| ຫວຽດນາມ ເພີ່ມທະວີການປະສານສົມທົບກັບວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ ປີ ເອເປັກ (APEC) 2027 ຫວຽດນາມ ແບ່ງປັນກ່ຽວກັບວິໄສທັດ ແລະ ວຽກງານການກະກຽມໃຫ້ແກ່ ປີ APEC 2027 |
ກ່າວຄຳປາໄສນຳສະເໜີບັນຫາທີ່ກອງປະຊຸມສຳມະນາ, ທ່ານນາງ ຟ້າມ ທິ ກິມ ອຽນ, ຮອງຫົວໜ້າກົມພິທີການລັດ ແລະ ການແປພາສາຕ່າງປະເທດ, ໃຫ້ຮູ້ວ່າ ກອງປະຊຸມສຳມະນາມຸ່ງໄປສູ່ການສ້າງລະບົບພິທີການຕ່າງປະເທດທີ່ເປັນເອກະພາບ, ເປີດໂອກາດໃຫ້ປັບປຸງ, ສ້າງມາດຕະຖານຂະບວນການ, ເຮັດໃຫ້ຂໍ້ມູນເປັນເອກະພາບ ແລະ ເພີ່ມທະວີການປະສານງານໃນການປະຕິບັດໜ້າທີ່.
ກອງປະຊຸມສຳມະນາສຸມໃສ່ 3 ເນື້ອໃນຕົ້ນຕໍຄື: ເຮັດໃຫ້ແຈ້ງເນື້ອໃນຂອງວຽກງານພິທີການຕ່າງປະເທດໃນໂຄງສ້າງຄວາມສາມາດດ້ານການຕ່າງປະເທດແຫ່ງຊາດ; ສ້າງຊຸດມາດຖານເພື່ອປະເມີນລະດັບຄວາມເປັນມືອາຊີບ, ຄວາມທັນສະໄໝ ແລະ ເອກະລັກ; ພ້ອມທັງຫັນຜົນການປະເມີນໃຫ້ເປັນລະບົບວິທີແກ້ໄຂຕາມລຳດັບບຸລິມະສິດ, ກຳນົດຢ່າງຈະແຈ້ງຜູ້ຮັບຜິດຊອບ ແລະ ດັດຊະນີຕິດຕາມ, ປະເມີນຜົນ.
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນຫຼາຍເນື້ອໃນທີ່ມີລັກສະນະຍຸດທະສາດ ກ່ຽວກັບວຽກງານການຕ່າງປະເທດ ແລະ ພິທີການຕ່າງປະເທດຂອງຫວຽດນາມ ໃນສະພາບການທີ່ປະເທດກ້າວເຂົ້າສູ່ຍຸກແຫ່ງການພັດທະນາໃໝ່.
ບັນດາບົດປະກອບຄຳເຫັນໄດ້ວິເຄາະສະພາບການສາກົນ, ບັນດາທ່າອ່ຽງໃຫຍ່ຂອງການທູດສະໄໝໃໝ່ ແລະ ຂໍ້ຮຽກຮ້ອງທີ່ວາງອອກຕໍ່ວຽກງານພິທີການຕ່າງປະເທດ ເພື່ອຕອບສະໜອງຢ່າງມີປະສິດທິຜົນຕໍ່ໜ້າທີ່ການຕ່າງປະເທດຂອງພັກ ແລະ ລັດ.
ຈາກປະສົບການໃນການຈັດບັນດາເຫດການສາກົນຂະໜາດໃຫຍ່ຢ່າງສຳເລັດຜົນ, ບັນດາຄຳເຫັນຍັງໄດ້ປະເມີນໂອກາດ, ສິ່ງທ້າທາຍ ແລະ ສະເໜີບັນດາວິທີແກ້ໄຂ ເພື່ອຮັບໃຊ້ວຽກງານກະກຽມສຳລັບປີ APEC 2027, ໃນນັ້ນເນັ້ນໜັກເຖິງຄວາມຈຳເປັນໃນການປະສານງານຢ່າງພ້ອມພຽງລະຫວ່າງບັນດາອົງການ, ຍົກສູງຄວາມສາມາດໃນການຈັດຕັ້ງ, ບໍລິຫານ ແລະ ຮັບປະກັນຄວາມເປັນມືອາຊີບຕາມມາດຕະຖານສາກົນ.
