| ຊາວຫວຽດນາມອາໄສຢູ່ຕ່າງປະເທດ - ຂົວຕໍ່ຂອງວຽກງານການຕ່າງປະເທດ ຫວຽດນາມ ຫວຽດນາມ - ລາວ ຂະຫຍາຍການຮ່ວມມືຝຶກອົບຮົມພະນັກງານ, ຊອກຫາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ |
ເຂົ້າຮ່ວມກອງປະຊຸມ ມີ ສະຫາຍ ເຈີ່ນເກີມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ; ສະຫາຍ ຫງວຽນທິຮົ່ງ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ... ກອງປະຊຸມ ກໍມີການເຂົ້າຮ່ວມຂອງ ບັນດານຳພາ, ຜູ້ຕາງໜ້າການນຳ ບັນດາອົງການສູນກາງ; ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ບັນດາອົງການຈັດຕັ້ງການເມືອງ - ສັງຄົມ; ບັນດາອົງການຈັດຕັ້ງປະຊາຊົນ; ບັນດາສະມາຄົມມະຫາຊົນ ທີ່ໄດ້ຮັບການມອບໝາຍພາລະກິດຈາກ ພັກ, ລັດ; ພ້ອມດ້ວຍ ບັນດານຳພາ, ຜູ້ຕາງໜ້າການນຳ ບັນດາຄະນະພັກແຂວງ, ຄະນະພັກນະຄອນ.
![]() |
| ບັນຍາກາດກອງປະຊຸມ. (ພາບ: ດິງຮວ່າ) |
ໃນການກ່າວເປີດກອງປະຊຸມໃຫຍ່ວ່າດ້ວຍວຽກງານການຕ່າງປະເທດຂອງພັກ ແລະ ການຕ່າງປະເທດປະຊາຊົນ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ເປັນໂອກາດເພື່ອຢືນຢັນບົດບາດຂອງການຕ່າງປະເທດພັກ ແລະ ການຕ່າງປະເທດປະຊາຊົນໃນພາບລວມຂອງການທູດຫວຽດນາມທີ່ຄົບຖ້ວນ ແລະ ທັນສະໄໝ; ພ້ອມທັງແລກປ່ຽນກ່ຽວກັບສະພາບຕົວຈິງ, ບັນຫາໃໝ່ທີ່ເກີດຂຶ້ນ ແລະ ກຳນົດມາດຕະການເພື່ອຍົກສູງປະສິດທິຜົນການຈັດຕັ້ງໃນໄລຍະຕໍ່ໄປ. ທ່ານລັດຖະມົນຕີກ່າວວ່າ ຈິດໃຈຂອງກອງປະຊຸມແມ່ນ “ເບິ່ງເລິກເຂົ້າໃນຄວາມເປັນຈິງ, ກຳນົດຄວາມຕ້ອງການໃໝ່ໃຫ້ຖືກຕ້ອງ, ສະເໜີມາດຕະການທີ່ເປັນຮູບປະທຳ ແລະ ສາມາດນຳໄປປະຕິບັດໄດ້ທັນທີຫຼັງກອງປະຊຸມ”.
ທ່ານລັດຖະມົນຕີປະເມີນວ່າ ພາຍໃຕ້ການນຳພາ ແລະ ການຊີ້ນຳຂອງພັກ ແລະ ລັດ ພ້ອມທັງການປະສານງານຂອງບັນດາອົງການໃນລະບົບການເມືອງ, ວຽກງານການຕ່າງປະເທດພັກ ແລະ ການຕ່າງປະເທດປະຊາຊົນໃນໄລຍະຜ່ານມາຍັງສືບຕໍ່ບັນລຸຜົນສຳຄັນຫຼາຍປະການ. ໃນນັ້ນ, ການຕ່າງປະເທດພັກໄດ້ສ້າງພື້ນຖານທາງການເມືອງທີ່ສຳຄັນໃຫ້ແກ່ການຂະຫຍາຍ ແລະ ຍົກລະດັບຄວາມສຳພັນຂອງຫວຽດນາມກັບປະເທດຕ່າງໆໃຫ້ເຂົ້າສູ່ຄວາມເລິກເຊິ່ງ, ມີສະຖຽນລະພາບ, ມີເນື້ອໃນສາລະ ແລະ ຍືນຍົງ, ພ້ອມທັງຊ່ວຍໃຫ້ຫວຽດນາມປັບຕົວຢ່າງຄ່ອງຕົວຕໍ່ການປ່ຽນແປງອັນວ່ອງໄວ ແລະ ຄາດເດົາໄດ້ຍາກຂອງສະຖານະການໂລກ.
