ຫວຽດນາມ - ອົດສະຕາລີ ມຸ່ງໄປສູ່ການຮ່ວມມືທີ່ແທດຈິງ ແລະ ມີປະສິດທິຜົນ

16:03 | 08/08/2026

ຍສໝ - ການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຢູ່ ອົດສະຕາລີ ແມ່ນຂີດໝາຍປະຫວັດສາດ, ສະທ້ອນເຖິງວິໄສທັດຍຸດທະສາດ, ຄວາມຕັດສິນໃຈທາງການເມືອງ ແລະ ຄວາມໄວ້ເນື້ອເຊື່ອໃຈທີ່ນັບມື້ນັບເລິກເຊິ່ງລະຫວ່າງການນຳ ແລະ ປະຊາຊົນສອງປະເທດ, ພ້ອມທັງເປີດໂອກາດໃໝ່ໆ ເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງຮອບດ້ານ, ແທດຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມຊາວຫວຽດນາມຢູ່ອົດສະຕາລີ ຊາວຫວຽດນາມອາໄສຢູ່ອົດສະຕາລີ ກໍ່ສ້າງໂຮງຮຽນທີ່ມີມູນຄ່າກວ່າ 1.1 ຕື້ດົ່ງໃຫ້ແກ່ເດັກນ້ອຍໃນເຂດພູດອຍດ້ຽນບຽນ.

ໂດຍຕອບຮັບຄຳເຊີນຂອງທ່ານນາງ Sam Mostyn ​ຜູ້ສຳເລັດຣາຊະການແຫ່ງອົດສະຕາລີ ແລະ ທ່ານນາງ Cindy Kiro ຜູ້ສຳເລັດລາຊະການແຫ່ງນິວຊີແລນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມຂັ້ນລັດຢູ່ອົດສະຕາລີ ແລະ ນິວຊີແລນ ແຕ່ວັນທີ 9-14/8/2026.

ກ່ອນການຢ້ຽມຢາມ, ໃນການແລກປ່ຽນກັບສື່ມວນຊົນ ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳອົດສະຕາລີ ໃຫ້ຮູ້ວ່າ ການຢ້ຽມຢາມຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ມີຄວາມໝາຍສຳຄັນເປັນພິເສດ, ດຳເນີນຂຶ້ນໃນສະພາບການທີ່ການພົວພັນຫວຽດນາມ – ອົດສະຕາລີ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ພາຍຫຼັງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2024.

ໃນຖານະເປັນກິດຈະກຳການຕ່າງປະເທດຂັ້ນສູງສຸດຂອງພັກ ແລະ ລັດ, ພ້ອມທັງເປັນການຢ້ຽມຢາມຂັ້ນລັດຄັ້ງທຳອິດຂອງປະທານປະເທດຫວຽດນາມຢູ່ອົດສະຕາລີ, ການຢ້ຽມຢາມຄັ້ງນີ້ແມ່ນຂີດໝາຍປະຫວັດສາດ, ສະທ້ອນເຖິງວິໄສທັດຍຸດທະສາດ, ຄວາມຕັດສິນໃຈທາງການເມືອງ ແລະ ຄວາມໄວ້ເນື້ອເຊື່ອໃຈທີ່ນັບມື້ນັບເລິກເຊິ່ງລະຫວ່າງການນຳ ແລະ ປະຊາຊົນສອງປະເທດ, ພ້ອມທັງເປີດໂອກາດໃໝ່ເພື່ອນຳການພົວພັນສອງຝ່າຍໃຫ້ພັດທະນາຢ່າງຮອບດ້ານ, ແທດຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ທ່ານເອກອັກຄະລັດຖະທູດແບ່ງປັນວ່າ ຈຸດສຸມຂອງການຢ້ຽມຢາມແມ່ນສືບຕໍ່ເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງໃນຂັ້ນສູງສຸດ, ພ້ອມທັງຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ຄຳໝັ້ນສັນຍາທີ່ສອງຝ່າຍໄດ້ເຫັນດີກັນໃນຂອບຄູ່ຮ່ວມຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ.

