| ຊຸກຍູ້ການຮ່ວມມືດ້ານການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຢີ ລະຫວ່າງຫວຽດນາມ ແລະ ອິດສະລາແອນ ຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ລາວ |
ຄະນະຜູ້ແທນ ຣູມານີ ໂດຍແມ່ນ ທ່ານ Sorin Mihai Cîmpeanu, ອະດີດນາຍົກລັດຖະມົນຕີຊົ່ວຄາວ ຣູມານີ, ອະດີດລັດຖະມົນຕີກະຊວງການສຶກສາ ຣູມານີ, ອະທິການບໍດີ ມະຫາວິທະຍາໄລວິທະຍາສາດກະສິກຳ ແລະ ສັດຕະວະແພດ ບູຄາເຣດ ເປັນຫົວໜ້າຄະນະ. ເຂົ້າຮ່ວມໃນຄະນະ ຍັງມີ ທ່ານນາງ Cristina Romila, ເອກອັກຄະລັດຖະທູດ ຣູມານີ ປະຈຳ ຫວຽດນາມ ພ້ອມດ້ວຍບັນດາສະມາຊິກຂອງມະຫາວິທະຍາໄລ.
ທາງຝ່າຍຫວຽດນາມ, ເຂົ້າຮ່ວມການພົບປະມີ ທ່ານ ເຈິ່ນຟູ້ເກື່ອງ, ຫົວໜ້າກົມເອີຣົບ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ; ທ່ານ ໂຮ່ ກວາງ ລອຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ຣູມານີ; ທ່ານ ຫງວຽນຕຽນຕຸ່ງ, ອະດີດອະທິການບໍດີ ມະຫາວິທະຍາໄລກະສິກຳ ຮາໂນ້ຍ ພ້ອມດ້ວຍອະດີດນັກສຶກສາປະລິນຍາເອກ ມະຫາວິທະຍາໄລວິທະຍາສາດກະສິກຳ ແລະ ສັດຕະວະແພດ ບູຄາເຣດ ແລະ ຕົວແທນກຸ່ມອະດີດນັກສຶກສາຫວຽດນາມ ທີ່ເຄີຍສຶກສາຮຽນຮູ້ຢູ່ມະຫາວິທະຍາໄລແຫ່ງນີ້.
![]() |
| ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດການພົບປະ ແລະ ແລກປ່ຽນກັບຄະນະຜູ້ແທນ ມະຫາວິທະຍາໄລວິທະຍາສາດກະສິກຳ ແລະ ສັດຕະວະແພດ ບູຄາເຣດ (ຣູມານີ). ພາບ: ດິ່ງຮວ່າ) |
ກ່າວຄຳປາໄສຕ້ອນຮັບຄະນະ, ທ່ານ ເຈິ່ນຟູ້ເກື່ອງ ໄດ້ຕີລາຄາສູງຕໍ່ຄວາມໝາຍຂອງການຢ້ຽມຢາມ ໃນທ່າມກາງທີ່ສາຍພົວພັນມິດຕະພາບມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານ ລະຫວ່າງ ຫວຽດນາມ ແລະ ຣູມານີ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ໂດຍບັນດາຮຸ່ນການນຳ ແລະ ປະຊາຊົນສອງຊາດ ໃນໄລຍະກວ່າ 75 ປີທີ່ຜ່ານມາ. ທ່ານເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຂະຫຍາຍການເຊື່ອມໂຍງ ລະຫວ່າງ ບັນດາຄູ່ຮ່ວມມືຂອງສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
![]() |
| ທ່ານ ເຈິ່ນຟູ້ເກື່ອງ, ຫົວໜ້າກົມເອີຣົບ - ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ກ່າວປາໄສໃນກອງປະຊຸມ. ພາບ: ດິ່ງຮວ່າ |
ຫົວໜ້າກົມເອີຣົບ ຍັງໄດ້ສະແດງຄວາມມຸ່ງມາດປາດຖະໜາໃຫ້ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ສືບຕໍ່ຂະຫຍາຍເຄືອຂ່າຍຄູ່ຮ່ວມມືຢູ່ ຣູມານີ, ໂດຍສະເພາະແມ່ນກັບບັນດາມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າ. ທ່ານໄດ້ສະເໜີໃຫ້ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ແລະ ມະຫາວິທະຍາໄລວິທະຍາສາດກະສິກຳ ແລະ ສັດຕະວະແພດ ບູຄາເຣດ ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ຊຸກຍູ້ບັນດາໂຄງການແລກປ່ຽນຄູ-ອາຈານ, ນັກສຶກສາ, ຈັດກອງປະຊຸມວິຊາການສາກົນ, ການແລກປ່ຽນເຍົາວະຊົນ ແລະ ເຊື່ອມໂຍງບັນດາຊ່ຽວຊານ ໃນຂົງເຂດກະສິກຳ, ສັດຕະວະແພດ, ສິ່ງແວດລ້ອມ, ການພັດທະນາຢ່າງຍືນຍົງ ແລະ ການປະດິດສ້າງໃໝ່.
