| ຫວຽດນາມ ຮຽກຮ້ອງໃຫ້ມີຄວາມອົດກັ້ນ, ເຄົາລົບກົດໝາຍສາກົນ ງານມະໂຫລານດົນຕີ “ມໍລະດົກຕື່ນຕົວ” ເຮັດໃຫ້ ເຫ້ວ ຄຶກຄື້ນ |
![]() |
| ອາຄານ ສູນກາງການເງິນສາກົນ ຫວຽດນາມ (ເລກທີ 8 ຖະໜົນ ເຫງວຽນເຫ້ວ, ເມືອງ ໄຊງ່ອນ). |
ຄາດໝາຍຂອງແຜນການ ແມ່ນແນ່ງໃສ່ສ້າງສັນສູນກາງການເງິນສາກົນ ໃຫ້ກາຍເປັນກຳລັງຊຸກຍູ້ອັນສຳຄັນ ພາຍໃນການລະດົມ, ຈັດສັນ ແລະ ນຳໃຊ້ບັນດາແຫຼ່ງກຳລັງການເງິນພາຍໃນ ແລະ ຕ່າງປະເທດ ຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການເຕີບໂຕຢ່າງໄວວາ, ຍືນຍົງ, ຍົກສູງຄຸນນະພາບ, ປະສິດທິຜົນຂອງພື້ນຖານເສດຖະກິດ; ພ້ອມດຽວກັນນັ້ນ ກໍກ້າວໄປເທື່ອລະບາດກ້າວໃນການຍົກສູງທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ພາຍໃນຕາໜ່າງການເງິນພູມິພາກ ແລະ ທົ່ວໂລກ.
ປັບປຸງລະບອບການປົກຄອງທີ່ມີລັກສະນະສະເພາະ, ຮູບແບບ, ກົນໄກສູນກາງການເງິນສາກົນ ໃຫ້ສົມບູນຢ່າງຄົບຊຸດ
ຄາດໝາຍໄລຍະປີ 2026 – 2030: ປັບປຸງຂອບລະບອບນິຕິກຳທີ່ມີລັກສະນະສະເພາະ, ຮູບແບບ, ກົນໄກການຄຸ້ມຄອງ, ການບໍລິຫານ ແລະ ການຕິດຕາມກວດກາສູນກາງການເງິນສາກົນ ໃຫ້ສົມບູນຢ່າງຄົບຊຸດ ຕາມທິດທາງເຂົ້າໃກ້ມາດຕະຖານສາກົນ, ຮັບປະກັນຄວາມໂປ່ງໃສ, ປອດໄພ ແລະ ມີປະສິດທິຜົນ; ຜັນຂະຫຍາຍທົດລອງ ແລະ ເປີດນຳໃຊ້ບັນດາຜະລິດຕະພັນ, ບໍລິການດ້ານການເງິນບຸລິມະສິດ ພາຍໃນໄລຍະທຳອິດ.
ສ້າງຕັ້ງ ແລະ ນຳເຂົ້າສູ່ການນຳໃຊ້ ພື້ນຖານໂຄງລ່າງການເງິນ, ພື້ນຖານໂຄງລ່າງດິຈິຕອນ, ພື້ນຖານໂຄງລ່າງສັງຄົມ ແລະ ພື້ນຖານໂຄງລ່າງນິຕິກຳຫຼັກແຫຼ່ງ ເພື່ອຮັບໃຊ້ການເຄື່ອນໄຫວຂອງສູນກາງການເງິນສາກົນ.
ດຶງດູດບັນດາອົງການ, ສະຖາບັນການເງິນ, ກອງທຶນການລົງທຶນ, ທະນາຄານສາກົນຂະໜາດໃຫຍ່, ບັນດາພາກສ່ວນຕະຫຼາດມືອາຊີບ ແລະ ແຫຼ່ງຊັບພະຍາກອນມະນຸດດ້ານການເງິນຄຸນນະພາບສູງ; ສ້າງພື້ນຖານໃຫ້ແກ່ການພັດທະນາຢ່າງຍືນຍົງ ແລະ ການເຊື່ອມໂຍງຂອງສູນກາງການເງິນສາກົນ ພາຍໃນບັນດາໄລຍະຕໍ່ໄປ.
