ຫວຽດນາມ ແລະ ອາຊຽນ ສືບຕໍ່ຂຽນເລື່ອງລາວແຫ່ງຄວາມສຳເລັດ ຕະຫຼອດ 31 ປີ

14:13 | 29/07/2026

ຍສໝ - ເມື່ອ 31 ປີກ່ອນ, ກົງກັບວັນທີ 28 ກໍລະກົດ 1995, ທຸງຊາດພື້ນສີແດງດາວສີເຫຼືອງຂອງຫວຽດນາມໄດ້ໂບກສະບັດຢູ່ເທິງທ້ອງຟ້າຂອງບຣູໄນ, ເປັນສັນຍາລັກວ່າ ຫວຽດນາມ ໄດ້ເຂົ້າເປັນສະມາຊິກລຳດັບທີ 7 ຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ASEAN) ຢ່າງເປັນທາງການ ໃນໂອກາດກອງປະຊຸມລັດຖະມົນຕີວ່າການຕ່າງປະເທດອາຊຽນ ຄັ້ງທີ 28.

ຄວາມເຕີບໃຫຍ່ຂະຫຍາຍຕົວຂອງ ຫວຽດນາມ ຕິດພັນກັບການພັດທະນາຂອງ ອາຊຽນ AMM-59: ຫວຽດນາມ ສືບຕໍ່ຢັ້ງຢືນອິດທິພົນ ແລະ ບົດບາດ ຢູ່ທີ່ ອາຊຽນ (ASEAN)

ນີ້ແມ່ນໜຶ່ງໃນບັນດາຂີດໝາຍທີ່ສຳຄັນທີ່ສຸດໃນປະຫວັດສາດການຕ່າງປະເທດຂອງຫວຽດນາມ ນັບແຕ່ພາຍຫຼັງການປະຕິວັດເດືອນສິງຫາ ປີ 1945, ພ້ອມທັງເປັນຂີດໝາຍແຫ່ງບາດລ້ຽວໃນຂະບວນການພັດທະນາຂອງອາຊຽນ ກໍ່ຄື ຂະບວນການເຊື່ອມໂຍງເຂົ້າກັບພາກພື້ນຂອງຫວຽດນາມ.

ຕະຫຼອດ 31 ປີແຫ່ງການຮ່ວມເດີນທາງກັບຄອບຄົວຮ່ວມອາຊຽນ ແມ່ນເສັ້ນທາງທີ່ຈາລຶກຄວາມປາຖະໜາອັນແຮງກ້າໃນການເຊື່ອມໂຍງຢ່າງກວ້າງຂວາງ ແລະ ເລິກເຊິ່ງ ພ້ອມກັບຈິດໃຈແຫ່ງການບຸກເບີກ, ຄວາມຕັ້ງໜ້າ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ເພື່ອປະຊາຄົມອາຊຽນທີ່ສາມັກຄີ, ເຂັ້ມແຂງ, ເພິ່ງຕົນເອງໄດ້ ແລະ ເຊື່ອມໂຍງແໜ້ນແຟ້ນ.

ປັດຈຸບັນ, ດ້ວຍຖານະ ແລະ ກຳລັງແຮງຂອງປະເທດພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່ ພ້ອມກັບຄວາມປາຖະໜາທີ່ຈະກ້າວຂຶ້ນໃນສັງກາດໃໝ່, ຫວຽດນາມ ສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກ ເພື່ອຂຽນສືບຕໍ່ບັນດາເລື່ອງລາວແຫ່ງຄວາມສຳເລັດຂອງອາຊຽນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ກໍ່ຄື ໃນໂລກ.

ບາດລ້ຽວແຫ່ງການເຊື່ອມໂຍງ

ການເຂົ້າຮ່ວມອາຊຽນ ແມ່ນບາດກ້າວທີ່ສຳຄັນເປັນພິເສດຂອງຫວຽດນາມ ໃນເສັ້ນທາງແຫ່ງການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ປີ 1995 ບໍ່ພຽງແຕ່ຈາລຶກການທີ່ຫວຽດນາມໄດ້ກາຍເປັນສະມາຊິກຂອງອາຊຽນເທົ່ານັ້ນ ແຕ່ຍັງເປັນໄລຍະທີ່ຫວຽດນາມປັບຄວາມສຳພັນກັບອາເມລິກາໃຫ້ເປັນປົກກະຕິ ແລະ ລົງນາມສັນຍາຂອບກ່ຽວກັບການຮ່ວມມືກັບຄະນະກຳມະການເອີຣົບ.

ບົດຮຽນແຫ່ງຄວາມສຳເລັດຈາກອາຊຽນ ໄດ້ສ້າງພື້ນຖານໃຫ້ຫວຽດນາມຄ່ອຍໆເຊື່ອມໂຍງເຂົ້າກັບສາກົນ ດ້ວຍທ່າທີທີ່ນັບມື້ນັບໝັ້ນໃຈ, ຕັ້ງໜ້າ ແລະ ຫ້າວຫັນ. ຫຼັງຈາກນັ້ນ, ຫວຽດນາມ ໄດ້ເຂົ້າຮ່ວມ APEC, ASEM ແລະ WTO ຕາມລຳດັບ, ເຂົ້າຮ່ວມບັນດາສັນຍາການຄ້າເສລີຮຸ່ນໃໝ່ ເຊັ່ນ CPTPP, ປະຕິບັດຫຼາຍໜ້າທີ່ສຳຄັນຢູ່ສະຫະປະຊາຊາດຢ່າງປະສົບຜົນສຳເລັດ ເຊັ່ນ ສະພາຄວາມໝັ້ນຄົງ ແລະ ສະພາສິດທິມະນຸດ, ພ້ອມທັງສ້າງຕັ້ງເຄືອຂ່າຍຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ ກັບຫຼາຍປະເທດສຳຄັນໃນໂລກ.

ໃນທາງກັບກັນ, ການເຂົ້າຮ່ວມຂອງຫວຽດນາມ ກໍ່ແມ່ນບາດລ້ຽວໃຫຍ່ສຳລັບອາຊຽນ, ປະກອບສ່ວນເຮັດໃຫ້ວິໄສທັດຂອງບັນດາຜູ້ກໍ່ຕັ້ງກ່ຽວກັບອາຊີຕາເວັນອອກສຽງໃຕ້ທີ່ມີສັນຕິພາບ, ສະຖຽນລະພາບ, ສາມັກຄີ ແລະ ຮຸ່ງເຮືອງ ກາຍເປັນຈິງ. ວັນທີ 28 ກໍລະກົດ 1995 ໄດ້ກາຍເປັນຂີດໝາຍປະຫວັດສາດ, ສະແດງເຖິງຄວາມພະຍາຍາມຢ່າງບໍ່ຢຸດຢັ້ງຂອງຫວຽດນາມ ແລະ ອາຊຽນ ໃນການນຳພາພາກພື້ນຈາກການປະເຊີນໜ້າໄປສູ່ການສົນທະນາ, ຈາກຄວາມລະແວງສົງໄສໄປສູ່ຄວາມໄວ້ວາງໃຈ ແລະ ຈາກຄວາມແຕກແຍກໄປສູ່ຄວາມສາມັກຄີ.

ທັນທີຫຼັງຈາກເຂົ້າຮ່ວມ, ຫວຽດນາມ ໄດ້ຕັ້ງໜ້າຊຸກຍູ້ໃຫ້ອາຊຽນຮັບເອົາ ລາວ, ມຽນມາ ແລະ ກຳປູເຈຍ ເຂົ້າເປັນສະມາຊິກໃນປີ 1997 ແລະ 1999, ປະກອບສ່ວນສຳເລັດແນວຄິດອາຊຽນ-10, ເລັ່ງລັດຂະບວນການຂະຫຍາຍສະມາຄົມ, ເສີມສ້າງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເຊິ່ງເປັນເຂດທີ່ມີທີ່ຕັ້ງຍຸດທະສາດເຊື່ອມຕໍ່ລະຫວ່າງມະຫາສະໝຸດປາຊີຟິກ ແລະ ມະຫາສະໝຸດອິນເດຍ.

