| ຫວຽດນາມ ແລະ ຝຣັ່ງ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ໃນຫຼາຍຂົງເຂດທີ່ມີທ່າແຮງ ຫວຽດນາມຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ເພື່ອແກ້ໄຂຄວາມບໍ່ໝັ້ນຄົງດ້ານສະບຽງອາຫານທີ່ເກີດຈາກຄວາມຂັດແຍ່ງ |
ພິທີໄຂ ໄດ້ດຳເນີນໂດຍ ພະແນກສຶກສາທິການ ແລະ ກິລາ ແຂວງ ດຽນບຽນ ຢ່າງເປັນທາງການ ຢູ່ທີ່ ສູນການສຶກສາອາຊີວະສຶກສາ - ການສຶກສາຕໍ່ເນື່ອງ ດຽນບຽນ. ຊຸດຮຽນ ຈະດຳເນີນໄປຢ່າງຕໍ່ເນື່ອງ ຕັ້ງແຕ່ວັນທີ 14 ກັນຍາ ຫາ ວັນທີ 15 ຕຸລາ 2026. ພະນັກງານເຂົ້າຮ່ວມໃນຄັ້ງນີ້ ລວມມີ 14 ທ່ານ, ໃນນັ້ນມີ ພະນັກງານ 9 ທ່ານ ຈາກແຂວງ ອຸດົມໄຊ ແລະ ພະນັກງານ 5 ທ່ານ ຈາກແຂວງ ຜົ້ງສາລີ.
![]() |
| ທ່ານ ຫງວຽນວັນດວດ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດຽນບຽນ, ຊີນຳໂດຍກົງ ແລະ ກ່າວຄຳເຫັນ ໃນພິທີໄຂຊຸດຮຽນ. |
ໃນໄລຍະພັກເຊົາຢູ່ ດຽນບຽນ, ບັນດາຄະນະພະນັກງານຂອງປະເທດເພື່ອນມິດ ຈະໄດ້ຮັບການປະກອບ, ປັບປຸງຄວາມຮູ້ ໂດຍສຸມໃສ່ 5 ຂົງເຂດຈຸດສຸມ, ລວມມີ: ສາທາລະນະສຸກ, ການສຶກສາ ແລະ ຝຶກອົບຮົມ, ກະສິກຳ ແລະ ສິ່ງແວດລ້ອມ, ວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມກັບ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ. ຕີລາຄາກ່ຽວກັບໂຄງການ, ທ່ານ ຫງວຽນ ວັນ ດວດ ຮອງປະທານຄະນະກຳມະການປະຊາຊົນແຂວງ ດຽນບຽນ ເນັ້ນໜັກວ່າ ກິດຈະກຳການປະສົມປະສານ ຝຶກອົບຮົມ, ບຳລຸງພະນັກງານ ຍາມໃດກໍ່ມີຄວາມໝາຍຍຸດທະສາດ, ປະກອບສ່ວນເຮັດໃຫ້ ຄວາມສາມັກຄີມິດຕະພາບ ລະຫວ່າງ ດຽນບຽນ ແລະ ບັນດາແຂວງທາງພາກເໜືອຂອງລາວ ເລິກເຊິ່ງຍິ່ງໆຂຶ້ນ.
ແນ່ໃສ່ຮັບປະກັນປະສິດທິພາບສູງສຸດ ສຳລັບຊຸດຮຽນ, ການນຳແຂວງ ດຽນບຽນ ໄດ້ຮຽກຮ້ອງໃຫ້ ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ ຕ້ອງມີການປະສົມປະສານຢ່າງໜັກແໜ້ນ, ກະກຽມຢ່າງລະອຽດ ທຸກເງື່ອນໄຂດ້ານພື້ນຖານໂຄງຮ່າງ ແລະ ເນື້ອໃນ. ທ່ານ ຫງວຽນວັນດວາດ ໄດ້ເນັ້ນໜັກເປັນພິເສດວ່າ ໂຄງການຮຽນ ຕ້ອງຕິດພັນຢ່າງແໜ້ນແຟ້ນກັບຕົວຈິງ ແລະ ຄວາມຕ້ອງການວຽກງານຂອງພະນັກງານແຕ່ລະທ່ານ. ຕາມນັ້ນ, ບັນດາຄູອາຈານ, ບົດລາຍງານ ແລະ ບັນດາພື້ນຖານ ທີ່ຕ້ອນຮັບຄະນະມາຄົ້ນຄວ້າຕົວຈິງ ມີໜ້າທີ່ແນະນຳຢ່າງລະອຽດ ບັນດາຮູບແບບທີ່ເປັນແບບຢ່າງ, ວິທີເຮັດທີ່ດີ, ພ້ອມກັນນັ້ນ ກໍ່ແບ່ງປັນຢ່າງກົງໄປກົງມາ ກ່ຽວກັບຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ ກໍ່ຄື ບົດຮຽນຕົວຈິງ ທີ່ໄດ້ຖອດຖອນມາ.
![]() |
| ບັນຍາກາດພິທີໄຂໂຄງການບຳລຸງ, ຝຶກອົບຮົມວິຊາສະເພາະ ສຳລັບຄະນະພະນັກງານ ທີ່ມາຈາກ ປະເທດເພື່ອນມິດ ລາວ. |
ຄຽງຄູ່ກັບບັນດາການຊີນຳ ສຳລັບວຽກງານການຈັດຕັ້ງ, ທ່ານ ຮອງປະທານຄະນະກຳມະການປະຊາຊົນແຂວງ ກໍ່ໄດ້ສົ່ງຄຳສະເໜີໂດຍກົງ ເຖິງບັນດາພະນັກງານທີ່ເຂົ້າຮ່ວມຊຸດບຳລຸງ. ທ່ານ ຫວັງວ່າ ພະນັກງານທັງ 14 ທ່ານ ຈະຜັນຂະຫຍາຍ ຈິດໃຈຄວາມຮັບຜິດຊອບຢ່າງສູງ, ເປັນເຈົ້າການສະສົມຄວາມຮູ້ ແລະ ປະຕິບັດຢ່າງເຂັ້ມງວດ ທຸກລະບຽບການ, ຕາຕະລາງ ທີ່ຄະນະຈັດຕັ້ງໄດ້ວາງອອກ, ໂດຍຜ່ານນັ້ນ ນຳເອົາບັນດາບົດຮຽນທີ່ມີປະໂຫຍດ ໄປນຳໃຊ້ຢູ່ທີ່ທ້ອງຖິ່ນຂອງຕົນ
ຍສໝ - ໃນຂອບເຂດການເດີນທາງໄປປະຕິບັດໜ້າທີ່ຢູ່ສະວິດ, ຮອງນາຍົກລັດຖະບານ ຫງວຽນວັນທັງ ໃນວັນທີ 27 ກໍລະກົດ ໄດ້ຈັດກອງປະຊຸມຮ່ວມກັບ ຮອງຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ທ່ານນາງ Jennifer DJ Nordquist. |
ຍສໝ - ຕອນບ່າຍຂອງວັນທີ 29 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ເລືອງຕາມກວາງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບທ່ານ Daniele Tavano, ຮອງປະທານອາວຸໂສຂອງກຸ່ມບໍລິສັດ Leonardo S.p.A. (ອີຕາລີ), ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ ທີ່ຮັບໃຊ້ວຽກງານຮັບປະກັນຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍ. |
ແທັງຮັ່ງ

