ຮ່າໂນ້ຍ: ເຝິກອົບຮົມຄວາມຮູ້ກ່ຽວກັບພິທີການທາງການທູດ ໃຫ້ແກ່ພະນັກງານທີ່ເຮັດວຽກງານການຕ່າງປະເທດປະຊາຊົນ
ຍສໝ - ວັນທີ 21 ມີນາ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ (HAUFO) ໄດ້ຈັດຕັ້ງກອງປະຊຸມຝຶກອົບຮົມຄວາມຮູ້ກ່ຽວກັບພິທີການທາງການທູດ. ໂດຍເຂົ້າຮ່ວມການຝຶກອົບຮົມມີນັກຝຶກອົບຮົມ 100 ຄົນເຊິ່ງແມ່ນພະນັກງານອົງການປະຈຳ; ພະນັກງານຂອງພະແນກ, ຄະນະ, ຂະແໜງການ, ບັນດາເມືອງໃນບໍລິເວນນະຄອນຮ່າໂນ້ຍ; ຜູ້ຕາງຫນ້າຂອງສະມາຄົມມິດຕະພາບ, ອົງການຈັດຕັ້ງສະມາຊິກ HAUFO ແລະ ພະນັກງານນຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບທ້ອງຖິ່ນ ຈຳນວນໜຶ່ງ.