| ກວດສຸຂະພາບໂດຍບໍ່ເສຍຄ່າໃຫ້ແມ່ຍິງຫວຽດນາມຢູ່ມາເລເຊຍ ຫວຽດນາມ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດອາຊີ ຢູ່ ມາເລເຊຍ |
ນັກວິເຄາະດ້ານການຕ່າງປະເທດ ແລະ ຄວາມໝັ້ນຄົງ Collins Chong Yew Keat ຈາກມະຫາວິທະຍາໄລ Malaya ເຫັນວ່າ ການຢ້ຽມຢາມຄັ້ງນີ້ໄດ້ກຳນົດວາລະຍຸດທະສາດ, ເປີດກວ້າງຂອບເຂດການຮ່ວມມື ແລະ ເສີມສ້າງຄວາມພະຍາຍາມໄປສູ່ການຮ່ວມມືດ້ານປ້ອງກັນຊາດທີ່ແທດຈິງກວ່າ.
ຕາມຊ່ຽວຊານ Collins Chong Yew Keat ໜຶ່ງໃນບັນດາຜົນສຳເລັດສຳຄັນຂອງການຢ້ຽມຢາມແມ່ນການສະໜັບສະໜູນທາງການເມືອງລະດັບສູງຕໍ່ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ. ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ສສ ຫວຽດນາມ ຊົມເຊີຍຫວຽດນາມ ແລະ ມາເລເຊຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ວາງຂົງເຂດນີ້ເຂົ້າໃນຂອບເຂດການພັດທະນາໄລຍະຍາວຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຜ່ານການຕ້ອນຮັບຂອງນາຍົກລັດຖະມົນຕີຫວຽດນາມຕໍ່ລັດຖະມົນຕີປ້ອງກັນຊາດມາເລເຊຍ, ສອງລັດຖະບານໄດ້ສົ່ງສັນຍານໃຫ້ເຫັນວ່າ ການພົວພັນດ້ານປ້ອງກັນຊາດເຊື່ອມໂຍງກັບພາບລວມຂອງການພົວພັນດ້ານການເມືອງ, ເສດຖະກິດ, ເຕັກໂນໂລຊີ ແລະ ການທູດລະຫວ່າງສອງປະເທດ. ນີ້ແມ່ນເງື່ອນໄຂທີ່ເອື້ອອຳນວຍໃຫ້ສອງຝ່າຍຫັນຈາກການແລກປ່ຽນ, ປຶກສາຫາລື ໄປສູ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືດ້ານປ້ອງກັນຊາດ.
ສອງຝ່າຍຍັງຢືນຢັນຄືນໃໝ່ວ່າ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດປີ 2023 ແລະ ແຜນງານດຳເນີນງານເພື່ອປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນບັນດາທິດທາງຕົ້ນຕໍສຳລັບການຮ່ວມມືໃນໄລຍະຕໍ່ໄປ. ບັນດາເນື້ອໃນດັ່ງກ່າວຖືກສ້າງຂຶ້ນບົນພື້ນຖານການຮ່ວມມືທີ່ມີຢູ່ແລ້ວ ເຊັ່ນ ການແລກປ່ຽນຄະນະ, ກົນໄກປຶກສາຫາລື, ການສຶກສາດ້ານການທະຫານ, ອຸດສາຫະກຳປ້ອງກັນຊາດ ກໍຄືການປະສານງານຢູ່ ASEAN ແລະ ບັນດາເວທີຫຼາຍຝ່າຍ.
ຕາມຊ່ຽວຊານ Collins Chong Yew Keat ການຮ່ວມມືທາງທະເລໄດ້ກາຍເປັນໜຶ່ງໃນບັນດາບູລິມະສິດຍຸດທະສາດທີ່ຈະແຈ້ງ. ສອງຝ່າຍສະໜັບສະໜູນການຮັກສາການປຶກສາຫາລືເປັນປະຈຳ, ເພີ່ມທະວີການພົວພັນລະຫວ່າງບັນດາອົງການບັງຄັບໃຊ້ກົດໝາຍທາງທະເລ, ຊ່ວຍເຫຼືອຊາວປະມົງທີ່ປະສົບໄພ ແລະ ຄຸ້ມຄອງບັນດາຂໍ້ຂັດແຍ່ງທາງທະເລດ້ວຍສັນຕິວິທີ ໃຫ້ສອດຄ່ອງກັບກົດໝາຍສາກົນ.
![]() |
| ທ່ານ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ແລະ ທ່ານ Dato’ Seri Mohamed Khaled Bin Nordin, ລັດຖະມົນຕີກະຊວງປ້ອງກັນຊາດມາເລເຊຍ ເຈລະຈາກັນ. |
ຫວຽດນາມ ແລະ ມາເລເຊຍ ພ້ອມກັນຢືນຢັນຄືນໃໝ່ເຖິງຄວາມສຳຄັນຂອງສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ປີ 1982, ການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ສຳເລັດປະມວນກົດລະບຽບວ່າດ້ວຍການປະພຶດຢູ່ທະເລຕາເວັນອອກ (COC) ທີ່ມີປະສິດທິຜົນ ແລະ ແທດຈິງ ໂດຍໄວ.
