ລາວ: ສຸມໃສ່ການຊຸກຍູ້ເສດຖະກິດໃນໄລຍະການລະບາດຂອງ Covid-19

16:00 | 21/10/2020

ກອງປະຊຸມເປັນເອກະພາບ ຕໍ່ບັນດາທິ​ດທາງ ມາດຕະການກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງ ເສດຖະກິດ-ສັງຄົມ ໂດຍສະເພາະໃນໄລຍະ ທີ່ເສດຖະກິດ ຖືກຜົນກະທົບຈາກພະຍາດ ໂຄວິດ-19 ​ໄດ້ພະຍາຍາມປັບປຸງ ສະພາບແວດລ້ອມຂອງການລົງທຶນ ໃຫ້ມີຄວາມສອດຄ່ອງ ແລະ ສືບຕໍ່ຍູ້ແຮງການຜະລິດ ເປັນສິນຄ້າຕາມທ່າແຮງ ຂອງແຕ່ລະຂະແໜງການ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ, ມີການປັບປຸງ​ການຄຸ້ມຄອງ ແລະ ສົ່ງ​ເສີມການຜະລິດສິນຄ້າ​ ເພື່ອ​ຊົມ​ໃຊ້​ພາຍ​ໃນ ​ແລະ ສົ່ງອອກ ເພື່ອສ້າງລາຍຮັບແຫ່ງຊາດໃຫ້ເພີ່ມຂຶ້ນ...  

ລາວ ສ ມໃສ ການຊ ກຍ ເສດຖະກ ດໃນໄລຍະການລະບາດຂອງ covid 19 ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021
ລາວ ສ ມໃສ ການຊ ກຍ ເສດຖະກ ດໃນໄລຍະການລະບາດຂອງ covid 19 ເປັນມື້ທີ 47 ຢ່າງລຽນຕິດ, ຫວຽດນາມ ກວດບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ.

ກອງປະຊຸມຄົບຄະນະຄັ້ງທີ 11 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ ໄດ້ດຳເນີນຢ່າງເປັນທາງການ ແຕ່ວັນທີ 12 ເຖິງວັນທີ 16 ຕຸລາ 2020 ຢູ່ສຳນັກງານສູນກາງພັກເປັນເອກະພາບຕໍ່ບັນດາທິ​ດທາງມາດຕະການກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ-ສັງຄົມໂດຍສະເພາະໃນໄລຍະທີ່ເສດຖະກິດຖືກຜົນກະທົບຈາກພະຍາດ ໂຄວິດ-19 ​ໄດ້ພະຍາຍາມປັບປຸງສະພາບແວດລ້ອມຂອງການລົງທຶນໃຫ້ມີຄວາມສອດຄ່ອງ ແລະ ສືບຕໍ່ຍູ້ແຮງການຜະລິດເປັນສິນຄ້າຕາມທ່າແຮງຂອງແຕ່ລະຂະແໜງການ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ...

ລາວ ສ ມໃສ ການຊ ກຍ ເສດຖະກ ດໃນໄລຍະການລະບາດຂອງ covid 19
ບັນຍາກາດທີ່ກອງປະຊຸມ. ພາບ:pasaxon.org.la

