| ການຮ່ວມມືລະຫວ່າງທ້ອງຖິ່ນ - ແຮງຂັບເຄື່ອນໃໝ່ຂອງສາຍພົວພັນ ຫວຽດນາມ - ລາວ ຫວຽດນາມ - ລາວ ຂະຫຍາຍການຮ່ວມມືຝຶກອົບຮົມພະນັກງານ, ຊອກຫາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ |
ແຈ້ງການພິເສດໂດຍໜັງສືພິມປະຊາຊົນ ແລະ ສຳນັກຂ່າວສານ KPL ລົງຂ່າວ ໂດຍເນັ້ນໜັກວ່າ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນບັນດາການການຫຼັກແຫຼ່ງຂອງສູນກາງພັກ, ແມ່ນຜູ້ມີສະຕິປັນຍາ, ກຳລັງຄວາມສາມາດ, ຫຼັກແຫຼມ, ມີປະສົບການຫຼາຍຢ່າງຜ່ານເວລາເປັນການນຳຢູ່ຂັ້ນທ້ອງຖິ່ນ ກໍຄືຢູ່ຫຼາຍກະຊວງ, ຂະແໜງການ; ເປັນການນຳມີການອຸທິດສ່ວນພົ້ນເດັ່ນຫຼາຍຢ່າງ, ຕະຫຼອດຊີວິດຂອງຕົນໄດ້ອຸທິດສ່ວນພູມປັນຍາ, ກຳລັງເຫື່ອແຮງໃຫ້ແກ່ພາລະກິດປະຕິວັດ, ເພື່ອການພັດທະນາຂອງປະເທດຊາດ ແລະ ການດຳລົງຊີວິດທີ່ອີມໜຳສຳລານ, ສົມບູນພູນສຸກຂອງປະຊາຊົນ ລາວ ບັນດາເຜົ່າ.
ເພື່ອຮັບຮູ້ບັນດາການອຸທິດສ່ວນຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ແລະ ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ແລະ ລັດຖະບານ ລາວ ໄດ້ເຫັນດີຈັດພິທີຊາປະນາກິດສົບລະດັບຊາດເປັນເວລາ 5 ວັນ, ແຕ່ວັນທີ 09 – 13 ສິງຫາ.
ວັນທີ 09 ສິງຫາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ໄປໄຫວ້ອາໄລທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ຢູ່ນະຄອນຫຼວງ ວຽງຈັນ, ລາວ.
ຕາມ vovworld.vn
https://vovworld.vn/lo-LA/khaawedn/thaanpathaansaphaaeihngsaad-laaw-aissomphn-phomwihaan-ethingeikmmlanakam-2456614.vov5
ຍສໝ - ຜູ້ແທນເດັກນ້ອຍ 120 ຄົນ ຈາກ ຫວຽດນາມ-ລາວ-ກຳປູເຈຍ ໄດ້ເຂົ້າຮ່ວມງານມະໂຫຼານເດັກນ້ອຍ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 8 ປີ 2026 ພາຍໃຕ້ຫົວຂໍ້ “ອ້ອມກອດແຫ່ງມິດຕະພາບ”, ເຊິ່ງໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 28 ກໍລະກົດ ຢູ່ ນະຄອນໂຮ່ຈີມິນ.
|
ຍສໝ - ເມື່ອບໍ່ດົນມານີ້, ທີ່ແຂວງ ຫຼວງພະບາງ ທາງພາກເໜືອຂອງ ລາວ, ໄດ້ມີການຈັດກອງປະຊຸມຫາລືລະຫວ່າງຄະນະຜູ້ແທນແຂວງ ລາວກາຍ ຂອງ ຫວຽດນາມ ແລະ ແຂວງ ບໍ່ແກ້ວ ຂອງ ລາວ.
|
ຕາມ vovworld.vn