| ສົ່ງເສີມການທູດດ້ານວິທະຍາສາດ - ເຕັກໂນໂລຊີ ເພື່ອສ້າງຂີດຄວາມສາມາດພາຍໃນ ຫວຽດນາມ - ອົດສະຕາລີ ຊຸກຍູ້ເຕັກໂນໂລຊີ RNA ຊີວະການແພດ |
ໂດຍເຂົ້າຮ່ວມກອງສຳມະນາມີຜູ້ຕາງໜ້າການນຳບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ວິສາຫະກິດ ພ້ອມດ້ວຍບັນດາຜູ້ຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ແລະ ບັນດາສະມາຄົມ, ເຄືອຂ່າຍຜູ້ຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຈຳນວນຫຼາຍ ເຂົ້າຮ່ວມທັງໂດຍກົງ ແລະ ທາງອອນລາຍ.
ກ່າວຄຳເຫັນທີ່ກອງສຳມະນາ, ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ແຈ້ງໃຫ້ຊາບກ່ຽວກັບການທີ່ກົມການເມືອງຫາກໍ່ປະກາດໃຊ້ມະຕິເລກທີ 23-NQ/TW ລົງວັນທີ 02/8/2026 ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ. ມະຕິເລກທີ 23 ຢືນຢັນວ່າ ຊາວຫວຽດນາມຢູ່ຕ່າງປະເທດບໍ່ພຽງແຕ່ເປັນພາກສ່ວນທີ່ບໍ່ສາມາດແຍກອອກໄດ້ຂອງປະຊາຄົມບັນດາເຜົ່າຫວຽດນາມເທົ່ານັ້ນ, ຫາກຍັງເປັນໜຶ່ງໃນແຫຼ່ງກຳລັງຍຸດທະສາດທີ່ສຳຄັນ, ປະກອບສ່ວນຍົກສູງກຳລັງແຮງສັງລວມຂອງຊາດ, ເປັນຂົວຕໍ່ລະຫວ່າງຫວຽດນາມກັບໂລກ, ຮ່ວມເດີນທາງ ແລະ ເຂົ້າຮ່ວມໂດຍກົງໃນພາລະກິດກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ. ພ້ອມກັນນັ້ນ, ແນວຄິດກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດກໍໄດ້ຮັບການຍົກລະດັບ, ຈາກ “ຂົນຂວາຍ, ເຕົ້າໂຮມ, ເບິ່ງແຍງ” ໄປສູ່ “ຮ່ວມເດີນທາງ, ສ້າງກົນໄກ” ເພື່ອໃຫ້ຊາວຫວຽດນາມຢູ່ຕ່າງປະເທດສາມາດເຂົ້າຮ່ວມໄດ້ເລິກເຊິ່ງຍິ່ງຂຶ້ນໃນຂະບວນການເຊື່ອມໂຍງສາກົນ, ການກໍ່ສ້າງ ແລະ ພັດທະນາປະເທດ.
![]() |
| ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ກ່າວຄຳເຫັນທີ່ກອງສຳມະນາ. (ພາບ: ຕຽວເຢືອງ) |
ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ ກອງສຳມະນາແມ່ນໂອກາດທີ່ດີເພື່ອໃຫ້ບັນດາຝ່າຍຮ່ວມກັນແລກປ່ຽນ, ຊອກຫາວິທີແກ້ໄຂເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາເຄືອຂ່າຍຜູ້ຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ, ມຸ່ງໄປສູ່ເປົ້າໝາຍບໍ່ພຽງແຕ່ເຊື່ອມຕໍ່ແຫຼ່ງກຳລັງເທົ່ານັ້ນ ແຕ່ຍັງສ້າງບັນດາໂຄງການ, ຜະລິດຕະພັນ ແລະ ຜົນການຮ່ວມມືທີ່ເປັນຮູບປະທຳ ເພື່ອຮັບໃຊ້ການພັດທະນາປະເທດ.