ກ່າວຄຳປາໄສໃນການພົບປະ, ທ່ານ ໂຮ່ກວາງລອຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ຣູມານີ, ໄດ້ເນັ້ນໜັກວ່າ ຣູມານີ ແມ່ນໜຶ່ງໃນບັນດາປະເທດທຳອິດ ທີ່ສ້າງຕັ້ງສາຍພົວພັນການທູດກັບ ຫວຽດນາມ. ຜ່ານໄລຍະເວລາ 76 ປີ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໄດ້ຮັບການປັບປຸງໃຫ້ແໜ້ນແຟ້ນຢ່າງບໍ່ຢຸດຢັ້ງ ຜ່ານບັນດາຊ່ອງທາງ ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ທັງໄດ້ຂະຫຍາຍອອກໃນຫຼາຍຂົງເຂດ ເຊັ່ນ: ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ກໍ່ສ້າງ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ, ສາທາລະນະສຸກ ແລະ ການທ່ອງທ່ຽວ.
ຕາມທ່ານ ໂຮ່ ກວາງ ລອຍ, ສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ປະຈຸບັນມີສະມາຊິກເກືອບ 1.200 ທ່ານ ແລະ ໄດ້ມີຄວາມພະຍາຍາມຢ່າງຕໍ່ເນື່ອງ ໃນການເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ສອງປະເທດ. ທ່ານໃຫ້ຮູ້ວ່າ ຣູມານີ ໄດ້ກໍ່ສ້າງວິສະວະກອນ, ປະລິນຍາຕີ, ປະລິນຍາເອກ ແລະ ຊ່ຽວຊານຫວຽດນາມ ຫຼາຍກວ່າ 4.000 ທ່ານ ໃນຫຼາຍຂົງເຂດ. ຫຼາຍທ່ານໃນນັ້ນ ໄດ້ກາຍເປັນນັກວິທະຍາສາດ, ຊ່ຽວຊານ ແລະ ພະນັກງານນຳພາ ທີ່ດຳລົງຕຳແໜ່ງສຳຄັນຂອງປະເທດຊາດ, ໃນນັ້ນມີອະດີດນັກສຶກສາຂອງ ມະຫາວິທະຍາໄລວິທະຍາສາດກະສິກຳ ແລະ ສັດຕະວະແພດ ບູຄາເຣດ ຫຼາຍທ່ານ.
ທ່ານ ໂຮ່ ກວາງ ລອຍ ຍັງໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງ ທ່ານນາງ Cristina Romila, ເອກອັກຄະລັດຖະທູດ ຣູມານີ ປະຈຳ ຫວຽດນາມ ໃນການຊຸກຍູ້ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຜູ້ແທນ ມະຫາວິທະຍາໄລວິທະຍາສາດກະສິກຳ ແລະ ສັດຕະວະແພດ ບູຄາເຣດ ຈະເປີດໂອກາດການຮ່ວມມືໃໝ່ໆຫຼາຍຢ່າງ ລະຫວ່າງ ບັນດາຮາກຖານການສຶກສາ, ສະຖາບັນຄົ້ນຄວ້າ ແລະ ບັນດາອົງການຈັດຕັ້ງມິດຕະພາບຂອງ ຫວຽດນາມ ແລະ ຣູມານີ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບມູນເຊື້ອ ແລະ ການແລກປ່ຽນລະຫວ່າງປະຊາຊົນຂອງສອງປະເທດ ເລິກເຊິ່ງຍິ່ງໆຂຶ້ນ.
