ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເກືອບ 14 ລ້ານເທື່ອຄົນໃນ 7 ເດືອນ

14:20 | 05/08/2026

ຍສໝ - ໃນ 7 ເດືອນຕົ້ນປີ 2026, ຂະແໜງການທ່ອງທ່ຽວຫວຽດນາມບັນທຶກຈຳນວນນັກທ່ອງທ່ຽວສາກົນເກືອບ 14 ລ້ານເທື່ອຄົນ, ສູງຂຶ້ນເກືອບ 14% ຈາກໄລຍະດຽວກັນຂອງປີກ່ອນ. ຜົນດັ່ງກ່າວເທົ່າກັບປະມານ 56% ຂອງແຜນການຕ້ອນຮັບນັກທ່ອງທ່ຽວຕະຫຼອດປີ.

ປະສົບການທ້ອງຖິ່ນນຳຫວຽດນາມເຂົ້າໃກ້ Gen Z ທົ່ວໂລກ ໂຮ້ຍອ່ານ ກຽມພ້ອມຈັດງານເທດສະການໂຄມໄຟສາກົນ ຄັ້ງທຳອິດ
ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເກືອບ 14 ລ້ານເທື່ອຄົນໃນ 7 ເດືອນ
ເກືອບ 14 ລ້ານເທື່ອຄົນນັກທ່ອງທ່ຽວສາກົນເດີນທາງມາ ຫວຽດນາມ

ໃນເດືອນກໍລະກົດພຽງເດືອນດຽວ, ຫວຽດນາມໄດ້ຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດປະມານ 1,67 ລ້ານເທື່ອຄົນ. ໃນນັ້ນ, ຜູ້ເດີນທາງຜ່ານທາງອາກາດກວມສັດສ່ວນເກືອບ 83% ຂອງຈຳນວນທັງໝົດ, ສະແດງໃຫ້ເຫັນວ່າການບິນຍັງຄົງເປັນຊ່ອງທາງຫຼັກທີ່ນຳພານັກທ່ອງທ່ຽວສາກົນເຂົ້າມາຫວຽດນາມ.

ໃນດ້ານຕະຫຼາດຕົ້ນທາງ, ຈີນ ແລະ ສ.ເກົາຫຼີ ຍັງເປັນສອງແຫຼ່ງສົ່ງນັກທ່ອງທ່ຽວລາຍໃຫຍ່ທີ່ສຸດມາຍັງຫວຽດນາມ. ຂະນະດຽວກັນ, ຕະຫຼາດໄຕ້ຫວັນ (ຈີນ), ຍີ່ປຸ່ນ ແລະ ບາງປະເທດໃນອາຊີຕາເວັນອອກສ່ຽງໃຕ້ ກໍຮັກສາຈຳນວນນັກທ່ອງທ່ຽວໃນລະດັບທີ່ດີ. ປັດໄຈສຳຄັນທີ່ເອື້ອອຳນວຍໃຫ້ແກ່ຕະຫຼາດເຫຼົ່ານີ້ ແມ່ນໄລຍະທາງພູມສາດທີ່ໃກ້ຄຽງ ປະກອບກັບເຄືອຂ່າຍຖ້ຽວບິນທີ່ນັບມື້ນັບສະດວກຫຼາຍຂຶ້ນ.

ຣັດເຊຍເປັນຕະຫຼາດທີ່ມີການເຕີບໂຕໂດດເດັ່ນ ໂດຍມີນັກທ່ອງທ່ຽວເດີນທາງມາຫວຽດນາມປະມານ 864.000 ເທື່ອຄົນ, ເພີ່ມຂຶ້ນ 174% ຈາກໄລຍະດຽວກັນຂອງປີກ່ອນ ແລະ ສູງເຖິງສອງເທົ່າຂອງລະດັບກ່ອນການລະບາດຂອງໂຄວິດ-19. ການຂະຫຍາຍຕົວນີ້ມີປັດໄຈໜູນສົ່ງຈາກການເປີດຄືນເສັ້ນທາງບິນໂດຍກົງ, ການເພີ່ມຄວາມຖີ່ຂອງຖ້ຽວບິນ ແລະ ຄວາມນິຍົມຂອງນັກທ່ອງທ່ຽວຣັດເຊຍຕໍ່ການພັກຜ່ອນຢູ່ບັນດາຊາຍຫາດ.

