![]() | ຫວຽດນາມ ຢືນຢັນທີ່ຕັ້ງໃຈກາງໃນການຮັກສາສັນຕິພາບຂອງ ສປຊ |
![]() | ຫວຽດນາມ - ລາວ ຢືນຢັນ, ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ |
ທ່ານ ແອງ ກອກເທຍ, ລັດຖະມົນຕີປະຈຳຫ້ອງວ່າການຄະນະລັດຖະບານລາຊະອານາຈັກກຳປູເຈຍ:
ຫວຽດນາມ - ເປັນແບບຢ່າງແຫ່ງການພັດທະນາທີ່ເປັນປະເທດຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
ກ່າວຄຳປາໄສຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ, ທ່ານ ປອ ແອງ ກອກເທຍ ຕີລາຄາວ່າ 80 ປີຜ່ານມາ, ຫວຽດນາມ ໄດ້ມີການຫັນປ່ຽນໃນສັງຄົມ ແລະ ການພົວພັນດ້ານການຜະລິດຫຼາຍຢ່າງ ກໍ່ຄືບັນດາການຕໍ່ຕ້ານການຮຸກຮານຂອງພາຍນອກ, ໃນນັ້ນມີການເຂົ້າຮ່ວມຂອງກຳປູເຈຍ. ນັ້ນເປັນການເດີນທາງຮ່ວມກັນຂອງສອງປະເທດບ້ານໃກ້ເຮືອນຄຽງທີ່ທັງສອງຕົກຢູ່ພາຍໃຕ້ການປົກຄອງຂອງລ່າເມືອງຂຶ້ນຝຣັ່ງໃນອະດີດ, ມີການເດີນທາງທາງດ້ານການເມືອງ ແລະ ສັງຄົມອັນດຽວກັນ, ກໍ່ຄືເຂົ້າຮ່ວມໃນຂະບວນການສ້າງສາ ແລະ ພັດທະນາສັນຕິພາບຢູ່ແຕ່ລະປະເທດ. ຫວຽດນາມ ໄດ້ເປັນເອກະພາບສອງພາກພື້ນຂອງປະເທດ, ບັນລຸໄດ້ສັນຕິພາບທີ່ຍາວນານ ແລະ ພັດທະນາຢ່າງແຂງແຮງ, ຜ່ານຫລາຍໄລຍະແຫ່ງການພັດທະນາ ດ້ວຍການປ່ຽນແປງກ່ຽວກັບນະໂຍບາຍເສດຖະກິດ, ການຄຸ້ມຄອງປະເທດ ແລະ ການບໍລິຫານຂອງລັດ, ພິເສດແມ່ນການຫັນເປັນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
![]() |
ທ່ານ ປອ ແອງກອກເທຍ, ລັດຖະມົນຕີປະຈຳຫ້ອງວ່າການຄະນະລັດຖະບານລາຊະອານາຈັກກຳປູເຈຍ. (ພາບ: TTXVN) |
ທ່ານກ່າວວ່າ ການປ່ຽນແປງທັດສະນະພັດທະນາເສດຖະກິດຢ່າງກ້າຫານ, ຄຽງຄູ່ກັບການດັດແປງກ່ຽວກັບນະໂຍບາຍພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໄດ້ຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ບັນດາຜົນງານພັດທະນາທີ່ສຳຄັນຄື: ຫຼຸດຜ່ອນຄວາມທຸກຍາກ, ຍົກສູງອາຍຸຍືນ ແລະ ລະດັບການດຳລົງຊີວິດຂອງປະຊາຊົນ.
ທ່ານເນັ້ນໜັກວ່າ: "ດ້ວຍອັດຕາຄວາມທຸກຍາກຢູ່ລະດັບຕ່ຳຫຼາຍ, ຊາວຫວຽດນາມໃນປະຈຸບັນໄດ້ມີຊີວິດທີ່ມີຄວາມຜາສຸກ, ມີທຸກສິດອິດສະລະພາບ ແລະ ສາມາດຕັດສິນອະນາຄົດຂອງຕົນເອງ".
