ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 11 ສະໄໝທີ X ປຶກສາຫາລື ແລະ ລົງເລິກຄົ້ນຄວ້າເອກະສານທີ່ມີ ຄວາມສຳຄັນຍຸດທະສາດຈໍານວນໜຶ່ງ

16:25 | 21/10/2020

ກອງປະຊຸມໄດ້ພ້ອມກັນປຶກສາຫາລື ແລະ ລົງເລິກຄົ້ນຄວ້າເອກະສານທີ່ມີ​ຄວາມ​ສຳຄັນຍຸດທະສາດຈໍານວນໜຶ່ງດັ່ງນີ້: ຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2020 ແລະ ທິດທາງແຜນການວຽກງານ ປະຈໍາ ປີ 2021.

ກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກຄ ງທ 11 ສະໄໝທ x ປ ກສາຫາລ ແລະ ລ ງເລ ກຄ ນຄວ າເອກະສານທ ມ ຄວາມສຳຄ ນຍ ດທະສາດຈ ານວນໜ ງ ລາວ: ຜົນສຳເລັດ ຂອງກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກຄັ້ງທີ 11 ສະໄໝທີ X
ກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກຄ ງທ 11 ສະໄໝທ x ປ ກສາຫາລ ແລະ ລ ງເລ ກຄ ນຄວ າເອກະສານທ ມ ຄວາມສຳຄ ນຍ ດທະສາດຈ ານວນໜ ງ ຄະນະພົວພັນຕ່າງປະເທດສູນກາງພັກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X
ກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກຄ ງທ 11 ສະໄໝທ x ປ ກສາຫາລ ແລະ ລ ງເລ ກຄ ນຄວ າເອກະສານທ ມ ຄວາມສຳຄ ນຍ ດທະສາດຈ ານວນໜ ງ
ບັນຍາກາດທີ່ກອງປະຊຸມ.ພາບ:pasaxon.org.la

ກອງປະຊຸມຄົບຄະນະຄັ້ງທີ 11 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກໄດ້ດຳເນີນຢ່າງເປັນທາງການ ແຕ່ວັນທີ 12 ເຖິງວັນທີ 16 ຕຸລາ 2020 ຢູ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ. ກອງປະຊຸມໄດ້ຄົ້ນຄວ້າຕີລາຄາສູງຕໍ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກກໍຄືແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII ທີ່ມີຜົນສໍາເລັດເປັນຢ່າງດີ, ເຮັດໃຫ້ປະເທດຊາດ ສືບຕໍ່ຮັກສາ​ໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບດ້ານໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຮັກສາໄດ້ຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ລະບອບປະຊາທິປະໄຕ ປະຊາຊົນ ​ໄວ້ໄດ້ຢ່າງໝັ້ນຄົງ ແລະ ໜັກແໜ້ນ; ເສດຖະກິດເຖິງວ່າບໍ່ບັນລຸ​ໄດ້ຕາມຄາດໝາຍແຜນການທີ່​ວາງ​ໄວ້ແຕ່ກໍ່ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ປຶກສາຫາລື ແລະ ລົງເລິກຄົ້ນຄວ້າເອກະສານທີ່ມີ​ຄວາມ​ສຳຄັນຍຸດທະສາດຈໍານວນໜຶ່ງດັ່ງນີ້: ຜົນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ X ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2020 ແລະ ທິດທາງແຜນການວຽກງານ ປະຈໍາປີ 2021. ເປັນເອກະພາບສູງທີ່ຖືເອົາບັ້ນເລືອກຕັ້ງໃນຄັ້ງນີ້ເປັນເຫດການການເມືອງສໍາຄັນຂອງປະເທດຊາດ ໃນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ບັນລຸອຸດົມການ ກໍຄືທາດແທ້ຂອງລັດທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນຢ່າງແທ້ຈິງ. ປະກອບຄໍາເຫັນໃສ່ຮ່າງ​ລາຍ​ງານ​ການ​ເມືອງ ທີ່ຈະສະເໜີຕໍ່ກອງ​ປະ​ຊູ​ມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ໂດຍເນັ້ນ​ໜັກໃສ່ບັນ​ຫາ ທີ່​ເປັນທັດ​ສະ​ນະ​ພື້ນ​ຖານ, ລັກສະນະນໍາ ໜ້າຂອງພັກ, ການເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນ, ບັນຫາການຍຶດໝັ້ນ ແລະ ຜັນຂະຫຍາຍແນວທາງປ່ຽນແປງໃໝ່, ບັນຫາການປົກປັກຮັກສາໝາກຜົນຂອງການປະຕິວັດ, ສ້າງການຫັນປ່ຽນໃໝ່ໃນການພັດທະນາ, ການຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ການນຳ​ເອົາປະເທດຊາດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ກ້າວຂຶ້ນສູ່ຈຸດ ໝາຍສັງຄົມນິຍົມ. ປະກອບຄຳເຫັນໃສ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ​ໂດຍສຸມໃສ່ປຶກສາຫາລືການ​ປັບປຸງໂຄງປະກອບເສດຖະກິດ, ການກຳນົດຕົວເລກການເຕີບໂຕ GDP ແລະ ບັນຫາທີ່ເປັນພື້ນຖານໃນຂົງເຂດສັງຄົມເປັນຕົ້ນແມ່ນຂະແໜງທີ່ພົວພັນເຖິງການສ້າງຊັບພະຍາກອນມະນຸດ ກໍຄື ສ້າງສັກກາຍະພາບ ໃຫ້ແກ່ຄົນລາວ, ການສົ່ງເສີມການສຶກສາ, ການເຂົ້າເຖິງແຫລ່ງ ສາທາລະນະສຸກ ແລະ ການສົ່ງເສີມຄວາມສາມາດຂອງແຮງງານລາວ, ການ​ພັດທະນາ​ຊົນນະ​ບົດ​ແກ້​ໄຂ​ຄວາມທຸກ​ຍາກ​ຕາມ​ທິດ​ສ້າງ​ຊົນນະບົດ​ໃໝ່. ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳຕໍ່ ການປັບປຸງຮ່າງກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ຂໍ້​ຕົກລົງວ່າດ້ວຍລະບອບ ແລະ ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກໃຫ້ສອດຄ່ອງ ​ແລະ ຮັບປະກັນ​ຫລັກການ​ນຳພາ​ຂອງ​ພັກ​ໃນສະພາບການໃໝ່, ຕີ​ລາຄາ ​ແລະ ​ໃຫ້ການ​ຊີ້​ນຳການ​ສຶບຕໍ່​ກະ​ກຽມ, ດໍາ​ເນີນ​ກອງ​ປະຊຸມ​ໃຫຍ່ອົງຄະ​ນະ​ພັກ​ຂັ້ນ​ຕ່າງໆ ​ແລະ ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ ຮັບປະກັນເຮັດໃຫ້ພັກມີຄວາມປອດໃສ-ເຂັ້ມແຂງ ແລະ ໜັກແໜ້ນ.

ກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກຄ ງທ 11 ສະໄໝທ x ປ ກສາຫາລ ແລະ ລ ງເລ ກຄ ນຄວ າເອກະສານທ ມ ຄວາມສຳຄ ນຍ ດທະສາດຈ ານວນໜ ງ ຜົນສຳເລັດຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X ໄດ້ດຳເນີນຢ່າງເປັນທາງການ ລະຫວ່າງວັນທີ 8-12 ມິຖຸນາ 2020 ຢູ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີບັນດາສະຫາຍກຳມະການກົມການເມືອງ, ເລຂາທິການສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກສົມບູນ ແລະ ສຳຮອງ. ພ້ອມທັງ ບັນດາສະຫາຍທີ່ປືກສາຄະນະບໍລິຫານງານສູນກາງພັກ, ເລຂາຄະນະພັກກະຊວງ, ...

ກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກຄ ງທ 11 ສະໄໝທ x ປ ກສາຫາລ ແລະ ລ ງເລ ກຄ ນຄວ າເອກະສານທ ມ ຄວາມສຳຄ ນຍ ດທະສາດຈ ານວນໜ ງ ລັດຖະບານ ລາວ ປຶກສາຫາລື ການຈັດຕັ້ງຜັນຂະຫຍາຍ 10 ນະໂຍບາຍ ແລະ 9 ມາດຕະການ ທາງດ້ານເສດຖະກິດ

ໃນວັນທີ 20 ເມສາ 2020 ທີ່ນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເປັນປະທານກອງປະຊຸມ ຂອງ ຄະນະສະເພາະກິດ ດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບ ຈາກການລະບາດຂອງພະຍາດ ໂຄວິດ-19 ຊຶ່ງໄດ້ປຶກສາຫາລື ການຈັດຕັ້ງຜັນຂະຫຍາຍ 10 ນະໂຍບາຍ ແລະ ...

ກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກຄ ງທ 11 ສະໄໝທ x ປ ກສາຫາລ ແລະ ລ ງເລ ກຄ ນຄວ າເອກະສານທ ມ ຄວາມສຳຄ ນຍ ດທະສາດຈ ານວນໜ ງ ເຜີຍແຜ່ມະຕິ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມມະຕິ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຂຶ້ນ ໃນວັນທີ 26 ພະຈິກ 2019 ທີ່ຫ້ອງປະຊຸມຂອງຫ້ອງວ່າການປະທານປະເທດ ໂດຍການເຜີຍແຜ່ຂອງ ສະຫາຍ ຄຳເມິງ ພົງທະດີ ເລຂາຄະນະພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ, ມີບັນດາສະມາຊິກພັກ-ພະນັກງານ ພາຍໃນເຂົ້າຮ່ວມ.

vietlao.vietnam.vn

ເຫດການ
302 Found

Found

The document has moved here.