![]() |
| ພາບລວມກອງປະຊຸມສຳມະນາວິທະຍາສາດ “ຍົກລະດັບວຽກງານພິທີການຕ່າງປະເທດຫວຽດນາມ ໃນຍຸກແຫ່ງການບືນຕົວຂຶ້ນຂອງຊາດ: ພື້ນຖານທິດສະດີ, ສະພາບຕົວຈິງ ແລະ ວິທີແກ້ໄຂ”. (ພາບ: ແທ່ງລອງ) |
ກະກຽມ APEC 2027 ຕາມທິດ “ໄວກວ່າ, ລະອຽດກວ່າ, ຫ້າວຫັນກວ່າ”
ທ່ານນາງ ຫວູຈີມາຍ, ຮອງຫົວໜ້າກົມ, ໜັງສືພິມໂລກ ແລະ ຫວຽດນາມ ໃຫ້ຄວາມເຫັນວ່າ ວຽກງານກະກຽມສຳລັບ APEC 2027 ຄວນດຳເນີນຕາມທິດ “ໄວກວ່າ, ລະອຽດກວ່າ, ຈະແຈ້ງກວ່າ, ພ້ອມພຽງກວ່າ ແລະ ຫ້າວຫັນກວ່າ”, ເພື່ອຮັບປະກັນການຈັດເຫດການໃຫ້ສຳເລັດຜົນ ແລະ ຍົກສູງຄວາມສາມາດຂອງຫວຽດນາມໃນການຈັດກິດຈະກຳການຕ່າງປະເທດຂະໜາດໃຫຍ່.
ຈາກການສະຫຼຸບບົດຮຽນພາກປະຕິບັດ, ທ່ານນາງ ຫວູຈີມາຍ ເຫັນວ່າ ການຈັດເຫດການສາກົນຕ້ອງຮັບປະກັນຫຼັກການຄື: ມີມາດຕະຖານແຕ່ມີຄວາມຍືດຫຍຸ່ນ, ກະກຽມແຕ່ຫົວທີ, ແບ່ງໜ້າທີ່ຢ່າງຈະແຈ້ງ, ປະສານງານຢ່າງແທ້ຈິງ, ມີແຜນສຳຮອງຢູ່ສະເໝີ ແລະ ບໍ່ເບິ່ງຂ້າມລາຍລະອຽດໃດໆ ແມ່ນແຕ່ລາຍລະອຽດນ້ອຍໆ.
ສຳລັບການກະກຽມ APEC 2027, ທ່ານນາງ ຫວູຈີມາຍ ສະເໜີໃຫ້ສຸມໃສ່ 5 ໜ້າທີ່ຕົ້ນຕໍ:
ກ່ອນອື່ນໝົດ, ຕ້ອງສ້າງແຜນການລວມ ພ້ອມກັບກຳນົດແຜນດຳເນີນງານຢ່າງລະອຽດສຳລັບແຕ່ລະລາຍການ. APEC 2027 ບໍ່ພຽງແຕ່ມີສັບປະດາຜູ້ນຳຂັ້ນສູງເທົ່ານັ້ນ ແຕ່ຍັງມີຫຼາຍກອງປະຊຸມ ແລະ ກິດຈະກຳທີ່ຈັດຂຶ້ນຕະຫຼອດປີ.
ອັນທີສອງ, ຕ້ອງເພີ່ມທະວີການສຳຫຼວດພາກສະໜາມ ແລະ ທົດລອງດຳເນີນງານບັນດາໂຄງການ, ພື້ນຖານໂຄງລ່າງຢູ່ ຝູ໋ກວກ ພາຍຫຼັງສຳເລັດການກໍ່ສ້າງ, ເພື່ອກວດກາຄວາມສາມາດໃນການດຳເນີນງານພາຍໃຕ້ເງື່ອນໄຂທີ່ໃກ້ຄຽງກັບສະພາບຕົວຈິງ.
ອັນທີສາມ, ຕ້ອງສ້າງແຜນສຳຮອງຢ່າງຄົບຖ້ວນສຳລັບສະຖານະການທີ່ອາດເກີດຂຶ້ນ ເຊັ່ນ: ສະພາບອາກາດບໍ່ເອື້ອອຳນວຍ, ການຈະລາຈອນຕິດຂັດ, ບັນຫາດ້ານເຕັກນິກ, ສາທາລະນະສຸກ ຫຼື ການປ່ຽນແປງກຳນົດການ, ພ້ອມທັງກຳນົດກົນໄກບັນຊາ ແລະ ປະສານງານແກ້ໄຂຢ່າງຈະແຈ້ງ.