ການສຶກສາ ແລະ ການຝຶກອົບຮົມກໍແມ່ນເນື້ອໃນການຮ່ວມມືໜຶ່ງທີ່ໄດ້ຮັບການເອົາໃຈໃສ່. ບັນດາໂຄງການສອງພາສາ, ການແລກປ່ຽນອາຈານ, ຫຼັກສູດສຳລັບນາຍທະຫານ ແລະ ການແລກປ່ຽນລະຫວ່າງບັນດາສະຖາບັນການທະຫານ ໄດ້ຮັບການຕີລາຄາວ່າເປັນຂໍ້ລິເລີ່ມທີ່ສາມາດດຳເນີນໄດ້ໃນດ້ານຄ່າໃຊ້ຈ່າຍ ແລະ ມີທ່າແຮງນຳມາເຊິ່ງປະສິດທິຜົນສູງ.
ຕາມຊ່ຽວຊານຈາກມະຫາວິທະຍາໄລ Malaya, ໃນໄລຍະຍາວ ບັນດາໂຄງການເຫຼົ່ານີ້ສາມາດປະກອບສ່ວນສ້າງເຄືອຂ່າຍນາຍທະຫານທີ່ມີຄັງຄຳສັບວິຊາສະເພາະຮ່ວມກັນ, ເຂົ້າໃຈວັດທະນະທຳດ້ານສະຖາບັນຂອງກັນ ແລະ ກັນ ແລະ ສາມາດສື່ສານໂດຍກົງໃນສະຖານະການສຸກເສີນ ຫຼື ກິດຈະກຳຫຼາຍຊາດ.
ໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ຫວຽດນາມໄດ້ເຊີນການນຳດ້ານປ້ອງກັນຊາດ, ຜູ້ຕາງໜ້າກອງທັບ ແລະ ບັນດາວິສາຫະກິດມາເລເຊຍ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ (VNDefenceExpo) ຄັ້ງທີ 3. ຕາມຊ່ຽວຊານ Collins Chong Yew Keat, VNDefenceExpo 2026 ສາມາດສ້າງພື້ນຖານເພື່ອກຳນົດບັນດາໂຄງການ ແລະ ຄູ່ຮ່ວມມືທີ່ມີທ່າແຮງ. ແນວໃດກໍຕາມ, ເພື່ອກ້າວໄປສູ່ສັນຍາຈັດຊື້, ການຖ່າຍທອດເຕັກໂນໂລຊີ ຫຼື ການຜະລິດຮ່ວມກັນ ຈະຕ້ອງມີອີກຫຼາຍຂັ້ນຕອນດຳເນີນງານທີ່ລະອຽດ.
ເມື່ອຕີລາຄາໂດຍລວມຕໍ່ການຢ້ຽມຢາມ, ຊ່ຽວຊານ Collins Chong Yew Keat ເຫັນວ່າ ກິດຈະກຳນີ້ໄດ້ເຊື່ອມໂຍງຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ຜົນປະໂຫຍດທາງທະເລ ແລະ ບັນດາເປົ້າໝາຍຂອງ ASEAN ເຂົ້າກັບແຜນງານການຮ່ວມມືທີ່ແທດຈິງກວ່າ.
ສຳລັບມາເລເຊຍ, ການຢ້ຽມຢາມປະກອບສ່ວນໜູນຊ່ວຍຄວາມສາມາດຟື້ນຕົວທາງທະເລ, ຫຼາກຫຼາຍການປ້ອງກັນຊາດ ແລະ ຊຸກຍູ້ຄວາມໝັ້ນຄົງພາກພື້ນ ໂດຍມີ ASEAN ເປັນໃຈກາງ. ສຳລັບຫວຽດນາມ, ການຢ້ຽມຢາມໄດ້ເປີດກວ້າງໂອກາດໃນການສ້າງຂີດຄວາມສາມາດ, ພັດທະນາກົນໄກຄຸ້ມຄອງຄວາມສ່ຽງທາງທະເລ ແລະ ຫຼາກຫຼາຍເຄືອຂ່າຍຄູ່ຮ່ວມມືດ້ານປ້ອງກັນຊາດທີ່ໜ້າເຊື່ອຖື.
ຍສໝ - ວັນທີ 9 ສິງຫາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ມາເລເຊຍ, ທ່ານ ຫງວຽນຄັກດິ້ງ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບ ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato' Johari Bin Abdul ແລະ ໂອ້ລົມເຈລະຈາກັບ ທ່ານຮອງປະທານສະພາສູງ ມາເລເຊຍ Datuk Nur Jazlan bin Tan Sri Mohamed ທີ່ສໍານັກງານລັດຖະສະພາ ມາເລເຊຍ. |
ຍສໝ - ຕອນຄ່ຳວັນທີ 23 ສິງຫາ, ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ (MVFA) ແລະ ມະຫາວິທະຍາໄລ Malaya ໄດ້ຈັດຕັ້ງງານລາຕີພົບປະແລກປ່ຽນວັດທະນະທຳເພື່ອເຊື່ອມຕໍ່ນ້ຳໃຈມິດຕະພາບ. ເຫດການດັ່ງກ່າວ ໄດ້ດຶງດູດ ຊາວຫວຽດນາມ ຢູ່ມາເລເຊຍ, ຄູອາຈານ ແລະ ນັກສຶກສາຂອງໂຮງຮຽນເຂົ້າຮ່ວມນັບຮ້ອຍຄົນ. |
ມິງດຶກ
