ລັດຖະບານ ລາວ ປຶກສາຫາລື ການຈັດຕັ້ງຜັນຂະຫຍາຍ 10 ນະໂຍບາຍ ແລະ 9 ມາດຕະການ ທາງດ້ານເສດຖະກິດ

10:58 | 21/04/2020

ໃນວັນທີ 20 ເມສາ 2020 ທີ່ນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເປັນປະທານກອງປະຊຸມ ຂອງ ຄະນະສະເພາະກິດ ດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບ ຈາກການລະບາດຂອງພະຍາດ ໂຄວິດ-19 ຊຶ່ງໄດ້ປຶກສາຫາລື ການຈັດຕັ້ງຜັນຂະຫຍາຍ 10 ນະໂຍບາຍ ແລະ 9 ມາດຕະການ ທາງດ້ານເສດຖະ ກິດຂອງລັດຖະບານ.

ລ ດຖະບານ ລາວ ປ ກສາຫາລ ການຈ ດຕ ງຜ ນຂະຫຍາຍ 10 ນະໂຍບາຍ ແລະ 9 ມາດຕະການ ທາງດ ານເສດຖະກ ດ ລາວ: ລັດຖະບານ ຮັບຮູ້ເລິກເຊິ່ງເຖິງຜົນງານ ທຸກພາກສ່ວນໃນການຕ້ານ ໂຄວິດ-19
ລ ດຖະບານ ລາວ ປ ກສາຫາລ ການຈ ດຕ ງຜ ນຂະຫຍາຍ 10 ນະໂຍບາຍ ແລະ 9 ມາດຕະການ ທາງດ ານເສດຖະກ ດ ລັດຖະບານ​ ​ແຫ່ງ ສປປ ລາວ ​ຖື​ສໍາຄັນ​ການ​ເຝົ້າ​ລະວັງ ​ແລະ ປ້ອງ​ກັນ​ພະ​ຍາດ​ອັກ​ເສບປອດ​ສາຍ​ພັນ​ໃໝ່​​ໄວຣັສ ​ໂຄ​ວິດ-2019
ລ ດຖະບານ ລາວ ປ ກສາຫາລ ການຈ ດຕ ງຜ ນຂະຫຍາຍ 10 ນະໂຍບາຍ ແລະ 9 ມາດຕະການ ທາງດ ານເສດຖະກ ດ
ບັນຍາກາດກອງປະຊຸມຂອງຄະນະສະເພາະກິດດ້ານເສດຖະກິດເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19.(ພາບ: ຂປລ)

ລັດຖະບານ ແຫ່ງ ສປປ ລາວ ໄດ້ເລັ່ງຄົ້ນຄວ້າ ແລະ ກຳນົດ ບັນດານະໂຍບາຍ ທາງດ້ານເສດຖະກິດ ທີ່ໄດ້ວາງອອກກ່ອນໜ້ານີ້ ໃຫ້ມີຄວາມແທດເໝາະ ກັບສະພາບຕົວ ເພື່ອຫລຸດຜ່ອນຜົນກະ ທົບຕໍ່ເສດຖະກິດຂອງລາວ ຈາກການລະບາດຂອງພະຍາດ ໂຄວິດ-19 ຊຶ່ງປັດຈຸບັນນະໂຍບາຍນີ້ ສ່ວນຫລາຍ ແມ່ນກໍາລັງຈັດຕັ້ງປະຕິບັດ ແລະ ມີຈຳນວນໜຶ່ງ ຢູ່ໃນຂັ້ນຕອນການຄົ້ນຄວ້າ ພິຈາລະນາ. ຫລ້າສຸດໄດ້ນຳສະເໜີ ໃນກອງປະຊຸມຂອງຄະນະສະເພາະກິດ ດ້ານເສດຖະກິດເພື່ອແກ້ໄຂ ຜົນກະທົບການລະບາດ ພະຍາດໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ນະຄອນຫລວງວຽງຈັນ. ເພື່ອພ້ອມກັນຄົ້ນຄວ້າ ແລະ ປັບປຸງຄືນໃໝ່ອີກຮອບ ແນໃສ່ໃຫ້ມີຄວາມເໝາະສົມກວ່າເກົ່າ ແລະ ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ.

