ປະທານອົງການກວດສອບ ຊີ້ແຈງຕໍ່ ສສຊ

11:17 | 15/11/2019

ກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນບ່າຍຂອງວັນທີ 14 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ຄໍາຊັກຖາມຂອງ ສສຊ ເປັນຕົ້ນ ແຜນການກວດສອບແມ່ນເລີ່ມມາແຕ່ປີ 2016 ແມ່ນຫັນການກວດສອບເຂົ້າສູ່ການຈັດຕັ້ງປະຕິບັດ ໃນນັ້ນ ໄດ້ລົງເລິກກ່ຽວກັບຫົວຂໍ້ສະເພາະຕາມຂະ ແໜງການ, ຕາມມະຕິ, ຕາມ ແຈ້ງການ ໃນແຕ່ລະກໍລະນີ.

ປະທານອົງການກວດສອບ ຊີ້ແຈງຕໍ່ ສສຊ

ກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII

ອົງການກວດສອບໄດ້ມີຄວາມພະຍາຍາມປະສານງານ ແລະ ປຶກສາຫາລືກັບອົງການກວດ ກາລັດຖະບານ ແລະ ໃນລະດັບທ້ອງຖິ່ນ ພາຍຫຼັງໄດ້ດໍາເນີນກວດສອບແລ້ວ ຕ້ອງໄດ້ມີການເຊັນບົດບັນທຶກ ແລະ ເຮັດຢ່າງຊັດເຈນ ຊຶ່ງເຮັດໄດ້ດີແມ່ນຂັ້ນທ້ອງຖິ່ນສ່ວນຢູ່ສູນກາງຈໍານວນຫນຶ່ງຍັງແກ່ຍາວ. ສຳລັບແຜນການປີ 2020-2021 ການກວດສອບຄາດວ່າ ຈະຢູ່ໃນລະດັບ 319 ເປົ້າໝາຍ, ປີ 2019 ຈະຢູ່ໃນລະ ດັບ 111 ເປົ້າໝາຍຂອງການ ກວດສອບ ແລະ ຍັງກວດເພີ່ມ ອີກ 55 ເປົ້າໝາຍ ຊຶ່ງໄປຕາມແຕ່ລະກໍລະນີຕາມຄໍາສັ່ງຂອງໂຄງການ 3 ສ້າງ, ໂຄງການຍ່ອຍ, ໂຄງການ SMEs. ສໍາລັບປີ 2020 ຈະໄດ້ດໍາ ເນີນຕາມທິດ ຈະເລັ່ງໃສ່ການພັດທະນາບຸກຄະລາກອນເປັນຫຼັກ ໃນນັ້ນຈະໄດ້ລົງເລິກວິຊາສະເພາະຫັນເປັນມືອາຊີບ ຊຶ່ງເປົ້າໝາຍຂອງການກວດສອບ ຈະໄດ້ເພີ່ມຂຶ້ນໃນແຕ່ລະປີ ແລະ ຂອບເຂດຂອງ ເປົ້າໝາຍກວດສອບຈະກວ້າງ ຂວາງກວ່າເກົ່າຈະບໍໍ່ແມ່ນແບບດັ້ງເດີມຈະລົງເລິກກວດສອບບັນດານະໂຍບາຍ, ບັນດາຕົວຊີ້ວັດ ແລະ ບັນດາເງື່ອນໄຂອື່ນໆ ຄຽງຄູ່ກັນກໍແມ່ນການສ້າງນິຕິກໍາ ເພື່ອເປັນບ່ອນອີງ ໃນການດໍາເນີນການກວດສອບ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.