ໂດຍສະເພາະ, ຊ່ອງທາງພັກຍັງສືບຕໍ່ຢືນຢັນບົດບາດສຳຄັນ ແລະ ຊີ້ຂາດໃນການເສີມສ້າງພື້ນຖານທາງການເມືອງ, ກຳນົດທິດທາງ ແລະ ຊີ້ນຳຄວາມສຳພັນຂອງຫວຽດນາມກັບບັນດາປະເທດສັງຄົມນິຍົມ ແລະ ປະເທດເພື່ອນບ້ານທີ່ມີຊາຍແດນຮ່ວມກັນ ໄດ້ແກ່ ຈີນ, ລາວ, ກຳປູເຈຍ, ກູບາ ແລະ ສ.ປ.ປ ເກົາຫຼີ.
ກິດຈະກຳການຕ່າງປະເທດຂັ້ນສູງຂອງພັກຍັງໄດ້ຊ່ວຍກຳນົດທິດທາງຄວາມສຳພັນກັບບັນດາຄູ່ຮ່ວມມືສຳຄັນ, ສ້າງເງື່ອນໄຂໃຫ້ແກ່ການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຢ່າງຕັ້ງໜ້າ, ເປີດກວ້າງພື້ນທີ່ຮ່ວມມືໃຫ້ແກ່ປະເທດ ພ້ອມທັງຍົກສູງຖານະ, ບົດບາດຂອງພັກ ແລະ ປະເທດໃນເວທີສາກົນ.
ຕາມທ່ານລັດຖະມົນຕີ, ການຕ່າງປະເທດປະຊາຊົນຍັງສືບຕໍ່ສືບທອດປະເພນີຮັກສັນຕິພາບ, ຄວາມຄ່ອງຕົວ ແລະ ຄວາມຈິງໃຈ; ປະກອບສ່ວນເສີມສ້າງມິດຕະພາບລະຫວ່າງປະຊາຊົນຫວຽດນາມກັບປະຊາຊົນບັນດາປະເທດ, ຮັກສາເຄືອຂ່າຍເພື່ອນມິດສາກົນ, ຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນ, ການຮ່ວມມືລະດັບທ້ອງຖິ່ນ, ການແລກປ່ຽນວັດທະນະທຳ, ການສຶກສາ, ຊາວໜຸ່ມ, ແມ່ຍິງ, ປັນຍາຊົນ, ວິສາຫະກິດ, ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກິດຈະກຳມະນຸດສະທຳ ແລະ ການແກ້ໄຂຜົນສະທ້ອນຈາກສົງຄາມ. ໃນຫຼາຍບັນຫາ, ການສະໜັບສະໜູນຈາກເພື່ອນມິດສາກົນ ແລະ ບັນດາກຳລັງປະຊາຊົນ ຍັງຄົງເປັນແຫຼ່ງກຳລັງໃຈອັນລ້ຳຄ່າ, ຊ່ວຍໃຫ້ໂລກເຂົ້າໃຈຫວຽດນາມໄດ້ຖືກຕ້ອງ ແລະ ໃກ້ຊິດຫຼາຍຂຶ້ນ.