ອັນທີສີ່, ໜ້າທີ່ສຳຄັນອີກປະການໜຶ່ງແມ່ນການກະກຽມຊັບພະຍາກອນມະນຸດຄຸນນະພາບສູງ. ພະນັກງານພິທີການ, ນາຍພາສາ, ພະນັກງານຂັບລົດ, ພະນັກງານເຕັກນິກ, ສາທາລະນະສຸກ, ໂຮງແຮມ ແລະ ອາສາສະໝັກ ຕ້ອງໄດ້ຮັບການຝຶກອົບຮົມຢ່າງເປັນລະບົບກ່ຽວກັບວິຊາສະເພາະ, ພາສາຕ່າງປະເທດ, ທັກສະການສື່ສານຂ້າມວັດທະນະທຳ ແລະ ການຮັບມືສະຖານະການ.
ສຸດທ້າຍ, ຕ້ອງເພີ່ມທະວີການປະສານງານລະຫວ່າງຂະແໜງການ, ລະດົມ ແລະ ນຳໃຊ້ກຳລັງຢູ່ກັບທີ່ຢ່າງມີປະສິດທິຜົນ, ນັບແຕ່ອຳນາດການປົກຄອງທ້ອງຖິ່ນ, ບັນດາກະຊວງ, ຂະແໜງການ ໄປຈົນເຖິງວິສາຫະກິດ ແລະ ປະຊາຊົນ, ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງ ແລະ ຮັບໃຊ້, ປະກອບສ່ວນສ້າງຮອຍປະທັບກ່ຽວກັບປະເທດເຈົ້າພາບທີ່ມີຄວາມເປັນມືອາຊີບ ແລະ ຮອບຄອບ.
ຊຸກຍູ້ການທູດສາທາລະນະ, ໂຄສະນາພາບພົດຫວຽດນາມສູ່ໂລກ
ໃນພາກສະເໜີບົດຄວາມເຫັນ, ທ່ານນາງ ຫງວຽນ ເຟືອງ ຮວ່າ, ຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃຫ້ຄວາມເຫັນວ່າ ໃນໄລຍະ 2026-2030 ຕ້ອງສົ່ງເສີມຄຸນຄ່າວັດທະນະທຳ ແລະ ຄົນຫວຽດນາມໃຫ້ເຖິງຂີດສູງສຸດ, ເພື່ອໃຫ້ວັດທະນະທຳກາຍເປັນພະລັງອ່ອນຢ່າງແທ້ຈິງ, ປະກອບສ່ວນຍົກສູງຖານະບົດບາດຂອງຊາດ ໃນສະພາບການທີ່ລະບຽບໂລກໃໝ່ພວມຄ່ອຍໆກໍ່ຕົວຂຶ້ນ.
ຕາມທ່ານນາງ ຫງວຽນເຟືອງຮວ່າ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສະເໜີນາຍົກລັດຖະມົນຕີອອກຍຸດທະສາດວັດທະນະທຳຕ່າງປະເທດຫວຽດນາມຮອດປີ 2030, ວິໄສທັດຮອດປີ 2045. ຍຸດທະສາດວາງເປົ້າໝາຍຫ້າວຫັນເຊື່ອມໂຍງສາກົນດ້ານວັດທະນະທຳ, ເຜີຍແຜ່ບັນດາຄຸນຄ່າຂອງຫວຽດນາມອອກສູ່ໂລກຢ່າງກວ້າງຂວາງ, ພ້ອມທັງຮັບເອົາສິ່ງດີງາມຂອງວັດທະນະທຳມະນຸດຊາດ ເພື່ອສ້າງວັດທະນະທຳທີ່ກ້າວໜ້າ, ເຂັ້ມຂຸ້ນດ້ວຍເອກະລັກຂອງຊາດ, ຜ່ານນັ້ນສົ່ງເສີມພະລັງອ່ອນ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ຍົກສູງຖານະບົດບາດ, ຊື່ສຽງຂອງຫວຽດນາມໃນເວທີສາກົນ.
ເພື່ອຍົກສູງປະສິດທິຜົນການໂຄສະນາພາບພົດຂອງຊາດຜ່ານວັດທະນະທຳ, ທ່ານນາງ ຫງວຽນ ເຟືອງ ຮວ່າ ສະເໜີ 6 ກຸ່ມໜ້າທີ່ຕົ້ນຕໍ, ລວມມີ: ສ້າງລະບົບເນື້ອໃນ ແລະ ເລື່ອງລາວຂອງຊາດ ພ້ອມກັບຄັງຂໍ້ມູນຫຼາຍພາສາທີ່ເປັນເອກະພາບ; ຄົ້ນຄວ້າລັກສະນະຂອງແຕ່ລະຕະຫຼາດ ແລະ ພັດທະນາເຄືອຂ່າຍຊ່ຽວຊານ, ຜູ້ມີອິດທິພົນທີ່ຮັກແພງວັດທະນະທຳຫວຽດນາມ.
