ການ​​ເຈ​ລະ​ຈາ​ທາງ​ໂທ​ລະ​ສັ​ບ​ ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ມາ​ເລ​ເຊຍ

12:41 | 25/10/2020

ອາ​ທິດ​ຜ່ານ​ມາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການເຈລະຈາທາງໂທລະສັບກັບ ທ່ານ Hishammuddin Hussein ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ. 

ປະ​ທານ ກູ​ບາ ຍ້ອ​ງ​ຍໍ​ສັນ​ລະ​ເສີນ​ການ​ພົວ​ພັນ​ທີ່​ເປັນ​ແບບ​ຢ່າງ​ກັບ​ຫວຽດ​ນາມ
ຫວຽດ​ນາມ ລື່ມ​ກາຍ ສິງ​ກະ​ໂປ, ມາ​ເລ​ເຊຍ ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ 4 ໃນພາກ​ພື້​ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ການ​​ເຈ​ລະ​ຈາ​ທາງ​ໂທ​ລະ​ສັ​ບ​ ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ມາ​ເລ​ເຊຍ
ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເຈລະຈາທາງໂທລະສັບກັບ ທ່ານ Hishammuddin Hussein ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ (ພາບ: VGP)

ທ່ານ Hishammuddin Hussein ໄດ້ສະເໜີໃຫ້ສອງປະເທດ ກະກຽມບັນດາເງື່ອນໄຂທີ່ຈຳເປັນໃຫ້ເປັນຢ່າງດີ ເພື່ອເຊື່ອມຕໍ່ສາຍການບິນໂດຍກົງຄືນໃໝ່ໃຫ້ໄວທີ່ສຸດ. ສ່ວນທ່ານ ຟ້າມບິ່ງມິງ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊົມເຊີຍຕໍ່ຜົນສຳເລັດຂອງ ຫວຽດນາມ ມາຮອດປັດຈຸບັນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດເພື່ອໃຫ້ບັນດານັກລົງທຶນ, ນັກຊ່ຽວຊານ, ນັກຄຸ້ມຄອງ, ແຮງງານລະດັບສູງຂອງບັນດາປະເທດ ໃນນັ້ນມີ ມາເລເຊຍ, ໄດ້ເຂົ້າເມືອງ ຫວຽດນາມ, ປະກອບສ່ວນເຂົ້າໃນການຜະລິດ, ດຳເນີນທຸລະກິດຂອງວິສາຫະກິດໃຫ້ເປັນປົກກະຕິ.

ທ່ານຟ້າມບິ່ງມິງກໍ່ສະເໜີໃຫ້ມາເລເຊຍ ສືບຕໍ່ມີການປະພຶດໂດຍມະນຸດສະທຳກັບຊາວປະມົງ ທີ່ຖືກຈັບຕົວຢູ່ມາເລເຊຍ ໃຫ້ສອດຄ່ອງກັບກົດໝາຍສາກົນ, ບົນຈິດໃຈສາມັກຄີອາຊຽນ. ລັດຖະມົນຕີສອງທ່ານກໍ່ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນສອງຝ່າຍ ແລະ ກັບບັນດາປະເທດອາຊຽນກ່ຽວກັບບັນດາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ສົມທົບກັນຢ່າງແໜ້ນແຟ້ນຈັດຕັ້ງບັນດາກອງປະຊຸມສຸດຍອດອາຊຽນ ແລະ APEC ໃນເດືອນພະຈິກຈະມາເຖິງນີ້ໃຫ້ປະສົບຜົນສຳເລັດ.

ຮ່ວມ​ມື​ກັນ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ມາ​ເລ​ເຊຍ

ທູດການຄ້າ ຫວຽດນາມ ປະຈຳ ມາເລເຊຍ ແລະ ສະມາຄົມວິສາຫະກິດຫວຽດນາມ ປະຈຳ ມາເລເຊຍ (VMBIZ) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມື.

ລັດຖະມົນຕີຕ່າງປະເທດລາວ ສົນທະນາທາງ ໂທລະສັບກັບ ລັດຖະມົນຕີຕ່າງປະເທດ ມາເລເຊຍ

ໃນວັນທີ 17 ກັນຍາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບທາງໄກ ກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ (Dato’ Seri HishammuddinTun ...

ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ​ໃນ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ

ຍ​ສ​ໝ - ທ່ານ Alexander Ivanov ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ​ປະ​ຈຳ ອາ​ຊຽນໃຫ້​ຮູ້​ວ່າ ບັນ​ຫາ​ຮີບ​ດ່ວນ​ທີ່​ສຸດ​ໄດ້​ຮັບ​ການ​ຄວາມ​ສົນ​ໃຈ​ຢູ່ກອງ​ປະ​ຊຸມ​ແມ່ນ​ບັ້ນ​ຕໍ່​ສ​ູ້​ລວມ​ຕ້ານ​ໂລກ​ລະ​ບາດ Covid – 19 ແລະ ບັນ​ດາ​ຜົນ​ກະ​ທົບ​ຈາກ​ເສດ​ຖະ​ກິດ ສັງ​ຄົມ​ມາ​ຈາກ​ໂລກ​ລະ​ບາດ.

vovworld.vn

ເຫດການ
302 Found

Found

The document has moved here.