| ເຊື່ອມໂຍງແຄວ້ນ Catalonia, ຊຸກຍູ້ການຮ່ວມມື ຫວຽດນາມ - ແອັດສະປາຍ ຫວຽດນາມ ແລະ ອາຊຽນ ສືບຕໍ່ຂຽນເລື່ອງລາວແຫ່ງຄວາມສຳເລັດ ຕະຫຼອດ 31 ປີ |
![]() |
| ນະຄອນເກົ່າຮ່ອຍອານ |
ຜົນການຈັດອັນດັບທີ່ປະກາດໃນວັນທີ 20 ກໍລະກົດ 2026 ສະທ້ອນໃຫ້ເຫັນວ່າ ຫວຽດນາມ ນັບມື້ນັບດຶງດູດນັກທ່ອງທ່ຽວລຸ້ນໃໝ່ທີ່ມັກການຄົ້ນຫາ ແລະ ປະສົບການໃໝ່ໆ.
ອີງຕາມ Travel + Leisure, ແນວໂນ້ມການທ່ອງທ່ຽວຂອງຄົນລຸ້ນ Gen Z ກຳລັງປ່ຽນແປງຢ່າງຊັດເຈນ. ແທນທີ່ຈະເລືອກໄປຍັງສະຖານທີ່ມີຊື່ສຽງຢູ່ໃນສື່ສັງຄົມ, ຄົນໜຸ່ມສາວຫຼາຍຄົນໃຫ້ຄວາມສຳຄັນກັບການເດີນທາງທີ່ສະທ້ອນເອກະລັກຂອງທ້ອງຖິ່ນ, ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈວັດທະນະທຳ, ປະຫວັດສາດ ແລະ ວິຖີຊີວິດຂອງຄົນທ້ອງຖິ່ນໄດ້ເລິກເຊິ່ງຍິ່ງຂຶ້ນ.
ໂດຍອ້າງອີງບົດລາຍງານ What the Future Report 2026 ຂອງແພລດຟອມ Kayak, ວາລະສານລະບຸວ່າ 69% ຂອງຄົນໜຸ່ມສາວຕ້ອງການຄົ້ນຫາຈຸດໝາຍປາຍທາງໃໝ່ໆ, ໃນຂະນະທີ່ 84% ເລືອກເດີນທາງໄປຍັງເຂດຊົນນະບົດ ຫຼື ນະຄອນຂະໜາດນ້ອຍ ແທນບັນດາສູນກາງການທ່ອງທ່ຽວທີ່ແອອັດ.
ອະທິບາຍເຖິງສະເໜ່ຂອງຫວຽດນາມ, ນາງ Tara Cappel, ຜູ້ກໍ່ຕັ້ງບໍລິສັດນຳທ່ຽວ FTLO Travel ໃຫ້ຄວາມເຫັນວ່າ ປະເທດນີ້ມີຈຸດເດັ່ນຫຼາຍປະການ ເຊັ່ນ ຄວາມມີນ້ຳໃຈຕ້ອນຮັບຂອງປະຊາຊົນ, ອາຫານທີ່ຫຼາກຫຼາຍ, ທຳມະຊາດທີ່ອຸດົມສົມບູນ ແລະ ປະຫວັດສາດ ກໍ່ຄື ວັດທະນະທຳອັນຍາວນານ.
ນາງກ່າວວ່າ ແຕ່ລະພາກພື້ນຂອງຫວຽດນາມ ລ້ວນມອບປະສົບການທີ່ແຕກຕ່າງກັນ. ນະຄອນຫຼວງຮ່າໂນ້ຍ ດຶງດູດດ້ວຍສະຖາປັດຕະຍະກຳເກົ່າແກ່, ພື້ນທີ່ທາງວັດທະນະທຳ ແລະ ອາຫານແຄມທາງທີ່ເປັນເອກະລັກ; ນະຄອນໂຮ່ຈີມິນ ປະທັບໃຈດ້ວຍຈັງຫວະຊີວິດທີ່ທັນສະໄໝ ແລະ ຄຶກຄື້ນ; ຂະນະທີ່ ນະຄອນເກົ່າຮ່ອຍອານ ດຶງດູດນັກທ່ອງທ່ຽວດ້ວຍຄຸນຄ່າມໍລະດົກ ແລະ ບັນຍາກາດເກົ່າແກ່ອັນມີສະເໜ່.
