ຫວຽດນາມ - ລາວເພີ່ມທະວີການຮ່ວມມືໃນກິດຈະກຳອົງການກຳມະບານ

06:00 | 20/11/2019

ຍສໝ - ໃນຂອບເຂດການຢ້ຽມຢາມເຮັດວຽກຢູ່ລາວ ແຕ່ວັນທີ 18-20 ພະຈິກ, ຕອນບ່າຍວັນທີ 18 ພະຈິກ, ທີ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນສະຫະພັນໃຫຍ່ແຮງງານຫວຽດນາມ ນຳໂດຍທານ ເຈີນ ດິງ ຄາງ ເປັນຫົວໜ້າ.

ທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງ, ຮອງປະທານປະເທດແຫ່ງສປປລາວ ໄດ້ຊົມເຊີຍການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຢູ່ລາວ ແລະ ສະແດງຄວາມຂອບໃຈ ສຳລັບການສະໜັບສະໜູນ ຂອງສະຫະພັນໃຫຍ່ແຮງງານຫວຽດນາມ ສຳລັບສູນກາງສະຫະພັນ ລາວ ໃນຊຸມປີຜ່ານມາ. ທ່ານ ຮອງປະທານປະເທດແຫ່ງສປປລາວ ພັນຄຳ ວິພາວັນ ຢືນຢັນວ່າ ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີຄວາມສາມັກຄີພິເສດ, ມິດຕະພາບທີ່ຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນລາວ ແລະ ຫວຽດນາມ.

ຫວຽດນາມ - ລາວເພີ່ມທະວີການຮ່ວມມືໃນກິດຈະກຳອົງການກຳມະບານ

ທ່ານ ພັນຄຳ ວິພາວັນ ແລະ ທານ ເຈີນ ດິງ ຄາງໃນກອງປະຊຸມ. (ພາບ: baotintuc.vn)

ຕາງໜ້າ ໃຫ້ສະຫະພັນກຳມະບານ, ປະທານ ເຈີນ ດິງ ຄາງ ຢືນຢັນວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມື, ໂດຍສະເພາະແມ່ນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ອົງການກຳມະບານ ລາວ...

ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ຄະນະຜູ້ແທນສະຫະພັນໃຫຍ່ແຮງງານຫວຽດນາມ ນຳໂດຍທານ ເຈີນ ດິງ ຄາງ ເປັນຫົວໜ້າ ໄດ້ມີການພົບປະກັບຄະນະຜູ້ແທນສະຫະພັນກຳມະບານສູນກາງລາວ.

ທ່ານ ເຈີນ ດິງ ຄາງ ໃຫ້ຮູ້ວ່າ, ປະເທດລາວ ແມ່ນປະເທດທຳອິດທີ່ທ່ານມາຢ້ຽມຢາມພາຍຫຼັງ ທີ່ໄດ້ຮັບຕຳແໜ່ງເປັນປະທານສະຫະພັນແຮງງານ ປະເທດຫວຽດນາມ, ເຊິ່ງສະແດງໃຫ້ເຫັນວ່າສະຫະພັນໃຫຍ່ແຮງງານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຄວາມຕັດສິນໃຈສູງ ໃນການປົກປັກຮັກສາ ແລະ ເພີ່ມທະວີສາຍພົວພັນການຮ່ວມມືແບບດັ້ງເດີມ ໂດຍສະເພາະລະຫວ່າງອົງການກຳມະບານຂອງສອງປະເທດ.

ທ່ານ ເຈີນ ດິງ ຄາງ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາ, ຊຸກຍູ້ຄວາມສາມັກຄີ, ການສະໜັບສະໜູນ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງອົງການກຳມະບານາຂອງສອງປະເທດ ບໍ່ພຽງແຕ່ສອງຝ່າຍເທົ່ານັ້ນ ແຕ່ໃນທຸກເວທີພາກພື້ນ ແລະ ສາກົນ; ຮ່ວມກັນຈັດຕັ້ງປະຕິບັດຂໍ້ຕົກລົງການຮ່ວມມືໄລຍະ 2018 - 2023 ຢ່າງມີປະສິດທິຜົນ, ຕິດຕາມບັນດາລາຍການເຮັດວຽກທີ່ໄດ້ຕົກລົງກັນ ຢ່າງແໜ້ນ ແຟ້ນລະຫວ່າງສອງຝ່າຍ, ເພີ່ມທະວີການອົບຮົມ, ໂດຍສະເພາະແມ່ນພະນັກງານຮຸ່ນໜຸ່ມ ຂອງອົງການກຳມະບານ ປະເທດລາວ, ຮັບປະກັນການແລກປ່ຽນຄະນະຜູ້ແທນທັງພາຍໃນ ແລະ ນອກປະສົບການໃຫ້ເຂົ້າສູ່ລວງເລິກຕົວຈິງ, ຕອບສະໜອງຄວາມຕ້ອງການຂອງຝ່າຍລາວ, ໃຫ້ຄວາມບູຣິມະສິດ ແກ່ຕໍ່ວຽກງານກະກຽມສຳລັບກອງປະຊຸມອົງການກຳມະບານລາວໃນປີ 2020.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.