ຫວຽດນາມ ແລະ ADB ເພີ່ມທະວີການຮ່ວມມື

06:00 | 30/06/2020

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Eric Sidgwick - ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ.

ຫວຽດນາມ ແລະ adb ເພ ມທະວ ການຮ ວມມ ADB ແລະ ລັດຖະບານລາວ ລົງນາມສັນຍາເງິນກູ້ ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດໂຄວິດ-19
ຫວຽດນາມ ແລະ adb ເພ ມທະວ ການຮ ວມມ ຊຸກຍູ້ການຮ່ວມມືຂອງອາຊຽນກັບບັນດາອົງການການຄ້າ - ພັດທະນາຂອງ ອະເມຣີກາ ແລະ ທະນາຄານ Eximbank.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ກ່າວວ່າ: ບັນດາການພິຈາລະນາ ແລະ ຄຳແນະນຳດ້ານນະໂຍບາຍຂອງທະນາຄານພັດທະນາອາຊີ (ADB) ໂດຍທົ່ວໄປ, ແລະ ຂອງທ່ານ Eric Sidgwick ເວົ້າສະເພາະ ແມ່ນມີຄຸນຄ່າຫຼາຍຢ່າງສຳລັບການພັດທະນາເສດຖະກິດຂອງຫວຽດນາມ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເສີມຂະຫຍາຍ ສາຍພົວພັນທີ່ດີລະຫວ່າງ ທະນາຄານພັດທະນາອາຊີ ແລະ ລັດຖະບານຫວຽດນາມ.

ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຊີ້ແຈ້ງວ່າລັດຖະບານຫວຽດນາມ ຖືວ່າ ທະນາຄານພັດທະນາອາຊີ ADB ແມ່ນໜຶ່ງໃນບັນດາຜູ້ສະໜັບສະໜູນແຖວໜ້າ ໃນການໜູນຊ່ວຍດ້ານການເງິນ, ການໜູນຊ່ວຍດ້ານເຕັກນິກ ແລະ ເປັນທີ່ປຶກສາ. ລັດຖະບານຫວຽດນາມ ສະແດງຄວາມຂອບໃຈ ທະນາຄານພັດທະນາອາຊີ ADB ໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການຢ່າງຕັ້ງໜ້າ ໃຫ້ຫ້ອງການລັດຖະບານຫວຽດນາມ ໃນການພັດທະນາລະບົບຂໍ້ມູນຂ່າວສານ e-Cabinet.

ຫວຽດນາມ ແລະ adb ເພ ມທະວ ການຮ ວມມ
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Eric Sidgwick - ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ. (ພາບ: baoquocte)

ລັດຖະບານຫວຽດນາມ ໄດ້ສະໜັບສະໜູນແຜນຍຸດທະສາດປີ 2030 ຂອງທະນາຄານພັດທະນາອາຊີ ADB ທີ່ໄດ້ຮັບການອະນຸມັດ ເພື່ອແນໃສ່ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ ແລະ ສືບຕໍ່ສະໜັບສະໜູນບັນດາປະເທດສະມາຊິກ ໃນການແກ້ໄຂບັນຫາຕ່າງໆ, ເຊັ່ນ: ຄວາມທຸກຍາກ ແລະ ການພັດທະນາບໍ່ເທົ່າກັນ, ຕ້ານການປ່ຽນແປງດິນຟ້າອາກາດ ແລະ ສົ່ງເສີມພາກເອກະຊົນ.

ຕາມການຄາດຄະເນຂອງທະນາຄານ ADB, ຫວຽດນາມ ສາມາດບັນລຸລະດັບເຕີບໂຕ GDP ເປັນລະດັບ 4-4,1% ໃນປີນີ້. ຕົ້ນປີໜ້າ, ທະນາຄານ ADB ຈະສ້າງຍຸດທະສາດຄູ່ຮ່ວມມືແຫ່ງຊາດໃໝ່ ແລະ ຈະພິຈາລະນາຍຸດທະສາດ, ແຫຼ່ງຕົ້ນທຶນເພື່ອສະໜັບສະໜູນ ຫວຽດນາມ ໂດຍລະອຽດ. ນອກຈາກການສະໜັບສະໜູນໃຫ້ແກ່ລັດ, ທະນາຄານ ADB ຍັງສາມາດລະດົມແຫຼ່ງຕົ້ນທຶນ ສຳຫຼັບຂົງເຂດການປະດິດສ້າງ ແລະ ຄວາມຮູ້.