![]() |
| ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ກ່າວໄຂກອງປະຊຸມ. (ພາບ: ດິງຮວ່າ) |
ທ່ານ ເລຮວ່າຍຈຸງ ລັດຖະມົນຕີ ຍັງໄດ້ຮັບຮູ້ ແລະ ຕີລາຄາສູງຄວາມພະຍາຍາມຂອງບັນດາຄະນະຂອງພັກ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການການເມືອງ - ສັງຄົມ, ບັນດາອົງການປະຊາຊົນ, ບັນດາທ້ອງຖິ່ນ ແລະ ບັນດາອົງການຜູ້ແທນ ຫວຽດນາມ ປະຈຳຕ່າງປະເທດ ໃນການຈັດຕັ້ງວຽກງານການຕ່າງປະເທດຂອງພັກ ແລະ ວຽກງານການຕ່າງປະເທດປະຊາຊົນ. ຫຼັງຈາກປັບປຸງອົງກອນຈັດຕັ້ງໃຫ້ສົມບູນ, ກະຊວງການຕ່າງປະເທດໄດ້ຮີບຮ້ອນຮັບໂອນໜ້າທີ່, ຮັກສາຈັງຫວະການເຮັດວຽກ, ເສີມສ້າງການປະສານງານກັບບັນດາອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຮັບປະກັນໃຫ້ກິດຈະກຳການຕ່າງປະເທດບໍ່ຖືກຂາດຕອນ ແລະ ຄ່ອຍໆເຂົ້າສູ່ລະບຽບໃໝ່.
ກ່າວເຖິງຂໍ້ຮຽກຮ້ອງຂອງວຽກງານການຕ່າງປະເທດໃນໄລຍະພັດທະນາໃໝ່ຂອງປະເທດ, ທ່ານ ເລຮວ່າຍຈຸງ ເນັ້ນໜັກວ່າ ໃນສະພາບທີ່ສະຖານະການໂລກມີການປ່ຽນແປງຄັ້ງໃຫຍ່ໃນຍຸກສະໄໝ, ຜັນແປຢ່າງວ່ອງໄວ, ສັບສົນ, ບໍ່ໝັ້ນຄົງ ແລະ ຄາດເດົາໄດ້ຍາກ, ໃນຂະນະທີ່ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຂໍ້ຮຽກຮ້ອງສູງຫຼາຍດ້ານການເຕີບໂຕ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ, ການພັດທະນາສີຂຽວ ແລະ ການຍົກສູງຂີດຄວາມສາມາດແຂ່ງຂັນແຫ່ງຊາດ, ວຽກງານການຕ່າງປະເທດຕ້ອງສືບຕໍ່ສົ່ງເສີມບົດບາດບຸກເບີກ ແລະ ພາລະກິດສຳຄັນອັນຖາວອນ ໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ, ຮັບໃຊ້ໂດຍກົງຫຼາຍຂຶ້ນໃຫ້ແກ່ການພັດທະນາ, ການລະດົມແຫຼ່ງພະລັງເພື່ອການພັດທະນາ ແລະ ການປົກປ້ອງປະເທດຊາດຕັ້ງແຕ່ເນີ່ນໆ ແລະ ແຕ່ໄກ.
ຕາມທ່ານລັດຖະມົນຕີ, ສິ່ງນັ້ນຮຽກຮ້ອງໃຫ້ຫັນປ່ຽນຢ່າງແຂງແຮງ ຈາກການຮັບຮູ້ທີ່ຖືກຕ້ອງ ໄປສູ່ການຈັດຕັ້ງປະຕິບັດທີ່ດີ, ຈາກກິດຈະກຳແບບແຍກສ່ວນ ໄປສູ່ການປະສານງານຢ່າງສອດຄ່ອງ, ຈາກການເຊື່ອມໂຍງຄວາມສຳພັນ ໄປສູ່ການສ້າງໝາກຜົນທີ່ເປັນຮູບປະທຳ.
