ການລະເມີດວິໄນແຜນການ-ການເງິນ ໃນອົງການລັດ ມີທ່າອ່ຽງຫລຸດລົງ

10:28 | 02/11/2020

ອົງການກວດສອບແຫ່ງລັດ, ມີໜ້າທີ່ກວດກາບົດສະຫລຸບ ລາຍງານຂາດຕົວ ການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດໃນລະປີ ຂອງບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຕາມລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ແລະ ບັນຫາໜຶ່ງທີ່ສະມາຊິກ ສະພາແຫ່ງຊາດກໍຄື ສັງຄົມໃຫ້ຄວາມສົນໃຈຫລາຍ ກໍແມ່ນເປັນຫຍັງບໍ່ປະຕິບັດ ມາດຕະການຢ່າງເຂັ້ມງວດ ຕໍ່ການລະເມີດວິໄນ ແຜນການ-ການເງິນ, ເຊິ່ງບັນຫານີ້ ຫົວໜ່ວຍທີ່ລະເມີດ ລະບຽບການນັ້ນ ກໍແມ່ນອົງການຂອງລັດຂັ້ນ.

ການລະເມ ດວ ໄນແຜນການ ການເງ ນ ໃນອ ງການລ ດ ມ ທ າອ ຽງຫລ ດລ ງ ປະເທດລາວ ຕັ້ງໃຈຫຼຸດຜ່ອນການລະເມີດວິໄນແຜນການ-ການເງິນ ໃນອົງການລັດ
ການລະເມ ດວ ໄນແຜນການ ການເງ ນ ໃນອ ງການລ ດ ມ ທ າອ ຽງຫລ ດລ ງ ປະເທດລາວ: ຄວາມຜິດດ່ຽງຂອງອັດຕາແລກປ່ຽນເງິນຕານັບມື້ນັບເປີດກວ້າງ
ການລະເມ ດວ ໄນແຜນການ ການເງ ນ ໃນອ ງການລ ດ ມ ທ າອ ຽງຫລ ດລ ງ
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII

ໃນວັນທີ 30 ຕຸລາ 2020 ນີ້, ທ່ານ ບຸນປອນ ວັນນະຈິດ ຮອງປະທານອົງການ ກວດສອບແຫ່ງລັດ, ໄດ້ຊີ້ແຈງຕໍ່ຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດ ການກວດສອບ ແລະ ມາດຕະການແກ້ໄຂຜົນການກວດສອບ ຢູ່ບັນດາກະຊວງ ແລະ ທ້ອງຖິ່ນ ທີ່ລະເມີດວິໄນ ແຜນການ-ການເງິນໃນຜ່ານມາວ່າ: ອົງການກວດສອບແຫ່ງລັດ, ມີໜ້າທີ່ກວດກາບົດສະຫລຸບລາຍງານຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດໃນລະປີຂອງບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຕາມລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະ ບັນຫາໜຶ່ງທີ່ສະມາຊິກ ສະພາແຫ່ງຊາດກໍຄື ສັງຄົມໃຫ້ຄວາມສົນໃຈຫລາຍ ກໍແມ່ນເປັນຫຍັງບໍ່ປະຕິບັດ ມາດຕະການຢ່າງເຂັ້ມງວດ ຕໍ່ການລະເມີດວິໄນ ແຜນການ-ການເງິນ, ເຊິ່ງບັນຫານີ້ ຫົວໜ່ວຍທີ່ລະເມີດລະບຽບການນັ້ນກໍແມ່ນອົງການຂອງລັດຂັ້ນ

ຕ່າງໆ, ຊຶ່ງມັນພົວພັນເຖິງພາລະບົດບາດ, ຂອບເຂດສິດ ຂອງແຕ່ລະພາກສ່ວນ, ເຊິ່ງອົງການກວດສອບແຫ່ງລັດ ບໍ່ມີສິດທີ່ຈະໄປລົງໂທດ ຫລື ລົງວິໄນພະນັກງານ ທີ່ບໍ່ຢູ່ພາຍໃຕ້ ການຄຸ້ມຄອງຂອງຕົນ, ແຕ່ແນວໃດກໍຕາມຜ່ານການກວດສອບ ຕາມພາລະບົດບາດ ແລະ ສິດໜ້າທີ່ຂອງອົງການກວດສອບນີ້, ຂໍຢັ້ງຢືນວ່າການແກ້ໄຂຜົນຂອງການກວດສອບຕາມ ບັນດາກະຊວງ ຫລື ຂະແໜງການຕ່າງໆແມ່ນໄດ້ເອົາໃຈໃສ່ປະຕິບັດເປັນຢ່າງດີ ແລະ ມີທ່ວງທ່າດີຂຶ້ນເລື້ອຍໆ, ເຊິ່ງສະແດງອອກ ຄື: ການລະເມີດວິໄນແຜນການ ຫລື ການຈັດຕັ້ງປະຕິບັດໂຄງການນອກແຜນ, ໂຄງການລົງທຶນກ່ອນ, ໂຄງການທີ່ບໍ່ມີການປະ ມູນ ແລະ ອື່ນໆ ແມ່ນມີທ່າອ່ຽງຫລຸດລົງຫລາຍ.

