| ງານມະໂຫລານດົນຕີ “ມໍລະດົກຕື່ນຕົວ” ເຮັດໃຫ້ ເຫ້ວ ຄຶກຄື້ນ ທິດທາງການພັດທະນາ ສູນກາງການເງິນສາກົນ ຢູ່ທີ່ ຫວຽດນາມ ຮອດປີ 2035 |
![]() |
| ທ່ານ ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ແທນຖາວອນ ຫວຽດນາມ ປະຈຳ ອົງການສະຫະລັດຊາດ ເຫງວຽນໄຮ່ລືວ ກ່າວຄຳເຫັນ ຢູ່ທີ່ວາລະປຶກສາຫາລື. |
ໂດຍເຂົ້າຮ່ວມ ແລະ ກ່າວຄຳເຫັນ ມິ ທ່ານ ເລຂາທິການໃຫຍ່ ອົງການສະຫະລັດຊາດ António Guterres ພ້ອມກັບຕົວແທນຂັ້ນສູງ ຈາກ 65 ປະເທດສະມາຊິກ ອົງການສະຫະລັດຊາດ, ບັນດາອົງການພູມິພາກ ແລະ ສາກົນ. ທ່ານ ອັກຄະລັດຖະທູດ ເຫງວຽນໄຮ່ລືວ, ຮອງຫົວໜ້າຄະນະຜູ້ແທນຖາວອນ ຫວຽດນາມ ປະຈຳ ອົງການສະຫະລັດຊາດ, ຕົວແທນ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວຄຳເຫັນ ຢູ່ທີ່ວາລະປຶກສາຫາລື.
ກ່າວຄຳເຫັນ ຢູ່ທີ່ວາລະປະຊຸມ, ທ່ານ ເລຂາທິການໃຫຍ່ ອົງການສະຫະລັດຊາດ ເຕືອນວ່າ, ຖ້າປະຊາຄົມສາກົນ ບໍ່ມີການກະທຳຢ່າງເດັດດ່ຽວ ແລະ ມີປະສິດທິຜົນ, ປະກົດການຂຸດຄົ້ນຊັບພະຍາກອນຢ່າງຜິດກົດໝາຍ ຈະສືບຕໍ່ເຮັດໃຫ້ຄວາມບໍ່ສະເໝີພາບ, ຄວາມບໍ່ສະຫງົບ ແລະ ຄວາມຮຸນແຮງ ເພີ່ມຂຶ້ນ; ຮຽກຮ້ອງໃຫ້ຍຸດຕິສະພາບການນີ້ ແລະ ຮັບປະກັນຄວາມຍຸຕິທຳ ພາຍໃນທົ່ວຕ່ອງໂສ້ມູນຄ່າຊັບພະຍາກອນ, ພາຍໃນນັ້ນ ບັນດາປະເທດ, ຊຸມຊົນ ຕ້ອງແມ່ນພາກສ່ວນທີ່ໄດ້ຮັບຜົນປະໂຫຍດ ທຳອິດ ແລະ ຫຼາຍທີ່ສຸດ ຈາກຊັບພະຍາກອນຂອງຕົນ.
ຕົວແທນບັນດາປະເທດ, ອົງການສາກົນ ໄດ້ຮ່ວມກັນແບ່ງປັນຄວາມກັງວົນ ແລະ ເນັ້ນໜັກເຖິງບົດບາດ ຂອງການຄຸ້ມຄອງຊັບພະຍາກອນ ດ້ວຍຄວາມຮັບຜິດຊອບ, ໂປ່ງໃສ, ກວມລວມ, ຍືນຍົງ.
ພາຍໃນຄຳເຫັນ, ທ່ານ ອັກຄະລັດຖະທູດ ເຫງວຽນໄຮ່ລືວ ເນັ້ນໜັກເຖິງສາຍພົວພັນ ທີ່ນັບມື້ນັບເລິກເຊິ່ງ ລະຫວ່າງ ຊັບພະຍາກອນທຳມະຊາດ ກັບ ສັນຕິພາບ, ຄວາມສະຫງົບ ແລະ ການພັດທະນາຢ່າງຍືນຍົງ ທົ່ວໂລກ, ໂດຍສະເພາະແມ່ນ ພາຍໃນສະພາບການຫັນປ່ຽນພະລັງງານ ແລະ ການປ່ຽນແປງພູມອາກາດ.
