ໃນການຕ້ອນຮັບຄັ້ງນີ້, ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະບານຜູ້ປະຈຳ ໄດ້ສະແດງຄວາມຊື່ນຊົມສູງຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ແອັດສະປາຍ ທີ່ໃນໄລຍະຜ່ານມາໄດ້ພັດທະນາຢ່າງຕັ້ງໜ້າ ແລະ ມີເນື້ອໃນສາລະ. ການຢ້ຽມຢາມຫວຽດນາມເປັນຄັ້ງທຳອິດຂອງ ທ່ານ Pedro Sánchez ນາຍົກລັດຖະມົນຕີແອັດສະປາຍ (ເດືອນເມສາ 2025) ໄດ້ສ້າງແຮງຂັບເຄື່ອນອັນສຳຄັນໃຫ້ແກ່ການພັດທະນາການຄ້າລະຫວ່າງສອງປະເທດ. ພ້ອມກັນນັ້ນ, ທ່ານໄດ້ສະແດງຄວາມປາຖະໜາໃຫ້ທັງສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື ເພື່ອສົ່ງເສີມບົດບາດຂອງຫວຽດນາມໃນການພົວພັນລະຫວ່າງ ແອັດສະປາຍ, ສະຫະພາບເອີຣົບ (EU) ແລະ ອາຊຽນ.
ທ່ານ ຟ້າມຢາຕຸກ ໄດ້ສະແດງຄວາມຊື່ນຊົມສູງຕໍ່ທ່າແຮງ ແລະ ຈຸດແຂງຂອງແຄວ້ນ Catalonia ໃນຂົງເຂດເຕັກໂນໂລຢີສານສະເທດ, ເຕັກໂນໂລຢີການຜະລິດ, ອຸດສາຫະກຳລົດຍົນ, ອຸດສາຫະກຳການຜະລິດ, ອຸດສາຫະກຳວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ. ທ່ານເຫັນວ່າ ນີ້ກໍເປັນບັນດາຂົງເຂດທີ່ຫວຽດນາມມີຄວາມຕ້ອງການ ແລະ ປາຖະໜາທີ່ຈະຜັນຂະຫຍາຍການຮ່ວມມື. ການຢ້ຽມຢາມຫວຽດນາມໃນຄັ້ງນີ້ຂອງຄະນະລັດຖະບານແຄວ້ນ Catalonia ໄດ້ສະທ້ອນໃຫ້ເຫັນຄວາມປາຖະໜາໃນການຊຸກຍູ້ການຮ່ວມມືຮອບດ້ານ, ໂດຍສະເພາະໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ການເຊື່ອມໂຍງກັບບັນດາທ້ອງຖິ່ນຂອງຫວຽດນາມ.
ທ່ານ ຟ້າມຢາຕຸກ ໄດ້ສະແດງຄວາມປາຖະໜາໃຫ້ບັນດາທ້ອງຖິ່ນ, ວິສາຫະກິດຂອງແຄວ້ນ Catalonia ແລະ ແອັດສະປາຍ ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ, ນຳໃຊ້ໃຫ້ເຕັມປະສິດທິພາບຂໍ້ໄດ້ປຽບຂອງຕະຫຼາດທີ່ມີປະຊາກອນເກືອບ 100 ລ້ານຄົນ, ກຳລັງແຮງງານໜຸ່ມ ແລະ ເຄືອຂ່າຍບັນດາສັນຍາການຄ້າເສລີ (FTA) ຮຸ່ນໃໝ່. ດ້ວຍທີ່ຕັ້ງທາງພູມສາດ ແລະ ບົດບາດໃນພາກພື້ນ, ຫວຽດນາມສາມາດເປັນຂົວເຊື່ອມໃຫ້ແກ່ວິສາຫະກິດຂອງແຄວ້ນ Catalonia ແລະ ແອັດສະປາຍ ໃນການເຂົ້າເຖິງຕະຫຼາດອາຊຽນ ແລະ ບັນດາຕະຫຼາດອື່ນໆ.