ທ່ານນາງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຂອງບັນດາອົງການຄຸ້ມຄອງລັດ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ວິສາຫະກິດ ແລະ ຜູ້ຊ່ຽວຊານທັງຢູ່ພາຍໃນ ແລະ ນອກປະເທດ, ຜົນຂອງກອງສຳມະນາຈະເປັນພື້ນຖານສຳຄັນໃຫ້ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຜັນຂະຫຍາຍໜ້າທີ່ສ້າງຖານຂໍ້ມູນ ແລະ ພັດທະນາບັນດາເຄືອຂ່າຍຜູ້ຊ່ຽວຊານ, ປັນຍາຊົນໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ ຕາມການຊີ້ນຳຂອງລັດຖະບານຢ່າງມີປະສິດທິຜົນ.
ກອງສຳມະນາໄດ້ຮັບເກືອບ 20 ບົດປະກອບຄຳເຫັນ ແລະ ຄຳເຫັນປະກອບຂອງບັນດາຜູ້ແທນທັງຢູ່ພາຍໃນ ແລະ ນອກປະເທດ. ໃນນັ້ນ, ບັນດາຜູ້ແທນລ້ວນແຕ່ເຫັນດີວ່າ ດ້ວຍຄວາມຮູ້ວິຊາສະເພາະທີ່ເລິກເຊິ່ງ ແລະ ກວ້າງຂວາງ, ໄດ້ຮັບການສຶກສາອົບຮົມຢ່າງເປັນລະບົບ ພ້ອມທັງມີປະສົບການເຮັດວຽກອັນຫຼາກຫຼາຍໃນສະພາບແວດລ້ອມສາກົນ, ຖັນແຖວປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດແມ່ນໜຶ່ງໃນແຫຼ່ງກຳລັງສຳຄັນທີ່ປະກອບສ່ວນເຂົ້າໃນການພັດທະນາປະເທດ.
ບັນດາຜູ້ແທນສະເໜີໃຫ້ສືບຕໍ່ປັບປຸງກົນໄກ, ນະໂຍບາຍໃຫ້ສົມບູນ ເພື່ອສ້າງເງື່ອນໄຂສະດວກຫຼາຍຂຶ້ນໃຫ້ບັນດາຜູ້ຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າຮ່ວມແກ້ໄຂບັນດາໂຈດໃຫຍ່ ແລະ ໜ້າທີ່ດ້ານວິທະຍາສາດ - ເຕັກໂນໂລຊີຢູ່ພາຍໃນປະເທດ. ພ້ອມກັນນັ້ນ, ບັນດາອົງການ ແລະ ວິສາຫະກິດພາຍໃນປະເທດກໍຈຳເປັນຕ້ອງມີໂຈດ ແລະ ຄວາມຕ້ອງການທີ່ຊັດເຈນ, ມີກົນໄກເຊື່ອມຕໍ່ ແລະ ສັ່ງວຽກທີ່ມີປະສິດທິຜົນ ເພື່ອໃຫ້ “ອຸປະທານພົບກັບອຸປະສົງ”, ຮັບປະກັນການເຊື່ອມຕໍ່ “ຖືກຄົນ, ຖືກວຽກ”.
ບາງຄຳເຫັນເນັ້ນໜັກວ່າ ລະບົບນິເວດນະວັດຕະກຳທີ່ດຳເນີນໄປຢ່າງຍືນຍົງ ມັກຖືກສ້າງຂຶ້ນຈາກບັນດາບຸກຄົນທີ່ມີຄົບ 3 ຄຸນລັກສະນະຄື: ມີຄວາມສາມາດດ້ານວິຊາສະເພາະຢ່າງແທ້ຈິງ, ມີຈິດໃຈຮ່ວມມື ແລະ ມີຄວາມປາຖະໜາຢາກສ້າງຄຸນຄ່າໃຫ້ແກ່ຊຸມຊົນ. ສິ່ງນີ້ມີຄວາມສຳຄັນເປັນພິເສດຕໍ່ປັນຍາຊົນຮຸ່ນໜຸ່ມ. ນັກວິທະຍາສາດຮຸ່ນໜຸ່ມຈຳນວນຫຼາຍໃນປັດຈຸບັນ ບໍ່ໄດ້ເຂົ້າຫາບັນດາອົງການຍ້ອນຕຳແໜ່ງ ຫຼື ໂຄງສ້າງການຈັດຕັ້ງ, ແຕ່ຍ້ອນພວກເຂົາພົບເຫັນຊຸມຊົນທີ່ມີລະບົບຄຸນຄ່າຮ່ວມກັນ, ມີສະພາບແວດລ້ອມທີ່ເປີດກວ້າງໃຫ້ແກ່ການຮຽນຮູ້, ຮ່ວມມື ແລະ ສ້າງຜົນກະທົບຕົວຈິງ. ຄວາມສອດຄ່ອງກັນດ້ານຄຸນຄ່າ, ບໍ່ແມ່ນໂຄງສ້າງການບໍລິຫານ, ຈຶ່ງເປັນສາຍໃຍທີ່ເຊື່ອມໂຍງເຄືອຂ່າຍປັນຍາຊົນໃຫ້ຍືນຍົງທີ່ສຸດ.
