ມິງດຶກ