ຫວຽດນາມ ສູ້ຊົນນອນຢູ່ໃນກຸ່ມ 75 ສູນກາງການເງິນແຖວໜ້າຂອງໂລກ
ສູ້ຊົນພາຍໃນໄລຍະປີ 2031 – 2035, ຂະຫຍາຍ ແລະ ປັບປຸງລະບົບນິເວດການເງິນທັນສະໄໝໃຫ້ສົມບູນ, ລວມມີ ຕະຫຼາດທຶນ, ການເງິນສີຂຽວ, ການເງິນດິຈິຕອນ, ການເງິນໝູນໃຊ້ເຕັກໂນໂລຊີ (fintech), ຍົກສູງລະດັບຄວາມຫຼາກຫຼາຍ, ຄວາມເລິກເຊິ່ງ ແລະ ຄວາມສາມາດເຊື່ອມຕໍ່ ຂອງສູນກາງການເງິນສາກົນ.
ພັດທະນາໃຫ້ກາຍເປັນສູນກາງການເງິນ ທີ່ມີບົດບາດໃຈກາງເຊື່ອມຕໍ່ກະແສທຶນ ແລະ ມີທີ່ຕັ້ງຢ່າງຊັດເຈນ ພາຍໃນຕາໜ່າງການເງິນ ອາຊີ - ປາຊີຟິກ ແລະ ທົ່ວໂລກ. ສູ້ຊົນນອນຢູ່ໃນກຸ່ມ 75 ສູນກາງການເງິນແຖວໜ້າຂອງໂລກ, ກຸ່ມ 25 ສູນກາງການເງິນພູມິພາກອາຊີ - ປາຊີຟິກ ແລະ ອັນດັບທີ 3 ພາຍໃນພູມິພາກ ອາຊຽນ ຕາມດັດຊະນີສູນກາງການເງິນທົ່ວໂລກ (GFCI) ຫຼື ຊຸດດັດຊະນີສາກົນທີ່ທຽບເທົ່າ (ສະບັບປະກາດເປັນໄລຍະ), ປະກອບສ່ວນຍົກສູງຄວາມສາມາດໃນການລະດົມ ແລະ ຈັດສັນແຫຼ່ງກຳລັງການເງິນໃຫ້ແກ່ພື້ນຖານເສດຖະກິດ, ປະກອບສ່ວນເຂົ້າໃນຄາດໝາຍການພັດທະນາຢ່າງໄວວາ ແລະ ຍືນຍົງຂອງປະເທດຊາດ.
ກ່ຽວກັບທິດທາງການພັດທະນາ, ແຜນການໄດ້ລະບຸແຈ້ງວ່າ: ສູນກາງການເງິນສາກົນ ຫວຽດນາມ ຢູ່ທີ່ ນະຄອນໂຮ່ຈີມິນ ມີທິດທາງພັດທະນາໃຫ້ກາຍເປັນສູນກາງການເງິນສາກົນ ທີ່ມີລະບົບນິເວດການເງິນຮອບດ້ານ ແລະ ຫຼາກຫຼາຍ, ໂດຍສຸມໃສ່: (1) ການພັດທະນາຕະຫຼາດທຶນ, ສະໜອງບັນດາບໍລິການດ້ານການເງິນແບບດັ້ງເດີມ ແລະ ເລິກເຊິ່ງ, ຂຸດຄົ້ນຜົນກະທົບແບບສະທ້ອນ, ຊ່ວຍເຫຼືອເຊິ່ງກັນແລະກັນ ຂອງບັນດາບໍລິການດ້ານການເງິນ ເຊັ່ນ: ການລະດົມທຶນ, ການລົງທຶນ, ການຊຳລະເງິນ, ການອອກຈຳໜ່າຍ ແລະ ການຊື້ຂາຍຜະລິດຕະພັນການເງິນ; (2) ການຄຸ້ມຄອງຊັບສິນ, ການຄຸ້ມຄອງກອງທຶນ, ການເງິນສີຂຽວ ແລະ ການເງິນດິຈິຕອນ; (3) ຕະຫຼາດສິນຄ້າ ແລະ ບັນດາຜະລິດຕະພັນອະນຸພັນສິນຄ້າ ທີ່ຕິດພັນກັບການຄ້າ ແລະ ໂລຈິສຕິກສາກົນ.