ນອກຈາກນັ້ນ, ອ່າວຮ່າລອງ ຍັງຄົງເປັນຈຸດໝາຍປາຍທາງໂດດເດັ່ນສຳລັບຜູ້ທີ່ຮັກທຳມະຊາດ ດ້ວຍລະບົບເກາະຫີນປູນທີ່ງົດງາມຕະການຕາ ແລະ ກິດຈະກຳກາງແຈ້ງທີ່ຫຼາກຫຼາຍ.
10 ຈຸດໝາຍປາຍທາງທີ່ Travel + Leisure ຈັດອັນດັບສູງສຸດສຳລັບນັກທ່ອງທ່ຽວ Gen Z ໃນປີ 2026 ໄດ້ແກ່: Dominica, Morocco, Belize, Austin (Texas, ອາເມລິກາ), ຫວຽດນາມ, Sardinia (ອີຕາລີ), La Paz (Mexico), Costa Rica, Hilo (Hawaii, ອາເມລິກາ) ແລະ Punta Gorda (Florida, ອາເມລິກາ).
ການຕິດອັນດັບ Top 5 ບໍ່ພຽງແຕ່ຢືນຢັນສະເໜ່ຂອງການທ່ອງທ່ຽວຫວຽດນາມໃນແຜນທີ່ການທ່ອງທ່ຽວໂລກເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນແນວໂນ້ມຂອງນັກທ່ອງທ່ຽວລຸ້ນໃໝ່ ທີ່ກຳລັງຊອກຫາປະສົບການທີ່ແທ້ຈິງ ແລະ ອຸດົມໄປດ້ວຍຄຸນຄ່າທາງວັດທະນະທຳ.
ຍສໝ - ຕອນບ່າຍວັນທີ 27 ກໍລະກົດ, ທີ່ສຳນັກງານລັດຖະບານ, ຮອງນາຍົກລັດຖະບານ ໂຮ່ກວກຢຸງ ໄດ້ຕ້ອນຮັບທ່ານ Marc Knapper, ອະດີດເອກອັກຄະລັດຖະທູດສະຫະລັດປະຈຳຫວຽດນາມ, ໃນໂອກາດທີ່ທ່ານກັບຄືນມາຫວຽດນາມໃນບົດບາດໃໝ່ ເພື່ອຊຸກຍູ້ການຮ່ວມມືດ້ານການລົງທຶນລະຫວ່າງສະຫະລັດ ແລະ ຫວຽດນາມ. |
ຍສໝ - ໝູ່ບ້ານຫວຽດນາມ (K-Vietnam Valley) ຢູ່ເມືອງ Bonghwa (ແຂວງ Gyeongbuk) ເຊິ່ງເປັນສະຖານທີ່ພຽງແຫ່ງດຽວໃນ ສ.ເກົາຫຼີ ທີ່ຍັງຮັກສາຮ່ອງຮອຍປະຫວັດສາດຂອງສາຍຕະກູນ ຫຼີຮວາເຊີນ ທີ່ມີຕົ້ນກຳເນີດຈາກລາຊະວົງຫຼີຂອງຫວຽດນາມ ກຳລັງຄ່ອຍໆສຳເລັດບັນດາລາຍການກໍ່ສ້າງ ເພື່ອກາຍເປັນສະຖານທີ່ຈັດຕັ້ງກິດຈະກຳ ແລະ ເຫດການສຳຄັນຫຼາຍຢ່າງລະຫວ່າງສອງປະຊາຊາດ ຫວຽດນາມ - ສ.ເກົາຫຼີ ພ້ອມທັງເປັນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈສຳລັບນັກທ່ອງທ່ຽວທີ່ມັກສຶກສາປະຫວັດສາດຄວາມຜູກພັນລະຫວ່າງສອງປະເທດ. |
ມິງດຶກ