ບົນພື້ນຖານການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມພາຍຫຼັງກວ່າເຄິ່ງສະຕະວັດແຫ່ງການສ້າງຕັ້ງການພົວພັນການທູດ, ສອງປະເທດມີຜົນປະໂຫຍດຍຸດທະສາດທີ່ຄ້າຍຄືກັນຫຼາຍດ້ານ ແລະ ນັບມື້ນັບຮັບຮູ້ຈະແຈ້ງກວ່າເກົ່າເຖິງຄວາມສຳຄັນຂອງການປະສານງານຢ່າງແໜ້ນແຟ້ນເພື່ອຮັບມືກັບບັນດາສິ່ງທ້າທາຍຮ່ວມ.

ການຢ້ຽມຢາມຍັງເປັນໂອກາດໃຫ້ການນຳສອງປະເທດແລກປ່ຽນຢ່າງເລິກເຊິ່ງ ແລະ ກວ້າງຂວາງກ່ຽວກັບບັນດາທິດທາງໃຫຍ່ທີ່ມີລັກສະນະຍຸດທະສາດ ເພື່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມໝາຍຍຸດທະສາດ, ໃນນັ້ນມີເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ – ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ, ການສຶກສາ – ການຝຶກອົບຮົມ, ປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ການແລກປ່ຽນປະຊາຊົນ.

ໂດຍສະເພາະ, ໃນສະພາບການທີ່ເສດຖະກິດໂລກພວມຜ່ານການຜັນແປຢ່າງເລິກເຊິ່ງ, ການຊຸກຍູ້ບັນດາຂົງເຂດຮ່ວມມືໃໝ່, ການສ້າງຕ່ອງໂສ້ສະໜອງທີ່ຍືນຍົງ ແລະ ການເພີ່ມທະວີການຮ່ວມມືເຊື່ອມຕໍ່ລະຫວ່າງສອງເສດຖະກິດ ຈະສ້າງແຮງຂັບເຄື່ອນການເຕີບໂຕໃໝ່ໃຫ້ແກ່ການພົວພັນສອງຝ່າຍ.

ອາດກ່າວໄດ້ວ່າ ການຢ້ຽມຢາມບໍ່ພຽງແຕ່ມີຄວາມໝາຍຕໍ່ການພົວພັນຫວຽດນາມ – ອົດສະຕາລີ ເທົ່ານັ້ນ ແຕ່ຍັງສົ່ງສານກ່ຽວກັບບົດບາດຂອງສອງປະເທດໃນການປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນມະຫາສະໝຸດອິນເດຍ – ປາຊີຟິກ.

ໃນຖານະເປັນບັນດາປະເທດທີ່ມີທີ່ຕັ້ງສຳຄັນໃນພາກພື້ນ, ຫວຽດນາມ ແລະ ອົດສະຕາລີ ມີຜົນປະໂຫຍດຮ່ວມໃນການຮັກສາສະພາບແວດລ້ອມທີ່ສັນຕິ, ໝັ້ນຄົງ ແລະ ອີງໃສ່ກົດລະບຽບ; ພ້ອມທັງສະໜັບສະໜູນການແກ້ໄຂຄວາມເຫັນຕ່າງດ້ວຍວິທີການສັນຕິ, ບົນພື້ນຖານເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.

ນີ້ຍັງເປັນໂອກາດໃຫ້ສອງປະເທດສືບຕໍ່ຢືນຢັນຄຳໝັ້ນສັນຍາຕໍ່ລັດທິຫຼາຍຝ່າຍ, ເພີ່ມທະວີການປະສານງານຢູ່ບັນດາກົນໄກພາກພື້ນ ແລະ ສາກົນ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າກວ່າເກົ່າເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍຮ່ວມ, ຊຸກຍູ້ການຮ່ວມມື ແລະ ສ້າງຄວາມເຊື່ອໝັ້ນລະຫວ່າງບັນດາປະເທດ.