ບັນດານະໂຍບາຍດັ່ງກ່າວປະກອບມີ: ຍົກເວັ້ນການເກັບອາກອນລາຍໄດ້ ຈາກເງິນເດືອນ ຂອງຜູ້ອອກແຮງງານ ທັງໝົດທັງພາກລັດ ແລະ ເອກະຊົນທີ່ມີລາຍຮັບ 5 ລ້ານກີບລົງມາ ໃນໄລຍະເວລາ 3 ເດືອນ(ເມສາ, ພຶດສະພາ, ມິຖຸນາ 2020); ຍົກເວັ້ນການເກັບ ອາກອນລາຍໄດ້ຂອງ ຈຸນລະວິສາຫະກິດຕາມ ທີ່ກຳນົດໄວ້ໃນມາດຕາ 29 ຂໍ້ 2 ຂອງກົດໝາຍວ່າດ້ວຍ ອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019 ເປັນໄລຍະເວລາ 3​ ເດືອນ (ເມສາ, ພຶດສະພາ, ມິຖຸນາ 2020), ຍົກເວັ້ນພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ ໃນການນຳເຂົ້າສິນຄ້າທຸກປະເພດ ທີ່ນຳໃຊ້ເຂົ້າໃນວຽກງານ ສະກັດກັ້ນ, ກັນການລະບາດ ແລະ ກຽມຄວາມພ້ອມຮອບດ້ານ. ຂະນະດຽວກັນ ກໍໃຫ້ເລື່ອນການຊໍາລະພັນ ທະອາການຂອງຜູ້ປະກອບການທຸລະກິດ ບໍລິການທ່ອງທ່ຽວ ເປັນໄລຍະເວລາ 3 ເດືອນ ເລີ່ມແຕ່ເດືອນເມສາ 2020 ເປັນຕົ້ນໄປ; ຕໍ່ເວລາການສົ່ງເອກະສານ ລາຍງານການເງິນ ແລະ ພັກການເຄື່ອນໄຫວວຽກງານ ປະຈຳປີ 2019 ຂອງວິສາຫະກິດຈາກ 31 ມີນາ 2020 ໄປເປັນ 30 ເມສາ 2020 ແລະ ຕໍ່ເວລາການຊຳລະຄ່າ ທຳນຽມທາງ ຈາກວັນທີ 31 ມີນາ ມາເປັນ 30 ມິຖຸນາ 2020.

ທ່ານ ຮອງຍົກລັດຖະມົນຕີ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ບັນຫາແຮງງານ ຊຶ່ງອາດຈະໄດ້ຮັບຜົນກະທົບ ທີ່ໜັກໜ່ວງສົມຄວນ ນັບທັງຢູ່ໃນລະບົບປະກັນສັງຄົມ, ນອກລະບົບປະກັນສັງຄົມ, ແຮງງານອາຊີບ ແລະ ແຮງງານອິດສະຫລະ ເນື່ອງຈາກວ່າ ບັນດາໂຮງຈັກໂຮງງານ ໄດ້ມີການປິດໂຕຊົ່ວຄາວ ອັນໄດ້ສົ່ງຜົນກະທົບໜັກ ຕໍ່ຜູ້ທີ່ຫາເຊົ້າກິນຄ່ຳ. ສະນັ້ນ, ໃນຖານະລັດຖະບານ ເປັນຜູ້ຮັບໃຊ້ບໍລິ ການປະຊາຊົນ ຕ້ອງພ້ອມກັນຊອກຫາວິທີ ການແກ້ໄຂບັນຫາດັ່ງກ່າວ ຢ່າງເລັ່ງດ່ວນ ເພາະມັນໄດ້ສົ່ງກະທົບ ເຖິງຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າ.