ນອກຈາກນີ້, ສະພາບລາຍຮັບ ຂອງບັນດາຂະແໜງການ ທີ່ເກັບໄດ້ແລ້ວເອົາໄປຈ່າຍກ່ອນກໍແມ່ນມີທ່າອ່ຽງຫລຸດລົງເຊັ່ນກັນ, ລວມເຖິງບັນຫາການເອົາເງິນກົມກອງ ຫລື ຂອງຂະແໜງການຕົນໄປຝາກຢູ່ທະນາຄານທຸລະກິດກໍຫລຸດລົງ, ມາຮອດປັດຈຸບັນຍັງເຫລືອພຽງແຕ່ 13 ບັນຊີເທົ່ານັ້ນ. ແຕ່ຂະນະດຽວກັນກໍປາກົດວ່າຍັງມີບາງກໍລະນີທີ່ ການແກ້ໄຂມີ ຄວາມຄືບໜ້າຊ້າ ເຊັ່ນ: ບັນຫາໜີ້ຕ້ອງຮັບຂອງຂະແໜງສ່ວຍສາອາກອນ, ຂະແໜງການຊັບສີນ ຍັງບໍ່ໄດ້ຮັບການແກ້ໄຂດີເທົ່າທີ່ຄວນ ແລະ ໜີ້ລາຍຈ່າຍໃນລະບົບຄັງເງິນກໍເຫັນວ່າການແກ້ໄຂເຮັດໄດ້ໜ້ອຍ. ຕໍ່ບັນຫາດັ່ງກ່າວ, ອົງການກວດສອບກໍໄດ້ດໍາເນີນການແກ້ໄຂຜົນຂອງການກວດສອບທີ່ຕິດພັນກັບຂະແໜງການ ແລະ ທ້ອງຖິ່ນ, ຖ້າເຫັນວ່າເປັນການລະເມີດທາງດ້ານບໍລິຫານກໍສະເໜີໃຫ້ອົງການທີ່ຄຸ້ມຄອງເປົ້າໝາຍນັ້ນແກ້ໄຂຕາມລະບຽບ ກົດໝາຍກໍານົດຢ່າງເຂັ້ມງວດ.

ການລະເມ ດວ ໄນແຜນການ ການເງ ນ ໃນອ ງການລ ດ ມ ທ າອ ຽງຫລ ດລ ງ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢູ່ເລບານອນ ປະຕິບັດຕາມຫຼັກການຂອງກົດໝາຍສາກົນ

ຍສໝ - ຫວຽດນາມຮ້ຽກຮ້ອງບັນດາຝ່າຍກ່ຽວຂ້ອງຢູ່ເລບານອນ ແລະ ໃນພາກພື້ນ ຕ້ອງການປະຕິບັດບັນດາຫຼັກການພື້ນຖານຂອງກົດໝານສາກົນ, ບໍ່ໄດ້ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດອື່ນ ແລະ ຄວບຄຸນພຶດຕິກຳຢ່າງເຄັ່ງຕຶງ.

ການລະເມ ດວ ໄນແຜນການ ການເງ ນ ໃນອ ງການລ ດ ມ ທ າອ ຽງຫລ ດລ ງ ສືບຕໍ່ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ

ຍສໝ - ລະດູແລ້ງ 2020-2021, ກອງທ້ອນໂຮມອັດຖິ 192 ຈະສືບຕໍ່ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼຊີວິດໃນປາງສົງຄາມຢູ່ລາວ ໃນບໍລິເວນສອງແຂວງ ສາລະວັນ ແລະເຊກອງ.

ການລະເມ ດວ ໄນແຜນການ ການເງ ນ ໃນອ ງການລ ດ ມ ທ າອ ຽງຫລ ດລ ງ ຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ປະກອບຄຳເຫັນກ່ຽວກັບການຫັນເປັນດີຈີຕອນ ແລະ ແກ້ໄຂຜົນກະທົບຂອງໂລກລະບາດໂຄວິດ - 19 ເພື່ອພັດທະນາເສດຖະກິດ ຫວຽດນາມ

ຍສໝ- ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ໄດ້ຮັບຮູ້ບັນດາຄຳເຫັນປະກອບຂອງຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ ຕ່າງປະເທດທີ່ມີຕໍ່ທິດທາງການພັດທະນາຂອງນະຄອນ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.