ຫວຽດນາມ ແລະ ອາຊຽນ ສືບຕໍ່ຂຽນເລື່ອງລາວແຫ່ງຄວາມສຳເລັດ ຕະຫຼອດ 31 ປີ
ຕະຫຼອດ 31 ປີແຫ່ງການຮ່ວມເດີນທາງກັບຄອບຄົວຮ່ວມອາຊຽນ ໄດ້ສະທ້ອນໃຫ້ເຫັນເຈດຈຳນົງອັນແນ່ວແນ່ຂອງຫວຽດນາມ ໃນການເຊື່ອມໂຍງເຂົ້າສູ່ສາກົນຢ່າງເລິກເຊິ່ງ ພ້ອມກັບຈິດໃຈແຫ່ງການບຸກເບີກ, ຄວາມຕັ້ງໜ້າ ແລະ ຄວາມຮັບຜິດຊອບ. (ພາບ: ຫງວຽນຮົ່ງ)

ສະມາຊິກແກນນຳຂອງປະຊາຄົມອາຊຽນ

ຕະຫຼອດ 31 ປີຜ່ານມາ, ຫວຽດນາມ ຖືອາຊຽນເປັນບຸລິມະສິດໃນນະໂຍບາຍການຕ່າງປະເທດສະເໝີມາ, ເຂົ້າຮ່ວມດ້ວຍຈິດໃຈແຫ່ງຄວາມຕັ້ງໜ້າ, ຫ້າວຫັນ ແລະ ມີຄວາມຮັບຜິດຊອບ ໃນທັງສາມເສົາຄ້ຳຂອງປະຊາຄົມອາຊຽນ ກໍ່ຄື ທຸກຂົງເຂດການຮ່ວມມື. ຈາກປະເທດສະມາຊິກທີ່ເຂົ້າຮ່ວມພາຍຫຼັງ ແລະ ມີຈຸດເລີ່ມຕົ້ນທີ່ຍັງປະສົບຄວາມຫຍຸ້ງຍາກຫຼາຍດ້ານ, ຫວຽດນາມ ໄດ້ຄ່ອຍໆກ້າວທັນຂະບວນການຮ່ວມມື ແລະ ກາຍເປັນໜຶ່ງໃນສະມາຊິກແກນນຳຂອງສະມາຄົມ.

ການພົວພັນລະຫວ່າງຫວຽດນາມກັບບັນດາປະເທດອາຊຽນ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ຫວຽດນາມ ໄດ້ຍົກລະດັບການພົວພັນກັບ ອິນໂດເນເຊຍ, ມາເລເຊຍ, ສິງກະໂປ ແລະ ໄທ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພ້ອມທັງຮ່ວມກັບບັນດາປະເທດສະມາຊິກ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມື, ນຳໃຊ້ເຄືອຂ່າຍການເຊື່ອມໂຍງທາງເສດຖະກິດຂອງອາຊຽນໃຫ້ເກີດປະສິດທິຜົນ ເພື່ອຊຸກຍູ້ການຄ້າ, ການລົງທຶນ ແລະ ຮັບໃຊ້ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ.

ບັນດາໜ້າທີ່ສຳຄັນທີ່ອາຊຽນມອບໝາຍໃຫ້ ຫວຽດນາມ ລ້ວນໄດ້ຮັບການປະຕິບັດສຳເລັດຢ່າງດີເລີດ. ພຽງແຕ່ 3 ປີຫຼັງຈາກເຂົ້າຮ່ວມອາຊຽນ, ຫວຽດນາມ ໄດ້ຮັບໜ້າທີ່ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 6 ໃນປີ 1998, ຮ່ວມກັບບັນດາປະເທດສະມາຊິກນຳພາອາຊຽນຜ່ານຜ່າວິກິດການການເງິນ-ເງິນຕາໃນອາຊີ, ຮັບຮອງແຜນປະຕິບັດງານຮ່າໂນ້ຍ, ຮັກສາທ່ວງທ່າຂອງການເຊື່ອມໂຍງພາກພື້ນ ແລະ ເຮັດໃຫ້ວິໄສທັດອາຊຽນ 2020 ກາຍເປັນຈິງ.