ກອງປະຊຸມ ຄັ້ງນີ້ ຍັງໄດ້ພ້ອມກັນຄົ້ນຄວ້າ ຕໍ່ບັນດາຂໍ້ສະເໜີ ຂອງພາກທຸລະກິດຕໍ່ ຜົນກະທົບຕ່າງໆ ເພື່ອນະໂຍບາຍແກ້ໄຂ ຄວາມຫຍຸ້ງຍາກ ແລະ ການຊ່ວຍເຫລືອຕໍ່ປະຊາຊົນ ແລະ ສັງຄົມ, ພ້ອມທັງຄົ້ນຄວ້າ ບັນດານະໂຍບາຍ ແລະ ມາດຕະການເພີ່ມຕື່ມ ເພື່ອຈັດຕັ້ງປະຕິບັດໃນຕໍ່ໜ້າ.

ລ ດຖະບານ ລາວ ປ ກສາຫາລ ການຈ ດຕ ງຜ ນຂະຫຍາຍ 10 ນະໂຍບາຍ ແລະ 9 ມາດຕະການ ທາງດ ານເສດຖະກ ດ ລາວ: ລັດຖະບານ ຮັບຮູ້ເລິກເຊິ່ງເຖິງຜົນງານ ທຸກພາກສ່ວນໃນການຕ້ານ ໂຄວິດ-19

ກ່ຽວກັບສະພາບການສະກັດ​ກັ້ນ ​ແລະ ຕ້ານ​ການ​ແຜ່​ລະບາດ ຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງການປະຕິບັດ ຄໍາສັ່ງເລກທີ 06/ນຍ ໄດ້ດຳເນີນຢ່າງຂຸ້ນຂ້ຽວ ແລະ ມີປະສິດທິພາບ ຈຶ່ງສາມາດຍາດໄດ້ຜົນສຳເລັດ ເບື້ອງຕົ້ນໃນການຕໍ່ສູ້ ກັບພະຍາດລະບາດ ໂຄວິດ-19.

ລ ດຖະບານ ລາວ ປ ກສາຫາລ ການຈ ດຕ ງຜ ນຂະຫຍາຍ 10 ນະໂຍບາຍ ແລະ 9 ມາດຕະການ ທາງດ ານເສດຖະກ ດ ລັດຖະບານ ລາວ ກຳນົດແຜນວຽກຈຸດສຸມປີ 2020

ກອງ​ປະ­ຊຸມ​ລັດ­ຖະ­ບານ​ສະ­ໄໝ​ສາ­ມັນ​ປະ​ຈໍາ​ເດືອນ​ມັງ­ກອນ 2020 ໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ 22-23/1/2020 ທີ່​ສໍາ​ນັກ​ງານ​ນາຍົກ­ລັດ­ຖະ­ມົນ­ຕີ ໂດຍພາຍ​ໃຕ້​ການ​ເປັນ​ປະ­ທານ​ ຂອງທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນຕີ ຊຶ່ງມີ​ບັນ ດາ​ທ່ານ​ຮອງ​ນາ­ຍົກລັດ­ຖະ­ມົນ ­ຕີ ແລະ ສະ­ມາ­ຊິກ​ລັດ­ຖະ­ບານ​ ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນເຂົ້າ​ຮ່ວມ​.

ລ ດຖະບານ ລາວ ປ ກສາຫາລ ການຈ ດຕ ງຜ ນຂະຫຍາຍ 10 ນະໂຍບາຍ ແລະ 9 ມາດຕະການ ທາງດ ານເສດຖະກ ດ ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ທ່ານທູດໄທ

ໃນວັນທີ 19 ກັນຍາ 2019, ທີ່ ກະຊວງການຕ່າງປະເທດ ທ່ານ ສະເຫລີມໄຊ ກົມມະສິດ​ ລັດຖະມົນຕີ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມ ອຳລາຂອງ ທ່ານ ກຽດຕິຄຸນ ຊາດປຣະເສີດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ...

ໄຊພອນ

ເຫດການ
302 Found

Found

The document has moved here.