ຕອບຄຳປາໄສ, ທ່ານນາງ Cristina Romila, ເອກອັກຄະລັດຖະທູດ ຣູມານີ ປະຈຳ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ຢືນຢັນວ່າ ສະຖານເອກອັກຄະລັດຖະທູດ ຣູມານີ ຈະຄຽງຄູ່, ສະໜັບສະໜູນການຊຸກຍູ້ບັນດາໂຄງການຮ່ວມມືດ້ານການກໍ່ສ້າງ, ການຄົ້ນຄວ້າ ກໍ່ຄືບັນດາໂຄງການທີ່ຝ່າຍຫວຽດນາມ ເປັນຜູ້ສະເໜີ. ທ່ານນາງເນັ້ນໜັກວ່າ ຣູມານີ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ປອດໄພຂອງ ຫວຽດນາມ ສະເໝີມາ ແລະ ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍການຄຽງຄູ່ຂອງ ທ່ານ ສໍຣິນ ມີໄຮ ຄິມເພຍນູ, ທັງສອງຝ່າຍຈະສືບຕໍ່ຜັນຂະຫຍາຍຫຼາຍຂໍ້ລິເລີ່ມ, ໂຄງການຮ່ວມມືທີ່ເປັນຮູບປະທຳ ໃນໄລຍະຕໍ່ໜ້ານີ້.
![]() |
| ທ່ານນາງ Cristina Romila, ເອກອັກຄະລັດຖະທູດ ຣູມານີ ປະຈຳ ຫວຽດນາມ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ. ພາບໂດຍ: ດິ່ງ ຮວ່າ |
ທ່ານນາງເອກອັກຄະລັດຖະທູດ Cristina Romila ຍັງໄດ້ສະແດງຄວາມເຄົາລົບນັບຖື ຕໍ່ບັນດາອະດີດນັກສຶກສາຫວຽດນາມ ທີ່ເຄີຍສຶກສາຮຽນຮູ້ຢູ່ ຣູມານີ. ຕາມທ່ານນາງ, ບັນດາຮຸ່ນອະດີດນັກສຶກສານີ້ເອງ ທີ່ແມ່ນພື້ນຖານຂອງສາຍພົວພັນມິດຕະພາບທະວີພາຄີ ແລະ ຈະສືບຕໍ່ເປັນກຳລັງອັນສຳຄັນ ທີ່ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນ ຫວຽດນາມ - ຣູມານີ ໃນອະນາຄົດ.
ການພົບປະໃນຄັ້ງນີ້ ຍັງເປັນໂອກາດໃຫ້ບັນດາອະດີດນັກສຶກສາຫວຽດນາມ ທີ່ເຄີຍຮຽນຢູ່ ມະຫາວິທະຍາໄລວິທະຍາສາດກະສິກຳ ແລະ ສັດຕະວະແພດ ບູຄາເຣດ ໄດ້ກັບມາພົບກັບການນຳ, ຄູ-ອາຈານຂອງມະຫາວິທະຍາໄລ, ພ້ອມກັນທວນຄືນຄວາມຊົງຈຳໃນໄລຍະເວລາທີ່ສຶກສາຢູ່ ຣູມານີ. ນີ້ກໍ່ແມ່ນໂອກາດ ເພື່ອເພີ່ມທະວີການເຊື່ອມໂຍງ ລະຫວ່າງ ບັນດາຮຸ່ນອະດີດນັກສຶກສາ, ປະກອບສ່ວນເພີ່ມພູນຄູນສ້າງໄມຕີຈິດມິດຕະພາບ ແລະ ຂະຫຍາຍການຮ່ວມມືດ້ານການສຶກສາ ລະຫວ່າງ ຫວຽດນາມ ແລະ ຣູມານີ ໃນໄລຍະຕໍ່ໜ້ານີ້.
![]() |
| ບັນດາຜູ້ແທນ ຖ່າຍຮູບຮ່ວມກັນເປັນທີລະນຶກ. ພາບໂດຍ: ດິ່ງ ຮວ່າ |
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຣູມານີ ແລະ ຫວຽດນາມ (1950 – 2025), ສະຖານທູດ ຣູມານີ ແລະ ສະຖານກົງສຸນ ຣູມານີ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການເສັງແຕ້ມຮູບສຳລັບນ້ອງນ້ອຍເຍົາວະຊົນ ຫວຽດນາມ. |
ຍສໝ - ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ-ຣູມານີ ໄດ້ຈັດຕັ້ງການພົບປະສັງສັນມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 106 ປີແຫ່ງວັນຊາດ ຣູມານີ (1 ທັນວາ 1918 / 1 ທັນວາ 2024) ແລະມຸ່ງໄປເຖິງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຣູມານີ (3 ກຸມພາ 1950 / 3 ກຸມພາ 2025). |
ແທັງຮັ່ງ



