ລັດຖະມົນຕີຕ່າງປະເທດລາວ ສົນທະນາທາງ ໂທລະສັບກັບ ລັດຖະມົນຕີຕ່າງປະເທດ ມາເລເຊຍ

08:40 | 19/09/2020

ໃນວັນທີ 17 ກັນຍາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບທາງໄກ ກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ (Dato’ Seri HishammuddinTun Hussein), ລັດຖະມົນຕີກະ ຊວງການຕ່າງປະເທດ ມາເລເຊຍ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງ ລາວ ແລະ ມາເລເຊຍ.

ລ ດຖະມ ນຕ ຕ າງປະເທດລາວ ສ ນທະນາທາງ ໂທລະສ ບກ ບ ລ ດຖະມ ນຕ ຕ າງປະເທດ ມາເລເຊຍ ມາເລເຊຍ ຮຽກຮ້ອງຫັນເປັນປອດທະຫານ ໃນທະເລຕາເວັນອອກ
ລ ດຖະມ ນຕ ຕ າງປະເທດລາວ ສ ນທະນາທາງ ໂທລະສ ບກ ບ ລ ດຖະມ ນຕ ຕ າງປະເທດ ມາເລເຊຍ ມາເລເຊຍ ຍຶດໂຕຫລິ່ນຫນັກລວມກ່ວາ 30 ໂຕນ ຫລາຍສຸດເປັນປະຫວັດສາດ
ລ ດຖະມ ນຕ ຕ າງປະເທດລາວ ສ ນທະນາທາງ ໂທລະສ ບກ ບ ລ ດຖະມ ນຕ ຕ າງປະເທດ ມາເລເຊຍ
ລັດຖະມົນຕີຕ່າງປະເທດລາວ ສົນທະນາທາງ ໂທລະສັບກັບ ລັດຖະມົນຕີຕ່າງປະເທດ ມາເລເຊຍ (ພາບ: Kpl)

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດສົນທະນາຜ່ານທາງໂທລະສັບທາງໄກ ກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ ໃນຄັ້ງນີ້. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລື ຄວາມເປັນໄປໄດ້ໃນການອຳນວຍຄວາມສະດວກ ໃຫ້ພົນລະເມືອງຂອງສອງປະເທດສາມາດເດີນທາງກັບຄືນປະເທດ ໂດຍຜ່ານຍົນເຊົ່າເໝົາລຳ, ພ້ອມທັງຊອກຫາຊ່ອງທາງໃນການເປີດທາງອຳນວຍຄວາມສະດວກໃຫ້ພາກທຸລະກິດ, ການທ່ອງທ່ຽວ ແລະ ການຊ່ວຍເຫລືອດ້ານການແພດໃນການປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມືດ້ານເສດຖະກິດ ເປັນຕົ້ນແມ່ນ ການຮ່ວມມືເພື່ອສົ່ງສິນຄ້າດ້ານອຸດສາຫະກຳ ໄປຂາຍຢູ່ບັນດາປະເທດຕາເວັນອອກກາງ ເພື່ອແນ່ໃສ່ການຟື້ນຟູເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ນອກຈາກນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການເສີມຂະຫຍາຍເປັນຢ່າງດີຕະຫລອດມາ ແລະ ໃນປີ 2021 ນີ້ຈະເປັນປີຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ມາເລເຊຍ (01/07/ 1966-01/07/2021), ສອງຝ່າຍຈະໄດ້ຈັດກິດຈະກຳຮ່ວມກັນ ແລະ ຈະມີການແລກປ່ຽນການຢ້ຽມຢາມຂອງການນຳຂອງສອງປະເທດ ເພື່ອເປັນການສະເຫລີມສະຫລອງປີສຳຄັນດັ່ງກ່າວ ໃຫ້ມີຄວາມໝາຍຄວາມສຳຄັນ. ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມກອງປະຊຸມ JC ຄັ້ງທີ 4 ລະຫວ່າງ ສປປ ລາວ ແລະມາເລເຊຍ, ພ້ອມທັງໄດ້ຕີລາຄາສູງຕໍ່ບົດບາດຄວາມສຳຄັນ ຂອງກົນໄກການຮ່ວມມືດັ່ງກ່າວ ຜ່ານຂະແໜງການຕ່າງໆ ໂດຍສະເພາະ ດ້ານການເມືອງ, ດ້ານການຄ້າ ແລະ ການລົງທຶນ, ການແລກປ່ຽນດ້ານວັດທະນະທໍາ ແລະ ອື່ນໆ.