“ຂ້າພະເຈົ້າເຊື່ອໝັ້ນວ່າ ຜົນສຳເລັດຂອງການຢ້ຽມຢາມຈະສ້າງແຮງຊຸກຍູ້ໃໝ່, ນຳການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ – ອົດສະຕາລີ ໃຫ້ພັດທະນານັບມື້ນັບເລິກເຊິ່ງ, ແທດຈິງ ແລະ ຍືນຍົງ; ພ້ອມທັງສືບຕໍ່ຢືນຢັນວ່າ ນີ້ແມ່ນໜຶ່ງໃນບັນດາການພົວພັນທີ່ສຳຄັນ, ຫ້າວຫັນ ແລະ ມີທ່າແຮງສູງໃນເຄືອຂ່າຍຄູ່ຮ່ວມສາກົນຂອງແຕ່ລະປະເທດ” ທ່ານເອກອັກຄະລັດຖະທູດສະແດງຄວາມເຫັນ.

ການພົວພັນຄູ່ຮ່ວມທີ່ມີຄວາມເລິກເຊິ່ງ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ ແລະ ອົດສະຕາລີ

ຕາມທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດ ຫຼັງຈາກກວ່າສອງປີແຫ່ງການຜັນຂະຫຍາຍຂອບຄູ່ຮ່ວມຍຸດທະສາດຮອບດ້ານ, ການພົວພັນຫວຽດນາມ – ອົດສະຕາລີ ພວມພັດທະນາຢ່າງແຂງແຮງ, ແທດຈິງ ແລະ ຮອບດ້ານໃນຫຼາຍຂົງເຂດ.

ໃນນັ້ນ, ການພົວພັນດ້ານການເມືອງ ແລະ ການທູດ ສືບຕໍ່ມີບົດບາດເປັນພື້ນຖານ ໂດຍມີການຢ້ຽມຢາມ, ການພົບປະຂັ້ນສູງ ແລະ ກົນໄກສົນທະນາທີ່ໄດ້ຮັບການຮັກສາເປັນປະຈຳ. ສິ່ງທີ່ໜ້າສັງເກດແມ່ນ ປະມານ 96% ຂອງບັນດາລາຍການດຳເນີນງານໃນແຜນດຳເນີນງານໄລຍະ 2024-2027 ໄດ້ສຳເລັດ ຫຼື ພວມຜັນຂະຫຍາຍຕາມຄວາມຄືບໜ້າ, ສະທ້ອນເຖິງຄວາມຕັດສິນໃຈທາງການເມືອງສູງ ແລະ ການປະສານງານຢ່າງມີປະສິດທິຜົນລະຫວ່າງສອງປະເທດ.

ການຮ່ວມມືດ້ານເສດຖະກິດສືບຕໍ່ເປັນຈຸດເດັ່ນ. ໃນ 6 ເດືອນຕົ້ນປີ 2026, ມູນຄ່າການຄ້າສອງຝ່າຍບັນລຸ 8,1 ຕື້ USD, ເພີ່ມຂຶ້ນເກືອບ 22% ທຽບໃສ່ໄລຍະດຽວກັນຂອງປີກ່ອນ; ໃນນັ້ນ ການສົ່ງອອກຂອງຫວຽດນາມໄປອົດສະຕາລີບັນລຸ 3,8 ຕື້ USD, ເພີ່ມຂຶ້ນກວ່າ 25%. ປັດຈຸບັນ ອົດສະຕາລີ ຢູ່ໃນກຸ່ມ 10 ຄູ່ຮ່ວມໃຫຍ່ທີ່ສຸດຂອງຫວຽດນາມດ້ານການຄ້າ, ການທ່ອງທ່ຽວ ແລະ ການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ (ODA), ສະແດງໃຫ້ເຫັນລັກສະນະເກື້ອໜູນກັນທີ່ນັບມື້ນັບຈະແຈ້ງລະຫວ່າງສອງເສດຖະກິດ.