ພ້ອມກັນນັ້ນ, ຈັດບັນດາເຫດການສາກົນໃຫ້ເປັນບັນດາຂະບວນການສື່ສານແບບປະສົມປະສານ; ຂະຫຍາຍເຄືອຂ່າຍການປະກົດຕົວຂອງວັດທະນະທຳຫວຽດນາມຢູ່ຕ່າງປະເທດ; ເຊື່ອມໂຍງການໂຄສະນາພາບພົດຂອງຊາດກັບການພັດທະນາອຸດສາຫະກຳວັດທະນະທຳ, ການທ່ອງທ່ຽວ ແລະ ການຮ່ວມມືສາກົນ; ພ້ອມທັງສ້າງລະບົບຂໍ້ມູນ ແລະ ຊຸດດັດຊະນີເພື່ອວັດແທກປະສິດທິຜົນ, ຮັບໃຊ້ການວາງນະໂຍບາຍ.
ຫ້າກຸ່ມວິທີແກ້ໄຂເພື່ອຍົກລະດັບວຽກງານພິທີການຕ່າງປະເທດຫວຽດນາມ
ທ່ານ ຟ້າມບິ່ງດາມ, ເອກອັກຄະລັດຖະທູດ, ອຸປະທູດຫວຽດນາມປະຈຳ Timor-Leste, ຫົວໜ້າໂຄງການຄົ້ນຄວ້າ, ໃຫ້ຮູ້ວ່າ ໂຄງການໄດ້ສ້າງຂອບການວິເຄາະໂດຍອີງໃສ່ສາມມາດຖານຫຼັກ ຄື “ຄວາມເປັນມືອາຊີບ, ຄວາມທັນສະໄໝ ແລະ ເອກະລັກ”. ໃນນັ້ນ, ຄວາມເປັນມືອາຊີບສະທ້ອນເຖິງຄຸນນະພາບຂອງການໃຫ້ຄຳປຶກສາ ແລະ ການຈັດຕັ້ງປະຕິບັດ; ຄວາມທັນສະໄໝສະແດງເຖິງຄວາມສາມາດດ້ານການບໍລິຫານ, ການນຳໃຊ້ຂໍ້ມູນ ແລະ ເຕັກໂນໂລຊີ; ສ່ວນເອກະລັກແມ່ນມຸ່ງໄປສູ່ການສົ່ງເສີມຄຸນຄ່າ, ວັດທະນະທຳ ແລະ ຮູບແບບການທູດຂອງຫວຽດນາມໃນແຕ່ລະກິດຈະກຳການຕ່າງປະເທດ. ສາມມາດຖານນີ້ໄດ້ຮັບການຄ້ຳປະກັນດ້ວຍສາມເສົາຄ້ຳ ຄື ສະຖາບັນ, ຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ.
ແນວໃດກໍຕາມ, ຕາມທ່ານເອກອັກຄະລັດຖະທູດ, ວຽກງານພິທີການຕ່າງປະເທດຍັງມີຂໍ້ຈຳກັດບາງປະການ, ຕົ້ນຕໍແມ່ນຄວາມສາມາດດ້ານການຈັດຕັ້ງຂອງທົ່ວລະບົບ. ຄຸນນະພາບວຽກງານໃນບາງຂັ້ນຕອນຍັງຂຶ້ນກັບພະນັກງານຫຼັກ; ຂະບວນການ, ຂໍ້ມູນ ແລະ ປະສົບການຍັງບໍ່ທັນໄດ້ສ້າງເປັນມາດຕະຖານ ແລະ ຍັງກະແຈກກະຈາຍ; ກົນໄກປະສານງານລະຫວ່າງຂະແໜງການຍັງບໍ່ທັນພ້ອມພຽງຢ່າງແທ້ຈິງ; ພື້ນຖານໂຄງລ່າງ, ຂໍ້ມູນ, ເຕັກໂນໂລຊີ ແລະ ລະບົບການກຳນົດອັດຕະລັກ ຍັງຕ້ອງສືບຕໍ່ປັບປຸງໃຫ້ສົມບູນ.