![]() |
| ບັນຍາກາດລວມຂອງກອງສຳມະນາ. (ພາບ: ຕຽວເຢືອງ) |
ຕາມນັ້ນ, ການສ້າງເຄືອຂ່າຍໜຶ່ງສາມາດເລີ່ມຕົ້ນຈາກບັນດາກຸ່ມຜູ້ຊ່ຽວຊານຊັ້ນນຳໃນແຕ່ລະຂົງເຂດສະເພາະ ເຊັ່ນ: AI, ຂໍ້ມູນ, ເຕັກໂນໂລຊີຄວອນຕຳ, ເຕັກໂນໂລຊີຊີວະພາບ, ການປະມວນຜົນແບບຄລາວ... ໂດຍກຳນົດຕາມຄວາມຕ້ອງການຂອງປະເທດ. ສິ່ງສຳຄັນກວ່ານັ້ນແມ່ນ ແຕ່ລະເຄືອຂ່າຍຕ້ອງເຊື່ອມໂຍງກັບໜ້າທີ່ສະເພາະຂອງປະເທດ. ເມື່ອຫວຽດນາມມີໂຈດໜຶ່ງທີ່ຕ້ອງແກ້ໄຂ, ພວກເຮົາຕ້ອງຮູ້ວ່າ: ໃຜແມ່ນຜູ້ຊ່ຽວຊານຊາວຫວຽດນາມທີ່ເກັ່ງທີ່ສຸດໃນໂລກກ່ຽວກັບໂຈດນັ້ນ ແລະ ພວກເຂົາກຳລັງຢູ່ໃສ; ພວກເຂົາສາມາດປະກອບສ່ວນໃນຮູບແບບໃດ ແລະ ໃຜຈະເປັນຜູ້ຮັບຜິດຊອບເຊື່ອມຕໍ່ພວກເຂົາກັບອົງການ, ວິສາຫະກິດ ແລະ ໂຄງການທີ່ເໝາະສົມຢູ່ຫວຽດນາມ.
ທ່ານ ຫງວຽນຟຸກບິ່ງ, ປະທານເຄືອຂ່າຍນະວັດຕະກຳຫວຽດນາມຢູ່ ອົດສະຕາລີ, ເຫັນວ່າ ຄຸນຄ່າຂອງເຄືອຂ່າຍຜູ້ຊ່ຽວຊານບໍ່ໄດ້ຢູ່ທີ່ຄວາມຍາວຂອງລາຍຊື່ສະມາຊິກ. ເຄືອຂ່າຍທີ່ມີພຽງ 100 ຄົນ ແຕ່ສາມາດລະດົມໄດ້ 30 ຄົນໃຫ້ຮ່ວມກັນແກ້ໄຂບັນດາໂຈດສະເພາະ ອາດຈະມີຄຸນຄ່າຫຼາຍກວ່າລາຍຊື່ຫຼາຍພັນຄົນທີ່ບໍ່ສາມາດສ້າງກິດຈະກຳທີ່ເປັນຮູບປະທຳໄດ້. ດັ່ງນັ້ນ, ການສ້າງເຄືອຂ່າຍຜູ້ຊ່ຽວຊານບໍ່ຄວນເນັ້ນແຕ່ຈຳນວນ ແຕ່ຕ້ອງຊອກຫາໃຫ້ໄດ້ບຸກຄົນທີ່ຖືກຕ້ອງ.