ຄຽງຄູ່ກັບເສດຖະກິດ, ການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ສືບຕໍ່ໄດ້ຮັບການເປີດກວ້າງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບເຊິ່ງກັນແລະກັນ. ການຈັດການສົນທະນາຄວາມໝັ້ນຄົງຂັ້ນລັດຖະມົນຕີ ຫວຽດນາມ-ອົດສະຕາລີ ຄັ້ງທຳອິດຢູ່ Canberra ໃນປີ 2024 ພ້ອມກັບການທີ່ກອງທັບເຮືອຫວຽດນາມເຂົ້າຮ່ວມການຝຶກຊ້ອມ Kakadu ເປັນຄັ້ງທຳອິດ ຖືວ່າເປັນບັນດາຂີດໝາຍສຳຄັນ, ສ້າງພື້ນຖານໃຫ້ແກ່ການຮ່ວມມືທີ່ແທດຈິງກວ່າເກົ່າໃນຂົງເຂດນີ້.

ຫວຽດນາມ - ອົດສະຕາລີ ມຸ່ງໄປສູ່ການຮ່ວມມືທີ່ແທດຈິງ ແລະ ມີປະສິດທິຜົນ
ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ອົດສະຕາລີ

ສິ່ງທີ່ໜ້າສັງເກດແມ່ນ ວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳ ພວມກາຍເປັນໜຶ່ງໃນບັນດາເສົາຄ້ຳການຮ່ວມມືທີ່ມີທ່າແຮງຫຼາຍທີ່ສຸດ. ສອງປະເທດພວມຕັ້ງໜ້າຜັນຂະຫຍາຍໂຄງການ Aus4Innovation, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍນະວັດຕະກຳ ແລະ ສ້າງຕັ້ງສູນເຕັກໂນໂລຊີຍຸດທະສາດ ຫວຽດນາມ-ອົດສະຕາລີ ຢູ່ຮ່າໂນ້ຍ, ສຸມໃສ່ບັນດາຂົງເຂດເຊັ່ນ ປັນຍາປະດິດ, 5G, 6G ແລະ ຊິບເຄິ່ງຕົວນຳ. ບັນດາພື້ນຖານເຫຼົ່ານີ້ຈະຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດ, ຜ່ານນັ້ນສ້າງມູນຄ່າເພີ່ມສູງໃຫ້ແກ່ການພົວພັນສອງຝ່າຍໃນອະນາຄົດ.

“ເມື່ອເບິ່ງໂດຍລວມ, ຈຸດເດັ່ນໃນການພົວພັນ ຫວຽດນາມ – ອົດສະຕາລີ ໃນໄລຍະຜ່ານມາ ບໍ່ພຽງແຕ່ຢູ່ທີ່ການພັດທະນາໃນຫຼາຍຂົງເຂດ ແຕ່ຍັງຢູ່ທີ່ການປ່ຽນແປງດ້ານຄຸນນະພາບ: ຈາກການພົວພັນຮ່ວມມືໃນຫຼາຍຂົງເຂດ ໄປສູ່ການພົວພັນຄູ່ຮ່ວມທີ່ມີລວງເລິກ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ຜົນປະໂຫຍດຍຸດທະສາດທີ່ຄ້າຍຄືກັນ ແລະ ວິໄສທັດໄລຍະຍາວ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ສອງປະເທດສືບຕໍ່ນຳການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ພັດທະນາຢ່າງໝັ້ນຄົງ, ມີປະສິດທິຜົນ ແລະ ຍືນຍົງໃນໄລຍະຕໍ່ໄປ” ທ່ານເອກອັກຄະລັດຖະທູດເນັ້ນໜັກ.

ແຮງຂັບເຄື່ອນການເຕີບໂຕໃໝ່ໃນການພົວພັນ ຫວຽດນາມ - ອົດສະຕາລີ

ເມື່ອແນມໄປສູ່ອະນາຄົດ, ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຈະສ້າງແຮງຊຸກຍູ້ເພີ່ມເຕີມ ເພື່ອນຳການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານກ້າວເຂົ້າສູ່ໄລຍະພັດທະນາທີ່ຫ້າວຫັນກວ່າເກົ່າ.

ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ ແລະ ເສດຖະກິດດິຈິຕອນ ຈະເປັນບັນດາແຮງຂັບເຄື່ອນການເຕີບໂຕໃໝ່ຂອງການພົວພັນສອງຝ່າຍ. ອົດສະຕາລີ ມີຈຸດແຂງດ້ານການຄົ້ນຄວ້າ, ເຕັກໂນໂລຊີ, ລະບົບນິເວດນະວັດຕະກຳ ແລະ ແຫຼ່ງບຸກຄະລາກອນຄຸນນະພາບສູງ, ໃນຂະນະທີ່ຫວຽດນາມພວມເລັ່ງລັດການຫັນປ່ຽນດິຈິຕອນ ແລະ ພັດທະນາອຸດສາຫະກຳເຕັກໂນໂລຊີສູງ. ການປະສົມປະສານຈຸດແຂງຂອງສອງຝ່າຍສາມາດເປີດໂອກາດຮ່ວມມືໃນບັນດາຂົງເຂດເຊັ່ນ ປັນຍາປະດິດ, ຊິບເຄິ່ງຕົວນຳ, ຄວາມໝັ້ນຄົງທາງໄຊເບີ, ເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີກະສິກຳທັນສະໄໝ ແລະ ເຕັກໂນໂລຊີສີຂຽວ.

ທ່ານເອກອັກຄະລັດຖະທູດຍັງເຫັນວ່າ ການສ້າງຕ່ອງໂສ້ສະໜອງທີ່ຍືນຍົງ ແລະ ຍົກສູງຄວາມສາມາດຕ້ານທານຂອງເສດຖະກິດ ຈະກາຍເປັນບູລິມະສິດຮ່ວມມືໃນສະພາບການທີ່ໂລກປະເຊີນກັບການຜັນແປຫຼາຍດ້ານ. ດ້ວຍຄວາມໄດ້ປຽບດ້ານຊັບພະຍາກອນ, ພະລັງງານ ແລະ ເຕັກໂນໂລຊີຂອງອົດສະຕາລີ ຄຽງຄູ່ກັບຄວາມສາມາດການຜະລິດ, ຕະຫຼາດ ແລະ ທີ່ຕັ້ງພູມສາດຍຸດທະສາດຂອງຫວຽດນາມ, ສອງປະເທດຍັງມີພື້ນທີ່ຮ່ວມມືອີກຫຼາຍໃນບັນດາຂົງເຂດຍຸດທະສາດເຊັ່ນ ພະລັງງານສະອາດ, ແຮ່ທາດທີ່ຈຳເປັນ, ການຫັນປ່ຽນສີຂຽວ, ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ.

ຕາມທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດ ໃນສະພາບການທີ່ສະພາບແວດລ້ອມສາກົນ ແລະ ພາກພື້ນສືບຕໍ່ຜັນແປຢ່າງສັບສົນ, ການເພີ່ມທະວີການປະສານງານລະຫວ່າງຫວຽດນາມ ແລະ ອົດສະຕາລີ ຍິ່ງມີຄວາມໝາຍສຳຄັນ. ສອງປະເທດຕ້ອງສືບຕໍ່ເສີມສ້າງພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ຮັກສາການແລກປ່ຽນຂັ້ນສູງ, ສົ່ງເສີມລັກສະນະເກື້ອໜູນກັນຂອງສອງເສດຖະກິດ ເພື່ອຫຼາກຫຼາຍຕ່ອງໂສ້ສະໜອງ ແລະ ຍົກສູງຄວາມສາມາດປັບຕົວຕໍ່ບັນດາການຜັນແປຂອງເສດຖະກິດໂລກ.

ພ້ອມກັນນັ້ນ, ສອງຝ່າຍສາມາດສືບຕໍ່ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ-ຄວາມໝັ້ນຄົງ ໃນບັນດາຂົງເຂດຮັກສາສັນຕິພາບຂອງສະຫະປະຊາຊາດ, ຄວາມໝັ້ນຄົງທາງທະເລ, ການຊ່ວຍເຫຼືອດ້ານມະນຸດສະທຳ, ຄວາມໝັ້ນຄົງທາງໄຊເບີ ແລະ ການປ້ອງກັນຕ້ານອາຊະຍາກຳຂ້າມຊາດ, ພ້ອມທັງເພີ່ມທະວີການປະສານງານຢູ່ບັນດາກົນໄກຫຼາຍຝ່າຍເຊັ່ນ ASEAN, EAS, APEC ແລະ ສະຫະປະຊາຊາດ ເພື່ອຊຸກຍູ້ການສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເຊີດຊູລັດທິຫຼາຍຝ່າຍ.