ສູນກາງການເງິນສາກົນ ຫວຽດນາມ ຢູ່ທີ່ ນະຄອນດານັງ ມີທິດທາງພັດທະນາໃຫ້ກາຍເປັນສູນກາງການເງິນສາກົນ ທີ່ປ່ຽນແປງໃໝ່ປະດິດສ້າງ ແລະ ເຕັກໂນໂລຊີການເງິນ, ໂດຍສຸມໃສ່: (1) ຊັບສິນດິຈິຕອນ, ການຊຳລະເງິນດິຈິຕອນ, ການເຂົ້າລະຫັດຊັບສິນ; (2) ການສ້າງຕັ້ງ ແລະ ເປີດນຳໃຊ້ບັນດາພື້ນຖານ, ຕະຫຼາດຊື້ຂາຍສະເພາະດ້ານ; (3) ບໍລິການດ້ານການເງິນ ທີ່ຕິດພັນກັບການປ່ຽນແປງໃໝ່ປະດິດສ້າງ, ສ້າງຕັ້ງທຸລະກິດ, ການເງິນການຄ້າ, ການສະໜັບສະໜູນຕ່ອງໂສ້ອຸປະທານ ແລະ ການເງິນຍືນຍົງ; (4) ການທົດລອງແບບມີການຄວບຄຸມ ສຳລັບບັນດາເຕັກໂນໂລຊີ, ຜະລິດຕະພັນ, ບໍລິການ, ຮູບແບບການດຳເນີນທຸລະກິດ ພາຍໃນຂົງເຂດການເງິນ.
ສ້າງສັນບັນດາກົນໄກ, ນະໂຍບາຍບຸລິມະສິດ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ນັກລົງທຶນ
ສະພາຄະນະບໍລິຫານ ສູນກາງການເງິນສາກົນ ກຳນົດທິດທາງພັດທະນາ ສູນກາງການເງິນສາກົນ ໃຫ້ມີຄວາມເປັນເອກະພາບທາງດ້ານລະບອບ, ການຄຸ້ມຄອງ ແລະ ມາດຕະຖານການຕິດຕາມກວດກາ; ເສີມຂະຫຍາຍຈຸດແຂງປຽບທຽບຂອງແຕ່ລະທ້ອງຖິ່ນ, ເພີ່ມທະວີລັກສະນະການເຊື່ອມໂຍງ, ການຊ່ວຍເຫຼືອເຊິ່ງກັນແລະກັນ; ຮັບປະກັນການພັດທະນາຢ່າງຄົບຊຸດ ລະຫວ່າງ ລະບອບ, ຕະຫຼາດ, ພື້ນຖານໂຄງລ່າງ ແລະ ແຫຼ່ງຊັບພະຍາກອນມະນຸດ. ພາຍໃນນັ້ນ, ສຸມໃສ່ບາງໜ້າທີ່ດັ່ງຕໍ່ໄປນີ້:
ສືບຕໍ່ປັບປຸງລະບອບ, ຂອບນິຕິກຳທີ່ມີລັກສະນະສະເພາະ, ໂດດເດັ່ນ, ມີລັກສະນະແຂ່ງຂັນລະດັບສາກົນສູງ ໃຫ້ສົມບູນ; ຂະຫຍາຍພື້ນທີ່ທາງລະບອບໃຫ້ແກ່ບັນດາເຕັກໂນໂລຊີ, ຜະລິດຕະພັນ, ບໍລິການ, ຮູບແບບການດຳເນີນທຸລະກິດໃໝ່ ພາຍໃນຂົງເຂດການເງິນ; ຮັບປະກັນຄວາມຄົບຊຸດ, ໂປ່ງໃສ, ໝັ້ນຄົງ, ສອດຄ່ອງກັບທຳນຽມປະຕິບັດສາກົນ ແລະ ເງື່ອນໄຂຕົວຈິງຂອງ ຫວຽດນາມ; ມີກົນໄກແກ້ໄຂຂໍ້ຂັດແຍ່ງທີ່ໄດ້ຮັບການຍອມຮັບ ແລະ ປະຕິບັດຕາມຄຳຕັດສິນສາກົນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ. ປະຕິບັດການກວດກາ, ປັບປຸງ ແລະ ເຮັດໃຫ້ນະໂຍບາຍສົມບູນ ຕາມແຜນການພັດທະນາຂອງສູນກາງການເງິນສາກົນ, ຮັບປະກັນລັກສະນະຄວາມໝັ້ນຄົງ, ເປັນເອກະພາບ ແຕ່ມີຄວາມຍືດຫຍຸ່ນພຽງພໍ ເພື່ອຮັບມືກັບການພັດທະນາຂອງຕະຫຼາດ ແລະ ບັນດາຮູບແບບການດຳເນີນທຸລະກິດໃໝ່.