ຈາກນັ້ນ, ຄະນະຮັບຜິດຊອບໂຄງການໄດ້ສະເໜີຫ້າກຸ່ມວິທີແກ້ໄຂຕົ້ນຕໍ ລວມມີ: ປັບປຸງສະຖາບັນ ແລະ ກົນໄກປະສານງານໃຫ້ສົມບູນ; ສ້າງມາດຕະຖານດ້ານວິຊາຊີບ ແລະ ຂະບວນການປະຕິບັດງານ; ພັດທະນາຊັບພະຍາກອນມະນຸດ; ລົງທຶນໃສ່ພື້ນຖານໂຄງລ່າງ, ຂໍ້ມູນ ແລະ ເຕັກໂນໂລຊີ; ພ້ອມທັງສົ່ງເສີມເອກະລັກການທູດຫວຽດນາມໃນວຽກງານພິທີການຕ່າງປະເທດ.
ການຜັນຂະຫຍາຍຕ້ອງດຳເນີນຕາມລຳດັບບຸລິມະສິດ, ເລີ່ມຈາກການປັບປຸງສະຖາບັນ, ສ້າງມາດຕະຖານຂະບວນການ ແລະ ຂໍ້ມູນ, ສ້າງຂະບວນການປະຕິບັດງານມາດຕະຖານ, ຝຶກອົບຮົມ, ທົດລອງ, ລົງທຶນພື້ນຖານໂຄງລ່າງ ໄປຈົນເຖິງການຂະຫຍາຍຮູບແບບ ແລະ ປະເມີນປະສິດທິຜົນ.
ທ່ານ ຟ້າມບິ່ງດາມ ຍັງສະເໜີໃຫ້ເລືອກ APEC 2027 ເປັນຂີດໝາຍສຳລັບການທົດສອບ ແລະ ຍົກສູງຄວາມສາມາດດ້ານພິທີການຕ່າງປະເທດຂອງຫວຽດນາມ. ຕາມນັ້ນ, ຜົນສຳເລັດຂອງປີ APEC 2027 ບໍ່ພຽງແຕ່ປະເມີນຜ່ານຄຸນນະພາບການຈັດບັນດາເຫດການເທົ່ານັ້ນ ແຕ່ຍັງຢູ່ທີ່ຄວາມສາມາດໃນການຮັກສາ ແລະ ນຳໃຊ້ໃນໄລຍະຍາວບັນດາແຫຼ່ງຊັບພະຍາກອນທີ່ຖືກສ້າງຂຶ້ນໃນຂະບວນການກະກຽມ ເຊັ່ນ: ຖັນແຖວພະນັກງານ, ຂະບວນການມາດຕະຖານ, ຖານຂໍ້ມູນ, ຮູບແບບການປະສານງານ, ມາດຕະຖານເຕັກນິກ, ເຄືອຂ່າຍຄູ່ຮ່ວມມື ແລະ ລະບົບການກຳນົດອັດຕະລັກ.
ຍສໝ - ຍຸດທະສາດການທູດວັດທະນະທຳຂອງແຂວງ ອານຢາງ ໃນໄລຍະປີ 2026 - 2030 ໄດ້ກຳນົດການປ່ຽນແປງບັນດາມໍລະດົກວັດທະນະທຳ ແລະ ຄຸນຄ່າເອກະລັກທີ່ໂດດເດັ່ນຂອງແຂວງ ໃຫ້ກາຍເປັນກຳລັງແຮງອັນມະຫາສານ ເພື່ອຍົກລະດັບບົດບາດ ແລະ ຕຳແໜ່ງຂອງແຂວງໃນເວທີສາກົນ. |
ຍສໝ - ວັນທີ 6/5, ຢູ່ ຮ່າໂນ້ຍ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ (Nguyễn Minh Hằng) ໄດ້ຕ້ອນຮັບຄະນະວິສາຫະກິດ ສະຫະລັດ ອາເມລິກາ ໂດຍແມ່ນທ່ານ John Goyer, ຜູ້ອຳນວຍການບໍລິຫານພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ສະພາການຄ້າ ສະຫະລັດ ອາເມລິກາ (USCC) ເປັນຫົວໜ້າຄະນະ ແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ເພີ່ມທະວີການປະສານສົມທົບຂອງປະຊາຄົມວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ການທີ່ ຫວຽດນາມ ຮັບບົດບາດເປັນເຈົ້າພາບ ປີ ເອເປັກ (APEC) 2027. |
ມິງດຶກ