ທ່ານເອກອັກຄະລັດຖະທູດຢືນຢັນວ່າ ດ້ວຍພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງການເມືອງທີ່ນັບມື້ນັບໄດ້ຮັບການເສີມສ້າງ, ລັກສະນະເກື້ອໜູນກັນລະຫວ່າງສອງເສດຖະກິດ ພ້ອມກັບຄວາມຕັດສິນໃຈຂອງການນຳສອງປະເທດ, ຫວຽດນາມ ແລະ ອົດສະຕາລີ ຈະສືບຕໍ່ເປັນຄູ່ຮ່ວມສຳຄັນຂອງກັນ ແລະ ກັນ, ບໍ່ພຽງແຕ່ຊຸກຍູ້ການຮ່ວມມືສອງຝ່າຍໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ ແຕ່ຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ຍືນຍົງຂອງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ກໍຄືໃນທົ່ວໂລກ.

ອົງການ ChildFund ອົດສະຕາລີ: 297 ໂຄງການ - ຫຼາຍກວ່າ 1.200 ຕື້ດົ່ງເພື່ອອະນາຄົດຂອງເດັກນ້ອຍຫວຽດນາມ ອົງການ ChildFund ອົດສະຕາລີ: 297 ໂຄງການ - ຫຼາຍກວ່າ 1.200 ຕື້ດົ່ງເພື່ອອະນາຄົດຂອງເດັກນ້ອຍຫວຽດນາມ
ຍສໝ - ​ໃນ​ເກືອບ 3 ທົດ​ສະ​ວັດ​ແຫ່ງ​ການ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ, ອົງການ ChildFund ອົດ​ສະ​ຕາ​ລີ ​ໄດ້​ປະຕິບັດ 297 ​ໂຄງການ ດ້ວຍ​ຍອດ​ຈຳນວນ​ເງິນ​ເກືອບ 72 ລ້ານ​ໂດ​ລາ​ອົດ​ສະ​ຕາ​ລີ, ​ເທົ່າ​ກັບ​ກວ່າ 1.200 ຕື້​ດົ່ງ. ​ໂຄງການ​ດັ່ງກ່າວ​ກວມ​ເອົາ​ຫຼາຍ​ຂົງ​ເຂດ​ເຊັ່ນ: ການ​ປົກ​ປ້ອງ​ເດັກ, ການ​ສຶກສາ, ສາທາລະນະ​ສຸກ, ນ້ຳ​ສະອາດ, ການຫາລ້ຽງຊີບ... ໂດຍຜ່ານນັ້ນ ນຳເອົາໂອກາດການພັດທະນາທີ່ປອດໄພ ແລະ ຍືນຍົງໃຫ້ແກ່ເດັກນ້ອຍຫຼາຍລ້ານຄົນ.
ຊຸກຍູ້ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ນະ​ວັດຕະກຳ​ໃນ​ຂະ​ແໜງ​ເສດຖະກິດ​ສີຂຽວ ຊຸກຍູ້ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ນະ​ວັດຕະກຳ​ໃນ​ຂະ​ແໜງ​ເສດຖະກິດ​ສີຂຽວ
ຍສໝ - ວັນ​ທີ 22 ຕຸລາ​ນີ້, ຢູ່​ນະຄອນ​ເກີນ​ເທີ, ວັນບຸນ​ເຊື່ອມ​ຕໍ່​ການ​ລົງທຶນ​ດ້ານ​ດິນ​ຟ້າ​ອາກາດ​ໄດ້​ໄຂ​ຂຶ້ນ​ໃນ​ຂອບ​ເຂດ​ໂຄງການພື້ນທີ່​ຮ່ວມ​ມື​ວິ​ສາ​ຫະກິດ (BPP) ​ໂດຍ​ລັດຖະບານ​ອົດ​ສະ​ຕາ​ລີ ອຸປະຖຳ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