ຜົນສຳເລັດຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X

14:42 | 15/06/2020

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X ໄດ້ດຳເນີນຢ່າງເປັນທາງການ ລະຫວ່າງວັນທີ 8-12 ມິຖຸນາ 2020  ຢູ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີບັນດາສະຫາຍກຳມະການກົມການເມືອງ, ເລຂາທິການສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກສົມບູນ ແລະ ສຳຮອງ. ພ້ອມທັງ ບັນດາສະຫາຍທີ່ປືກສາຄະນະບໍລິຫານງານສູນກາງພັກ, ເລຂາຄະນະພັກກະຊວງ, ອົງການ, ເລຂາພັກແຂວງ ແລະ ລັດຖະມົນຕີກະຊວງ ທີ່ບໍ່ແມ່ນກຳມະການສູນກາງພັກ.

ຜ ນສຳເລ ດຂອງກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກ ຄ ງທ 10 ສະໄໝທ x ເຜີຍແຜ່ມະຕິ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X
ຜ ນສຳເລ ດຂອງກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກ ຄ ງທ 10 ສະໄໝທ x ກອງປະຊຸມເຊື່ອມຊຶມ ແລະ ເຜີຍແຜ່ມະຕິກອງປະຊຸມຄົົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X
ຜ ນສຳເລ ດຂອງກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກ ຄ ງທ 10 ສະໄໝທ x

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X

ກອງປະຊຸມໄດ້ດຳເນີນໄປ ໃນບັນຍາກາດທີ່ທົ່ວພັກ ແລະປວງຊົນລາວທັງຊາດ ກຳລັງສຸມໃສ່ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກນັບແຕ່ກອງປະຊຸມສູນກາງ ຄັ້ງທີ 9 ມາເຖິງປັດຈຸບັນ ໃຫ້ບັນລຸຜົນສຳເລັດຫຼາຍດ້ານຕາມຄາດໝາຍທີ່ວາງໄວ້ ລວມທັງການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ໂດຍລວມແລ້ວ ປະເທດເຮົາສືບຕໍ່ຮັບປະກັນ ແລະ ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ-ປອດໄພ ທາງດ້ານສັງຄົມໂດຍພື້ນຖານ; ເສດຖະກິດມະຫາພາກ ມີການຂະຫຍາຍຕົວຕໍ່ເນື່ອງ, ທຸກຂະແໜງການ ແລະ ທ້ອງຖິ່ນ ໄດ້ຕັ້ງໜ້າພັດທະນາວຽກງານຂອງຕົນ ໄດ້ຮັບຜົນສຳເລັດຫຼາຍດ້ານ ທີ່ເປັນໜ້າເພີ່ງພໍໃຈ; ສະພາບປະກົດການຫຍໍ້ທໍ້ໃນສັງຄົມ ກໍໄດ້ຮັບການແກ້ໄຂເປັນກ້າວໆ. ແຕ່ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ພວກເຮົາກໍປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະ ດ້ານເສດຖະກິດ-ການເງິນ, ບັນຫາຄ່າຄອງຊີບສູງຂຶ້ນ; ບັນຫາສິ່ງຫຍໍ້ທໍ້ໃນສັງຄົມ, ອຸບັດເຫດຕາມທ້ອງຖະໜົນ; ຄວາມສັກສິດ ແລະ ປະສິດທິພາບ ຂອງການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ; ການຄຸ້ມຄອງ ແລະ ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການລົງທຶນ, ການເຄື່ອນໄຫວທຸລະກິດ ແລະ ການບໍລິການ; ການຄຸ້ມຄອງ, ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງ ແວດລ້ອມ; ການຜະລິດເປັນສິນຄ້າຂອງປະຊາຊົນ, ໄພທຳມະຊາດ ແລະ ບັນຫາອື່ນໆ. ຍິ່ງໄປກວ່ານັ້ນ ນັບແຕ່ຕົ້ນປີນີ້ພວກເຮົາຍັງຖືກກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ຕື່ມອີກ ຊຶ່ງບັນຫາທັງໝົດນັ້ນ, ພັກ-ລັດ ກໍໄດ້ຕັ້ງໜ້ານຳພາແກ້ໄຂ, ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.

