| ຫວຽດນາມ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດອາຊີ ຢູ່ ມາເລເຊຍ ຫວຽດນາມ - ມາເລເຊຍ ໃຫ້ບູລິມະສິດແກ່ການຮ່ວມມືທາງທະເລ |
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງທ່ານເອກອັກຄະລັດຖະທູດທີ່ໄດ້ສຳເລັດໜ້າທີ່ອັນສຳຄັນຢູ່ຫວຽດນາມຢ່າງດີເລີດໃນໄລຍະກວ່າ 3 ປີຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນການຜັນຂະຫຍາຍການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດຢ່າງຮອບດ້ານ ແລະ ພ້ອມພຽງ, ໂດຍສະເພາະແມ່ນການທີ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນເດືອນ 11/2024 ໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່ ຢ້ຽມຢາມມາເລເຊຍຢ່າງເປັນທາງການ.
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຕີລາຄາສູງຜົນການຮ່ວມມືລະຫວ່າງສອງປະເທດ. ການຮ່ວມມືດ້ານເສດຖະກິດແມ່ນຈຸດເດັ່ນໃນການພົວພັນ; ປັດຈຸບັນ ມາເລເຊຍແມ່ນຄູ່ຄ້າໃຫຍ່ອັນດັບ 3 ຂອງຫວຽດນາມໃນ ASEAN ແລະ ເປັນນັກລົງທຶນໃຫຍ່ອັນດັບ 10 ໃນຈຳນວນ 154 ປະເທດ ແລະ ເຂດແຄວ້ນທີ່ລົງທຶນຢູ່ຫວຽດນາມ.
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍເປີດຕະຫຼາດໃຫ້ສິນຄ້າຂອງກັນແລະກັນຫຼາຍຂຶ້ນ, ໂດຍສະເພາະສິນຄ້າກະສິກຳ ແລະ ສິນໃນນ້ຳ, ອຸດສາຫະກຳອາຫານ, ຜະລິດຕະພັນຊິ້ນສ່ວນເອເລັກໂຕຣນິກ, ວັດສະດຸກໍ່ສ້າງ… ເພື່ອໃຫ້ມູນຄ່າການຄ້າສອງຝ່າຍບັນລຸ 20 ຕື້ USD ໂດຍໄວ ແລະ ມີຄວາມສົມດຸນຫຼາຍຂຶ້ນ; ສະເໜີໃຫ້ມາເລເຊຍລົງທຶນພັດທະນາອຸດສາຫະກຳ Halal ຢູ່ຫວຽດນາມ ເຊັ່ນ ການສ້າງຂີດຄວາມສາມາດ, ສ້າງຊຸດມາດຕະຖານການຢັ້ງຢືນ Halal ຮ່ວມກັນ; ຮັບຮູ້ເຊິ່ງກັນແລະກັນລະຫວ່າງສູນຢັ້ງຢືນ Halal ແຫ່ງຊາດ; ສະເໜີໃຫ້ສອງຝ່າຍຮ່ວມມືຢ່າງໃກ້ຊິດເພື່ອຊຸກຍູ້ໂຄງການສາມຝ່າຍລະຫວ່າງຫວຽດນາມ, ມາເລເຊຍ ແລະ ສິງກະໂປ ກ່ຽວກັບການສົ່ງໄຟຟ້າຈາກພະລັງງານລົມນອກຝັ່ງຂ້າມຊາຍແດນ.
![]() |
| ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Tan Yang Thai ເອກອັກຄະລັດຖະທູດມາເລເຊຍ - ພາບ: VGP/ເຍີດບັກ |
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຕີລາຄາສູງບົດບາດຂອງທ່ານເອກອັກຄະລັດຖະທູດໃນການເຊື່ອມຕໍ່ຂໍ້ມູນຂ່າວສານ ເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງປະເທດຢູ່ບັນດາເວທີພາກພື້ນ ແລະ ສາກົນ; ສະເໜີໃຫ້ສອງປະເທດສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນໃນບັນດາຂອບການຮ່ວມມືຫຼາຍຝ່າຍ ເຊັ່ນ ASEAN, ສະຫະປະຊາຊາດ, APEC, WTO…
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ໃນຕຳແໜ່ງໃໝ່ໃນໄລຍະຕໍ່ໜ້າ ສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາ, ຊຸກຍູ້ໃຫ້ຮັບຮອງໂດຍໄວແຜນງານດຳເນີນງານເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດ ເພື່ອເປັນພື້ນຖານສືບຕໍ່ຜັນຂະຫຍາຍການພົວພັນສອງຝ່າຍໃຫ້ມີປະສິດທິຜົນ ແລະ ເປັນຮູບປະທຳ.