ໃນຕອນທ້າຍ, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ເຊື້ອເຊີນທ່ານລັດຖະມົນຕີ ກະຊວງການຕ່າງປະເທດມາເລເຊຍ ຢ້ຽມຢາມ ສປປ ລາວ ເພື່ອເປັນປະທານຮ່ວມກອງປະຊຸມ ຄະນະກຳມາທິການຮ່ວມມື ລາວ ແລະ ມາເລເຊຍ ຄັ້ງທີ 4 ໃນເວລາທີ່ເໝາະສົມ.

ລ ດຖະມ ນຕ ຕ າງປະເທດລາວ ສ ນທະນາທາງ ໂທລະສ ບກ ບ ລ ດຖະມ ນຕ ຕ າງປະເທດ ມາເລເຊຍ ມາເລເຊຍ ຮຽກຮ້ອງຫັນເປັນປອດທະຫານ ໃນທະເລຕາເວັນອອກ

ຍສໝ - ວັນທີ 20 ເດືອນກັນຍາ, ມາເລເຊຍ ໄດ້ຮຽກຮ້ອງຫັນເປັນປອດທະຫານ ທະເລຕາເວັນອອກ ເມື່ອນາຍົກລັດຖະມົນຕີ ມາເລເຊຍ ທ່ານ ມະຫາທິດ ໂມຮາມາດ ໄດ້ປະກາດໃຊ້ເອກະສານ ກ່ຽວກັບນະໂຍບາຍການຕ່າງປະເທດທຸກດ້ານທຳອິດ ຂອງລັດຖະບານສຳພັນທະພາບ ປາກາຕານ ຮາຣາປານ ຂອງລາວ ແຕ່ເວລາ ໄດ້ກຳອຳນາດ ໃນປີກ່ອນ.

ລ ດຖະມ ນຕ ຕ າງປະເທດລາວ ສ ນທະນາທາງ ໂທລະສ ບກ ບ ລ ດຖະມ ນຕ ຕ າງປະເທດ ມາເລເຊຍ ມາເລເຊຍ ຍຶດໂຕຫລິ່ນຫນັກລວມກ່ວາ 30 ໂຕນ ຫລາຍສຸດເປັນປະຫວັດສາດ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນກົວລາລັມເປີ ປະເທດມາເລເຊຍ ເມື່ອວັນທີ 12 ກຸມພາ 2019 ວ່າ ເຈົ້າໜ້າທີ່ມາເລເຊຍຍຶດສິນຄ້າທີ່ໄດ້ປະກອບດ້ວຍກ່ອງບັນຈຸໂຕຫລິ່ນແຊ່ແຂງ 1,800 ກ່ອງພາຍໃນຕູ້ຄອນເທນເນີແຊ່ເຢັນ ມີໂຕຫລິ່ນແຊ່ແຂງກວ່າ 572 ໂຕໃນຕູ້ແຊ່ແຂງ 6 ຕູ້ ໂຕຫລິ່ນເປັນໆ 61 ໂຕໃນກົງແລະເກັດໂຕຫລິ່ນ 361 ກິໂລກຼາມ ອ້າງຈາກຕຳຫຼວດ

ລ ດຖະມ ນຕ ຕ າງປະເທດລາວ ສ ນທະນາທາງ ໂທລະສ ບກ ບ ລ ດຖະມ ນຕ ຕ າງປະເທດ ມາເລເຊຍ ມາເລເຊຍ ກຽມເລືອກກະສັດອົງໃໝ່ 24 ມັງກອນນີ້

ສໍານັກຂ່າວເອພີລາຍງານຈາກນະຄອນກົວລາລໍາເປີ ປະເທດມາເລເຊຍ ເມື່ອວັນທີ່ 7 ມັງກອນ 2019 ວ່າ ສຸລຕ່ານມູຮັມໝັດທີ່ 5 ສົມເດັດພະຣາຊາທິບໍດີແຫ່ງມາເລເຊຍ ແລະ ກະສັດພະອົງທີ່ 15 ແຫ່ງມາເລເຊຍພະຊົນນະພັນສາ 49 ພັນສາ ຊົງປະກາດສະລະຣາຊາສົມບັດເມື່ອວັນອາທິດທີ່ຜ່ານມາ ເຊິ່ງຖືວ່າເປັນຄັ້ງທໍາອິດໃນປະຫວັດສາດຂອງປະເທດມາເລເຊຍທີ່ສົມເດັດພະຣາຊາທິບໍດີຊົງສະລະບັນລັງຫຼັງຊົງຄອງລາດໄດ້ 2 ປີເທົ່ານັ້ນ ຈາກວະລະການຄອງລາດ 5 ປີໂດຍບໍ່ໄດ້ເປີດເຜີຍເຫດຜົນ ແຕ່ມີລາຍງານຂ່າວວ່າພະອົງຊົງອະພິເສກກັບອາດີດນາງງາມຣັດເຊຍໄວ 25 ...

kpl.gov.la

ເຫດການ
302 Found

Found

The document has moved here.