ADB ໃຫ້ກູ້ຢືມທຶນຈໍານວນ 37,8 ລ້ານໂດລາສະຫະລັດໃຫ້ແກ່ໂຄງການພະລັງງານແສງຕາເວັນຢູ່ຫວຽດນາມ

16:30 | 03/02/2020

ທະນາຄານພັດທະນາອາຊີ (ADB) ຫາກໍ່ເຊັນສັນຍາໃຫ້ກູ້ຢືມທຶນດ້ວຍມູນຄ່າ 37,8 ລ້ານໂດລາສະຫະລັດກັບບໍລິສັດຫຸ້ນສ່ວນລົງທຶນພັດທະນາພະລັງງານ TTC ເພື່ອແນໃສ່ໜູນຊ່ວຍທຶນໃຫ້ແກ່ໂຄງການພະລັງງານແສງຕາເວັນຢູ່ຫວຽດນາມ...

ADB ໃຫ້ກູ້ຢືມທຶນຈໍານວນ 37,8 ລ້ານໂດລາສະຫະລັດໃຫ້ແກ່ໂຄງການພະລັງງານແສງຕາເວັນຢູ່ຫວຽດນາມ

ພາບປະກອບ


ຫ້ອງການອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຢູ່ຫວຽດນາມ ໃຫ້ຮູ້ວ່າ, ທະນາຄານພັດທະນາອາຊີ (ADB) ຫາກໍ່ເຊັນສັນຍາໃຫ້ກູ້ຢືມທຶນດ້ວຍ ມູນຄ່າ 37,8 ລ້ານໂດລາສະຫະລັດກັບບໍລິສັດຫຸ້ນສ່ວນລົງທຶນພັດທະນາພະລັງງານ TTC ເພື່ອແນໃສ່ໜູນຊ່ວຍທຶນໃຫ້ແກ່ໂຄງການພະລັງງານແສງຕາເວັນຢູ່ຫວຽດນາມ. ໃນນັ້ນ, 7,6 ລ້ານໂດລາສະຫະລັດແມ່ນໃຫ້ກູ້ຢືມພາຍໃຕ້ຮູບແບບທຶນກູ້ຢືມບຸລິມະສິດຈາກກອງທຶນພື້ນຖານໂຄງລ່າງພາກເອກະຊົນອາຊີ (LEAP) ເຊິ່ງມີການປະກອບທຶນຂອງ JICA. ບ້ວງເງິນກູ້ຢືມນີ້ເພື່ອແນໃສ່ປັບປຸງຄວາມສາມາດຊໍາລະເງິນກໍ່ຄືຄວາມສາມາດດ້ານການເງິນຂອງໂຄງການ. ໂຄງການຈະກໍ່ສ້າງ ແລະເປີດນຳໃຊ້ໂຮງງານໄຟຟ້າໃຊ້ພະລັງງານແຮງແສງຕາເວັນທີ່ມີກຳລັງແຮງ 50MW ພ້ອມກັບບັນດາພື້ນຖານໂຄງລ່າງຕ່າງໆຢູ່ແຂວງໄຕນີງ, ປະກອບສ່ວນຕອບສະໜອງຄວາມຕ້ອງການນັບມື້ນັບເພີ່ມຂຶ້ນກ່ຽວກັບພະລັງງານຢູ່ພາກໃຕ້ກໍ່ຄືຫັນແຫຼ່ງພະລັງງານຢູ່ຫວຽດນາມ ເປັນຫຼາຍຮູບຫຼາຍແບບ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.