ສຳລັບພາກພື້ນເອີຣົບ, ຫຼາຍຕະຫຼາດມີຈຳນວນນັກທ່ອງທ່ຽວເພີ່ມຂຶ້ນ, ໂດຍສະເພາະບັນດາປະເທດທີ່ໄດ້ຮັບສິດຍົກເວັ້ນວີຊາຈາກຫວຽດນາມ. ຕາມການປະເມີນຂອງຂະແໜງທ່ອງທ່ຽວ, ນັກທ່ອງທ່ຽວເອີຣົບມັກພັກເຊົາເປັນໄລຍະຍາວ ແລະ ມີລະດັບການໃຊ້ຈ່າຍສູງ, ຈຶ່ງມີສ່ວນຊ່ວຍຍົກສູງຄຸນນະພາບການເຕີບໂຕຂອງຂະແໜງທ່ອງທ່ຽວຫວຽດນາມ.

ໃນໄລຍະຕໍ່ໜ້າ, ການຜ່ອນຜັນນະໂຍບາຍວີຊາ ຄຽງຄູ່ກັບການເພີ່ມຂະໜາດເຄືອຂ່າຍການບິນ ຖືກຄາດໝາຍວ່າຈະເປັນປັດໄຈສຳຄັນທີ່ຊ່ວຍຮັກສາແຮງຂັບເຄື່ອນໃຫ້ແກ່ການທ່ອງທ່ຽວຫວຽດນາມ ໃນຊ່ວງລະດູທ່ອງທ່ຽວທີ່ຄຶກຄື້ນທ້າຍປີ.

ງານມະໂຫລານດົນຕີ “ມໍລະດົກຕື່ນຕົວ” ເຮັດໃຫ້ ເຫ້ວ ຄຶກຄື້ນ ງານມະໂຫລານດົນຕີ “ມໍລະດົກຕື່ນຕົວ” ເຮັດໃຫ້ ເຫ້ວ ຄຶກຄື້ນ
ຍສໝ - ງານບຸນມໍລະດົກ ແລະ ດົນຕີສາກົນ ເຫ້ວ - Huế Wonderverse Music Fest 2026 ບໍ່ພຽງແຕ່ແມ່ນເຫດການວັດທະນະທຳ - ບັນເທີງ ທີ່ມີຂະໜາດໃຫຍ່ ເທົ່ານັ້ນ ແຕ່ຍັງແມ່ນບາດກ້າວຍຸດທະສາດ ພາຍໃນການເດີນທາງຫັນເອົາຄາດໝາຍ ພັດທະນາອຸດສາຫະກຳວັດທະນະທຳ, ເສດຖະກິດປະດິດສ້າງ ແລະ ການໂຄສະນາຮູບພາບຂອງ ເມືອງເຫ້ວ ໃຫ້ກ້າວໄກໄປເຖິງລະດັບພູມິພາກ ແລະ ສາກົນ ໃຫ້ກາຍເປັນຈິງ.
ສົ່ງເສີມການເຊື່ອມຕໍ່ການທ່ອງທ່ຽວ ຫວຽດນາມ - ລາວ - ກຳປູເຈຍ ສົ່ງເສີມການເຊື່ອມຕໍ່ການທ່ອງທ່ຽວ ຫວຽດນາມ - ລາວ - ກຳປູເຈຍ
ຍສໝ - ຂະບວນການດັ່ງກ່າວມີຈຸດປະສົງເພື່ອເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສາມປະເທດ, ຕີລາຄາສະພາບຕົວຈິງ, ຊອກຫາຂໍ້ຫຍຸ້ງຍາກໃນຂະບວນການເຊື່ອມຕໍ່ເສັ້ນທາງທ່ອງທ່ຽວ ເພື່ອສະເໜີມາດຕະການສົ່ງເສີມການພັດທະນາການທ່ອງທ່ຽວໃນໄລຍະຕໍ່ໄປ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ທ່ອງທ່ຽວ

ເບິ່ງເພີ່ມເຕີມ