ທ່ານ ຟ້າມຢາຕຸກ ເນັ້ນໜັກວ່າ ທັງສອງຝ່າຍຄວນນຳໃຊ້ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ໃຫ້ເກີດປະສິດທິຜົນສູງສຸດ, ຊຸກຍູ້ການແລກປ່ຽນການຄ້າ ແລະ ຂະຫຍາຍຕະຫຼາດສິນຄ້າໃຫ້ແກ່ແຕ່ລະຝ່າຍ. ພ້ອມກັນນັ້ນ, ທ່ານໄດ້ສະແດງຄວາມປາຖະໜາໃຫ້ແຄວ້ນ Catalonia ແລະ ແອັດສະປາຍ ກາຍເປັນປະຕູສູ່ຕະຫຼາດເອີຣົບສຳລັບສິນຄ້າຂອງຫວຽດນາມ ແລະ ບັນດາປະເທດອາຊຽນ; ໃນຂະນະດຽວກັນ ຫວຽດນາມ ຈະເປັນຈຸດໝາຍປາຍທາງໃຫ້ແກ່ສິນຄ້າ ແລະ ວິສາຫະກິດຂອງແອັດສະປາຍ ໃນການຂະຫຍາຍກິດຈະກຳສູ່ຕະຫຼາດອາຊຽນ.
![]() |
| ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະບານຜູ້ປະຈຳ, ໃຫ້ການຕ້ອນຮັບ ທ່ານ Salvador Illa ປະທານແຄວ້ນ Catalonia ( ແອັດສະປາຍ). ພາບ: ເພືອງງວຽນ |
ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະບານຜູ້ປະຈຳ ໃຫ້ຮູ້ວ່າ ຫວຽດນາມ ກຳລັງໃຫ້ບຸລິມະສິດໃນການດຶງດູດການລົງທຶນຈາກຕ່າງປະເທດເຂົ້າສູ່ຂົງເຂດເຕັກໂນໂລຢີຊັ້ນສູງ, ກະສິກຳເຕັກໂນໂລຢີຊັ້ນສູງ ແລະ ບັນດາອຸດສາຫະກຳທີ່ມີມູນຄ່າເພີ່ມສູງ. ພ້ອມກັນນັ້ນ, ທ່ານໄດ້ສະແດງຄວາມປາຖະໜາໃຫ້ບັນດາວິສາຫະກິດຂອງແຄວ້ນ Catalonia ເພີ່ມທະວີການຮ່ວມມື ແລະ ການລົງທຶນໃນຂົງເຂດກະສິກຳ, ໂດຍສະເພາະການລ້ຽງສັດ, ການປູກຝັງ, ການພັດທະນາໄມ້ໃຫ້ໝາກເຂດຮ້ອນ ແລະ ການປະມົງ.
ໃນຂົງເຂດດ້ານ logistics, ທ່ານ ຟ້າມຢາຕຸກ ໄດ້ສະເໜີໃຫ້ເພີ່ມທະວີການຮ່ວມມືລະຫວ່າງທ່າເຮືອ Barcelona, ໜຶ່ງໃນທ່າເຮືອຂະໜາດໃຫຍ່ຂອງເອີຣົບ, ກັບບັນດາທ່າເຮືອທັນສະໄໝຂອງຫວຽດນາມ; ພ້ອມທັງຄົ້ນຄວ້າສ້າງເຄືອຂ່າຍໂລຈິສຕິກ ເພື່ອເຊື່ອມຕໍ່ບັນດາສູນການຜະລິດ, ການຄ້າ ແລະ ທ່າເຮືອ.
ນອກຈາກນັ້ນ, ຫວຽດນາມ ກຳລັງຊຸກຍູ້ການເຊື່ອມໂຍງວິສາຫະກິດ, ການສົ່ງເສີມການຄ້າ, ການລົງທຶນ ແລະ ການພັດທະນາພະລັງງານທົດແທນ ເພື່ອຕອບສະໜອງຄວາມຕ້ອງການພະລັງງານທີ່ນັບມື້ນັບເພີ່ມຂຶ້ນ, ພ້ອມທັງປະຕິບັດຄຳໝັ້ນສັນຍາບັນລຸການປ່ອຍອາຍພິດສຸດທິເປັນ “0” ພາຍໃນປີ 2050. ນີ້ແມ່ນຂົງເຂດທີ່ມີທ່າແຮງສູງສຳລັບການຮ່ວມມື, ໂດຍສະເພາະໃນສະພາບທີ່ຫວຽດນາມມີຄວາມຕ້ອງການສູງໃນການພັດທະນາແຫຼ່ງພະລັງງານສະອາດ ແລະ ຍືນຍົງ.