ເພື່ອຍົກສູງປະສິດທິຜົນວຽກງານໃນໄລຍະຕໍ່ໄປ, ທ່ານ ເລຮວ່າຍຈຸງ ສະເໜີໃຫ້ບັນດາຜູ້ແທນສຸມໃສ່ແລກປ່ຽນ ແລະ ສະເໜີບັນດາມາດຕະການທີ່ເປັນຮູບປະທຳ ແລະ ສາມາດປະຕິບັດໄດ້ ເພື່ອສົ່ງເສີມບົດບາດຂອງວຽກງານການຕ່າງປະເທດຂອງພັກໃຫ້ “ເປັນພື້ນຖານທາງການເມືອງຢ່າງແທ້ຈິງ, ນຳພາຄວາມສຳພັນຕ່າງປະເທດໂດຍລວມ, ມີບົດບາດແກນນຳໃນການກຳນົດຍຸດທະສາດ, ແນວທາງ ແລະ ເສັ້ນທາງການຕ່າງປະເທດ”; ປັບປຸງວຽກງານການຕ່າງປະເທດປະຊາຊົນຢ່າງແຂງແຮງ ໃນທິດທາງຕັ້ງໜ້າ, ສ້າງສັນ, ເຊື່ອມໂຍງ ແລະ ຮັບໃຊ້ໂດຍກົງພາລະກິດການພັດທະນາ; ຍົກສູງປະສິດທິຜົນການປະສານງານລະຫວ່າງວຽກງານການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ວຽກງານການຕ່າງປະເທດປະຊາຊົນ; ພ້ອມທັງສົ່ງເສີມໃຫ້ມີປະສິດທິຜົນຍິ່ງຂຶ້ນບົດບາດຂອງບັນດາອົງການຜູ້ແທນ ຫວຽດນາມ ປະຈຳຕ່າງປະເທດ ໃນການຄົ້ນຄວ້າ, ຕິດຕາມສະຖານະການ, ຈັດຕັ້ງກິດຈະກຳການຕ່າງປະເທດຂອງພັກ, ວຽກງານການຕ່າງປະເທດປະຊາຊົນ ແລະ ຊຸກຍູ້ການເຊື່ອມໂຍງລະຫວ່າງພາຍໃນປະເທດກັບສາກົນ.
ສົ່ງເສີມພະລັງຂອງສາມເສົາຄ້ຳ, ສ້າງພື້ນຖານການທູດທີ່ຮອບດ້ານ ແລະ ທັນສະໄໝ
ກ່າວຊີ້ນຳໃນກອງປະຊຸມ, ທ່ານ ເຈິ່ນເກີມຕູ໋, ປະຈຳຄະນະເລຂາທິການສູນກາງພັກ ຢືນຢັນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ໄດ້ກຳນົດພາລະກິດ ແລະ ທິດທາງຂອງວຽກງານການຕ່າງປະເທດຄື: “ສ້າງພື້ນຖານການທູດທີ່ຮອບດ້ານ ແລະ ທັນສະໄໝ ໂດຍມີສາມເສົາຄ້ຳ ຄື ວຽກງານການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ວຽກງານການຕ່າງປະເທດປະຊາຊົນ”. ນີ້ແມ່ນໝາຍໝຸດສຳຄັນ ແລະ ເປັນບາດກ້າວພັດທະນາໃໝ່ໃນແນວຄິດກ່ຽວກັບພື້ນຖານການທູດຂອງ ຫວຽດນາມ.
ຕາມທ່ານ ເຈິ່ນເກີມຕູ໋, ຕະຫຼອດບັນດາໄລຍະປະຫວັດສາດ, ການດຳເນີນພາລະກິດການຕ່າງປະເທດຂອງ ຫວຽດນາມ ມີການເຂົ້າຮ່ວມຢ່າງຄົບຖ້ວນ ແລະ ປະສານງານຢ່າງສອດຄ່ອງຂອງທັງສາມເສົາຄ້ຳ, ປະກອບສ່ວນສຳຄັນເຂົ້າໃນພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ຮວມປະເທດ, ສ້າງສາ ແລະ ປົກປ້ອງປະເທດຊາດ; ຮັກສາສັນຕິພາບ ແລະ ສະຖຽນລະພາບ; ປົກປ້ອງເອກະລາດແຫ່ງຊາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຄວາມຄົບຖ້ວນແຫ່ງດິນແດນ; ທຳລາຍການປິດລ້ອມ ແລະ ການຂວ້ຳບາດ, ຄ່ອຍໆສ້າງສະພາບຄວາມສຳພັນຕ່າງປະເທດທີ່ເອື້ອອຳນວຍໃຫ້ແກ່ການຟື້ນຟູປະເທດ; ລະດົມແຫຼ່ງພະລັງຈາກພາຍນອກເພື່ອຮັບໃຊ້ໂດຍກົງພາລະກິດການພັດທະນາ ແລະ ຍົກສູງກຽດສັກສີ, ຖານະສາກົນຂອງພັກ ແລະ ຂອງປະເທດ.