ສ້າງສັນບັນດາກົນໄກ, ນະໂຍບາຍບຸລິມະສິດທີ່ແຂ່ງຂັນ, ເງື່ອນໄຂການເຂົ້າເຖິງພື້ນຖານໂຄງລ່າງເພື່ອຮັບໃຊ້ສູນກາງການເງິນສາກົນ; ຫັນຂັ້ນຕອນການບໍລິຫານເປັນມາດຕະຖານ, ເປັນດິຈິຕອນ, ຫຍໍ້ເວລາການແກ້ໄຂເອກະສານ, ຍົກສູງຄຸນນະພາບການບໍລິການສາທາລະນະ, ສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ສະດວກໃຫ້ແກ່ນັກລົງທຶນ ແລະ ສະມາຊິກສູນກາງການເງິນສາກົນ.
ພ້ອມດຽວກັນນັ້ນ, ປັບປຸງຮູບແບບການຄຸ້ມຄອງ, ການບໍລິຫານ ແລະ ການຕິດຕາມກວດກາສູນກາງການເງິນສາກົນ ໃຫ້ສົມບູນຕາມທິດທາງກະທັດຮັດ, ມີປະສິດທິຜົນ, ແບ່ງຂັ້ນຢ່າງຊັດເຈນ, ຮັບປະກັນການນຳພາ, ການຊີ້ນຳຢ່າງເປັນເອກະພາບຈາກສູນກາງ, ພ້ອມທັງເສີມຂະຫຍາຍລັກສະນະເຈົ້າການ, ປະດິດສ້າງຂອງທ້ອງຖິ່ນ. ປັບປຸງກົນໄກ, ຂັ້ນຕອນການຕິດຕາມກວດກາ ໃຫ້ສົມບູນ, ສົມທົບການຕິດຕາມກວດກາແບບມະຫາພາກ ແລະ ຈຸລະພາກ; ເພີ່ມທະວີຄວາມຮັບຜິດຊອບໃນການຊີ້ແຈງ, ລະບອບການລາຍງານເປັນໄລຍະ ແລະ ການປະເມີນຜົນກາງສະໄໝ; ຮັບປະກັນການຄວບຄຸມຄວາມສ່ຽງ, ການເປີດນຳໃຊ້ທີ່ປອດໄພ, ໂປ່ງໃສ.
ພັດທະນາລະບົບນິເວດຕະຫຼາດການເງິນ; ແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ
ພັດທະນາລະບົບນິເວດຕະຫຼາດການເງິນ, ຕະຫຼາດສິນຄ້າທີ່ຫຼາກຫຼາຍ, ມີຄວາມເລິກເຊິ່ງ, ໂດຍຖືເອົາຄຸນນະພາບ, ປະສິດທິຜົນ ແລະ ຄວາມສາມາດໃນການເຊື່ອມໂຍງສາກົນ ເປັນມາດຖານຕົ້ນຕໍ. ບຸລິມະສິດການດຶງດູດແບບມີການຄັດເລືອກ ສຳລັບບັນດາສະຖາບັນການເງິນທີ່ມີບົດບາດນຳໜ້າ, ບັນດາອົງການກາງ ແລະ ກອງທຶນການລົງທຶນຂະໜາດໃຫຍ່ຂອງພູມິພາກ ແລະ ໂລກ ເຂົ້າສູ່ບັນດາພາກສ່ວນຕະຫຼາດ ແລະ ຜະລິດຕະພັນການເງິນຫຼັກແຫຼ່ງ, ສຳຄັນ. ເຊື່ອມໂຍງລະຫວ່າງ ການເງິນ - ເຕັກໂນໂລຊີ - ຂໍ້ມູນ - ການປ່ຽນແປງໃໝ່ປະດິດສ້າງ; ກ້າວໄປເທື່ອລະບາດກ້າວເພື່ອນຳເອົາສູນກາງການເງິນສາກົນ ເຂົ້າຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ມູນຄ່າການເງິນທົ່ວໂລກ.