![]() |
| ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຕີລາຄາສູງຜົນການຮ່ວມມືລະຫວ່າງສອງປະເທດ - ພາບ: VGP/ເຍີດບັກ |
ທ່ານ Tan Yang Thai ເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບ; ຢືນຢັນວ່າ ມາເລເຊຍຍາມໃດກໍໃຫ້ຄວາມສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາແຂງແຮງຍິ່ງຂຶ້ນ, ໂດຍສະເພາະໃນບັນດາຂົງເຂດທີ່ສອງປະເທດມີທ່າແຮງ ແລະ ຈຸດແຂງ ເຊັ່ນ ນ້ຳມັນ ແລະ ອາຍແກັສ, ກະສິກຳ, ການສຶກສາ-ການຝຶກອົບຮົມ, ການຫັນເປັນດິຈິຕອນ, ຄວາມປອດໄພດິຈິຕອນ, ວິທະຍາສາດ-ເຕັກໂນໂລຊີ…
ທ່ານເອກອັກຄະລັດຖະທູດ ສະແດງຄວາມເຊື່ອໝັ້ນວ່າ ສອງປະເທດຈະປະກອບສ່ວນສຳຄັນໃນການຊຸກຍູ້ ASEAN ໃຫ້ສາມັກຄີ ແລະ ພັດທະນາ; ແກ້ໄຂບັນດາຂໍ້ຂັດແຍ່ງດ້ວຍມາດຕະການສັນຕິ ແລະ ຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS 1982).
ໃນໂອກາດນີ້, ທ່ານ Tan Yang Thai ເອກອັກຄະລັດຖະທູດ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການນຳພັກ, ລັດ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງຫວຽດນາມ ທີ່ໄດ້ເອົາໃຈໃສ່ ແລະ ສະໜັບສະໜູນໃຫ້ທ່ານເອກອັກຄະລັດຖະທູດສຳເລັດໜ້າທີ່ໃນອາຍຸການປະຕິບັດງານຢູ່ຫວຽດນາມຢ່າງດີ; ຢືນຢັນວ່າ ຈະສືບຕໍ່ພະຍາຍາມຢ່າງສຸດຄວາມສາມາດເພື່ອປູກຝັງການພົວພັນຮ່ວມມືລະຫວ່າງສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ – ມາເລເຊຍ ໃຫ້ນັບມື້ນັບພັດທະນາຢ່າງແຂງແຮງ ແລະ ເປັນຮູບປະທຳ.
ຍສໝ - ຕອນຄ່ຳວັນທີ 23 ສິງຫາ, ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ (MVFA) ແລະ ມະຫາວິທະຍາໄລ Malaya ໄດ້ຈັດຕັ້ງງານລາຕີພົບປະແລກປ່ຽນວັດທະນະທຳເພື່ອເຊື່ອມຕໍ່ນ້ຳໃຈມິດຕະພາບ. ເຫດການດັ່ງກ່າວ ໄດ້ດຶງດູດ ຊາວຫວຽດນາມ ຢູ່ມາເລເຊຍ, ຄູອາຈານ ແລະ ນັກສຶກສາຂອງໂຮງຮຽນເຂົ້າຮ່ວມນັບຮ້ອຍຄົນ. |
ຍສໝ - ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ (MVFA) ຫາກໍ່ຈັດຕັ້ງການໃຫ້ຄຳປຶກສາ ແລະ ກວດສຸຂະພາບໂດຍບໍ່ເສຍຄ່າສະເພາະສຳລັບແມ່ຍິງຫວຽດນາມ ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ມາເລເຊຍ. |
ມິງດຶກ