ໃນໄລຍະຜ່ານມາ, ວຽກງານໃຫ້ຄຳປຶກສາຍຸດທະສາດ, ການກຳນົດທິດທາງສ້າງແນວທາງ, ແນວນະໂຍບາຍ ແລະ ນະໂຍບາຍການຕ່າງປະເທດ, ພ້ອມທັງການຕັດສິນໃຈຕໍ່ບັນຫາການຕ່າງປະເທດສຳຄັນ ນັບມື້ນັບມີປະສິດທິຜົນ.
ສຳລັບວຽກງານການຕ່າງປະເທດຂອງພັກ, ພວກເຮົາໄດ້ບັນລຸບາດກ້າວບຸກທະລຸໃນການຂະຫຍາຍ ແລະ ພັດທະນາຄວາມສຳພັນໃຫ້ເລິກເຊິ່ງ; ຢືນຢັນບົດບາດສຳຄັນ ແລະ ຊີ້ຂາດ ໃນການເສີມສ້າງພື້ນຖານການເມືອງ, ກຳນົດທິດທາງ ແລະ ຊີ້ນຳຄວາມສຳພັນລະດັບລັດກັບບັນດາປະເທດ. ບັນດາປະເທດເຂົ້າໃຈຢ່າງຄົບຖ້ວນຫຼາຍຂຶ້ນກ່ຽວກັບບົດບາດນຳພາ ແລະ ວິທີການກຳອຳນາດຂອງພັກເຮົາ, ພ້ອມທັງເຄົາລົບລະບອບການເມືອງຂອງ ຫວຽດນາມ.
ວຽກງານການຕ່າງປະເທດປະຊາຊົນ ມີບາດກ້າວຫັນປ່ຽນໃນທາງບວກທັງດ້ານແນວຄິດ, ເນື້ອໃນ ແລະ ວິທີການດຳເນີນງານ. ເຄືອຂ່າຍຄູ່ຮ່ວມມືນັບມື້ນັບຂະຫຍາຍກວ້າງ, ການເຂົ້າຮ່ວມບັນດາກົນໄກປະຊາຊົນລະດັບພາກພື້ນ ແລະ ສາກົນ ມີຄວາມຕັ້ງໜ້າ ແລະ ເປັນຮູບປະທຳຫຼາຍຂຶ້ນ. ວຽກງານຂ່າວສານການຕ່າງປະເທດ, ການເຄື່ອນໄຫວຄວາມຄິດເຫັນສາທາລະນະ, ການລະດົມແຫຼ່ງພະລັງສາກົນເພື່ອຮັບໃຊ້ການພັດທະນາ, ການໂຄສະນາພາບພົດປະເທດ ແລະ ປະຊາຊົນ ຫວຽດນາມ ສືບຕໍ່ບັນລຸຜົນສຳເລັດສຳຄັນຫຼາຍປະການ, ປະກອບສ່ວນເສີມສ້າງພື້ນຖານທາງສັງຄົມ ແລະ ສະພາບແວດລ້ອມສາກົນທີ່ເອື້ອອຳນວຍ ໃຫ້ແກ່ພາລະກິດການສ້າງສາ ແລະ ປົກປ້ອງປະເທດຊາດ.
