ໂຮ້ຍອ່ານ ຈະຈັດເທດສະການໂຄມໄຟສາກົນຄັ້ງທຳອິດ

19:49 | 04/08/2026

ຍສໝ - ເທດສະການໂຄມໄຟສາກົນ ໂຮ້ຍອ່ານ 2026 ຈະຈັດຂຶ້ນໃນຫຼາຍພື້ນທີ່ຂອງເມືອງເກົ່າ ໂດຍມີຈຸດຈັດກິດຈະກຳສຳຄັນຄື ລານກວ້າງແຄມແມ່ນ້ຳຮວາຍ, ສວນຮູບປັ້ນອານໂຮ້ຍ, ບໍລິເວນສອງຝັ່ງແມ່ນ້ຳ ແລະ ບັນດາຖະໜົນໃຈກາງເມືອງ.

ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ເຊື່ອມໂຍງນັກວິຊາການ, ນັກວິທະຍາສາດ ຢູ່ ໂອຕຣິດ ນຳພາ ຫວຽດນາມ ກາຍເປັນປະເທດທະເລທີ່ເຂັ້ມແຂງ
ໂຮ້ຍອ່ານ ກຽມພ້ອມຈັດງານເທດສະການໂຄມໄຟສາກົນ ຄັ້ງທຳອິດ
ເສັ້ນທາງປະດັບໂຄມໄຟທີ່ຍາວທີ່ສຸດໃນຫວຽດນາມ ພາຍໃນງານບຸນໂຄມໄຟສາກົນ Ocean.

ແຕ່ວັນທີ 3 ຫາ 6 ທັນວາ 2026, ເມືອງເກົ່າໂຮ້ຍອ່ານ, ນະຄອນດ່ານັງ, ຈະເປັນສະຖານທີ່ຈັດເທດສະການໂຄມໄຟສາກົນ ໂຮ້ຍອ່ານ 2026 ພາຍໃຕ້ຫົວຂໍ້ “ໂຮ້ຍອ່ານ - ສີສັນມໍລະດົກ”. ນີ້ແມ່ນຄັ້ງທຳອິດທີ່ໂຮ້ຍອ່ານຈັດງານເທດສະການໃນລັກສະນະດັ່ງກ່າວ, ໂດຍມຸ່ງຍົກຍ້ອງອາຊີບເຮັດໂຄມໄຟພື້ນເມືອງ ຜ່ານການຈັດສະແດງສິລະປະ, ກິດຈະກຳວັດທະນະທຳ ແລະ ການແລກປ່ຽນປະສົບການພາຍໃນຊຸມຊົນ.

ຕະຫຼອດ 4 ວັນຂອງເທດສະການ, ນັກທ່ອງທ່ຽວຈະໄດ້ສຳຜັດກັບບັນຍາກາດວັດທະນະທຳອັນເປັນເອກະລັກຂອງໂຮ້ຍອ່ານ ຜ່ານບັນດາລາຍການທີ່ຫຼາກຫຼາຍ. ໃນນັ້ນ, ພິທີເປີດງານຈະປະສົມປະສານການສະແດງສິລະປະທັງບົນບົກ ແລະ ບົນນ້ຳ, ສ້າງພາບບັນຍາກາດແຫ່ງແສງສີທີ່ສະທ້ອນກິ່ນອາຍຂອງເມືອງມໍລະດົກ. ຄະນະຈັດງານມີແຜນຈັດວາງຜົນງານໂຄມໄຟສິລະປະຂະໜາດໃຫຍ່ປະມານ 15 ກຸ່ມ ຕາມບັນດາພື້ນທີ່ສາທາລະນະ. ຜົນງານແຕ່ລະກຸ່ມຈະມີເນື້ອໃນ ແລະ ຫົວຂໍ້ແຕກຕ່າງກັນ, ຖ່າຍທອດເລື່ອງລາວທາງປະຫວັດສາດ, ຄຸນຄ່າວັດທະນະທຳ ແລະ ຂະບວນການແລກປ່ຽນຕິດຕໍ່ຂອງໂຮ້ຍອ່ານໃນແຕ່ລະຍຸກສະໄໝ.

ການຫັນເປັນດິຈິຕອນໃນກະສິກຳ ຕ້ອງອາໄສພະລັງການຮ່ວມມືຈາກຫຼາຍຝ່າຍ ການຫັນເປັນດິຈິຕອນໃນກະສິກຳ ຕ້ອງອາໄສພະລັງການຮ່ວມມືຈາກຫຼາຍຝ່າຍ
ຍສໝ - ການຫັນເປັນດິຈິຕອນ ພວມກາຍເປັນແຮງຂັບເຄື່ອນສຳຄັນ ເພື່ອຍົກສູງຜະລິດຕະພາບ, ຄວາມໂປ່ງໃສຂອງຕ່ອງໂສ້ມູນຄ່າ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງສິນຄ້າກະສິກຳຫວຽດນາມ. ຢ່າງໃດກໍຕາມ, ເພື່ອໃຫ້ຂະບວນການນີ້ ບັນລຸຜົນຢ່າງແທ້ຈິງ ບໍ່ພຽງແຕ່ຕ້ອງການເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງຕ້ອງອາໄສການປະສານງານຢ່າງໃກ້ຊິດລະຫວ່າງລັດ, ວິສາຫະກິດ, ອົງການສາກົນ, ສະຖາບັນຄົ້ນຄວ້າ ແລະ ຊາວກະສິກອນ ເພື່ອສ້າງລະບົບນິເວດການຮ່ວມມືຈາກຫຼາຍຝ່າຍ ສຳລັບການພັດທະນາຢ່າງຍືນຍົງ.
ຫວຽດນາມ - ອົດສະຕຣາລີ ຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອົດສະຕຣາລີ ຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ
ຍສໝ - ຕອນບ່າຍວັນທີ 29 ກໍລະກົດ, ທີ່ສຳນັກງານໃຫຍ່ກະຊວງປ້ອງກັນຊາດ, ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະບານ, ລັດຖະມົນຕີກະຊວງປ້ອງກັນຊາດ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Gillian Bird, ເອກອັກຄະລັດຖະທູດອົດສະຕຣາລີປະຈຳຫວຽດນາມ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