ສຳລັບຂົງເຂດການທ່ອງທ່ຽວ, ທ່ານ ຟ້າມຢາຕຸກ ໄດ້ສະເໜີໃຫ້ຊຸກຍູ້ການເຊື່ອມໂຍງລະຫວ່າງວິສາຫະກິດດ້ານການທ່ອງທ່ຽວຂອງສອງຝ່າຍ, ເພີ່ມຈຳນວນນັກທ່ອງທ່ຽວຈາກແອັດສະປາຍ ລວມທັງນັກທ່ອງທ່ຽວສາກົນທີ່ເດີນທາງຜ່ານແອັດສະປາຍ ມາຍັງຫວຽດນາມ; ພ້ອມທັງເພີ່ມທະວີການຮ່ວມມືໃນຂົງເຂດກິລາ, ໂດຍສະເພາະກິລາບານເຕະ.
ທ່ານ ຟ້າມຢາຕຸກ ໄດ້ສະແດງຄວາມປາຖະໜາໃຫ້ ທ່ານ Salvador Illa ປະທານແຄວ້ນ Catalonia ສືບຕໍ່ໃຫ້ຄວາມສົນໃຈ, ແບ່ງປັນປະສົບການ ແລະ ແນະນຳໂອກາດການຮ່ວມມືໃຫ້ແກ່ບັນດາອົງການ, ສະມາຄົມ ແລະ ຊຸມຊົນວິສາຫະກິດຂອງແອັດສະປາຍ, ພ້ອມທັງຊຸກຍູ້ການແລກປ່ຽນລະຫວ່າງຄະນະວິສາຫະກິດຂອງສອງຝ່າຍ. ຜ່ານນັ້ນ, ທັງສອງຝ່າຍຈະຮ່ວມກັນນຳພາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ແອັດສະປາຍ ກໍ່ຄືການພົວພັນລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ ໃຫ້ນັບມື້ນັບເລິກເຊິ່ງ, ມີເນື້ອໃນສາລະ ແລະ ມີປະສິດທິຜົນ, ມຸ່ງໜ້າສູ່ການສະຫຼອງຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ.
![]() |
| ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະບານຜູ້ປະຈຳ, ສະແດງຄວາມປາຖະໜາໃຫ້ບັນດາທ້ອງຖິ່ນ, ວິສາຫະກິດຂອງແຄວ້ນ Catalonia ແລະ ແອັດສະປາຍ ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ. ພາບ: ເພືອງງວຽນ |
ທ່ານ Salvador Illa, ປະທານແຄວ້ນ Catalonia, ໄດ້ສະເຂອບໃຈ ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະບານຜູ້ປະຈຳ, ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບ. ທ່ານກ່າວວ່າ ການເດີນທາງມາປະຕິບັດວຽກຂອງຄະນະໃນຄັ້ງນີ້ ແມ່ນເພື່ອສືບຕໍ່ຜັນຂະຫຍາຍໝາກຜົນຂອງການຢ້ຽມຢາມຫວຽດນາມຂອງ ທ່ານ Pedro Sánchez ນາຍົກລັດຖະມົນຕີແອັດສະປາຍ (ເດືອນເມສາ 2025), ພ້ອມຢືນຢັນຄວາມປາຖະໜາທີ່ຈະເສີມສ້າງການຮ່ວມມືກັບຫວຽດນາມ, ປະເທດທີ່ມີບົດບາດ ແລະ ຖານະອັນສຳຄັນໃນພາກພື້ນອາຊີຕາເວັນອອກສຽງໃຕ້.
ພ້ອມກັບການແນະນຳພາບລວມຂອງແຄວ້ນ Catalonia, ທ່ານ Salvador Illa ກ່າວວ່າ ແຄວ້ນແຫ່ງນີ້ມີປະຊາກອນປະມານ 1/6 ຂອງປະຊາກອນແອັດສະປາຍ ແລະ ສ້າງຫຼາຍກວ່າ 20% ຂອງ GDP ຂອງປະເທດ, ເປັນໜຶ່ງໃນສູນກາງເສດຖະກິດທີ່ມີຂີດຄວາມສາມາດແຂ່ງຂັນສູງຂອງແອັດສະປາຍ. ປັດຈຸບັນ Catalonia ກຳລັງຊຸກຍູ້ການພັດທະນາຮູບແບບນະວັດຕະກຳ, ເຕັກໂນໂລຢີຊັ້ນສູງ ແລະ ການດຶງດູດການລົງທຶນ; ພ້ອມທັງມີຈຸດແຂງດ້ານການພັດທະນາໂຄງລ່າງພື້ນຖານ, ການຮັບມືກັບການປ່ຽນແປງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ມີສູນຄົ້ນຄວ້າຈຳນວນຫຼາຍທີ່ມີສັກກະຍະພາບສູງ.