![]() |
| ທ່ານ ເຈີ່ນເກີມຕູ໋, ກຳມະການກົມການເມືອງ, ປະຈຳຄະນະເລຂາທິການສູນກາງພັກ ກ່າວຊີ້ນຳ. (ພາບ: ດິງຮວ່າ) |
“ໝາກຜົນທີ່ບັນລຸໄດ້ດັ່ງກ່າວ ແມ່ນມາຈາກການນຳພາອັນຖືກຕ້ອງ, ສຸຂຸມ, ຮັດກຸມ ແລະ ຕໍ່ເນື່ອງຂອງຄະນະກາງພັກ, ໂດຍກົງແມ່ນກົມການເມືອງ, ຄະນະເລຂາທິການ, ສະຫາຍເລຂາທິການໃຫຍ່, ປະທານປະເທດ; ການຊີ້ນຳບໍລິຫານຢ່າງຕັ້ງໜ້າ ແລະ ຢືດຫຍຸ່ນຂອງລັດ; ພ້ອມທັງການເຂົ້າຮ່ວມ ແລະ ການຈັດຕັ້ງປະຕິບັດຢ່າງຕັ້ງໜ້າຂອງທຸກຂັ້ນ, ທຸກຂະແໜງ, ທຸກທ້ອງຖິ່ນ, ໂດຍສະເພາະແມ່ນຂະແໜງການທູດ,” ທ່ານ ເຈິ່ນເກີມຕູ໋, ປະຈຳຄະນະເລຂາທິການສູນກາງພັກ ກ່າວເນັ້ນ.
ທ່ານ ເຈິ່ນເກີມຕູ໋, ປະຈຳຄະນະເລຂາທິການສູນກາງພັກ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະເພນີອັນດີງາມຂອງຂະແໜງການທູດ, ດ້ວຍຄວາມໜັກແໜ້ນທາງການເມືອງ, ສະຕິປັນຍາ, ຈິດໃຈແຫ່ງຄວາມສາມັກຄີ, ການປັບປຸງໃໝ່ ແລະ ຄວາມມຸ່ງມາດປາຖະໜາອຸທິດຕົນ, ບັນດາກຳລັງທີ່ເຮັດວຽກງານການຕ່າງປະເທດ ຈະສືບຕໍ່ສົ່ງເສີມບົດບາດແກນນຳ, ປະສານງານຢ່າງໃກ້ຊິດ, ສ້າງພະລັງລວມຂອງພື້ນຖານການທູດທີ່ຮອບດ້ານ ແລະ ທັນສະໄໝ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ພັກ ຄັ້ງທີ XIV ໃຫ້ປະສົບຜົນສຳເລັດ, ນຳພາປະເທດໃຫ້ນັບມື້ນັບພັດທະນາ, ສືບຕໍ່ເສີມສ້າງ ແລະ ຍົກສູງຖານະ, ບົດບາດ ແລະ ກຽດສັກສີຂອງປະເທດໃນເວທີສາກົນ.
ຈັດຂຶ້ນໃນຂອບເຂດກອງປະຊຸມການທູດ ຄັ້ງທີ 33, ກອງປະຊຸມໃຫຍ່ວ່າດ້ວຍວຽກງານການຕ່າງປະເທດຂອງພັກ ແລະ ວຽກງານການຕ່າງປະເທດປະຊາຊົນ ໄດ້ສຸມໃສ່ຊີ້ແຈງຄວາມຈຳເປັນໃນການສົ່ງເສີມພະລັງລວມຂອງສາມເສົາຄ້ຳດ້ານການຕ່າງປະເທດ ໃນໄລຍະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ພັກ ຄັ້ງທີ XIV. ບັນດາຄວາມເຫັນໄດ້ຢືນຢັນບົດບາດໃນການກຳນົດທິດທາງຍຸດທະສາດຂອງວຽກງານການຕ່າງປະເທດຂອງພັກ ແລະ ພະລັງອ່ອນຂອງວຽກງານການຕ່າງປະເທດປະຊາຊົນ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ຂະຫຍາຍພື້ນທີ່ແຫ່ງການພັດທະນາ ແລະ ຍົກສູງຖານະຂອງປະເທດ.