ໃນກອງປະຊຸມຄັ້ງນີ້ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກສົມບູນ ແລະ ສຳຮອງພ້ອມທັງເລຂາ ຄະນະພັກກະຊວງ-ອົງການ ແລະ ເລຂາພັກແຂວງເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມເປັນເອກະພາບ ຕໍ່ບັນດາທິ​ດທາງ ມາດຕະການກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງ ເສດຖະກິດ-ສັງຄົມ ໂດຍສະເພາະໃນໄລຍະ ທີ່ເສດຖະກິດ ຖືກຜົນກະທົບຈາກພະຍາດ ໂຄວິດ-19 ​ໄດ້ພະຍາຍາມປັບປຸງ ສະພາບແວດລ້ອມຂອງການລົງທຶນ ໃຫ້ມີຄວາມສອດຄ່ອງ ແລະ ສືບຕໍ່ຍູ້ແຮງການຜະລິດ ເປັນສິນຄ້າຕາມທ່າແຮງ ຂອງແຕ່ລະຂະແໜງການ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ, ມີການປັບປຸງ​ການຄຸ້ມຄອງ ແລະ ສົ່ງ​ເສີມການຜະລິດສິນຄ້າ​ ເພື່ອ​ຊົມ​ໃຊ້​ພາຍ​ໃນ ​ແລະ ສົ່ງອອກ ເພື່ອສ້າງລາຍຮັບແຫ່ງຊາດໃຫ້ເພີ່ມຂຶ້ນ, ເອົາໃຈໃສ່ແກ້ໄຂ ການເຄື່ອນໄຫວທຸລະກິດ, ການບໍລິການ, ການແບ່ງຂັ້ນຄຸ້ມຄອງ ແລະ ການປະສານງານ ລະຫວ່າງສູນກາງພັກທ້ອງຖິ່ນ ໃຫ້ມີຄວາມກົມກຽວຫລາຍຂຶ້ນ; ກົນ​ໄກ​ການ​ບໍລິຫານ​ທີ່​ມີ ຫລາຍ​ຂອດ​ຫລາຍ​ຂັ້ນ​ ເລີ່​ມມີ​ການ​ປັບປຸງ​ແກ້​ໄຂ; ສຸມໃສ່ແກ້ໄຂໜີ້ສິນສາທາລະນະ, ​ເລັ່ງປັບປຸງລັດວິສາຫະກິດ ຈຳນວນໜຶ່ງເຮັດໃຫ້ການດໍາເນີນທຸລະກິດ ມີປະສິດທິຜົນດີຂຶ້ນ, ລວມທັງເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂການຮົ່ວໄຫລ ຂອງງົບປະມານຢ່າງເຂັ້ມງວດ; ຄຸ້ມຄອງການປະຕິບັດ ລະບຽບລາຍຈ່າຍບໍລິຫານ ກໍຄືການລົງທຶນຂອງລັດ ຢ່າງມີຈຸດສຸມ ແນໃສ່ສ້າງການຫັນປ່ຽນ ທີ່ແທ້ຈິງໃນຊຸມປີຕໍ່ໜ້າ.