ຕອບຮັບຄວາມເຫັນ ແລະ ຂໍ້ສະເໜີຂອງ ທ່ານ ຟ້າມຢາຕຸກ, ທ່ານ Salvador Illa ກ່າວວ່າ Catalonia ພ້ອມແບ່ງປັນປະສົບການ ແລະ ແນວທາງດ້ານເຕັກໂນໂລຢີໃນການວາງຜັງ, ການພັດທະນາເສດຖະກິດ, ການຂະຫຍາຍຕົວເມືອງ ພ້ອມທັງສົ່ງເສີມການຮ່ວມມືລະຫວ່າງສູນຄົ້ນຄວ້າຂອງສອງຝ່າຍ. ນອກຈາກນັ້ນ, Catalonia ຍັງມີຈຸດແຂງໃນຂົງເຂດພະລັງງານທົດແທນ, ການບໍລິຫານຈັດການແຫຼ່ງນ້ຳ, ການແພດ, ການສຶກສາ, ອຸດສາຫະກຳການຢາ, ອຸດສາຫະກຳແປຮູບ ແລະ ອຸດສາຫະກຳອາຫານ.
ປະທານແຄວ້ນ Catalonia ສະແດງຄວາມປາຖະໜາທີ່ຈະຊຸກຍູ້ການຮ່ວມມືລະຫວ່າງທ່າເຮືອ Barcelona ກັບບັນດາທ່າເຮືອຂອງຫວຽດນາມ; ຖືວ່າສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ເປັນເຄື່ອງມືສຳຄັນໃນການຊຸກຍູ້ການຄ້າສອງຝ່າຍ; ພ້ອມທັງເນັ້ນໜັກບົດບາດຂອງການຮ່ວມມືດ້ານການທ່ອງທ່ຽວ ແລະ ກິລາ ໃນການເສີມສ້າງການແລກປ່ຽນວັດທະນະທຳ, ຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ແລະ ສາຍພົວພັນລະຫວ່າງປະຊາຊົນຂອງສອງຝ່າຍ.
ທ່ານ Salvador Illa ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະລັດຖະບານແຄວ້ນ Catalonia ໃນຄັ້ງນີ້ ຈະສ້າງແຮງຈູງໃຈໃໝ່ໃຫ້ແກ່ການເຊື່ອມໂຍງລະຫວ່າງບັນດາອົງການ, ທ້ອງຖິ່ນ ແລະ ຊຸມຊົນວິສາຫະກິດຂອງສອງຝ່າຍ; ພ້ອມທັງສະແດງຄວາມປາຖະໜາຕ້ອນຮັບບັນດາອົງການ, ສະຖາບັນ ແລະ ວິສາຫະກິດຂອງຫວຽດນາມ ໄປຢ້ຽມຢາມ Catalonia ເພື່ອສຶກສາຄົ້ນຄວ້າທ່າແຮງ, ຈຸດແຂງ ແລະ ໂອກາດໃນການຮ່ວມມື.
ຍສໝ - ບັນດາຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ຜູ້ແທນ ຫຼາຍພັນຄົນ ໄດ້ຮ່ວມກັນຈູດທຽນສົດຸດີ ຢູ່ສຸສານວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ນະຄອນເກີນເທີ ເພື່ອສະແດງຄວາມສຳນຶກບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດາວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ໂຄງການດັ່ງກ່າວ ບໍ່ພຽງແຕ່ເປັນກິດຈະກຳລະນຶກເນື່ອງໃນໂອກາດຄົບຮອບ 79 ປີ ວັນທະຫານພິການ ແລະ ນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ເທົ່ານັ້ນ, ແຕ່ຍັງເປັນການສືບສານປະເພນີຮັກຊາດ, ປຸກລະດົມຄວາມປາດຖະໜາໃນການອຸທິດຕົນຂອງຄົນຮຸ່ນໃໝ່ອີກດ້ວຍ. |
ຍສໝ - ໃນຂອບເຂດການເດີນທາງໄປປະຕິບັດໜ້າທີ່ຢູ່ສະວິດ, ຮອງນາຍົກລັດຖະບານ ຫງວຽນວັນທັງ ໃນວັນທີ 27 ກໍລະກົດ ໄດ້ຈັດກອງປະຊຸມຮ່ວມກັບ ຮອງຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ທ່ານນາງ Jennifer DJ Nordquist. |
ມິງດຶກ