ໃນຖານະປະທານອາຊຽນ ໃນປີ 2010 ແລະ 2020, ຫວຽດນາມ ຍັງຄົງປະໄວ້ຫຼາຍຮ່ອງຮອຍທີ່ໂດດເດັ່ນ. ໂດຍສະເພາະໃນປີປະທານອາຊຽນ 2020, ຫວຽດນາມ ໄດ້ສະເໜີຫຼາຍຂໍ້ລິເລີ່ມສຳຄັນ ເຊັ່ນ ກອງທຶນອາຊຽນເພື່ອຮັບມື COVID-19, ສາງສຳຮອງເຄື່ອງມືແພດສຸກເສີນຂອງອາຊຽນ, ຂອບຍຸດທະສາດອາຊຽນກ່ຽວກັບສະຖານະການສຸກເສີນ, ຂອບແຜນຟື້ນຟູຮອບດ້ານຂອງອາຊຽນ ແລະ ແຜນການຜັນຂະຫຍາຍ, ຖະແຫຼງການອາຊຽນວ່າດ້ວຍຂອບຂໍ້ຕົກລົງລະບຽງການເດີນທາງຂອງອາຊຽນ, ພ້ອມທັງຊຸກຍູ້ການສ້າງຕັ້ງສູນອາຊຽນເພື່ອຮັບມືສະຖານະການສຸກເສີນດ້ານສາທາລະນະສຸກ ແລະ ພະຍາດອຸບັດໃໝ່ (AC-PHEED).

ຫວຽດນາມ ຍັງໄດ້ປະກອບສ່ວນສຳຄັນໃນການຮ່ວມກຳນົດບັນດານະໂຍບາຍຍຸດທະສາດຂອງອາຊຽນ, ນັບແຕ່ແຜນປະຕິບັດງານຮ່າໂນ້ຍ, ວິໄສທັດອາຊຽນ 2020, ຖະແຫຼງການວ່າດ້ວຍຄວາມກົມກຽວອາຊຽນເພື່ອສ້າງປະຊາຄົມອາຊຽນ, ກົດບັດອາຊຽນ, ວິໄສທັດປະຊາຄົມອາຊຽນ 2025 ຈົນເຖິງວິໄສທັດປະຊາຄົມອາຊຽນ 2045.

ໃນສະພາບການທີ່ພາກພື້ນ ແລະ ຂອງໂລກ ມີການຜັນແປຢ່າງສັບສົນ, ໂດຍສະເພາະຈາກຜົນກະທົບຂອງຄວາມຂັດແຍ່ງຢູ່ຕາເວັນອອກກາງ, ຫວຽດນາມ ຍັງຄົງຕັ້ງໜ້າສະເໜີຫຼາຍຂໍ້ລິເລີ່ມ ເພື່ອເສີມສ້າງຄວາມສາມາດໃນການຮັບມືຮ່ວມກັນຂອງອາຊຽນ, ໃນນັ້ນມີຂໍ້ລິເລີ່ມສ້າງຂອບຄວາມຮ່ວມມືເພື່ອເສີມສ້າງການຮັບມືຮ່ວມຂອງອາຊຽນຕໍ່ສະຖານະການຕາເວັນອອກກາງ ແລະ ວິກິດການຕ່າງໆ ໃນອະນາຄົດ.

ຮ່ວມສ້າງອະນາຄົດຂອງອາຊຽນ

ໜຶ່ງໃນຮ່ອງຮອຍທີ່ໂດດເດັ່ນຂອງຫວຽດນາມໃນຊຸມປີຜ່ານມາ ແມ່ນການສະເໜີຂໍ້ລິເລີ່ມ ແລະ ເປັນເຈົ້າພາບຈັດຕັ້ງເວທີອະນາຄົດອາຊຽນ (ASEAN Future Forum - AFF), ສ້າງພື້ນທີ່ເປີດກວ້າງສຳລັບການແລກປ່ຽນແນວຄິດ ແລະ ຂໍ້ລິເລີ່ມກ່ຽວກັບການຮ່ວມມືໃນພາກພື້ນ, ເປັນການເສີມເຕີມໃຫ້ແກ່ບັນດາກົນໄກທາງການຂອງອາຊຽນ.