ລາວ ສ ມໃສ ການຊ ກຍ ເສດຖະກ ດໃນໄລຍະການລະບາດຂອງ covid 19
ພາບປະກອບ

ລັດຖະບານ ກໍ​ຄື ຄະນະ​ສະ​ເພາະ​ກິດ ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ ​ເພື່ອ​ຕອບ​ໂຕ້ການ​ແຜ່​ ລະ ບາດ​ຂອງ​ພະຍາດ​ ໂຄ​ວິດ-19 ​ໂດຍ​ສະ​ເພາະ ​ໄດ້​​ອອກ​ຄຳ​ແນະນຳ, ​ແຈ້ງ​ການ, ບັນດາມາດຕະການ ​ແລະ ຂໍ້​ຜ່ອນ​ຜັນ​ຕ່າງໆ. ​ ທັງ​ນີ້, ​ກໍ​ເພື່ອ​ປ້ອງ​ກັນບໍ່​ໃຫ້ ເກີດການລະບາດ​ ຂອງ​ພະຍາດ​ດັ່ງກ່າວ ​ໃນ​ຮອບ​ໃໝ່. ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ​ກະຊວງສາທາ ລະນະສຸກ ​ໄດ້​ລາຍ​ງານ​ໃຫ້​ຮູ້ ​ໃນ​ວັນ​ທີ 20 ຕຸລາ 2020 ນີ້ວ່າ: ປັດຈຸບັນ ລາວຍັງ​ບໍ່​ພົບ​ຜູ້​ຕິດ​ ເຊື້ອໂຄ​ວິດ-19 ​ເພີ່ມ ​ເຖິງ​ຢ່າງ​ໃດ​ກໍ​ຕາມ ສະພາບ​ການ​ແຜ່​ລະບາດ​ຂອງ​ໂລກ ຍັງ​ພົບ​ການ​ແຜ່​ລະບາດ ​ໂດຍ​ສະ​ເພາະ ສະຫະລັດອາເມລິກາ ພົບ​ຜູ້​ຕິດ​ເຊື້ອ ​ແລະ ​ເສຍ​ຊີວິດສູງ​ກວ່າໝູ່, ​ເຊິ່ງມີຜູ້ຕິດເຊື້ອສະສົມ 8.443.499 ຄົນ, ເສຍຊີວິດ225.151 ຄົນ ສະ​ເພາະ​ໃນ​ກຸມ​ປະ​ເທດ ມີການຢັ້ງຢືນຜູ້ຕິດເຊື້ອ ພະຍາດ​ໂຄ​ວິດ-19 ແມ່ນ 846.176 ຄົນ ແລະ ເສຍຊີວິດ20.521 ຄົນ. ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ​ໄດ້​​ໃຫ້​ຮູ້​ຕື່ມ​ວ່າ: ມາ​ຮອດວັນ​ທີ 19 ຕຸລາ 2020 ມີ ຜູ້ເດີນທາງເຂົ້າມາໃນປະເທດ ຜ່ານຈຸດຊາຍແດນຕ່າງໆ ທັງໝົດ 1.772 ຄົນ, ໃນນັ້ນຜ່ານດ່ານລາວ-ໄທ 759 ຄົນ, ຜ່ານດ່ານ ລາວ-ຈີນ 101 ຄົນ, ດ່ານລາວ-ຫວຽດນາມ 518 ຄົນ, ດ່ານ​ລາວ-ກຳປູ​ເຈຍ 01 ຄົນ, ຜ່ານສະໜາມບິນ ສາກົນວັດໄຕ 393 ຄົນ,​​ເຊິ່ງທັງໝົດ​ໄດ້​ວັດ​ແທກ ອຸ​ຫະພູມ​ຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ.

ລາວ ສ ມໃສ ການຊ ກຍ ເສດຖະກ ດໃນໄລຍະການລະບາດຂອງ covid 19 ນາຍົກລັດຖະມົນຕີຫວຽດນາມ: ບໍ່ປະໃຫ້ປະຊາຊົນຕົກຢູ່ໃນສະພາບທຸກຍາກຂາດເຂີນ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ແບ່ງປັນຕໍ່ຄວາມເສຍຫາຍ, ການເສຍສະຫຼະອັນໃຫຍ່ຫຼວງຂອງປະຊາຊົນຢູ່ພາກກາງ, ພິເສດແມ່ນບັນດາຄອບຄົວທີີ່ມີຜູ້ປະສົບເຄາະຮ້າຍ, ພະນັກງານ, ນັກຮົບທີ່ໄດ້ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດໜ້າທີ່.

ລາວ ສ ມໃສ ການຊ ກຍ ເສດຖະກ ດໃນໄລຍະການລະບາດຂອງ covid 19 ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.

ລາວ ສ ມໃສ ການຊ ກຍ ເສດຖະກ ດໃນໄລຍະການລະບາດຂອງ covid 19 ອາເມລິກາ ໜູນຊ່ວຍບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ

ຄະນະທຸຕານຸທູດ ອາເມລິກາ ປະຈຳ ຫວຽດນາມ ກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງທີ່ສຸດມາຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ໜ້າບັນດາຜົນເສຍຫາຍອັນໃຫຍ່ຫລວງ ທີ່ເກີດຂຶ້ນໃນຊຸມວັນຜ່ານມາ.

vietlao.vietnam.vn

ເຫດການ
302 Found

Found

The document has moved here.