ຫວຽດນາມ - ໄທ ແລກປ່ຽນສານອວຍພອນເນື່ອງໃນໂອກາດ 50 ປີແຫ່ງການພົວພັນການທູດ

16:09 | 08/08/2026

ຍສໝ - ເນື່ອງໃນໂອກາດຄົບຮອບ 50 ປີແຫ່ງວັນສ້າງຕັ້ງການພົວພັນການທູດລະຫວ່າງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ລາຊະອານາຈັກໄທ (06/8/1976 - 06/8/2026), ວັນທີ 06/8, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ໄດ້ສົ່ງສານອວຍພອນເຖິງທ່ານ Anutin Charnvirakul ນາຍົກລັດຖະມົນຕີໄທ.

50 ປີ ຫວຽດນາມ - ໄທ ຮ່ວມເດີນໜ້າພັດທະນາ ສີສັນເຄື່ອງນຸ່ງໃນ 50 ປີ ຫວຽດນາມ - ໄທ
ຫວຽດນາມ - ໄທ ແລກປ່ຽນສານອວຍພອນເນື່ອງໃນໂອກາດ 50 ປີແຫ່ງການພົວພັນການທູດ
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ແລະ ທ່ານ Anutin Charnvirakul ນາຍົກລັດຖະມົນຕີ - ພາບ: VGP/ເຍີດບັກ

ໃນສານອວຍພອນ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຕີລາຄາສູງບັນດາຜົນສຳເລັດອັນສຳຄັນໃນຂົງເຂດຕ່າງໆທີ່ສອງປະເທດບັນລຸໄດ້ໃນໄລຍະ 50 ປີຜ່ານມາ; ເຊິ່ງສະແດງອອກຜ່ານບັນດາການຢ້ຽມຢາມຂັ້ນສູງ ແລະ ການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2025.

ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມໄວ້ວາງໃຈທາງການເມືອງທີ່ນັບມື້ນັບເລິກເຊິ່ງ ພ້ອມກັບຄວາມຕັດສິນໃຈຂອງການນຳສອງປະເທດ, ການພົວພັນມິດຕະພາບຫວຽດນາມ - ໄທ ຈະສືບຕໍ່ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ.

ໃນວັນດຽວກັນ, ທ່ານ Anutin Charnvirakul ນາຍົກລັດຖະມົນຕີໄທ ກໍໄດ້ສົ່ງສານອວຍພອນເຖິງທ່ານ ເລມິງຮຶງ ນາຍົກລັດຖະມົນຕີ.

ການພົບປະແລກປ່ຽນລະຫວ່າງປະຊາຊົນ - ພື້ນຖານແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ໄທ ການພົບປະແລກປ່ຽນລະຫວ່າງປະຊາຊົນ - ພື້ນຖານແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ໄທ
ຍສໝ - ວັນທີ 17 ກໍລະກົດ, ຢູ່ທີ່ນະຄອນຫຼວງ ບາງກອກ (ປະເທດໄທ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໄດ້ປະສານສົມທົບກັບ ຄະນະອັກສອນສາດ, ມະຫາວິທະຍາໄລ ຈຸລາລົງກອນ ຈັດກອງປະຊຸມສຳມະນາທາງດ້ານວິຊາການ ພາຍໃຕ້ຫົວຂໍ້ “ມຸ່ງໄປສູ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໄທ ຄົບຮອບ 50 ປີ: ການເຊື່ອມຕໍ່ປະຊາຊົນ ແລະ ການແລກປ່ຽນວັດທະນະທຳ”. ກອງປະຊຸມສຳມະນາໄດ້ເນັ້ນໜັກເຖິງບົດບາດຂອງການພົບປະແລກປ່ຽນລະຫວ່າງປະຊາຊົນ, ວັດທະນະທຳ ແລະ ການຮ່ວມມືທາງດ້ານການສຶກສາ ພາຍໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ.
ການແລກປ່ຽນປະຊາຊົນ ເສີມສ້າງສາຍພົວພັນ ຫວຽດນາມ - ໄທ ການແລກປ່ຽນປະຊາຊົນ ເສີມສ້າງສາຍພົວພັນ ຫວຽດນາມ - ໄທ
ຍສໝ - ວັນທີ 4 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ, ສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ເກີນເທີ ຮ່ວມກັບ ສະຖານກົງສຸນໃຫຍ່ ລາຊະອານາຈັກ ໄທ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດພິທີພົບປະເພື່ອສະຫຼອງຄົບຮອບ 50 ປີ ການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ (1976-2026). ໃນໂອກາດນີ້, ໂດຍເນັ້ນຢ້ຳບົດບາດຂອງການແລກປ່ຽນປະຊາຊົນ, ກົງສຸນໃຫຍ່ ໄທ ກ່າວວ່າ ກິດຈະກຳແລກປ່ຽນດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ອາຫານ, ສິລະປະ ແລະ ການແລກປ່ຽນຊາວໜຸ່ມ ໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນ ໄທ - ຫວຽດນາມ ນັບມື້ນັບແໜ້ນແຟ້ນ ແລະ ໃກ້ຊິດຍິ່ງຂຶ້ນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