ຫຼັງຈາກຈັດຂຶ້ນຢ່າງສຳເລັດຜົນ 3 ຄັ້ງຢູ່ນະຄອນຮ່າໂນ້ຍ ໃນປີ 2024, 2025 ແລະ 2026, ເວທີອະນາຄົດອາຊຽນ ໄດ້ກາຍເປັນເວທີສຳຄັນ ໃນການຊຸກຍູ້ການສົນທະນາ, ສ້າງສະຫຼຸບຄວາມເຫັນພ້ອມ ແລະ ປະກອບສ່ວນກຳນົດວາລະຍຸດທະສາດຂອງພາກພື້ນ.

AFF 2026 ຍັງຄົງສ້າງພື້ນທີ່ສຳລັບການສົນທະນາຢ່າງເປັນຮູບປະທຳກ່ຽວກັບອະນາຄົດຂອງອາຊຽນ, ດ້ວຍຫຼາຍຂໍ້ລິເລີ່ມ ແລະ ວິທີແກ້ໄຂ ທີ່ປະກອບສ່ວນເຮັດໃຫ້ຄວາມປາຖະໜາໃນການພັດທະນາຂອງອາຊຽນກາຍເປັນຈິງ.

ຄຽງຄູ່ກັບການຊຸກຍູ້ການເຊື່ອມໂຍງພາຍໃນກຸ່ມ, ຫວຽດນາມ ຍັງໄດ້ສົ່ງເສີມບົດບາດຂົວເຊື່ອມຢ່າງມີປະສິດທິຜົນ ໃນການພົວພັນລະຫວ່າງອາຊຽນກັບບັນດາຄູ່ຮ່ວມມື ເຊັ່ນ ຈີນ, ສະຫະພາບເອີຣົບ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ອັງກິດ ແລະ ນິວຊີແລນ. ຫວຽດນາມ ໄດ້ປະຕິບັດບົດບາດຜູ້ປະສານງານຄວາມສຳພັນອາຊຽນ-ຈີນ, ອາຊຽນ-EU, ອາຊຽນ-ອິນເດຍ, ອາຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສ.ເກົາຫຼີ ຢ່າງປະສົບຜົນສຳເລັດ; ພ້ອມກັນນັ້ນ ກໍພວມເປັນຜູ້ປະສານງານຄວາມສຳພັນອາຊຽນ-ອັງກິດ ແລະ ອາຊຽນ-ນິວຊີແລນ ໃນໄລຍະ 2024-2027, ປະກອບສ່ວນນຳພາການຮ່ວມມືລະຫວ່າງອາຊຽນກັບບັນດາຄູ່ຮ່ວມມື ໃຫ້ນັບມື້ນັບເລິກເຊິ່ງ.

ຫວຽດນາມ ແລະ ອາຊຽນ ສືບຕໍ່ຂຽນເລື່ອງລາວແຫ່ງຄວາມສຳເລັດ ຕະຫຼອດ 31 ປີ
ບັນດາການນຳຮ່ວມຖ່າຍຮູບໝູ່ໃນພິທີເປີດເວທີອະນາຄົດອາຊຽນ 2026 ພາຍໃຕ້ຫົວຂໍ້ “ຮ່ວມກັນກຳນົດອະນາຄົດຮ່ວມ: ສັນຕິພາບ, ຄວາມຮຸ່ງເຮືອງ ແລະ ປະຊາຊົນເປັນສູນກາງ” ໃນວັນທີ 9 ມິຖຸນາ. (ພາບ: ກວາງຮວ່າ)

ບຸກເບີກໃນການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045

ປີ 2025 ເປັນໝາຍເຫດຄົບຮອບ 10 ປີແຫ່ງການສ້າງຕັ້ງປະຊາຄົມອາຊຽນ ແລະ ເປີດສາກໄລຍະການພັດທະນາໃໝ່ ພາຍຫຼັງບັນດາການນຳອາຊຽນໄດ້ຮັບຮອງວິໄສທັດປະຊາຄົມອາຊຽນ 2045 ພ້ອມກັບ 4 ແຜນຍຸດທະສາດກ່ຽວກັບ ການເມືອງ-ຄວາມປອດໄພ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການເຊື່ອມໂຍງ, ມຸ່ງສູ່ການສ້າງອາຊຽນທີ່ມີຄວາມເຂັ້ມແຂງ, ສ້າງສັນ, ມີພະລັງ ແລະ ຖືປະຊາຊົນເປັນສູນກາງ.