ທ່ານ ຫງວຽນຟຸກບິ່ງ ສະເໜີໃຫ້ຂະຫຍາຍບັນດາໂຄງການຄົ້ນຄວ້າຮ່ວມລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມືສາກົນໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ. ຜ່ານນັ້ນ, ບັນດານັກວິທະຍາສາດຊາວຫວຽດນາມຢູ່ຕ່າງປະເທດກໍສາມາດປະກອບສ່ວນຢ່າງເປັນຮູບປະທຳໃຫ້ແກ່ບ້ານເກີດເມືອງນອນ.
ຜ່ານກອງສຳມະນາ, ຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ ປາດຖະໜາຢາກສົ່ງເສີມ ແລະ ເພີ່ມທະວີບົດບາດຂອງບັນດາເຄືອຂ່າຍຜູ້ຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດໃຫ້ຫຼາຍຂຶ້ນ; ສ້າງຂົວເຊື່ອມຕໍ່, ແລກປ່ຽນຂໍ້ມູນ ແລະ ປະສົບການຕົວຈິງ ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ວິສາຫະກິດ ກັບຖັນແຖວຜູ້ຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ເພື່ອຮ່ວມກັນຊອກຫາວິທີແກ້ໄຂບາງ “ຈຸດອຸດຕັນ” ໃນປັດຈຸບັນ. ຈາກນັ້ນ, ສ້າງແຮງຂັບເຄື່ອນໃໝ່ ເພື່ອປະກອບສ່ວນຊຸກຍູ້ການເຊື່ອມຕໍ່, ດຶງດູດ ແລະ ສົ່ງເສີມພູມປັນຍາ ກໍຄືການປະກອບສ່ວນຂອງບັນດາຜູ້ຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າໃນພາລະກິດກໍ່ສ້າງ ແລະ ພັດທະນາປະເທດໃນຍຸກແຫ່ງການພັດທະນາໃໝ່.
| ແຕ່ລະອົງການຕາງໜ້າຕ້ອງກາຍເປັນສູນກາງເຊື່ອມຕໍ່ແຫຼ່ງກຳລັງຂອງຫວຽດນາມຢູ່ແຕ່ລະທ້ອງຖິ່ນ ໃນຕອນບ່າຍວັນທີ 10/8 ເຊັ່ນດຽວກັນ, ທ່ານ ໂງຈິ້ງຮ່າ, ຮອງຫົວໜ້າຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ໄດ້ເປັນປະທານການພົບປະກັບສື່ມວນຊົນ ເພື່ອແຈ້ງຂໍ້ມູນກ່ຽວກັບມະຕິເລກທີ 23-NQ/TW. ທີ່ການພົບປະ, ທ່ານ ໂງຈິ້ງຮ່າ ໃຫ້ຮູ້ວ່າ ການສ້າງລະບົບນິເວດທີ່ຍືນຍົງຂອງຖັນແຖວປັນຍາຊົນ, ຜູ້ຊ່ຽວຊານ, ນັກທຸລະກິດ, ນັກວິທະຍາສາດ, ນັກວັນນະຄະດີສິລະປະ ແລະ ຄົນຮຸ່ນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ ແມ່ນໜຶ່ງໃນຈຸດໃໝ່ທີ່ສຳຄັນຫຼາຍຂອງມະຕິເລກທີ 23. ຕາມນັ້ນ, ຈະສ້າງ 4 ເຄືອຂ່າຍເຊື່ອມຕໍ່ຫຼັກ. ທີໜຶ່ງແມ່ນ ເຄືອຂ່າຍປັນຍາຊົນ, ຜູ້ຊ່ຽວຊານໃນບັນດາຂົງເຂດຈຸດສຸມ ເພື່ອຕອບສະໜອງຄວາມຕ້ອງການພັດທະນາຂອງປະເທດ ບົນພື້ນຖານ 10 ຂະແໜງເຕັກໂນໂລຊີຍຸດທະສາດທີ່ໄດ້ກຳນົດໄວ້. ທີສອງແມ່ນ ເຄືອຂ່າຍນັກທຸລະກິດ, ນັກລົງທຶນຊາວຫວຽດນາມຢູ່ຕ່າງປະເທດ ທີ່ເຊື່ອມໂຍງກັບບັນດາໂອກາດພັດທະນາຂອງປະເທດ. ທີສາມແມ່ນ ເຄືອຂ່າຍນັກວັນນະຄະດີສິລະປະ, ບຸກຄົນທີ່ມີອິດທິພົນ ແລະ ບັນດາບຸກຄົນດີເດັ່ນໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ, ປະກອບສ່ວນເພີ່ມທະວີພະລັງອ່ອນຂອງຊາດ, ໂຄສະນາພາບພົດ, ວັດທະນະທຳ ແລະ ຄົນຫວຽດນາມອອກສູ່ໂລກ. ທີສີ່ແມ່ນ ການເຊື່ອມຕໍ່ເຄືອຂ່າຍຊາວຫວຽດນາມຮຸ່ນໜຸ່ມຢູ່ຕ່າງປະເທດ ຊຶ່ງເປັນອະນາຄົດຂອງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ. ທ່ານ ໂງຈິ້ງຮ່າ ໃຫ້ຮູ້ວ່າ ໃນໄລຍະຕໍ່ໜ້າ ຈະສ້າງມະຕິຂອງລັດຖະບານ ແລະ ຂໍ້ຕົກລົງຂອງກະຊວງການຕ່າງປະເທດ ເພື່ອປະກາດໃຊ້ແຜນງານປະຕິບັດມະຕິເລກທີ 23. “ບັນດາອົງການຕາງໜ້າຕ້ອງເຜີຍແຜ່ເນື້ອໃນຂອງມະຕິເລກທີ 23 ໃຫ້ແກ່ປະຊາຄົມ, ກຳແໜ້ນ ແລະ ປະເມີນກະແສຄວາມເຫັນ, ປະຕິກິລິຍາຂອງພີ່ນ້ອງຊາວຫວຽດນາມຕໍ່ມະຕິ. ແຕ່ລະອົງການຕາງໜ້າຕ້ອງກາຍເປັນສູນກາງເຊື່ອມຕໍ່ແຫຼ່ງກຳລັງຂອງຫວຽດນາມຢູ່ແຕ່ລະທ້ອງຖິ່ນ. ພະນັກງານການຕ່າງປະເທດແຕ່ລະຄົນຕ້ອງເປັນຜູ້ເຊື່ອມຕໍ່ໂອກາດຮ່ວມມື, ເຊື່ອມຕໍ່ພູມປັນຍາ, ເຕັກໂນໂລຊີ, ການລົງທຶນ ແລະ ແຫຼ່ງກຳລັງພັດທະນາໃຫ້ແກ່ປະເທດ. ຫັນຈາກການຈັດກິດຈະກຳແບບແຍກສ່ວນ ໄປສູ່ການສ້າງບັນດາເຄືອຂ່າຍຮ່ວມມືທີ່ຍືນຍົງ”, ທ່ານ ໂງຈິ້ງຮ່າ ກ່າວ. |
ຍສໝ - ແຕ່ວັນທີ 19-23/7, ພາຍໃນການປະຕິບັດວຽກງານ ຢູ່ທີ່ ສາທາລະນະລັດ ໂອຕຣິດ, ຄະນະປະຕິບັດວຽກງານ ຂອງສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວ ການທູດວິທະຍາສາດ ແລະ ການທູດປະຊາຊົນ, ຂະຫຍາຍການຮ່ວມມືສາກົນ, ເຊື່ອມໂຍງວົງການວິທະຍາສາດ ແລະ ປະຊາຄົມປັນຍາຊົນ ຫວຽດນາມ ຢູ່ຕ່າງປະເທດ. |
ຍສໝ - ຕອນບ່າຍຂອງວັນທີ 29 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ເລືອງຕາມກວາງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບທ່ານ Daniele Tavano, ຮອງປະທານອາວຸໂສຂອງກຸ່ມບໍລິສັດ Leonardo S.p.A. (ອີຕາລີ), ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ ທີ່ຮັບໃຊ້ວຽກງານຮັບປະກັນຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍ. |
ມິງດຶກ