ທ່ານ ປອ ແອງກອກເທຍ ກໍ່ຕີລາຄາສູງເລື່ອງ ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍພັນປີກ່ອນໜ້ານັ້ນກ່ວາຫຼາຍປະເທດໃນອາຊຽນຢ່າງສຳເລັດ ແລະ ພວມສືບຕໍ່ມານະພະຍາຍາມປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030. ທ່ານສະແດງຄວາມຊົມເຊີຍຕໍ່ຈິດໃຈຄວາມດຸໝັ່ນ, ມີຫົວຄິດປະດິດສ້າງຂອງປະຊາຊົນ ຫວຽດນາມ ໃນການອອກແຮງງານ, ປະກອບສ່ວນຮັກສາສັນຕິພາບ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນຕ້ານໂລກລະບາດ ແລະ ແກ້ໄຂບັນດາບັນຫາທົ່ວໂລກ. ຕາມທ່ານແລ້ວ, ບັນດາຜົນງານໃນການເບິ່ງແຍງດູແລຊີວິດຂອງຊາວຊົນເຜົ່າສ່ວນໜ້ອຍ ແລະ ອະນຸລັກຮັກສາບັນດາສະຖານທີ່ວັດທະນະທຳ ແລະ ຄວາມເຊື່ອຖື ໄດ້ສະແດງໃຫ້ເຫັນການພັດທະນາແບບລວມ ແລະ ສອດຄ່ອງຂອງຫວຽດນາມ.
ທ່ານ ປອ Nadia Radulovich, ຄະນະຄົ້ນຄວ້າທິດຕາເວັນອອກ, ມະຫາວິທະຍາໄລ Salvador (Argentina):
ຫວຽດນາມ ຢືນຢັນທີ່ຕັ້ງຂອງຕົນໂດຍການຖືມະນຸດເປັນໃຈກາງ
ຕາມທ່ານ ປອ Nadia Radulovich ແລ້ວ, ປະຊາຊົນ ຫວຽດນາມ ໄດ້ສະແດງໃຫ້ເຫັນກຳລັງແຮງ ແລະ ຄວາມອົງອາດກ້າແກ່ນໃນສົງຄາມຕໍ່ຕ້ານ, ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975, ກ່ອນທີ່ຈະປະຕິບັດການປ່ຽນແປງໃໝ່ ໃນປີ 1986 ແລະ ບັນລຸໄດ້ການຫັນປ່ຽນເສດຖະກິດ - ສັງຄົມຢ່າງແຂງແຮງ. ທ່ານນາງກ່າວວ່າ GDP ຂອງຫວຽດນາມໄດ້ເພີ່ມຂຶ້ນຈາກ 8 ຕື້ USD ໃນປີ 1986 ຂຶ້ນເປັນ 476 ຕື້ USD ໃນປີ 2024, ແລະ ລາຍຮັບຕໍ່ຫົວຄົນຈາກຕ່ຳກວ່າ 700 USD ຂຶ້ນເປັນ 4.500 USD.
![]() |
ການສະແດງສຽງກອງຂ່ຳນັບຮັບຕ້ອນໃນການຊ້ອມຮົບສວນສະໜາມ, ແຫ່ຂະບວນ ໃນວັນທີ 30 ສິງຫາ 2025. (ພາບ: ໜັງສືພິມ Dan tri) |
ທ່ານນາງເນັ້ນໜັກວ່າ ນະໂຍບາຍພັດທະນາຖືມະນຸດເປັນໃຈກາງແມ່ນຈຸດພົ້ນເດັ່ນ ໃນຮູບແບບການພັດທະນາຂອງຫວຽດນາມ, ໄດ້ສະແດງໃຫ້ເຫັນຜ່ານການນຳໃຊ້ມາດຖານຄວາມທຸກຍາກຫຼາຍດ້ານ ແລະ ບັນດານະໂຍບາຍຮັບປະກັນຊີວິດສັງຄົມ. ການຍົກເວັ້ນຄ່າຮຽນຂອງນັກຮຽນແຕ່ ອະນຸບານ ຫາ ມັດທະຍົມຕອນປາຍ ໃນໂຮງຮຽນລັດ ສົກຮຽນ 2025-2026 ແມ່ນບາດກ້າວທີ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບູລິມະສິດຂອງການພັດທະນາມະນຸດ ແລະ ຮັບປະກັນໂອກາດທາງການສຶກສາທີ່ສະເໝີພາບ.
ຕາມທ່ານນາງແລ້ວ, ການເດີນທາງແຕ່ປີ 1945 ຮອດປະຈຸບັນໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ສົມທົບກັນຢ່າງກົມກຽວກັນຄວາມມຸ່ງມາດປາຖະໜາເປັນເອກະລາດແຫ່ງຊາດ, ການປະຕິຮູບເສດຖະກິດທີ່ຕັດສິນໃຈ ແລະ ໃຫ້ຄຳໝັ້ນສັນຍາເພື່ອໃຫ້ມະນຸດ, ຜ່ານນັ້ນ ບືນຕົວກາຍເປັນປະເທດມະຫາອຳນາດໄລຍະກາງອັນມີອິດທິພົນຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ອິນໂດ - ປາຊີຟິກ.
ທ່ານ Claudio De Negri, ຫົວໜ້າຄະນະພົວພັນຕ່າງປະເທດພັກກອມມູນິດ ຈີເລ, ອະດີດເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມ:
ຫວຽດນາມ ເອົາໃຈໃສ່ເຖິງການຮັບປະກັນຊີວິດສັງຄົມ ແລະ ການເຂົ້າຮ່ວມຂອງປະຊາຊົນໃນຂະບວນການປ່ຽນແປງໃໝ່.