ປີ 2026 ເປັນປີທຳອິດຂອງການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045. ດ້ວຍຄວາມມຸ່ງໝັ້ນອັນແນ່ວແນ່ ແລະ ຈິດໃຈແຫ່ງຄວາມຮັບຜິດຊອບສູງ, ຫວຽດນາມ ພວມປະສານງານຢ່າງໃກ້ຊິດກັບບັນດາປະເທດສະມາຊິກ ເພື່ອຫັນເປົ້າໝາຍຂອງວິໄສທັດໃຫ້ເປັນບັນດາໂຄງການຮ່ວມມືທີ່ເປັນຮູບປະທຳ.

ບັນດາກະຊວງ ແລະ ຂະແໜງການຂອງຫວຽດນາມ ພວມເລັ່ງສ້າງແຜນການຜັນຂະຫຍາຍຕາມໜ້າທີ່ຂອງແຕ່ລະອົງການ, ເຂົ້າຮ່ວມສ້າງກົນໄກຕິດຕາມ ແລະ ປະເມີນຜົນການປະຕິບັດ, ພ້ອມທັງຊຸກຍູ້ບັນດາຂໍ້ລິເລີ່ມ ເພື່ອເສີມສ້າງຄວາມສາມັກຄີ, ເພີ່ມທະວີຄວາມເຂັ້ມແຂງ, ຫຼຸດຜ່ອນຊ່ອງຫວ່າງການພັດທະນາ, ຊຸກຍູ້ການຫັນເປັນດີຈີຕອນ, ການຫັນສູ່ສີຂຽວ, ຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ ແລະ ຍົກສູງຂີດຄວາມສາມາດໃນການຮັບມືກັບບັນດາສິ່ງທ້າທາຍໃໝ່.

ໃນລະດັບຊາດ, ຫວຽດນາມ ເປັນໜຶ່ງໃນບັນດາປະເທດທຳອິດທີ່ສ້າງ ແລະ ຜັນຂະຫຍາຍແຜນປະຕິບັດງານແຫ່ງຊາດ ໄລຍະ 2026-2030 ເພື່ອປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດຂອງປະຊາຄົມອາຊຽນ. ໃນບົດບາດເປັນຜູ້ປະສານງານຄວາມສຳພັນອາຊຽນ-ນິວຊີແລນ ແລະ ອາຊຽນ-ອັງກິດ ໃນໄລຍະ 2024-2027, ຫວຽດນາມ ກໍສືບຕໍ່ລະດົມການສະໜັບສະໜູນ ແລະ ການຊ່ວຍເຫຼືອທີ່ເປັນຮູບປະທຳຈາກບັນດາຄູ່ຮ່ວມມື ຕໍ່ຂະບວນການເຮັດໃຫ້ວິໄສທັດນີ້ເປັນຈິງ.

ໝາກຜົນດັ່ງກ່າວໄດ້ສືບຕໍ່ຢືນຢັນບົດບາດ ແລະ ກຽດສັກສີທີ່ນັບມື້ນັບສູງຂຶ້ນຂອງຫວຽດນາມ ໃນອາຊຽນ, ພາກພື້ນ ແລະ ເວທີສາກົນ, ພ້ອມທັງສະທ້ອນໃຫ້ເຫັນຄວາມຕັດສິນໃຈໃນການຜັນຂະຫຍາຍແນວທາງການຕ່າງປະເທດຂອງມະຫາສະພາໃຫຍ່ພັກຄັ້ງທີ XIV, ມະຕິເລກທີ 59-NQ/TW ກ່ຽວກັບການເຊື່ອມໂຍງສາກົນໃນສະພາບການໃໝ່, ມະຕິເລກທີ 06-NQ/TW ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດຂອງມະຫາສະພາໃຫຍ່ພັກຄັ້ງທີ XIV ແລະ ບັນດາມະຕິຍຸດທະສາດຂອງກົມການເມືອງ.