ຄຽງຄູ່ກັນນັ້ນ, ພັດທະນາຢ່າງຄົບຊຸດ ພື້ນຖານໂຄງລ່າງການເງິນ, ພື້ນຖານໂຄງລ່າງດິຈິຕອນ, ພື້ນຖານໂຄງລ່າງຂໍ້ມູນ, ພື້ນຖານໂຄງລ່າງການຄົມມະນາຄົມ ແລະ ພື້ນຖານໂຄງລ່າງຕົວເມືອງຄຸນນະພາບສູງ, ຮັບປະກັນຄວາມສາມາດໃນການເຊື່ອມຕໍ່ພາຍໃນ ແລະ ຕ່າງປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຄື່ອນໄຫວຢ່າງຕໍ່ເນື່ອງ, ປອດໄພ, ໂລ່ງລ່ຽນ ຂອງສູນກາງການເງິນສາກົນ.
ພັດທະນາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ ໃຫ້ແກ່ສູນກາງການເງິນສາກົນ; ມີກົນໄກ, ນະໂຍບາຍທີ່ມີລັກສະນະສະເພາະກ່ຽວກັບ ວີຊາ, ການພັກເຊົາ, ການຕອບແທນ ເພື່ອດຶງດູດຊ່ຽວຊານດ້ານການເງິນ, ເຕັກໂນໂລຊີ, ນິຕິກຳສາກົນ; ຝຶກອົບຮົມ, ບຳລຸງສ້າງເພື່ອຍົກສູງຄວາມສາມາດໃນການວາງແຜນ, ການຄຸ້ມຄອງຄວາມສ່ຽງ ແລະ ການເຊື່ອມໂຍງສາກົນ ຂອງຖັນແຖວພະນັກງານຄຸ້ມຄອງ; ພັດທະນາ, ເຊື່ອມໂຍງລະບົບນິເວດການຝຶກອົບຮົມ, ການຄົ້ນຄວ້າ, ການປະຕິບັດ ທີ່ຕິດພັນກັບຄວາມຕ້ອງການຕົວຈິງ.
ນອກຈາກນັ້ນ, ສ້າງສັນເຄື່ອງໝາຍການຄ້າ ແລະ ຊຸກຍູ້ການເຊື່ອມໂຍງສາກົນ; ພ້ອມດຽວກັນນັ້ນ, ເຈົ້າການຮ່ວມມືກັບບັນດາສູນກາງການເງິນສາກົນ, ອົງການການເງິນ, ອົງການຄຸ້ມຄອງ ແລະ ບັນດາອົງການກຳນົດມາດຕະຖານສາກົນ ແນ່ງໃສ່ຍົກສູງຄວາມສາມາດໃນການຄຸ້ມຄອງ, ການເຂົ້າເຖິງທຳນຽມປະຕິບັດສາກົນ, ເພີ່ມທະວີການເຊື່ອມຕໍ່ຕະຫຼາດ ແລະ ຍົກສູງທີ່ຕັ້ງຂອງສູນກາງການເງິນສາກົນ ຫວຽດນາມ.
ຍສໝ - ແຕ່ວັນທີ 19-29 ກໍລະກົດ, ຢູ່ທີ່ນະຄອນ ປູຊານ, ສ.ເກົາຫຼີ ໄດ້ຈັດກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ ໂດຍມີຜູ້ແທນເຂົ້າຮ່ວມເກືອບ 3.000 ທ່ານ ທີ່ມາຈາກ 21 ປະເທດສະມາຊິກຄະນະກຳມະການ ແລະ ຜູ້ສັງເກດການຫຼາຍກວ່າ 100 ທ່ານ. ທ່ານ ໂງ ເລ ວັນ (Ngô Lê Văn), ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ນຳພາຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. |
ຍສໝ - ວັນທີ 23/7, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ມີການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ Marco Rubio ຢູ່ທີ່ນອກກອງປະຊຸມ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM-59) ຢູ່ທີ່ ມາໂນລາ, ຟີລິບປິນ. |
ມີງດຶກ