ໃນເວລາໃຫ້ສຳພາດຕໍ່ໜັງສືພິມ Nhan Dan, ທ່ານ Claudio De Negri ໃຫ້ຮູ້ວ່າ ຈຸດແຮງຂອງຂະບວນການປ່ຽນແປງໃໝ່ຢູ່ ຫວຽດນາມ ແມ່ນການເຂົ້າຮ່ວມຢ່າງແທ້ຈິງຂອງປະຊາຊົນ, ຈາກການຖືປະຊາຊົນເປັນຮາກຖານ, ກຳນົດບັນດາສິ່ງທ້າທາຍດ້ານເສດຖະກິດຂອງທົ່ວປະເທດ - ສິ່ງທີ່ຊາວຫວຽດນາມທຸກຄົນພາກພູມໃຈແມ່ນເຈົ້າກຳ ແລະ ເຂົ້າຮ່ວມໃນທຸກບາດກ້າວ.
![]() |
ທ່ານ Claudio De Negri, ຫົວໜ້າຄະນະພົວພັນຕ່າງປະເທດພັກກອມມູນິດ ຈີເລ, ອະດີດເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມ. (ພາບ: VOV) |
ຫວຽດນາມ ໄດ້ຫັນປ່ຽນຈາກພື້ນຖານເສດຖະກິດກະສິກຳເປັນໜຶ່ງໃນບັນດາຕະຫຼາດທີ່ຂະຫຍັນຂັນເຂື່ອນທີ່ສຸດຂອງໂລກ, ດ້ວຍພື້ນຖານເສດຖະກິດວາງອອກຈຸດສຸມເຂົ້າການຮັບປະກັນຊີວິດສັງຄົມຂອງປະຊາຊົນ, ອະນຸຍາດໃຫ້ເຂົາເຈົ້າເຂົ້າຮ່ວມການສ້າງປະຕິຮູບ ແລະ ແກ້ໄຂບັນດາຂໍ້ຈຳກັດ, ຂາດຕົກບົກພ່ອງ.
ຂະບວນການປ່ຽນແປງໃໝ່ຂອງຫວຽດນາມ ແມ່ນຕົວຢ່າງແບບຢ່າງ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ແລະ ພາຍໃຕ້ການຄຸ້ມຄອງຂອງລັດ, ຫວຽດນາມ ໄດ້ປະມວນບົດບາດຂອງຕະຫຼາດ ແລະ ການລົງທຶນຂອງຕ່າງປະເທດເຂົ້າໃນເສດຖະກິດ ແຕ່ຍັງຄົງຮັກສາບັນດາຫຼັກການສັງຄົມນິຍົມ.
ຫວຽດນາມ ເທົ່າທຽມລະຫວ່າງການເຕີບໂຕດ້ານເສດຖະກິດກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຄຸ້ມຄອງຊັບພະຍາກອນແບບຍືນຍົງ, ຖືສະຫວັດດີການຂອງປະຊາຊົນ ແລະ ການພັດທະນາປະເທດຊາດເປັນສຳຄັນ. ນີ້ກໍແມ່ນຈິດໃຈທີ່ຊຸກຢູ່ການກະທັດກົງຈັກຂອງລັດພວມປະຕິບັດໃນປະຈຸບັນ, ມຸ່ງໄປເຖິງສາຍພົວພັນໂດຍກົງ ແລະ ລະຫວ່າງລັດ ແລະ ລ່ວງຕະຫຼອດລະຫວ່າງລັດ ກັບ ປະຊາຊົນ.
ທ່ານ ອະດີດນາຍົກລັດຖະມົນຕີ ອິດສະຣາແອນ Ehud Barak:
ຈາກຂີ້ເຖົ່າຂອງສົງຄາມ, ຫວຽດນາມໄດ້ກາຍເປັນເລື່ອງສໍາເລັດເປັນພົ້ນເດັ່ນ
ແລກປ່ຽນຕໍ່ນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ, ທ່ານ ອະດີດນາຍົກລັດຖະມົນຕີ ອິດສະຣາແອນ Ehud Barak ໃຫ້ຮູ້ວ່າ ຫວຽດນາມ “ແມ່ນແຫຼ່ງກຳລັງພິເສດ, ການສຸມໃສ່, ໂຮມເປັນເອກະພາບ ແລະ ຄວາມປາຖະໜາພັດທະນາຢ່າງຈະແຈ້ງ". ຕາມທ່ານແລ້ວ, ການປ່ຽນແປງໃໝ່ບໍ່ພຽງແຕ່ແມ່ນນະໂຍບາຍເທົ່ານັ້ນ ຫາກຍັງແມ່ນການຫັນປ່ຽນຍຸດທະສາດ, ສະແດງໃຫ້ເຫັນຈິດໃຈປະຕິຮູບ, ກ້າຫານຜ່ານຜ່າຄຳພີເພື່ອບືນຕົວຂຶ້ນ - ແມ່ນສິ່ງທີ່ບໍ່ງ່າຍສຳລັບປະເທດທີ່ທັງສ້າງເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ, ທັງຮັກສາບັນດາມໍລະດົກທາງການເມືອງ.