ໃນໂອກາດນີ້, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ທະນາຄານ ADB ທີ່ໄດ້ໃຫ້ຄຳແນະນຳແກ່ລັດຖະບານຫວຽດນາມ ເພື່ອຮັບມືກັບຜົນກະທົບຈາກການລະບາດພະຍາດ COVID-19. ປະຈຸບັນ ລັດຖະບານຫວຽດນາມ ກຳລັງປະຕິບັດຫລາຍມາດຕະການມະຫາພາກສຳຄັນ ເຊິ່ງສຳລັບການພັດທະນາເສດຖະກິດ ພາຍຫຼັງທີ່ພະຍາດ COVID-19 ດ້ວຍຄຳຂວັນທີ່ຟື້ນຟູຍືນຍົງ ແລະ ບັນລຸເປົ້າໝາຍສອງດ້ານ.

ທ່ານນາຍົກລັດຖະມົນຕີຫວຽດນາມ ກໍ່ຢືນຢັນວ່າ ລັດຖະບານຫວຽດນາມ ມີຄວາມເອົາໃຈໃສ່ຫຼາຍໃນການຟື້ນຟູການຜະລິດ ໃນຂະນະທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະນັ້ນການສະໜັບສະໜູນຂອງທະນາຄານ ADB ແມ່ນມີຄວາມສຳຄັນຫຼາຍ. ຫວຽດນາມ ໄດ້ຫວັງວ່າທະນາຄານ ADB ຈະເພີ່ມເຕີມການສະໜັບສະໜູນ ເພື່ອຊ່ວຍເຫຼືອພັດທະນາບັນດາຂົງເຂດສຳຄັນ, ເຊັ່ນ: ພື້ນຖານໂຄງລ່າງ, ການກະສິກຳສະຫຼາດ, ພະລັງງານສະອາດ, ການພັດທະນາຕົວເມືອງ, ສິ່ງແວດລ້ອມ, ການແພດ, ການສຶກສາ…

ຫວຽດນາມ ແລະ adb ເພ ມທະວ ການຮ ວມມ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ສຳຫຼັບການພັດທະນາສັນຕິພາບຂອງພາກພື້ນອາຊີ - ປາຊີຟິກ

ຍສໝ - ຕາມທ່ານ Igor Olegovich Mishin ແລ້ວ, ວິທີສຳຜັດຂອງຫວຽດນາມ ສໍາລັບບັນດາບັນຫາຢູ່ພາກພື້ນອາຊີ-ປາຊີຟິກ ແລະທະເລຕາເວັນອອກອີງໃສ່ບັນດາຫຼັກການຮັກສາສັນຕິພາບ ແລະບ້ານໃກ້ເຮືອນຄຽງມິດຕະພາບ.

ຫວຽດນາມ ແລະ adb ເພ ມທະວ ການຮ ວມມ “ອາວຸດ" ຕ້ານ "ສັດຕູ" Covid-19: ດ້ານວັດທະນະທຳ - ສິລະປະ ທີ່ໜ້າຕື່ນເຕັ້ນ

ຍສໝ - ໃນໄລຍະຜ່ານມາ, ການໄປສະນີຫວຽດນາມ ໄດ້ຮ່ວມມືກັບກະຊວງສາທາລະນະສຸກ ໄດ້ສ້າງປ້າຍໂຄສະນາ, ພິມບັນດາຮູບພາບຂອງແພດ ແລະ ທ່ານໝໍ ຢູ່ແຖວໜ້າຕໍ່ຕ້ານການລະບາດ. ຮູບພາບການໂຄສະນາ ຂອງນັກແຕ້ມ ເລດຶກຮຽບ, ນັກແຕ້ມ ຟ້າມຈູງຮ່າ ແລະ ນັກແຕ້ມ ລືວອຽນເທ… ທັງໝົດ ລ້ວນແຕ່ມີຜົນສະທ້ອນເຖິງກຳລັງໃຈທີ່ຍິ່ງໃຫຍ່ໃນການຕໍ່ສູ້ຕ້ານກັບ Covid-19.

ຫວຽດນາມ ແລະ adb ເພ ມທະວ ການຮ ວມມ ລັດຖະບານ ຫວຽດນາມ ໄດ້ມອບຜ້າອັດປາກ 50.000 ອັນ ເພື່ອຊ່ວຍປະຊາຄົມຊາວຫວຽດນາມຢູ່ການາດາເອົາຊະນະ COVID-19

ຍສໝ - ຕໍ່ໜ້າສະພາບການລະບາດ ຢ່າງສັບສົນ ຂອງ ໂລກລະບາດ COVID-19 ໃນທົ່ວໂລກ, ໂດຍສະເພາະຢູ່ອາເມລິກາເໜືອ, ລັດຖະບານຫວຽດນາມ ໄດ້ມອບຜ້າອັດປາກ 50.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ການາດາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.