ເມື່ອ 31 ປີກ່ອນ, ຫວຽດນາມ ໄດ້ເຂົ້າຮ່ວມອາຊຽນດ້ວຍຈິດໃຈແຫ່ງມິດຕະພາບ. ຜ່ານມາ 31 ປີ, ຫວຽດນາມ ໄດ້ກາຍເປັນພາກສ່ວນທີ່ບໍ່ສາມາດແຍກອອກຈາກປະຊາຄົມອາຊຽນ ແລະ ຍາມໃດກໍເຊື່ອມໂຍງການພັດທະນາຂອງປະເທດເຂົ້າກັບການພັດທະນາຂອງສະມາຄົມ.

ໃນເສັ້ນທາງຂ້າງໜ້າ, ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງກັບອາຊຽນ ດ້ວຍຄວາມປາຖະໜາທີ່ຈະຮ່ວມສ້າງອະນາຄົດ, ພ້ອມທັງສືບຕໍ່ສົ່ງເສີມເອກະລັກ ແລະ ບົດບາດໃຈກາງຂອງອາຊຽນ, ຮ່ວມກັບບັນດາປະເທດສະມາຊິກຂຽນສືບຕໍ່ເລື່ອງລາວແຫ່ງຄວາມສຳເລັດຂອງອາຊຽນ, ມຸ່ງສູ່ການສ້າງປະຊາຄົມອາຊຽນທີ່ສາມັກຄີ, ເຂັ້ມແຂງ, ສ້າງສັນ, ຖືປະຊາຊົນເປັນສູນກາງ ແລະ ປະກອບສ່ວນຢ່າງນັບມື້ນັບຕັ້ງໜ້າ ຕໍ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນ ແລະ ຂອງໂລກ.

ຫວຽດນາມ ຕິດຢູ່ໃນກຸ່ມ 5 ປະເທດ ທີ່ນຳພາການເຕີບໂຕໃໝ່ຂອງ ອາຊຽນ (ASEAN) ຫວຽດນາມ ຕິດຢູ່ໃນກຸ່ມ 5 ປະເທດ ທີ່ນຳພາການເຕີບໂຕໃໝ່ຂອງ ອາຊຽນ (ASEAN)
ຍສໝ - ຕາມການຕີລາຄາຂອງຊ່ຽວຊານແລ້ວ, ຮອບວຽນແຫ່ງການເຕີບໂຕທາງດ້ານເສດຖະກິດໃນໄລຍະຕໍ່ໄປ ຂອງບັນດາປະເທດຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ຈະໄດ້ຮັບການກຳນົດ ແລະ ຂັບເຄື່ອນໂດຍກຸ່ມ 5 ປະເທດ ເຊິ່ງປະກອບມີ: ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ໄທ ແລະ ຟີລິບປິນ.
ຫວຽດນາມ ມຸ່ງໄປສູ່ Top 3 ອາຊຽນ ກ່ຽວກັບກຳລັງແຮງອ່ອນ ຫວຽດນາມ ມຸ່ງໄປສູ່ Top 3 ອາຊຽນ ກ່ຽວກັບກຳລັງແຮງອ່ອນ
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ລົງນາມໃນຂໍ້ຕົກລົງສະບັບເລກທີ 1306/QĐ-TTg ອະນຸມັດຍຸດທະສາດວັດທະນະທຳຕ່າງປະເທດ ຮອດປີ 2030, ວິໄສທັດ ຮອດປີ 2045. ຍຸດທະສາດໄດ້ວາງເປົ້າໝາຍເສີມຂະຫຍາຍຄຸນຄ່າວັດທະນະທຳຫວຽດນາມ, ຍົກສູງກຳລັງແຮງອ່ອນ (Soft Power) ຂອງຊາດ, ເພີ່ມທະວີການໂຄສະນາພາບພົດປະເທດຊາດ, ຄົນຫວຽດນາມ ອອກສູ່ໂລກ ແລະ ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນທາງດ້ານວັດທະນະທຳ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