![]() |
| ທ່ານ ປອ. ຟານແອັງເຊີນ, ເລຂາທິການຄະນະພັກ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ສະມາຊິກສະພາແຫ່ງຊາດ ຊຸດທີ XVI ກ່າວໃນກອງປະຊຸມ. |
ບັນດາບົດນຳສະເໜີໄດ້ແບ່ງປັນປະສົບການຕົວຈິງຂອງບັນດາທ້ອງຖິ່ນ ແລະ ອົງການຕ່າງໆ, ອາທິ ບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ໃນການໂຮມຊຸມກຳລັງ, ກຳນົດທິດທາງການເຄື່ອນໄຫວ, ພັດທະນາທີມງານ ແລະ ເສີມສ້າງການປະສານງານລະຫວ່າງກຳລັງທີ່ປະຕິບັດວຽກງານການຕ່າງປະເທດປະຊາຊົນ; ການສ້າງເຄືອຂ່າຍຄູ່ຮ່ວມມືປະຊາຊົນໃນສະພາບການໃໝ່ ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ; ປະສົບການຂອງແຂວງ ລ້າງເຊີນ ໃນການສ້າງ “ແລວຄວາມໝັ້ນຄົງ - ການພັດທະນາ” ຢູ່ເຂດຊາຍແດນ; ປະສົບການໃນການສົ່ງເສີມບົດບາດຂອງວຽກງານການຕ່າງປະເທດປະຊາຊົນ ໃນການເຜີຍແຜ່ພາບພົດ ແລະ ຄຸນຄ່າຂອງ ຫວຽດນາມ, ຫັນການທູດວັດທະນະທຳ ແລະ ການທູດມໍລະດົກ ໃຫ້ກາຍເປັນແຫຼ່ງພະລັງພາຍໃນ ເພື່ອພັດທະນາເສດຖະກິດ - ສັງຄົມ ຂອງນະຄອນ ເຫວ້; ບັນດາມາດຕະການຂະຫຍາຍເຄືອຂ່າຍຄູ່ຮ່ວມມືປະຊາຊົນ, ເຊື່ອມໂຍງກັບກຳລັງມິດສະຫາຍສາກົນແບບດັ້ງເດີມ ແລະ ຄູ່ຮ່ວມມືໃໝ່ ເພື່ອເສີມສ້າງພະລັງອ່ອນຂອງຊາດ...
ບັນດາອົງການຜູ້ແທນ ຫວຽດນາມ ປະຈຳຕ່າງປະເທດ ກໍໄດ້ແບ່ງປັນປະສົບການໃນການຈັດຕັ້ງປະຕິບັດວຽກງານການຕ່າງປະເທດຂອງພັກ ແລະ ວຽກງານການຕ່າງປະເທດປະຊາຊົນ ຢູ່ບັນດາພື້ນທີ່ສຳຄັນ ເຊັ່ນ ຈີນ, ອາຟຣິກາໃຕ້, ສ.ປ.ປ. ເກົາຫຼີ ແລະ ອາກຊັງຕິນາ, ໂດຍເນັ້ນໜັກຄວາມຈຳເປັນໃນການຍົກສູງຄວາມສາມາດດ້ານການໃຫ້ຄຳປຶກສາຍຸດທະສາດ, ເສີມສ້າງພື້ນຖານທາງການເມືອງ, ຂະຫຍາຍການແລກປ່ຽນປະຊາຊົນ, ຊຸກຍູ້ການຮ່ວມມືຢ່າງເປັນຮູບປະທຳ ແລະ ລິເລີ່ມສ້າງເງື່ອນໄຂທີ່ເອື້ອອຳນວຍ ເພື່ອການພັດທະນາປະເທດ ໃນສະພາບການສາກົນໃໝ່.
ຍສໝ - ໃນໄລຍະ 7 ເດືອນຕົ້ນປີ 2026, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 14 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 14% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ບັນລຸປະມານ 56% ຂອງເປົ້າໝາຍຕະຫຼອດປີ. |
ຍສໝ - ໃນເສັ້ນທາງສູ່ເປົ້າໝາຍການເປັນປະເທດພັດທະນາ, ສິ່ງທີ່ ຫວຽດນາມ ຕ້ອງການແມ່ນບັນດາວິສາຫະກິດທີ່ສາມາດສ້າງຂີດຄວາມສາມາດໃໝ່ໃຫ້ແກ່ເສດຖະກິດ. ທ່ານ ປອ. ຫງວຽນສີຢຸງ, ອະດີດຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ໄດ້ແບ່ງປັນທັດສະນະກ່ຽວກັບບົດບາດຂອງ “ວິສາຫະກິດຜູ້ສ້າງສັນ”. |
ມິງດຶກ