![]() |
ພັນລະຍາຂອງອະດີດນາຍົກລັດຖະມົນຕີ ອິດສະຣາແອນ Ehud Barak, ທ່ານນາງ Nili Barak ຖ່າຍຮູບກັບສາມີຢູ່ຕໍ່ໜ້າຮູບປັ້ນປະທານ ໂຮ່ຈີມິນ ໃນການມາຢ້ຽມຢາມ ຫວຽດນາມ, ເດືອນສິງຫາ 2022. (ພາບ: ໜັງສືພິມ Tuoi Tre) |
ທ່ານກ່າວເນັ້ນວ່າ ນັບແຕ່ປີ 1986 ເປັນຕົ້ນມາ, ຫວຽດນາມໄດ້ສະແດງໃຫ້ເຫັນວ່າ, ດ້ວຍຍຸດທະສາດທີ່ຖືກຕ້ອງ, ໃຫ້ຄຳໝັ້ນສັນຍາມີການປ່ຽນແປງ ແລະ ຈິດໃຈກ້າຫານ, ຈຸດເລີ່ມຕົ້ນທີ່ຫຍຸ້ງຍາກຍັງສາມາດນຳໄປສູ່ຄວາມສຳເລັດທີ່ຜິດປົກກະຕິ. ທ່ານກ່າວວ່າ "ຈາກຂີ້ເຖົ່າຂອງສົງຄາມ, ພວກເຈົ້າໄດ້ສ້າງພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ມີການແຂ່ງຂັນ, ອີງໃສ່ການສຶກສາ, ເຕັກໂນໂລຊີ ແລະ ການປະຕິຮູບການນຳພາ.
ທ່ານ Ehud Barak ຢືນຢັນວ່າ ຫວຽດນາມ ໄດ້ບືນຕົວກາຍເປັນປະເທດປະສົບຜົນສຳເລັດແບບປົກກະຕິໃນການພັດທະນາ, ຍົກໃຫ້ປະຊາຊົນນັບລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ປະຈຸບັນມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດມີລາຍຮັບສູງໃນ 2 ທົດສະວັດຈະມາເຖິງ. ທ່ານເຊື່ອໝັ້ນວ່າ ເມື່ອຫວຽດນາມສະເຫຼີມສະຫຼອງ 100 ປີແຫ່ງວັນຊາດ, ຫວຽດນາມ ຈະກາຍເປັນປະເທດທີ່ມີການພັດທະນາຢ່າງຮອບດ້ານ, ໄດ້ຮັບການສະເຫຼີມສະຫຼອງຢ່າງສະຫງ່າງາມ, ສົມຄວນກັບສິ່ງທີ່ຕົນບັນລຸໄດ້.
![]() | ທ່ານນາງຜູ້ສຳເລັດຣາຊະການ Cindy Kiro ຢືນຢັນວ່າ ຍາມໃດກໍໃຫ້ການໜູນຊ່ວຍ, ໃຫ້ຄວາມສົນໃຈສຳລັບປະຊາຄົມຊາວ ຫວຽດນາມ ຢູ່ ນິວຊີແລນ ຍສໝ - ຕອນບ່າຍວັນທີ 11 ມີນານີ້, ຢູ່ນະຄອນຫຼວງ Wellington, ໃນລາຍການການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາງ Cindy Kiro ຜູ້ສຳເລັດຣາຊະການ ນິວຊີແລນ. |
![]() | ຫວຽດນາມ ຢືນຢັນ ສັນຕິພາບແມ່ນເງື່ອນໄຂທີ່ຕ້ອງມີກ່ອນເພື່ອການພັດທະນາ ຍສໝ - ວັນທີ 20 ພະຈິກນີ້, ຢູ່ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ (UNSC) ໄດ້ຈັດຕັ້ງວາລະປະຊຸມເປີດກ່ຽວກັບ "ການຊຸກຍູ້ສັນຕິພາບແບບຍືນຍົງຜ່ານການພັດທະນາຮ່ວມ" ໂດຍການເປັນປະທານຂອງ ຈີນ, ປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນເດືອນພະຈິກ 2023. |
ແທັງຮັ່ງ