ຕາມນັ້ນ, ທ່ານ ອັກຄະລັດຖະທູດ ຮຽກຮ້ອງໃຫ້ປະຊາຄົມສາກົນ ມີວິທີການເຂົ້າເຖິງຢ່າງຮອບດ້ານ, ຍາວນານ, ສອດຄອງກັບແຕ່ລະປະເທດ, ສອດແຊກການຄຸ້ມຄອງຊັບພະຍາກອນ ເຂົ້າໃນບັນດາຄວາມພະຍາຍາມສະກັດກັ້ນຄວາມຂັດແຍ່ງ, ສ້າງສັນສັນຕິພາບ ແລະ ຟື້ນຟູພາຍຫຼັງຄວາມຂັດແຍ່ງ, ຮັບປະກັນສິດຜົນປະໂຫຍດ ຂອງບັນດາປະເທດ ແລະ ຊຸມຊົນເຈົ້າຂອງ ໃຫ້ໄດ້ຮັບຜົນປະໂຫຍດອັນຊອບທຳ ຈາກແຫຼ່ງຊັບພະຍາກອນຂອງຕົນ ຢ່າງຄົບຖ້ວນ.
ແບ່ງປັນບົດຮຽນຂອງ ອາຊຽນ, ທ່ານ ອັກຄະລັດຖະທູດ ເຫງວຽນໄຮ່ລືວ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືພູມິພາກ ແລະ ສາກົນ ແນ່ງໃສ່ສ້າງສັນບັນດາກົດລະບຽບ, ມາດຕະຖານລວມ ຢ່າງກົມກຽວ, ໂປ່ງໃສ, ເຄົາລົບອຳນາດອະທິປະໄຕ, ບົດບາດຄວາມເປັນເຈົ້າຂອງ ຂອງບັນດາປະເທດ ຕໍ່ກັບຊັບພະຍາກອນຂອງຕົນ ຢ່າງຄົບຖ້ວນ; ຫຼີກເວັ້ນການຫັນເປັນການເມືອງ ແລະ ການຫັນເປັນອາວຸດ ສຳລັບບັນດາຕ່ອງໂສ້ອຸປະທານ; ເລ່ງຮັດການສະໜັບສະໜູນດ້ານເຕັກນິກ ແລະ ການຖ່າຍທອດເຕັກໂນໂລຊີ ໃຫ້ແກ່ບັນດາປະເທດພວມພັດທະນາ ພາຍໃນການປຸງແຕ່ງ ແລະ ການນຳໃຊ້ແຮ່ທາດຢ່າງຍືນຍົງ.
ທ່ານ ອັກຄະລັດຖະທູດ ກໍຢັ້ງຢືນວ່າ, ຫວຽດນາມ ເຄີຍຄຳມັ້ນສັນຍາ ຄຸ້ມຄອງຊັບພະຍາກອນ ດ້ວຍຄວາມຮັບຜິດຊອບ, ມຸ່ງຫວັງທີ່ຈະປະສານງານຢ່າງແໜ້ນແຟ້ນ ກັບບັນດາຄູ່ຮ່ວມມື ເພື່ອໃຫ້ຊັບພະຍາກອນ ກາຍເປັນພື້ນຖານ ໃຫ້ແກ່ສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຢ່າງຍືນຍົງ ຢ່າງທັດແທ້.
ຍສໝ - ວັນທີ 23/7, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ມີການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ Marco Rubio ຢູ່ທີ່ນອກກອງປະຊຸມ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM-59) ຢູ່ທີ່ ມາໂນລາ, ຟີລິບປິນ. |
ຍສໝ - ຢູ່ທີ່ການຖະແຫຼງຂ່າວຂອງ ກະຊວງການຕ່າງປະເທດ ພາຍໃນຕອນບ່າຍວັນທີ 23/7, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຜ່າມທູຮັ່ງ ໄດ້ຕອບຫຼາຍບັນຫາທີ່ສື່ມວນຊົນ ແລະ ຫາງສຽງໃຫ້ຄວາມສົນໃຈ. |
ມີງດຶກ