ກອງປະຊຸມສູນກາງຄັ້ງນີ້ ໄດ້ລົງເລິກປຶກສາຫາລື ແລະ ປະກອບຄຳເຫັນຕໍ່ເອກະສານສຳຄັນຂອງຊາດ ແລະ ບັນດາ ເນື້ອໃນທີ່ເປັນບັນຫາຍຸດທະ ສາດຂອງພັກ ຂອງຊາດ ທີ່ຈະນຳເຂົ້າຮັບຮອງຢູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຕໍ່ໜ້າ ດັ່ງນີ້:

1. ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ 7, 8, 9 ຂອງ ຄະນະບໍລິຫານງານສູນກາງພັກສະໄໝທີ X, ຕິດພັນກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານ, ເງິນຕາ ປະຈຳໄຕ ມາດທີ I ປີ 2020. ກອງປະຊຸມໄດ້ສຸມໃສ່ຕີລາຄາຄືນ ຜົນສຳເລັດ-ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7, 8, 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃນຊຸມປີຜ່ານມາ. ພ້ອມດຽວກັນ ກອງປະຊຸມ ໄດ້ເປັນເອກະພາບຕໍ່ບັນດາມາດຕະການກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ-ສັງຄົມ ໂດຍສະເພາະ ຄວາມພະຍາຍາມປັບປຸງສະພາບແວດລ້ອມຂອງການລົງທຶນ ກໍຄືການເຄື່ອນໄຫວທຸລະກິດ ແລະ ການບໍລິການ, ການແບ່ງຂັ້ນຄຸ້ມຄອງ ການແບ່ງສິດຄວາມຮັບຜິດຊອບ ແລະ ການປະສານງານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ການແກ້ໄຂໜີ້ສິນ, ການປັບປຸງໂຄງສ້າງຂອງລັດວິສາຫະກິດ ຈຳນວນໜຶ່ງ ລວມທັງການແກ້ໄຂການຮົ່ວໄຫຼຂອງງົບປະມານ, ການປະຕິບັດລາຍຈ່າຍບໍລິຫານ ກໍຄືການລົງທຶນຂອງລັດ ຢ່າງມີຈຸດສູມ ແນໃສ່ສ້າງການຫັນປ່ຽນທີ່ແທ້ຈິງໃນຊຸມປີຕໍ່ໜ້ານີ້.

2. ຮ່າງລາຍງານການ ເມືອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໄດ້ປະກອບຄວາມເຫັນຢ່າງກົງໄປກົງມາ ແລະ ລົງເລິກເນັ້ນໜັກໃສ່ບັນຫາທີ່ເປັນທັດສະນະພື້ນຖານ, ເປັນຫຼັກການນຳພາຂອງພັກ, ກໍຄືເດັດດ່ຽວຢຶດໝັ້ນອຸດົມການສັງຄົມນິຍົມຂອງພັກ ແລະ ລັກສະນະນຳໜ້າຂອງພັກ; ການສ້າງຄວາມສາມັກຄີພາຍໃນພັກ ແລະ ສ້າງຄວາມສາມັກຄີຂອງທົ່ວປວງຊົນລາວທັງຊາດ ແລະ ບັນຫາອື່ນໆ ທີ່ພົວພັນເຖິງການສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ການປັບປຸງຍົກລະດັບ, ສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ການສ້າງຄວາມສະເໝີພາບ ແລະ ຄວາມຍຸຕິທໍາໃນສັງຄົມ...

3. ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5ປີ ຄັ້ງທີ 9, ກອງປະຊຸມ ໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ຊອກໃຫ້ເຫັນໝົດທ່າແຮງບົ່ມຊ້ອນຂອງຊາດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ, ແກ້ໄຂຄວາມຫຍຸ້ງຍາກຂອງເສດຖະກິດ-ການເງິນ ເພື່ອສ້າງບາດກ້າວບຸກທະລຸທີ່ໜັກ ແໜ້ນ, ໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ ໃນຊຸມປີຕໍ່ໜ້າ ຕາມທິດຮັບປະກັນຄຸນນະພາບ, ມີຈຸດສຸມ, ຍືນຍົງ ແລະ ສີຂຽວ.ໃນນັ້ນ ໄດ້ວາງຄາດໝາຍໃຫຍ່ ການສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຮອດປີ 2025 ຕ້ອງໃຫ້ສໍາເລັດໂດຍພື້ນຖານ; ສູ້ຊົນບຸກບືນຢ່າງແຂງແຮງ ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ມີດ້ານຫັນປ່ຽນໃນການພັດທະນາ, ມີຄວາມໝັ້ນທ່ຽງ ແລະ ຍືນຍົງ.

4. ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ຕໍ່ການປັບປຸງຮ່າງກົດລະບຽບຂອງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ X ເພື່ອປັບປຸງ-ດັດແປງ ໃຫ້ສອດຄ່ອງກັບສະພາບການໃນໄລຍະໃໝ່ ແນໃສ່ເຮັດໃຫ້ກົດລະບຽບຂອງພັກ ປະຊາຊົນ ປະ ຕິວັດລາວ ສະໄໝທີ XI ຄົບຖ້ວນ, ຊັດເຈນ, ຮັດກຸມ ແລະສົມບູນຍິ່ງຂຶ້ນ ເພື່ອເຮັດໃຫ້ພັກມີຄວາມປອດໄສ-ເຂັ້ມແຂງ ແລະ ໜັກແໜ້ນ.

ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການປັບປຸງກົງຈັກບໍລິຫານລັດ ໃຫ້ມີຄວາມເໝາະສົມ, ສອດຄ່ອງ ແລະ ສາມາດປະຕິບັດພາລະບົດບາດ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ເຮັດໃຫ້ແນວ ທາງປ່ຽນແປງໃໝ່ຂອງພັກ ກໍຄືການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະໄດ້ມີບາດກ້າວຂະຫຍາຍຕົວ ດ້ວຍຈັງຫວະທີ່ຕໍ່ເນື່ອງ...

ໃນຕອນທ້າຍກອງປະຊຸມ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ຍັງໄດ້ເນັ້ນໜັກໃຫ້ທົ່ວພັກ, ທົ່ວປວງຊົນ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃຫ້ເປັນປຶກແຜ່ນ, ພ້ອມກັນສືບຕໍ່ສ້າງຂະບວນການຮອບດ້ານໃຫ້ແຂງແຮງ ເພື່ອສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ວັນສ້າງຕັ້ງ ສປປລາວ ຄົບຮອບ 45 ປີ (1975-2020) ຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດ ເປັນຮູບປະທຳ.

ຜ ນສຳເລ ດຂອງກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກ ຄ ງທ 10 ສະໄໝທ x ສະພາແຫ່ງຊາດສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ເຊື່ອມຊືມ ມະຕິ 8 ສະໄໝທີ X ຂອງພັກ

ຄະນະບໍລິຫານງານພັກ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2019 ພ້ອມທັງຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 8 ສະໄໝທີ X ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 5 ສິງຫາ 2019, ທີ່ສະພາແຫ່ງຊາດ (ຫລັກ6), ...

ຜ ນສຳເລ ດຂອງກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກ ຄ ງທ 10 ສະໄໝທ x ກອງປະຊຸມ ສຳມະນາແລກປ່ຽນປະສົບການ ແລະ ພົບປະກັນລະຫວ່າງ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ຄັ້ງທີ 10

ຍສໝ - ປະຕິບັດຕາມຂໍ້ຕົກລົງການຮ່ວມມື, ຫ້ອງການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ໄດ້ປະສານສົມທົບກັນຈັດຕັ້ງກອງປະຊຸມຄັ້ງທີ 10 ວ່າດ້ວຍການແລກປ່ຽນປະສົບການ ແລະ ແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຢູ່ ແຂວງຊຽງຂວາງ (ປະເທດລາວ) ແຕ່ວັນທີ 28 - 31 ກໍລະກົດ ປີ 2019.

ຜ ນສຳເລ ດຂອງກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກ ຄ ງທ 10 ສະໄໝທ x ປະທານສະພາແຫ່ງຊາດໂອ້ລົມຕໍ່ກອງປະຊຸມ ສຍລ ຄົບຄະນະ ຄັ້ງທີ 5 ສະໄໝທີ VII

ສະຫາຍນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ໂອ້ລົມຕໍ່ກອງປະຊຸມ ຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສຍລ) ຄັ້ງທີ 5 ສະໄໝທີ VII ເມື່ອວັນທີ 23 ກໍລະກົດນີ້, ທີ່ສູນເຝິກອົບຮົມແມ່ຍິງລາວ ໂດຍການເປັນປະທານຂອງສະຫາຍນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກປະທານຄະນະບໍລິຫານງານສຍລ , ມີບັນດາສະຫາຍຄະນະບໍລິຫານງານສະຫະພັນແມ່ຍິງລາວ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານສະຫະພັນແມ່ຍິງກະຊວງ, ອົງການ, ...

pasaxon.org.la

ເຫດການ
302 Found

Found

The document has moved here.